ຊ່ວຍພັດທະນາບໍລິການຈັດຫາງານ ໂດຍເລືອກເອົາ ບໍລິສັດໂອເພນເອໄອ (Open AI) ບໍລິສັດຜູ້ພັດທະນາ ChatGPT ມາເປັນທີ່ປຶກສາ.
ຂ່າວລະບຸວ່າ: ກະຊວງສາທາລະນາສຸກ, ແຮງງານ ແລະ ສະຫວັດດີການ ຍີ່ປຸ່ນ ຈະແນະນຳທີມງານໂຄງການພາຍໃນເດືອນຕຸລານີ້ ເພື່ອປຶກສາຫາລືນຳເອົາ AI ມາປັບໃຊ້ໃນການບໍລິການອອນລາຍຂອງສຳນັກງານຈັດຫາງານ Hello Work(ບໍລິການຈັດຫາງານຂອງລັດຖະບານ),AI ຈະສາມາດໃຫ້ຄຳແນະນຳຕາມຂໍ້ຈຳກັດຂອງຜູ້ທີ່ກຳລັງຊອກຫາວຽກ ແລະ ແບ່ງປັນຂໍ້ມູນໃຫ້ເໝາະສົມກັບທັກສະທີ່ຜູ້ສະໝັກວຽກ.
ການບໍລິການຈັດຫາງານອອນລາຍ ຂອງ Hello Work ຈະຊ່ວຍຫຼຸດຕົ້ນທຶນຕໍ່ຜູ້ສະໝັກທີ່ກຳລັງຊອກຫາວຽກ ແລະ ບໍລິສັດທີ່ກຳລັງຕ້ອງການຈັດຫາແຮງງານໄປພ້ອມກັນ ຊຶ່ງໃນຂະນະທີ່ຈຳນວນຜູ້ສະໝັກເພີ່ມຫຼາຍຂຶ້ນເຮັດໃຫ້ພາລະຕົກຢູ່ກັບບໍລິສັດຫຼາຍຂຶ້ນ, ໂດຍກະຊວງສາທາລະນາສຸກ, ແຮງງານ ແລະ ສະຫວັດດີການ ຍີ່ປຸ່ນ ເຊື່ອໝັ້ນວ່າຖ້າຫາກນຳໃຊ້ AI ຈະເຮັດໃຫ້ການຊອກວຽກທີ່ກົງກັບທັກສະທີ່ມີງ່າຍຂຶ້ນ ແລະ ມີປະສິດທິພາບໃນການຈັດຫາແຮງງານຫຼາຍຂຶ້ນ.
ຄໍາເຫັນ