ໃນລະດູຝົນຂອງທຸກໆປີ, ນະຄອນຫຼວງວຽງຈັນບາງຈຸດ, ບາງເຂດ ເກີດມີນໍ້າຖ້ວມຂັງຍ້ອນຫຼາຍປັດໄຈ ເປັນຕົ້ນຕົວເມືອງແມ່ນມີການຂະຫຍາຍຕົວຢ່າງວ່ອງໄວ ການປຸກສ້າງອາຄານ ການຖົມດິນມີລັກສະນະເພີ່ມຂຶ້ນ ໂດຍບໍ່ມີການຄິດໄລ່, ລະບົບຄ່ອງລະບາຍນໍ້າ ແລະ ມີການປ່ຽນແປງຂອງດິນຟ້າອາກາດ.

ຍທຂ ນະຄອນຫຼວງວຽງຈັນ ຮີບຮ້ອນແກ້ໄຂບັນຫານໍ້າຖ້ວມຂັງ

ຍທຂ ນະຄອນຫຼວງວຽງຈັນ ຮີບຮ້ອນແກ້ໄຂບັນຫານໍ້າຖ້ວມຂັງ
ໂດຍ: ຕະວິນຍານ ໃນລະດູຝົນຂອງທຸກໆປີ, ນະຄອນຫຼວງວຽງຈັນບາງຈຸດ, ບາງເຂດ ເກີດມີນໍ້າຖ້ວມຂັງຍ້ອນຫຼາຍປັດໄຈ ເປັນຕົ້ນຕົວເມືອງແມ່ນມີການຂະຫຍາຍຕົວຢ່າງວ່ອງໄວ ການປຸກສ້າງອາຄານ ການຖົມດິນມີລັກສະນະເພີ່ມຂຶ້ນ ໂດຍບໍ່ມີການຄິດໄລ່, ລະບົບຄ່ອງລະບາຍນໍ້າ ແລະ ມີການປ່ຽນແປງຂອງດິນຟ້າອາກາດ. ທ່ານ ບຸນຍະວັດ ນິລະໄຊຍ ຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ລາຍງານສະພາບລວມ, ບັນຫານໍ້າຖ້ວມຂັງໃນນະຄອນຫຼວງວຽງຈັນ, ການແກ້ໄຂບັນຫານໍ້າຖ້ວມຂັງໃນໄລຍະຜ່ານມາ ແລະ ແຜນການແກ້ໄຂນໍ້າຖ້ວມໃນອະນາຄົດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຄັ້ງວັນທີ 8-12 ກໍລະກົດ 2024 ວ່າ: ເນື້ອທີ່ຂອງ ນະຄອນຫຼວງວຽງຈັນ ມີ 3.920 ກິໂລຕາແມັດ, ມີຄວາມຍາວຂອງ ເສັ້ນທາງ 2.747 ກມ, ເຂດເທດສະບານ ມີ 1.928 ກມ, ໂດຍສະເລ່ຍ, ມີຮ່ອງນໍ້າສາຍຫຼັກ ທັງໝົດ 52 ຮ່ອງ, ກໍ່ສ້າງສໍາເລັດ 27 ຮ່ອງ, ມີບຶງ ແລະ ໜອງ 13 ແຫ່ງ. ພື້ນທີ່ຂອງຕົວເມືອງນະຄອນຫຼວງວຽງຈັນ ມີຈຸດພິເສດພື້ນທີ່ສະເພາະແມ່ນມີຄວາມຮາບພຽງ ແລະ ມີຄວາມເນີນ ໂດຍສະເລ່ຍປະມານ 2% ໃນເວລາຝົນຕົກແຮງ ນໍ້າບໍ່ສາມາດລະບາຍໄດ້ໄວເທົ່າທີ່ຄວນ; ໄລຍະປີ 1990 ຜັງຕົວເມືອງນະຄອນຫຼວງວຽງຈັນ ມີລະບົບ ຫ້ວຍ, ໜອງ, ຄອງ, ບຶງ ທໍາມະຊາດເປັນຈໍານວນຫຼາຍຈຸດ ຊຶ່ງສາມາດຮອງຮັບປະລິມານນໍ້າຝົນໄດ້; ໄລຍະປີ 2000 ຜົນກະທົບຈາກການຂະຫຍາຍຕົວເມືອງຕໍ່ພື້ນທີ່ຮັບນໍ້າຖືກບຸກລຸກ ເຮັດໃຫ້ຫ້ວຍ, ໜອງ, ຄອງ, ບຶງ ທໍາມະຊາດເປັນຈໍານວນຫຼາຍຈຸດ ຖືກຖົມປ່ຽນເປັນທີ່ພັກອາໄສ ແລະ ກິດຈະການຕ່າງໆ ແລະ ມີການປ່ຽນແປງດິນຟ້າອາກາດ ເຮັດໃຫ້ປະລິມານນໍ້າຝົນເພີ່ມຂຶ້ນທຸກປີໆ ພວກເຮົາສັງເກດເຫັນໄດ້ປະລິມານນໍ້າຝົນ ແຕ່ 1990 ຫາ 2008 ຕໍ່າກວ່າ 500 ມິນລີແມັດ ຕໍ່ປີ, ແຕ່ປີ 2008 ຫາ 2020 ຫຼາຍກວ່າ 1500 ມິນລີແມັດ ຕໍ່ປີ.

ຕໍ່ກັບບັນຫານໍ້າຖ້ວມຂັງໃນນະຄອນຫຼວງວຽງຈັນ ແມ່ນມີ 2 ຮູບແບບ ຄື: ນໍ້າຖ້ວມແບບລົ້ນຕາຝັ່ງ ແລະ ນໍ້າຖ້ວມຂັງໃນຕົວເມືອງ. ນໍ້າຖ້ວມແບບລົ້ນຕາຝັ່ງ ຕາມການເກັບກຳສະຖິຕິຈາກ ກົມອຸຕຸນິຍົມ ທີ່ວັດແທກລະດັບນ້ຳຈາກທ່າເຮືອຫຼັກ 4 ໄດ້ສະແດງໃຫ້ເຫັນ ການເກີດນ້ຳຖ້ວມໃນລັກສະນະນີ້ ເກີດຂຶ້ນຢູ່ ນະຄອນຫຼວງວຽງຈັນ 2 ຄັ້ງ, ຄັ້ງທີ 1 ນໍ້າຖ້ວມໃນປີ 1966 ລະດັບນ້ຳສູງສຸດ 170,75 ແມັດ ແລະ ຄັ້ງທີ 2 ໃນປີ 2008 ລະດັບນໍ້າສູງສຸດ 171,71 ແມັດ.

ສໍາລັບນໍ້າຖ້ວມຂັງໃນຕົວເມືອງ ແມ່ນຍ້ອນເສັ້ນທາງສາຍຫຼັກໃນນະຄອນຫຼວງວຽງຈັນ ຈໍານວນ 6 ເສັ້ນ ແມ່ນນໍາໃຊ້ຫຼາຍກວ່າ 20 ປີ ລະບົບລະບາຍນໍ້າບໍ່ໄດ້ອະນາໄມຢ່າງເປັນລະບົບ, ຮ່ອງລະບາຍນໍ້າທີ່ມີຢູ່ແລ້ວ ເກີດມີການອຸດຕັນ, ນໍ້າໄຫຼບໍ່ສະດວກ ແລະ ຕື້ນເຂີນ, ການກໍ່ສ້າງອາຄານຕາມເສັ້ນທາງເພີ່ມຂຶ້ນຫຼາຍ ແລະ ລະບາຍນໍ້າລົງສູ່ຮ່ອງລະບາຍນໍ້າຂ້າງທາງ ທັງໆທີ່ການອອກແບບເມື່ອກ່ອນ ແມ່ນຄິດໄລ່ແຕ່ຮ່ອງຮັບນໍ້າຝົນຈາກໜ້າທາງ. ບາງຮ່ອງໃນເມື່ອກ່ອນເປັນຮ່ອງເປີດແຕ່ປັດຈຸບັນປະຊາຊົນວາງທໍ່ປິດ.ຮ່ອງນ້ຳທຳມະຊາດຈຳນວນໜຶ່ງ ຍັງບໍ່ໄດ້ຮັບການປັບປຸງ ແລະ ກໍ່ສ້າງເປັນລະບົບ, ມີການບຸກລຸກຂອງປະຊາຊົນກວມເອົາເຂດສະຫງວນຮ່ອງລະບາຍນໍ້າ, ມີການຖົມດິນຊະຊາຍຕັນແລວນໍ້າໄຫຼ ແລະ ມີການຖົມບຶງ-ໜອງ ທີ່ເປັນບ່ອນພັກນໍ້າຢູ່ໃນຕົວເມືອງເປັນຕົ້ນ: ໜອງຈັນ, ໜອງບອນ, ໜອງທາ, ບຶງທາດຫຼວງ ແລະ ມີການຫັນປ່ຽນດິນກະສິກຳມາເປັນດິນປຸກສ້າງເພີ່ມຂຶ້ນ. ມີການເທເບຕົງປິດຮ່ອງລະບາຍນໍ້າ ແລະ ວາງທໍ່ນໍ້າ ເພື່ອນໍາໃຊ້ເປັນທີ່ຢູ່ອາໄສ, ບ່ອນຈອດລົດ ບໍ່ສາມາດລົງໄປອະນາໄມໄດ້. ບາງພື້ນທີ່ ທີ່ນໍ້າຖ້ວມຂັງບໍ່ມີຮ່ອງລະບາຍນໍ້າ ແລະ ບໍ່ເຊື່ອມຈອດກັນ, ການວາງທໍ່ລະບາຍນໍ້າຂອງປະຊາຊົນມີຂະໜາດທໍ່ແຕກຕ່າງກັນ ໂດຍບໍ່ສາມາດລະບາຍນໍ້າແບບໂລ່ງລ່ຽນໄດ້, ບາງເສັ້ນທາງທໍ່ນໍ້າບໍ່ເຊື່ອມຈອດກັນ, ມີບ່ອນຕໍ່າ-ບ່ອນສູງ ແລະ ຂະໜາດບໍ່ເທົ່າກັນ; ທໍ່ລະບາຍນໍ້າຂ້າງທາງມີຂະໜາດນ້ອຍ ບໍ່ສາມາດຮອງຮັບປະລິມານນ້ຳຝົນໃນເວລາຝົນຕົກໜັກ, ຂຸມພັກນໍ້າ ແມ່ນມີໄລຍະຫ່າງໄກກັນ, ບາງຈຸດຖືກທັບຖົມດ້ວຍຕະກອນ ແລະ ສິ່ງເສດເຫຼືອຕ່າງໆ.

ທ່ານ ບຸນຍະວັດ ນິລະໄຊຍ ກ່າວຕື່ມວ່າ: ສໍາລັບ ການແກ້ໄຂນໍ້າຖ້ວມຂັງໄລຍະຜ່ານມາ. ອົງການປົກຄອງນະຄອນຫຼວງວຽງຈັນ ໄດ້ເຫັນດີຮ່ວມມືກັບຫຼາຍປະເທດ ເພື່ອສຶກສາຄວາມເປັນໄປໄດ້ໃນການແກ້ໄຂບັນຫານໍ້າຖ້ວມໃນຕົວເມືອງນະຄອນຫຼວງວຽງຈັນ ເຊັ່ນ: ອົງການໄຈກາ, ອົງການກອຍກາ ແລະ ມີບາງກຸ່ມບໍລິສັດຈາກຕ່າງປະເທດ ມາສໍາຫຼວດ ແລະ ໃຫ້ການຊ່ວຍເຫຼືອ. ສົມທົບກັບ ຫ້ອງການ ຍທຂ ເມືອງ ແລະ ອົງການປົກຄອງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງຈັດຕັ້ງປະຕິບັດວຽກອະນາໄມລວງຮ່ອງນ້ຳແຄມທາງ, ຮ່ອງນໍ້າສາຍຫຼັກ ແລະ ສຳຮອງ ຄື: ເມືອງຈັນທະບູລີ: ໄດ້ອະນາໄມຮ່ອງແຄມທາງ ຈໍານວນ 3 ເສັ້ນ ຄື: ຖະໜົນແຫ່ງບຸນ, ຖະໜົນ ຂ້າງສະໜາມກິລາເຈົ້າອານຸວົງ, ຮ່ອງນ້ຳດ້ານຫຼັງຫໍພິພິທະພັນແຫ່ງຊາດ. ເມືອງສີໂຄດຕະບອງ: ໄດ້ອະນາໄມຮ່ອງນໍ້າແຄມທາງຖະໜົນສຸພານຸວົງ ແຕ່ສາມແຍກສີໄຄ ຫາ ສວນເຈົ້າຟ້າງຸ່ມ ໄດ້ທັງໝົດ 1.800 ແມັດ ລວມສອງຂ້າງເປັນ 3.600 ແມັດ ແລະ ໄດ້ອະນາໄມ ຮ່ອງລະບາຍນໍ້າແຄມທາງ ໂດຍສົມທົບກັບປະຊາຊົນ ບ້ານດົງໂພສີ - ຖະໜົນ 13 ເໜືອ, ບ້ານວຽງສະຫວັນ - ບ້ານສີບຸນເຮືອງ ທົ່ງ, ບ້ານສີບຸນເຮືອງທົ່ງ - ຮ່ອງນໍ້າຕະຫຼາດສີໄຄ, ບ້ານໜອງດ້ວງທົ່ງ - ສວນສີໂຄດ; ເມືອງໄຊທານີ: ໄດ້ອະນາໄມຮ່ອງລະບາຍນໍ້າແຄມທາງ 450 ປີ ຮ່ວມກັບການຈັດຕັ້ງບ້ານສະພັງເມີກ ແລະ ທະຫານເມືອງອະນາໄມທໍ່ຈຸດໄຟແດງ 450 ປີ ຖະໜົນໄກສອນ, ຖະໜົນດົງໂດກ-ສີເກີດຈຸດທີ່ນໍ້າຖ້ວມຂັງ ຫຼັງສວນວັດທະນະທຳລ້ານຊ້າງ - ລົງຫ້ວຍຍາງ; ເມືອງໄຊເສດຖາ: ໄດ້ອະນາໄມຮ່ອງລະບາຍນໍ້າແຄມ ໂດຍສົມທົບກັບປະຊາຊົນ ທາງໄຟແດງທາດຫຼວງ, ຮ່ອມ 8 ບ້ານ ວຽງຈະເລີນ, ຈົກຮ່ອງນໍ້າແຄມທາງບ້ານໂຊກໃຫຍ່; ເມືອງຫາດຊາຍຟອງ: ໄດ້ອະນາໄມຮ່ອງລະບາຍນໍ້າແຄມທາງ ບ້ານໜອງໄຮ່ ເຂດໜ້າເດີ່ນເຕະບານລ້ານຊ້າງ ແລະ ຮ່ອງນ້ຳຖະໜົນທ່າເດື່ອ ເຂດບ້ານສົມສະນຸກ. ເມືອງສີສັດຕະນາກ: ໄດ້ຈົກລວງຮ່ອງນໍ້າ ແຕ່ບ້ານໂພນປ່າເປົ້າ ຫາ ໂຮງໝໍກະເສມລາດ. ສໍາເລັດການຂຽນບົດສະເໜີໂຄງການອະນາໄມຮ່ອງລະບາຍນໍ້າປະຈໍາປີ 2025 ທັງໝົດ 15 ໂຄງການເປັນມູນຄ່າ 44.464.344.290 ກີບ ຊຶ່ງປະກອບມີເມືອງໄຊເສດຖາ 3 ຮ່ອງ, ເມືອງສີໂຄດຕະບອງ 4 ຮ່ອງ, ເມືອງຈັນທະບູລີ 3 ຮ່ອງ, ເມືອງສັງທອງ 1 ຮ່ອງ, ເມືອງຫາດຊາຍຟອງ 3 ຮ່ອງ ແລະ ເມືອງສີສັດຕະນາກ 1 ຮ່ອງ.

ສໍາລັບແຜນການແກ້ໄຂນໍ້າຖ້ວມໃນອະນາຄົດ ພະແນກ ຍທຂ ນະຄອນຫຼວງວຽງຈັນ ຈະສືບຕໍ່ອະນາໄມຈົກ-ລວງຮ່ອງນໍ້າສາຍຫຼັກ ແລະ ສາຍສໍາຮອງ. ອະນາໄມຂີ້ດິນ, ຂີ້ເຫຍື້ອ, ເສດອາຫານອອກຈາກຂຸມພັກນໍ້າຂ້າງທາງ ໃຫ້ເປັນປະຈໍາ. ເສີມຂຸມລະບາຍນໍ້າແຄມທາງ ເພື່ອໃຫ້ນໍ້າໄຫຼລົງທໍ່ລະບາຍໄດ້ໄວຂຶ້ນ.ອອກແຈ້ງການໃຫ້ປະຊາຊົນ, ອຳນາດການປົກຄອງບ້ານມີສ່ວນຮ່ວມໃນຄຸ້ມຄອງ ແລະ ອະນາໄມຮ່ອງລະບາຍນ້ຳແຄມທາງເປັນປະຈຳ, ຫ້າມຖິ້ມຂີ້ເຫຍື້ອສິ່ງເສດເຫຼືອຊະຊາຍ. ສ້າງແຜນອະນາໄມຮ່ອງນໍ້າໃຫ້ທັນກ່ອນລະດູຝົນ, ຂຶ້ນແຜນງົບປະມານ ແລະ ຊອກຫາແຫຼ່ງທຶນເພື່ອຂະຫຍາຍຄວາມກວ້າງຮ່ອງນໍ້າໃຫ້ໃຫຍ່ຂຶ້ນຕາມການສຶກສາໃນເບື້ອງຕົ້ນ ແລະ ມີແຜນໄລຍະຍາວຮອງຮັບແກ້ໄຂບັນຫານໍ້າຖ້ວມຂັງ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ