ກະຊວງເສດຖະກິດ, ການຄ້າແລະອຸດສາຫະກໍາຍີ່ປຸ່ນສະເໜີຮ່າງແຜນການພະລັງງານພື້ນຖານ ຊຶ່ງຈະຖືກທົບທວນທຸກໆສາມປີໃນກອງປະຊຸມຂອງຄະນະຜູ້ຊ່ຽວຊານ. ໂດຍແຜນການສົ່ງເສີມແຫຼ່ງພະລັງງານດັ່ງກ່າວໃຫ້ກວມເອົາ40-50% ຂອງການຜະລິດພະລັງງານທັງໝົດໃນປີງົບປະມານ 2040 ຊຶ່ງຈະເພີ່ມຂຶ້ນເກືອບສອງເທົ່າຈາກ 22.9% ໃນປີງົບປະມານ 2023.
ແຜນພະລັງງານພື້ນຖານສະບັບປັດຈຸບັນ ຊຶ່ງໄດ້ຮັບອະນຸມັດຈາກຄະນະລັດຖະມົນຕີໃນປີ 2021, ກຳນົດເປົ້າໝາຍພະລັງງານໝູນວຽນກວມເອົາ 36-38% ຂອງການຜະລິດພະລັງງານທັງໝົດໃນປີ 2030. ສ່ວນເປົ້າໝາຍໃໝ່ ປີ2040 ຖືວ່າເປັນການປ່ຽນແປງທີ່ສໍາຄັນ ຊຶ່ງໄດ້ຮັບການສະໜັບສະໜູນຈາກຄວາມກ້າວໜ້າຂອງເຕັກໂນໂລຊີໂຊລາເຊລ ແລະພະລັງງານລົມນອກຝັ່ງ.
ນອກຈາກນັ້ນ, ຮ່າງແຜນການສະບັບໃໝ່ຍັງຮຽກຮ້ອງໃຫ້ເພີ່ມສ່ວນແບ່ງພະລັງງານຄວາມຮ້ອນໃຫ້ເປັນ 30-40% ຂອງການຜະລິດພະລັງງານທັງໝົດແລະພະລັງງານນິວເຄລຍຍັງຄົງກວມອັດຕາສ່ວນແບ່ງເກົ່າໃນກອບການເຮັດວຽກຕາມເປົ້າໝາຍໃນປັດຈຸບັນ ຊຶ່ງຢູ່ທີ່ປະມານ 20%.
ຄໍາເຫັນ