ອົງການJAXA ຈະນໍາໃຊ້ຂໍ້ມູນຄວາມເສຍຫາຍຂອງສິ່ງປຸກສ້າງ ປະມານ 200,000 ລາຍການ ຈາກເຫດການແຜ່ນດິນໄຫວໃນຄຸມາໂມໂຕະ ເມື່ອປີ 2016 ເພື່ອປັບປຸງແລະ ເພີ່ມຄວາມຖືກຕ້ອງຂອງເຕັກໂນໂລຊີ ຊຶ່ງຄາດວ່າຈະນຳມາໃຊ້ໃນທົ່ວປະເທດ.
ໂປຣແກຣມດັ່ງກ່າວ ຈະປຽບທຽບພາບຖ່າຍດາວທຽມທີ່ບັນທຶກກ່ອນ ແລະຫຼັງຈາກເກີດແຜ່ນດິນໄຫວ. ເພື່ອປະເມີນຂອບເຂດຄວາມເສຍຫາຍຂອງໂຄງສ້າງພາຍໃນ 2-3 ຊົ່ວໂມງຂອງການສໍາຫຼວດ ຊຶ່ງໂປຣແກຣມນີ້ສາມາດເຮັດວຽກໄດ້ຢ່າງມີປະສິດທິພາບໃນຕອນກາງຄືນແລະໃນສະພາບອາກາດທີ່ບໍ່ເອື້ອຍອຳນວຍ.
ທັງນີ້, ອົງການJAXAຄາດວ່າໂປຣແກຣມດັ່ງກ່າວຈະສາມາດນຳມາໃຊ້ໄດ້ພາຍໃນສອງສາມປີຂ້າງໜ້າ.
ຄໍາເຫັນ