ຍົກລະດັບຄວາມຮູ້ ວຽກງານກວດກາລັດ ຂອງຂະແໜງການເງິນ

ຍົກລະດັບຄວາມຮູ້ ວຽກງານກວດກາລັດ ຂອງຂະແໜງການເງິນ

ຍົກລະດັບຄວາມຮູ້ ວຽກງານກວດກາລັດ ຂອງຂະແໜງການເງິນ
ກົມກວດກາລັດ ກະຊວງການເງິນ ເປີດຊຸດຝຶກອົບຮົມວຽກງານກວດກາລັດ ໃນວັນທີ 2 ມີນາຜ່ານມາ ໂດຍການເປັນປະທານຂອງທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງການເງິນ, ມີທ່ານຮັກສາການຫົວໜ້າກົມກວດກາລັດ, ຫົວໜ້າສະຖາບັນເສດຖະກິດ-ການເງິນ, ບັນດາທ່ານຮອງຫົວໜ້າກົມ, ພະນັກງານຫຼັກແຫຼ່ງກ່ຽວຂ້ອງເຂົ້າຮ່ວມ.
ຍກລະດບຄວາມຮ ວຽກງານກວດກາລດ ຂອງຂະແໜງການເງນ - image 1
 

ການຈັດຊຸດຝຶກອົບຮົມໃນຄັ້ງນີ້, ເພື່ອເສີມສ້າງຂີດຄວາມສາມາດໃຫ້ພະນັກງານກົມກວດກາລັດ, ຂະແໜງ ກວດກາລັດ ພະແນກການເງິນ 7 ແຂວງ ແລະ ພະນັກງານເຮັດໜ້າທີ່ກວດກາລັດ ບັນດາກົມອ້ອມຂ້າງກະຊວງການເງິນ ທີ່ເຮັດວຽກງານຕິດຕາມ, ກວດກາ ແລະ ການສິດສອນວຽກງານກວດກາໃຫ້ມີຄຸນນະພາບ ຕອບສະ ໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານວິຊາສະເພາະກວດກາໃນໄລຍະໃໝ່, ເປັນກຳລັງແຮງປະກອບສ່ວນຊ່ວຍຄະນະພັກ-ຄະນະນຳຂະແໜງການເງິນ ໃນການຕິດຕາມ, ກວດກາ, ສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງ ແລະ ແກ້ໄຂຜົນການກວດກາ-ກວດສອບໃນຂົງເຂດການເງິນ ນັບແຕ່ສູນກາງຮອດທ້ອງຖິ່ນ ເພື່ອເຮັດໃຫ້ປະກົດການຫຍໍ້ທໍ້ຫຼຸດລົງເທື່ອລະກ້າວ ແລະ ເພື່ອຮອງຮັບແຜນປະຕິຮູບ ແລະ ແຜນພັດທະນາຂະແໜງການເງິນ 5 ປີໃຫ້ສອດຄ່ອງກັບການຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງການເງິນ ໂດຍສະເພາະສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 2026 ຢ່າງເປັນຂະບວນຟົດຟື້ນ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຕາມຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 18/ນຍ, ລົງວັນທີ 16 ກັນຍາ 2021 ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ.

ວຽກງານກວດກາ ເປັນວຽກງານໜຶ່ງທີ່ສຳຄັນສອດຫ້ອຍ ແລະ ຄຽງຄູ່ກັບທຸກຂົງເຂດວຽກງານ ເປັນວຽກງານໜຶ່ງທີ່ຫຍຸ້ງຍາກລະອຽດອ່ອນ, ແຕ່ມີບົດບາດສຳຄັນຫຼາຍ ເພາະວຽກງານກວດກາ ເປັນເຄື່ອງມືວັດແທກຜົນ ສຳເລັດການນຳພາຂອງພັກ ແລະ ການຈັດຕັ້ງປະຕິບັດລະບຽບກົດໝາຍຂອງລັດ ທັງແມ່ນມາດຕະການຕົ້ນຕໍໃນການກະຕຸກ, ຊຸກຍູ້ໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ໃຫ້ມີປະສິດທິຜົນ, ມີຄວາມສັກສິດ, ໜັກແໜ້ນ, ເຂັ້ມແຂງ.

ຍກລະດບຄວາມຮ ວຽກງານກວດກາລດ ຂອງຂະແໜງການເງນ - image 2
 

ການຝຶກອົບຮົມໃນຄັ້ງນີ້, ຈະດຳເນີນໄປເປັນເວລາ 5 ວັນ, (ນັບແຕ່ວັນທີ 2-6 ມີນາ 2026) ຊຶ່ງຈະໄດ້ລົງເລິກ 3 ຫົວຂໍ້ສຳຄັນຄື: ວຽກງານກວດກາລັດ (ກວດກາການເງິນ ແລະ ກວດກາການລົງທຶນ); ວຽກງານການຕິດຕາມ (ກວດກາ ການປະຕິບັດຜົນການກວດກາ) ແລະ ວຽກງານການຕິດຕາມ (ກວດກາ ການປະຕິບັດຜົນການກວດສອບ).

ໂອກາດນີ້, ທ່ານປະທານກອງປະຊຸມ ຍັງໄດ້ຮຽກຮ້ອງມາຍັງບັນດາສຳມະນາກອນ ຈົ່ງພ້ອມກັນເອົາໃຈໃສ່ໃນການຄົ້ນຄວ້າ, ຮໍ່າຮຽນ ປະກອບຄໍາຄິດ ຄໍາເຫັນ ແລກປ່ຽນບົດຮຽນຢ່າງຕັ້ງໜ້າ ເພື່ອໄປປັບປຸງນຳໃຊ້ເຂົ້າໃນວຽກງານຕົວຈິງ ເຮັດໃຫ້ວຽກງານກວດກາມີຄຸນນະພາບ ນັບມື້ນັບເຂັ້ມແຂງຂຶ້ນເປັນກ້າວໆ.

ຂ່າວ: ກະຊວງການເງິນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

EU ເລັ່ງສືບສວນການໂຈມຕີທາງໄຊເບີຕໍ່ຮ້ານສັບພະສິນຄ້າໃນຫຼາຍປະເທດ

EU ເລັ່ງສືບສວນການໂຈມຕີທາງໄຊເບີຕໍ່ຮ້ານສັບພະສິນຄ້າໃນຫຼາຍປະເທດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 4 ພະຈິກ ຜ່ານມາວ່າ: ຄະນະກຳມາທິການເອີຣົບໄດ້ເປີດເຜີຍວ່າ, ການໂຈມຕີທາງໄຊເບີທີ່ສົ່ງຜົນກະທົບຕໍ່ລະບົບເຮັດຄວາມເຢັນຂອງຮ້ານສັບພະສິນຄ້າໃນຫຼາຍປະເທດສະມາຊິກສະຫະພາບເອີຣົບ (EU) ເມື່ອບໍ່ດົນມານີ້ ແມ່ນມີຄວາມກ່ຽວຂ້ອງກັນ, ພ້ອມທັງເນັ້ນຢໍ້າວ່າການສືບສວນກຳລັງດຳເນີນຢູ່ໃນລະດັບຊາດ ແຕ່ມັນຍັງໄວເກີນໄປທີ່ຈະລະບຸຕົວຜູ້ທີ່ຮັບຜິດຊອບ.
ກອງປະຊຸມວຽກງານກວດກາ ຂອງຄະນະກວດກາສູນກາງພັກຕໍ່ວຽກງານກວດກາຂອງ ຄອສພ

ກອງປະຊຸມວຽກງານກວດກາ ຂອງຄະນະກວດກາສູນກາງພັກຕໍ່ວຽກງານກວດກາຂອງ ຄອສພ

ກົມກວດກາ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມການລົງຕິດຕາມ, ຊຸກຍູ້ວຽກງານກວດກາ ຂອງຄະນະກວດກາສູນກາງພັກຕໍ່ວຽກງານກວດກາຂອງຄະນະໂຄສະນາອົບຮົມສູນກາງພັກ ຂຶ້ນໃນວັນທີ 5 ພະຈິກນີ້ ທີ່ ຄອສພ, ຈຸດປະສົງເພື່ອເປັນການຕີລາຄາຄືນກ່ຽວກັບການເຄື່ອນໄຫວວຽກງານກວດກາພັກ, ກວດກາລັດ ວຽກງານຄໍາຮ້ອງ ຄໍາສະເໜີ ໃນໄລຍະຜ່ານມາ. ໂດຍການເປັນປະທານຂອງ ທ່ານ ສາຄອນ ພົມມະລາດ ຄະນະປະຈໍາພັກ ຮອງປະທານກວດກາພັກ ຮອງຫົວໜ້າໂຄສະນາອົບຮົມສູນກາງພັກ; ທ່ານ ຊື່ນຊົມ ໄຊເກີຢາຈົງຕົວ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ມີບັນດາປະທານກວດກາ ຕາງໜ້າໜ່ວຍພັກທີ່ໄດ້ເຮັດວຽກງານກວດກາເຂົ້າຮ່ວມ.
ຫສປທ ປາຖະກະຖາວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ

ຫສປທ ປາຖະກະຖາວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ

ຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ໄດ້ຈັດຕັ້ງປາຖະກະຖາ ວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ (15/8/1991-15/8/2026) ຂຶ້ນ ໃນວັນທີ 5 ພະຈິກນີ້ ທີ່ຫ້ອງປະຊຸມ ຫສປທ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ເລຂາຄະນະພັກ ຫົວໜ້້າຫ້ອງວ່າການສຳນັກງານປະທານປະເທດ, ມີບັນດາຄະນະພັກ, ບັນດາຫົວໜ້າກົມ, ຮອງກົມ, ສະມາຊິກພັກ ແລະ ພະນັກງານເຂົ້າຮ່ວມ.
ປະກາດແຕ່ງຕັ້ງ ແລະ ເລື່ອນຊັ້ນ ໃຫ້ນາຍຕໍາຫຼວດຂັ້ນສູງ

ປະກາດແຕ່ງຕັ້ງ ແລະ ເລື່ອນຊັ້ນ ໃຫ້ນາຍຕໍາຫຼວດຂັ້ນສູງ

ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີປະກາດແຕ່ງຕັ້ງ, ເລື່ອນຊັ້ນໃຫ້ນາຍຕໍາຫຼວດຂັ້ນສູງ ໃນວັນທີ 4 ພະຈິກນີ້, ເປັນປະທານໂດຍທ່ານ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບ, ມີຮອງລັດຖະມົນຕີ, ຫົວໜ້າ-ຮອງຫົວໜ້າກົມ, ກອງບັນຊາການ, ພະນັກ ງານຫຼັກແຫຼ່ງ ແລະ ນາຍຕໍາຫຼວດ ທີ່ໄດ້ຮັບການແຕ່ງຕັ້ງ, ເລື່ອນຊັ້ນເຂົ້າຮ່ວມ.
ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ອີງຕາມຂໍ້ມູນທີ່ລັດວິສະຫາກິດກໍ່ສ້າງທາງເລກ 8 ໃຫ້ຮູ້ວ່າ: ໂຄງການປັບປຸງເສັ້ນທາງຫຼວງແຫ່ງຊາດເລກທີ 13 ໃຕ້ ມາຮອດປັດຈຸບັນ, ທາງໂຄງການຜູ້ຮັບເໝົາກໍ່ສ້າງ ກໍຄື ລັດວິສະຫະກິດກໍ່ສ້າງທາງເລກ 8 ກຳລັງຂຸ້ນຂ້ຽວລົງຢາງຂົ້ວ (ອັສຟານຊັ້ນ 1) ນັບແຕ່ກິໂລແມັດທີ 24 ຫາກິໂລແມັດທີ 28 ແລະ ອີກຈຸດໄລຍະທາງແຕ່ກິໂລແມັດທີ 28 ເມືອງໄຊທານີ ຫາກິໂລແມັດທີ 50.2 ເມືອງປາກງື່ມ ນະຄອນຫຼວງວຽງຈັນ
ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ວັນທີ 2 ພະຈິກຜ່ານມານີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ລົງຢ້ຽມຢາມ ແລະ ຕິດຕາມຊຸກຍູ້ວຽກງານຢູ່ຕາແສງຊ້າງມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຂອງ ສະຫາຍ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ ພ້ອມຄະນະນຳ ຂອງນະຄອນຫຼວງວຽງຈັນ, ເມືອງ ແລະ ຄະນະພັກ ຄະນະກຳມະການປົກຄອງຕາແສງ ຕະຫຼອດຮອດພະນັກງານ-ລັດຖະກອນ ຕາແສງຊ້າງມີໄຊ ເຂົ້າຮ່ວມ.
ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ຂອງອົງການກວດສອບແຫ່ງລັດ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ (2026-2030) ໄດ້ຈັດຂຶ້ນໃນວັນທີ 4 ຕຸລານີ້ ທີ່ອົງການກວດສອບແຫ່ງລັດ, ໂດຍການເປັນປະທານ ຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ, ມີຄະນະປະຈຳພັກ, ກຳມະການຄະນະພັກ, ຄະນະກົມ, ຄະນະນໍາອົງການກວດສອບປະຈຳພາກ ແລະ ພະນັກງານເຂົ້າຮ່ວມ.
ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ຈັດພິທີປະກາດເລື່ອນຊັ້ນຜູ້ພິພາກສາ ຈາກຜູ້ພິພາກສາຊັ້ນໜຶ່ງ ຂຶ້ນເປັນຜູ້ພິພາກ ສາຊັ້ນສອງ ໃນວັນທີ 4 ພະຈິກນີ້, ເປັນປະທານໂດຍ ທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ, ມີ ຫ້ອງການ, ກົມ, ຄະນະສານ ພ້ອມດ້ວຍສະຖາບັນ, ພະນັກງານ ແລະ ຜູ້ພິພາກສາ ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.
9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

ທ່ານ ໄພວັນ ສໍຄົງສິນ ຫົວໜ້າໜ້າຫ້ອງການ ວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເມືອງໂຂງ ແຂວງຈໍາປາສັກ ໄດ້ໃຫ້ສໍາພາດກ່ຽວກັບວຽກງານການທ່ອງທ່ຽວຢູ່ ເມືອງໂຂງ ຕໍ່ນັກຂ່າວໜັງສືພິມປະຊາຊົນ ໂອກາດທີ່ຄະນະຊ່ຽວຊານທະນາຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ ພ້ອມດ້ວຍສື່ມວນຊົນຈາກສູນກາງ ເຄື່ອນໄຫວຢ້ຽມຢາມໂຄງການດັ່ງກ່າວ ລະຫວ່າງວັນທີ 29-31 ຕຸລາ ທີ່ຜ່ານມາ ວ່າ: ເມືອງໂຂງ ເປັນເມືອງໜຶ່ງ ທີ່ມີທ່າແຮງທາງດ້ານການທ່ອງທ່ຽວ ເຫັນວ່າມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ກວ້າງຂວາງ ຊຶ່ງປັດຈຸບັນ ຄະນະນໍາແຂວງ ກໍໄດ້ເອົາໃຈໃສ່ເປັນພິເສດ ຕໍ່ການພັດທະນາ, ສົ່ງເສີມການທ່ອງທ່ຽວ ແລະ ຖືເປັນປາຍແຫຼມ ຂອງການພັດທະນາເສດຖະກິດ-ສັງຄົມຂອງແຂວງ ກໍຄືເມືອງ.
ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພີທີເປີດງານວາງສະແດງ ຜົນງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ ຂຶ້ນໃນວັນທີ 4 ພະຈິກນີ້, ທີ່ ມຊ ໂດຍໃຫ້ກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີຮອງຜູ້ອໍານວຍການ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເພີ່ມເຕີມ