ຍທຂ ສະເໜີນະໂຍບາຍຊຸກຍູ້ ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງ ໃນໄລຍະໃໝ່

ຍທຂ ສະເໜີນະໂຍບາຍຊຸກຍູ້ ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງ ໃນໄລຍະໃໝ່

ຍທຂ ສະເໜີນະໂຍບາຍຊຸກຍູ້ ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງ ໃນໄລຍະໃໝ່
ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ລາຍງານກ່ຽວກັບ ນະໂຍບາຍຊຸກຍູ້ສົ່ງເສີມ ການກໍ່ສ້າງ ແລະ ສ້ອມແປງທາງ ໃນໄລຍະໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 12 ມິຖຸນານີ້ ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ.
ຍທຂ ສະເໜນະໂຍບາຍຊກຍ ສງເສມການກສາງ ແລະ ສອມແປງທາງ ໃນໄລຍະໃໝ - image 1
 

ທ່ານ ງາມປະສົງ ເມືອງມະນີ ໄດ້ກ່າວວ່າ: ການຂົນສົ່ງ ເປັນວຽກໜຶ່ງທີ່ສໍາຄັນ, ເປັນປາຍແຫຼມ ແລະ ຈຳເປັນຕໍ່ການພັດທະນາ ເສດຖະກິດ-ສັງຄົມ ຂອງປະເທດເຮົາ, ຊຶ່ງໃນປັດຈຸບັນ ການກໍ່ສ້າງ ແລະ ສ້ອມແປງທາງ ຍັງບໍ່ທັນຕອບສະໜອງໄດ້ ກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາໃນໄລຍະໃໝ່, ຄຸນນະພາບຂອງທາງ ໃນການເຊື່ອມໂຍງ-ເຊື່ອມຈອດ ພາຍໃນ ແລະ ພາກພື້ນ, ຖ້າສົມທຽບໃສ່ບັນດາປະເທດເພື່ອນບ້ານ, ຍັງບໍ່ທັນພັດທະນາໄດ້ດີເທົ່າທີ່ຄວນ ແລະ ສັງຄົມກໍໃຫ້ຄວາມສົນໃຈຫຼາຍ ຕໍ່ບັນຫາດັ່ງກ່າວ.

ເພື່ອເລັ່ງການກໍ່ສ້າງ, ຍົກລະດັບ, ບູລະນະຮັກສາ ແລະ ສ້ອມແປງເສັ້ນທາງໃຫ້ໄດ້ໄວ ແລະ ມີຄຸນນະພາບດີຂຶ້ນກວ່າເກົ່າ, ໄດ້ສະເໜີໃຫ້ ລັດຖະບານ ຄົ້ນຄວ້າລົງເລິກຕື່ມ ກ່ຽວກັບ ການຫຼຸດຜ່ອນພາສີ-ອາກອນ ທີ່ຕິດພັນກັບວຽກງານດັ່ງກ່າວ ເພື່ອເຮັດໃຫ້ມູນຄ່າກໍ່ສ້າງໂຄງການຫຼຸດລົງ ລວມທັງການສະເໜີກົນໄກການປະຕິບັດ ນະໂຍບາຍດັ່ງກ່າວ ເພື່ອໃຫ້ສາມາດຄຸ້ມຄອງ ແລະ ຕິດຕາມໄດ້ ຕາມກົນໄກການເກັບລາຍຮັບ ງົບປະມານແຫ່ງລັດ, ຫຼັງຈາກນັ້ນ ຈຶ່ງສະເໜີສະພາແຫ່ງຊາດເພື່ອພິຈາລະນາ.

ທ່ານ ຍັງໄດ້ກ່າວຕື່ມວ່າ: ສຳລັບການຈັດຕັ້ງປະຕິບັດວຽກງານ ບູລະນະຮັກສາ ແລະ ສ້ອມແປງ ທາງຫຼວງ ແຫ່ງຊາດ ປີ 2025 ໂດຍອີງຕາມການແບ່ງຂັ້ນຄຸ້ມຄອງ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ໃນການມອບການຈັດຕັ້ງ ປະຕິບັດວຽກກໍ່ສ້າງ, ບຸລະນະຮັກສາ ແລະ ສ້ອມແປງທາງຫຼວງ ໃຫ້ພະແນກ ຍທຂ ແຂວງ, ນະຄອນຫຼວງວຽງຈັນ ຮັບຜິດຊອບ, ດໍາເນີນການສໍາຫຼວດ ແລະ ເກັບກຳຂໍ້ມູນ ສະພາບການເປເພຕົວຈິງຂອງທາງ ເພື່ອປ້ອນເຂົ້າລະບົບຄຸ້ມຄອງຊັບສິນທາງຫຼວງ (RMS) ເພື່ອວິເຄາະ ວິໄຈ, ຈັດລຽງບູລີມະສິດ, ສ້າງເປັນແຜນວຽກ ແລະ ແຜນງົບປະມານ ຊຶ່ງກວມເອົາຄວາມຍາວຂອງທາງ 6,179 ກມ (131 ຕອນທາງ), ມີຄວາມຕ້ອງການງົບປະມານໃນການບູລະນະຮັກສາ ແລະ ສ້ອມແປງ ໃຫ້ເສັ້ນທາງຢູ່ໃນສະພາບດີ ແລະ ພໍໃຊ້ໄດ້ ປະມານ 2,173 ຕື້ກີບ. ຍ້ອນວ່າງົບປະມານກອງທຶນທາງມີຈໍາກັດ ຈຶ່ງຈັດລຽນບູລິມະສິດຄືນໃໝ່ຕາມງົບປະມານ 800 ຕື້ກີບ.

ໃນຕົວຈິງງົບປະມານກອງທຶນທາງທີ່ໄດ້ຮັບອະນຸມັດໃນປີ 2025 ມີພຽງ 800 ຕື້ກີບ ແລະ ການນໍາໃຊ້ ແມ່ນອີງໃສ່ ມາດຕາ 5 ຂອງດໍາລັດວ່າດ້ວຍກອງທຶນທາງ ສະບັບເລກທີ 130/ລບ ມີ 5 ຮ່ວງລາຍຈ່າຍ, ໃນນີ້ (1) ຮ່ວງວຽກບູລະນະຮັກສາ ແລະ ສ້ອມແປງທາງຫຼວງ ໄດ້ງົບປະມານ 720 ຕື້ກີບ ໃນນັ້ນ, ນໍາໃຊ້ເຂົ້າໃນວຽກສ້ອມແປງທາງຫຼວງແຫ່ງຊາດ (80%) ຈໍານວນ 576 ຕື້ກີບ ແລະ ທາງຫຼວງທ້ອງຖິ່ນ (20%) ຈໍານວນ 144 ຕື້ກີບ; (2) ຮ່ວງກໍ່ສ້າງທາງ (5.3%) ຈໍານວນ 42.4 ຕື້ກີບ; (3) ຮ່ວງວຽກຄຸ້ມຄອງ ແລະ ບໍລິຫານຕົວເມືອງນະຄອນຫຼວງວຽງຈັນ 0.2% ຈໍານວນ 1.6 ຕື້ກີບ; (4) ຮ່ວງຄວາມປອດໄພ 2.5% ຈໍານວນ 20 ຕື້ກີບ ແລະ (5) ຮ່ວງບໍລິຫານກອງທຶນທາງ 2% ຈໍານວນ 16 ຕື້ກີບ. ນອກນັ້ນ, ຍັງສົມທົບກັບຄູ່ຮ່ວມພັດທະນາ ໃນການຍົກລະດັບ ແລະ ບູລະນະຮັກສາທາງຫຼວງແຫ່ງຊາດ ໃນແຕ່ລະໂຄງການ.

ສຳລັບແຜນພັດທະນາຕາໜ່າງທາງຫຼວງແຫ່ງຊາດ ທີ່ເປັນທາງຫຼວງອາຊຽນ ປີ 2026-2030. ສໍາລັບໄລຍະປີ 2026-2030, ໂດຍອີງຕາມແຜນພັດທະນາຂອງຂະແໜງການ ຍທຂ, ພວກເຮົາຈະສືບຕໍ່ສຸມໃສ່ ການບູລະນະຮັກສາ, ສ້ອມແປງ ແລະ ປັບປຸງຍົກລະດັບ ບັນດາທາງຫຼວງແຫ່ງຊາດທີ່ເປັນເສັ້ນທາງຫຼວງອາຊຽນ ເພີ່ມຕື່ມ 439 ກມ ທີ່ນອນໃນທາງຫຼວງແຫ່ງຊາດເລກ 2E ແລະ 2W (ຜົ້ງສາລີ, ອຸດົມໄຊ ແລະ ໄຊຍະບູລີ); ທາງເລກ 12 (ຄໍາມ່ວນ); ບາງຕອນທາງ 13 ໃຕ້ (ນະຄອນຫຼວງວຽງຈັນ ແລະ ບໍລິຄໍາໄຊ) ເພື່ອໃຫ້ສາມາດຮັບນໍ້າໜັກໄດ້ 11 ໂຕນ/ເພົາ; ໂດຍໄດ້ສຸມໃສ່ລະດົມຂົນຂວາຍແຫຼ່ງທຶນຈາກ ບັນດາຄູ່ຮ່ວມພັດທະນາ (ODA) ແລະ ພາກເອກະຊົນ. ປັດຈຸບັນ ກໍມີວິສາຫະກິດຈໍານວນໜຶ່ງມີຄວາມສົນໃຈສະເໜີລົງທຶນຍົກລະດັບ, ບູລະນະຮັກສາ ແລະ ສ້ອມແປງທາງຫຼວງແຫ່ງຊາດ ຈໍານວນໜຶ່ງ ເຊັ່ນ: ທາງເລກ 13 ເໜືອ, 13 ໃຕ້, 9, 8, 22, R3, R3B, 7, 4, 1C, 58, 10, 168, 17A, 17B ແລະ 18. ຊຶ່ງການສະເໜີດັ່ງກ່າວນີ້ ພວມຢູ່ໃນຂັ້ນຕອນການຄົ້ນຄວ້າ ແລະ ກະກຽມ ໂດຍຈະນໍາໃຊ້ຮູບແບບປະສົມປະສານສັນຍາຍົກລະດັບ, ບູລະນະຮັກສາ ແລະ ສ້ອມແປງທາງເປັນເວລາຫຼາຍປີ ພ້ອມທັງພາກລັດເປັນຜູ້ເກັບເງິນເພື່ອຊຳລະໃຫ້ຜູ້ຮັບເໝົາ ໂດຍກໍານົດການເກັບເງິນຈາກປະເພດພາຫະນະທີ່ກຳນົດໄວ້.

ກະຊວງ ຍທຂ ໄດ້ສົມທົບກັບຫ້ອງວ່າການສຳນກງານນາຍົກລັດຖະມົນຕີ, ກະຊວງການເງິນ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ພາກສ່ວນກ່ຽວຂ້ອງ ໄດ້ຄົ້ນຄວ້າເປັນຫຼາຍກໍລະນີ ແລະ ທາງເລືອກ ແຕ່ໄດ້ເປັນເອກະພາບກັນ ເພື່ອສະເໜີສະພາແຫ່ງຊາດພິຈາລະນາ ກໍລະນີມີການຫຼຸດຜ່ອນພາສີ, ອາກອນ ແລະ ພັນທະຕ່າງໆເຊັ່ນ: ພາສີ, ອາກອນ ນຳເຂົ້າວັດສະດຸກໍ່ສ້າງ ແລະ ກົນຈັກ, ອາກອນມູນຄ່າເພີ່ມຂອງໂຄງການ ແລະ ຊັບພະຍາກອນທຳມະຊາດ ຊຶ່ງຈະເຮັດໃຫ້ມູນຄ່າຂອງໂຄງການຫຼຸດລົງປະມານ 17.43% (ການຄິດໄລ່ຂຶ້ນກັບທີ່ຕັ້ງ, ພື້ນທີ່, ລາຍການໜ້າວຽກ ຂອງໂຄງການ), ສຳລັບພາສີ, ອາກອນ ນຳເຂົ້ານ້ຳມັນເຊື້ອໄຟແມ່ນບໍ່ໄດ້ຫຼຸດຜ່ອນການປະຕິບັດບາງມາດຕາຂອງກົດໝາຍ.

ສໍາລັບໂຄງການລົງທຶນໃນຮູບແບບ BOT ມູນຄ່າຂອງໂຄງການຫຼຸດລົງ ຈະເຮັດໃຫ້ໄລຍະເວລາຂອງການສໍາປະທານຂອງພາກເອກະຊົນຫຼຸດລົງ. ເພື່ອເປັນການຊຸກຍູ້ສົ່ງເສີມ ການນໍາໃຊ້ຜະລິດຕະພັນ ແລະ ອຸດສາຫະກຳພາຍໃນ ພ້ອມທັງຈຳກັດການນໍາເຂົ້າເປັນຕົ້ນ ປະເທດເຮົາມີທ່າແຮງໃນການຜະລິດຊີມັງ ຊຶ່ງເປັນສິນຄ້າພາຍໃນ.

ຂ່າວ:ບຸນຕອມ ຮູບ:ສຸກສະຫວັນ

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກກົມອົບຮົມໄດ້​ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11ທັນວາ ຜ່ານມານີ້ ທີ່ຫ້ອງປະຊຸມຊັ້ນ 2 ຂອງຄະນະ​ໂຄສະນາອົບຮົມສູນກາງພັກ, ໂດຍການເປັນປະທານຂອງ ສະຫາຍ ຄໍາກອງ ທໍາມະເທວາ ຄະນະພັກ ເລຂາໜ່ວຍພັກກົມອົບຮົມ, ໃຫ້ກຽດເຂົ້າຮ່ວມສະຫາຍ ຂອງ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະມາຊິກພັກ ສົມບູນ 17 ສະຫາຍ, ສໍາຮອງ 1 ສະຫາຍ ແລະ ມີບັນດາສະຫາຍເລຂາ, ຜູ້ຕາງໜ້າເລຂາໜ່ວຍພັກທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ)ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11 ທັນວານີ້, ທີ່ສະໂມສອນໃຫຍ່ ຂອງ ຄອສພ, ໂດຍການເປັນຄະນະປະທານຂອງສະຫາຍ ລາວປາວຊົ່ງ ນະວົງໄຊ, ກຳມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ບຸນເພັງ ຈັນທະດາລາ, ເລຂາໜ່ວຍພັກຫ້ອງການ ຄອສພ, ບັນດາສະຫາຍ ຜູ້ຕາງໜ້າຄະນະໜ່ວຍ 3 ອົງການຈັດຕັ້ງມະຫາຊົນ ຂອງຫ້ອງການ ພ້ອມດ້ວຍ ສະມາຊິກພັກ ຂອງໜ່ວຍພັກຫ້ອງການ ເຂົ້າຮ່ວມທັງໝົດ 27 ສະຫາຍ, ຍິງ 11 ສະຫາຍ, ສຳຮອງ 1 ສະຫາຍ.
ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 8 ທັນວານີ້ ທີ່ສະພາປະຊາຊົນແຂວງຄໍາມ່ວນໄດ້ດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ.
ເພີ່ມເຕີມ