ອດທ ຂຶ້ນທະບຽນເລກໝາຍໂທລະສັບເພື່ອຄວາມປອດໄພຂອງການນໍາໃຊ້

ອດທ ຂຶ້ນທະບຽນເລກໝາຍໂທລະສັບເພື່ອຄວາມປອດໄພຂອງການນໍາໃຊ້
ເພື່ອສືບຕໍ່ຂຶ້ນທະບຽນເລກໝາຍໃຫ້ສໍາເລັດ ແລະ ບັນລຸໄດ້ຕາມແຜນການທີ່ວາງໄວ້ ອົງການດັດສົມໂທລະຄົມມະນາຄົມ (ອດທ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຮ່ວມກັບບັນດາ ບໍລິສັດທີ່ໃຫ້ບໍລິການດ້ານໂທລະຄົມມະນາຄົມ ແລະ ອິນເຕີເນັດ ໄດ້ຈັດຂະບວນການເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ອົງຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານ ຄັ້ງທີ III ທີ່ຈະມາເຖິງ. ພາຍໃຕ້ການຊີ້ນໍາ-ນໍາພາ ການຈັດວາງຮ້ານດັ່ງກ່າວ ໂດຍ ທ່ານ ນາງ ໃຈມາລີ ພະກະຊຸມ ຮອງຫົວໜ້າອົງການດັດສົມໂທລະຄົມ. ທັງນີ້, ກໍເພື່ອເປັນການໂຄສະນາເຜີຍແຜ່ຄວາມໝາຍຄວາມສໍາຄັນ ຂອງວຽກງານຂຶ້ນທະບຽນເລກໝາຍໂທລະສັບຕໍ່ກັບວາລະແຫ່ງຊາດໃນການແກ້ໄຂບັນຫາຢາເສບຕິດ ແລະ ເປັນຍຸດທະສາດສໍາຄັນຂອງການຫັນເປັນດີຈີຕອນ ໂດຍການຈັດວາງຮ້ານຂຶ້ນທະບຽນເລກໝາຍໂທລະສັບ ເພື່ອອໍານວຍຄວາມສະດວກໃຫ້ບັນດາພາກສ່ວນລັດຖະບານ, ສະຖາບັນການສຶກສາ ແລະ ປະຊາຊົນ ໄດ້ມາຂຶ້ນທະບຽນເລກໝາຍໂທລະສັບຂອງຕົນໄດ້ທຸກເຄືອຂ່າຍຢູ່ຈຸດສຸມບ່ອນດຽວກັນ ໂດຍບໍ່ເສຍຄ່າ ແລະ ຮັບໂປຣໂມເຊິນດີໆໃນງານ ຊຶ່ງສະຖານທີ່ຕັ້ງບູດຂຶ້ນທະບຽນເລກໝາຍໂທລະສັບ ໄດ້ຕັ້ງຂຶ້ນທີ່ຕຶກກະຊວງເຕັກໂນໂລຊີ ແລະ ການສື່ສານ ຢູ່ 2 ເຂດຄື: ເດີນຈອດລົດຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂດສີສະເກດ ແລະ ຫ້ອງການສໍານັກງານນາຍົກລັດຖະມົນຕີ ໃນລະຫວ່າງວັນທີ 20-22 ພະຈິກ 2023 ນີ້, ໃນເວລາ 8:00 ໂມງ ເຖິງ 17:00 ໂມງ ແລະ ຄາດຄະເນຜູ້ມາຮ່ວມຂຶ້ນທະບຽນ ຈໍານວນ 20.000 ເລກໝາຍ ຂຶ້ນໄປ.
ພ້ອມດຽວກັນນີ້, ໃນຕອນເຊົ້າຂອງວັນທີ 20 ຕຸລາ ນີ້, ຄະນະຮັບຜິດຊອບຂຶ້ນທະບຽນເລກໝາຍໂທລະສັບ ໄດ້ຈັດກອງປະຊຸມລາຍງານຮອບດ້ານໃນການສືບຕໍ່ຈັດຕັ້ງປະຕິບັດວຽກງານຂຶ້ນທະບຽນເລກໝາຍໂທລະສັບ ຂຶ້ນທີ່ຫ້ອງປະຊຸມໃຫຍ່ (ຕຶກF), ສະຖາບັນເຕັກໂນໂລຊີ ແລະ ການສື່ສານ (ສຕສ). ພາຍໃຕ້ການເປັນປະທານຂອງ ທ່ານ ພວງປະເສີດ ແກ້ວສຸວັນ ຄະນະພັກກະຊວງ, ຫົວໜ້າອົງການດັດສົມໂທລະຄົມມະນາຄົມ (ອດທ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຊຶ່ງຈຸດປະສົງຂອງກອງປະຊຸມຄັ້ງນີ້ ກໍເພື່ອລາຍງານຮອບດ້ານ, ຕີລາຄາດ້ານດີ, ຂໍ້ຄົງຄ້າງ ແລະ ປຶກສາຫາລືແລກປ່ຽນ ການຈັດຕັ້ງປະຕິບັດຕາມແຜນການທີ່ວາງໄວ້ ແລະ ເພື່ອຮັບປະກັນການດໍາເນີນວຽກສໍາເລັດຕາມຄາດໝາຍຢ່າງມີປະສິດທິພາບ. ພ້ອມນີ້, ໃນກອງປະຊຸມ ໄດ້ຮັບຟັງການລາຍງານຮອບດ້ານ ກ່ຽວກັບການດໍາເນີນວຽກງານຂຶ້ນທະບຽນເລກໝາຍໂທລະສັບ ແຕ່ສູນກາງລົງຮອດທ້ອງຖິ່ນກ່ຽວກັບການໂຄສະນາ, ເຜີຍແຜ່ນິຕິກໍາ ຂະບວນການຂຶ້ນທະບຽນລົງຮອດຂັ້ນເມືອງ, ຂັ້ນບ້ານ ແລະ ການເກັບກໍາສະພາບຮອບດ້ານໃນການລົງໄປເຄື່ອນໄຫວຢູ່ທຸກເຂດຕາມແຜນການ. ກອງປະຊຸມໄດ້ເປັນເອກະພາບກັນໃນການສືບຕໍ່ດໍາເນີນຕາມແຜນ ແລະ ແລກປ່ຽນ ໃນການແກ້ໄຂຕາມສະພາບຄວາມເປັນຈິງ ຕະຫຼອດຮອດການວາງແຜນເຊື່ອມໂຍງລະບົບຂຶ້ນທະບຽນເລກໝາຍໃຫ້ສາມາດນໍາໃຊ້ເປັນຖານຂໍ້ມູນຫຼັກຖານ ຂອງການຫັນເປັນດີຈີຕອນ ເປັນຕົ້ນແມ່ນ: ການສ້າງເປັນລະບົບລະຫັດດີຈີຕອນ, ການເຂົ້າເຖິງທາງດ້ານທຸລະກໍາທາງການເງິນດີຈີຕອນ ແລະ ອື່ນໆ.
(ຂ່າວ: ກະຊວງເຕັກໂນໂລຊີ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ