ບົດລາຍງານລະບຸວ່າ: ອຸນຫະພູມສະເລ່ຍລະຫວ່າງເດືອນມັງກອນຫາເດືອນທັນວາ ຜ່ານມາ ສູງກວ່າອຸນຫະພູມສະເລ່ຍໃນໄລຍະ 30 ປີ ຈົນຮອດປີ 2020ເຖິງ 1.48 ອົງສາ ຊຶ່ງຖືເປັນຊ່ອງວ່າງຄວາມແຕກຕ່າງທີ່ຫຼາຍທີ່ສຸດນັບຕັ້ງແຕ່ມີຂໍ້ມູນການປຽບທຽບໃນປີ 1898 ແລະ ລື່ນກາຍສະຖິຕິຂອງປີກາຍທີ່ 1.29 ອົງສາ.
ອຸນຫະພູມສະເລ່ຍໃນປະເທດຍີ່ປຸ່ນສູງແບບບໍ່ເຄີຍມີມາກ່ອນໃນລະດູໃບໄມ້ຫຼົ່ນຂອງປີກາຍ ແລະມີອາກາດຮ້ອນທີ່ສຸດເທົ່າກັບສະຖິຕິໃນປີ 2023
ຫ້ອງການອຸຕຸນິຍົມວິທະຍາຍີ່ປຸ່ນລະບຸວ່າ: ຖ້າສົມທຽບເປັນເດືອນ ພົບວ່າເດືອນເມສາ,ກໍລະກົດແລະຕຸລາເປັນເດືອນທີ່ມີອຸນຫະພູມສູງສຸດໃນສະຖິຕິ.
ຍີ່ປຸ່ນມີທ່າອ່ຽງອຸນຫະພູມເພີ່ມຂຶ້ນຢ່າງຕໍ່ເນື່ອງໃນຊຸມປີມໍ່ໆມານີ້, ໂດຍປີ 2019-2024 ຖືກຈັດອັນດັບເປັນ 6 ປີທີ່ຮ້ອນທີ່ສຸດ.
ຄໍາເຫັນ