OECD ເພີ່ມການຄາດຄະເນເສດຖະກິດໂລກໃນປີນີ້

OECD ເພີ່ມການຄາດຄະເນເສດຖະກິດໂລກໃນປີນີ້
ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ອົງການເພື່ອການຮ່ວມມື ແລະ ການພັດທະນາທາງດ້ານເສດຖະກິດ (OECD) ໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ: ເສດຖະກິດໂລກໃນປີ 2024 ມີທ່າອ່ຽງຂະຫຍາຍຕົວໄດ້ດີກວ່າທີ່ຄາດຄະເນໄວ້ກ່ອນໜ້ານີ້ ໂດຍໄດ້ຮັບແຮງໜູນມາຈາກທ່າອ່ຽງເສດຖະກິດທີ່ສົດໃສຂອງອາເມຣິກາ ຊຶ່ງຊ່ວຍຊົດເຊີຍການຫຼຸດລົງຂອງເສດຖະກິດໃນເອີໂຣໂຊນ.
OECD ລະບຸວ່າ: ບົດລາຍງານທ່າອ່ຽງເສດຖະກິດຄັ້ງຫຼ້າສຸດທີ່ເປີດເຜີຍເມື່ອບໍ່ດົນມານີ້ລະບຸວ່າ ການຂະຫຍາຍຕົວຂອງເສດຖະກິດໂລກໃນປີ 2024 ມີທ່າອ່ຽງຫຼຸດລົງສູ່ລະດັບ 2,9% ຈາກລະດັບ 3,1% ໃນປີ 2023 ແຕ່ໂຕເລກດັ່ງກ່າວຢູ່ໃນລະດັບສູງກວ່າ 2,7% ທີ່ OECD ເຄີຍຄາດຄະເນໄວ້ໃນເດືອນພະຈິກ 2023. ຂະນະດຽວກັນ, OECD ຍັງຄົງຮັກສາໂຕເລກການຄາດຄະເນການຂະຫຍາຍຕົວຂອງເສດຖະກິດໂລກໃນປີ 2025 ໄວ້ໃນລະດັບ 3% ໂດຍຄາດວ່າເສດຖະກິດໃນປີດັ່ງກ່າວຈະໄດ້ແຮງໜູນຈາກທະນາຄານກາງຫຼາຍແຫ່ງພາກັບປັບຫຼຸດອັດຕາດອກເບ້ຍ ເນື່ອງຈາກແຮງກົດດັນດ້ານເງິນເຟີ້ເລີ່ມອ່ອນແຮງລົງ. OECD ຄາດວ່າ: ເສດຖະກິດອາເມຣິກາຈະຂະຫຍາຍຕົວ 2,1% ໃນປີ 2024 ຊຶ່ງເພີ່ມຂຶ້ນຈາກໂຕເລການຄາດຄະເນກ່ອນໜ້ານີ້ທີ່ລະດັບ 1,5% ແລະ ຄາດວ່າ ເສດຖະກິດໃນປີ 2025 ຈະຂະຫຍາຍຕົວ 1,7% ຊຶ່ງບໍ່ປ່ຽນແປງຈາກການຄາດຄະເນເດີມ ເນື່ອງຈາກການປັບໂຕຫຼຸດລົງຂອງເງິນເຟີ້ຈະຊ່ວຍການຂະຫຍາຍຕົວຂອງຄ່າຈ້າງ ແລະ ຈະກະຕຸ້ນໃຫ້ທະນາຄານກາງອາເມຣິກາ (ເຟດ) ປັບຫຼຸດອັດຕາດອກເບ້ຍ. ໃນສ່ວນຂອງປະເທດຈີນ OECD ລະບຸວ່າ: ການທີ່ຈີນຍັງຄົງປະເຊີນກັບວິກິດການໃນຕະຫຼາດອະສັງຫາລິມະຊັບ ແລະ ພາວະຂາດຄວາມເຊື່ອໝັ້ນຂອງຜູ້ບໍລິໂພກເຮັດໃຫ້ການຂະຫຍາຍຕົວຂອງເສດຖະກິດຈີນມີທ່າອ່ຽງຫຼຸດລົງສູ່ລະດັບ 4,7% ໃນປີ 2024 ຈາກລະດັບ 5,2% ໃນປີ 2023 ໂດຍໂຕເລກດັ່ງກ່າວບໍ່ປ່ຽນແປງຈາກການຄາດຄະເນເມື່ອເດືອນພະຈິກ 2023. OECD ຍັງລະບຸຕື່ມວ່າ: ການຫຼຸດລົງຂອງເສດຖະກິດເຢຍລະມັນຈະສົ່ງຜົນກະທົບຕໍ່ເສດຖະກິດເອີໂຣໂຊນເປັນວົງກວ້າງ ໂດຍຄາດຄະເນວ່າການຂະຫຍາຍຕົວຂອງເສດຖະກິດເອິໂຣໂຊນໃນປີ 2024 ຈະຢູ່ໃນລະດັບພຽງ 0,6% ຈາກລະດັບ 0,5% ໃນປີ 2023 ຊຶ່ງໂຕເລກດັ່ງກ່າວຫຼຸດລົງຈາກລະດັບ 0,9% ທີ່ຄາດຄະເນໄວ້ກ່ອນໜ້ານີ້. ນອກຈາກນີ້, OECD ຍັງປັບຫຼຸດການຄາດຄະເນການຂະຫຍາຍຕົວຂອງເສດຖະກິດເອີໂຣໂຊນໃນປີ 2025 ລົງສູ່ລະດັບ 1,3% ຈາກໂຕເລກການຄາດຄະເນເດີມທີ່ລະດັບ 1,5%. ທັງນີ້, ໃນຂະນະທີ່ທ່າອ່ຽງເສດຖະກິດຂອງປະເທດຂະໜາດໃຫຍ່ມີຄວາມແຕກຕ່າງກັນ ແຕ່ OECD ເຫັນວ່າອັດຕາເງິນເຟີ້ໃນອາເມຣິກາ ແລະ ເອີໂຣໂຊນ ຫຼຸດລົງຫຼາຍກວ່າທີ່ຄາດຄະເນໄວ້ເມື່ອເດືອນພະຈິກ ຊຶ່ງອາດຈະປູທາງໃຫ້ເຟດເລີ່ມປັບຫຼຸດອັດຕາດອກເບ້ຍໃນໄຕມາດທີ 2 ຂອງປີນີ້ ແລະ ອາດຈະເຮັດໃຫ້ທະນາຄານກາງເອີຣົບ (ECB) ປັບຫຼຸດອັດຕາດອກເບ້ຍລົງໃນໄຕມາດທີ 3.

ຄໍາເຫັນ

ຂ່າວຕ່າງປະເທດ

ທ່ານນາງເຜີງລີ້ຢວນແລະມະເຫສີແອັດສະປາຍຢ້ຽມຢາມສູນບໍລິການຄົນພິການ

ທ່ານນາງເຜີງລີ້ຢວນແລະມະເຫສີແອັດສະປາຍຢ້ຽມຢາມສູນບໍລິການຄົນພິການ

ຂ່າວສານຊີອາໄອລາຍງານວ່າ: ໃນເຊົ້າວັນທີ 12 ພະຈິກນີ້, ທ່ານນາງເຜີງລີ້ຢວນພັນລະຍາຂອງທ່ານສີຈິ້ນຜິງປະທານປະເທດຈີນແລະທ່ານນາງເລຕິເຊຍມະເຫສີແອັດສະປາຍທີ່ເດີນທາງຮ່ວມກັບເຈົ້າຊີວິດເຟລິເປ 6 ຂອງແອັດສະປາຍ ມາຢ້ຽມຢາມຈີນທາງລັດຖະກິດນັ້ນໄດ້ໄປຢ້ຽມຢາມສູນບໍລິການຄົນພິການນະຄອນຫຼວງປັກກິ່ງ.
ຣັດເຊຍ ແນະນຳຊິມກາດເດັກນ້ອຍເພື່ອຕິດຕາມຕຳແໜ່ງ

ຣັດເຊຍ ແນະນຳຊິມກາດເດັກນ້ອຍເພື່ອຕິດຕາມຕຳແໜ່ງ

ຂ່າວຕ່າງປະເທດລາຍງານຫວ່າງບໍ່ດົນມານີ້ວ່າ: ທ່ານ ມັກຊຸດ ຊາດາເຢຟ ລັດຖະມົນຕີກະຊວງພັດທະນາດີຈີຕອນ, ການສື່ສານ ແລະ ສື່ມວນຊົນຂອງຣັດເຊຍ ໄດ້ປະກາດຢ່າງເປັນທາງການກ່ຽວກັບການແນະນຳຊິມກາດເດັກນ້ອຍ ຊຶ່ງຊ່ວຍໃຫ້ພໍ່ແມ່ຜູ້​ປົກ​ຄອງສາມາດຕິດຕາມຕຳແໜ່ງທີ່ຢູ່ຂອງລູກໆໄດ້ແບບສົດໆ.
ຜູ້​ນຳຫຼາຍ​ປະ​ເທດສະໜັບສະໜູນການເພີ່ມການໃຊ້ເຊື້ອໄຟແບບຍືນຍົງ

ຜູ້​ນຳຫຼາຍ​ປະ​ເທດສະໜັບສະໜູນການເພີ່ມການໃຊ້ເຊື້ອໄຟແບບຍືນຍົງ

ຂ່າວຕ່າງປະເທດລາຍງານເມື່ອ​ບໍ່​ດົນ​ມາ​ນີ້ວ່າ: ບັນດາຜູ້ນຳທີ່ເຂົ້າຮ່ວມກອງປະຊຸມສຸດຍອດດ້ານສະພາບອາກາດຂອງສະຫະປະຊາຊາດ ຊຶ່ງໄດ້ສິ້ນສຸດລົງຫວ່າງມໍ່ໆມານີ້ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະຂະຫຍາຍການນຳໃຊ້ເຊື້ອໄຟທີ່ຍືນຍົງ(sustainable fuels)ຢ່າງໜ້ອຍ 4 ເທົ່າພາຍໃນປີ 2035, ໂດຍມີຍີ່ປຸ່ນ ແລະ ອີຕາລີ ໄດ້ເຂົ້າຮ່ວມກັບປະເທດເຈົ້າພາບບຣາຊິນໃນການສະເໜີແນວຄວາມຄິດດັ່ງກ່າວ.
ຍີ່ປຸ່ນວາງແຜນຂຶ້ນຄ່າທຳນຽມວີຊາໃນປີ 2026

ຍີ່ປຸ່ນວາງແຜນຂຶ້ນຄ່າທຳນຽມວີຊາໃນປີ 2026

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ພະຈິກ ຜ່ານມາວ່າ: ລັດຖະບານຍີ່ປຸ່ນວາງແຜນທີ່ຈະເພີ່ມຄ່າທຳນຽມວີຊາສຳລັບຄົນຕ່າງປະເທດໃນປີງົບປະມານ 2026, ຍ້ອນວ່າຄ່າທຳນຽມໃນປັດຈຸບັນຍັງຕໍ່າເມື່ອທຽບກັບຄ່າທຳນຽມໃນສະຫະລັດ ອາເມຣິກາ ແລະ ເອີຣົບ. ໂດຍມີເປົ້າໝາຍສ່ວນໜຶ່ງແມ່ນເພື່ອແກ້ໄຂບັນຫານັກທ່ອງທ່ຽວຫຼາຍເກີນໄປສົ່ງຜົນກະທົບຕໍ່ຄົນທ້ອງຖິ່ນ.
ການເປີດປະຕູສູ່ພາຍນອກລະດັບສູງຂອງຈີນກ້າວໄປໜ້າຕື່ມອີກ

ການເປີດປະຕູສູ່ພາຍນອກລະດັບສູງຂອງຈີນກ້າວໄປໜ້າຕື່ມອີກ

ຂ່າວສານຊີອາໄອລາຍງານ ໃນວັນທີ 10 ພະຈິກ ຜ່ານມາວ່າ: ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 8 ໄດ້ດຶງດູດ 155 ປະເທດ,ເຂດແຄວ້ນ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.ໂທລະພາບສາກົນຈີນ ຫຼື CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ດຳເນີນການສຳຫຼວດຄວາມເຫັນຕໍ່ຜູ້ຕອບແບບສອບຖາມຈຳນວນ 14,000ຄົນຈາກ 46 ປະເທດໃນທົ່ວໂລກ ຜົນການສຳຫຼວດສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມ 72.6% ເຫັນວ່າຈີນແມ່ນຕະຫຼາດເສລີທີ່ເປີດປະຕູສູ່ພາຍນອກ ແລະ ມີກຳລັງແຂ່ງຂັນ​ສູງ.
ການ​ເຕີບ​ໂຕ​ສີ​ຂຽວ ໃນ​ສັງ​ກາດ​ດີ​ຈີ​ຕອນ​​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ຫວຽດ​ນາມ

ການ​ເຕີບ​ໂຕ​ສີ​ຂຽວ ໃນ​ສັງ​ກາດ​ດີ​ຈີ​ຕອນ​​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ຫວຽດ​ນາມ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 10 ພະຈິກ ຜ່ານມາຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມປະຈຳປີ ພາຍ​ໃຕ້ຫົວຂໍ້ “ວິສາຫະກິດ FDI ນຳໜ້າໃນການປະຕິບັດຍຸດທະສາດການເຕີບໂຕສີຂຽວ ໃນສັງກາດດີຈີຕອນ”. ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມກ່າວວ່າ: ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດມີຫົວຄິດປະດິດສ້າງແມ່ນຄວາມຮຽກຮ້ອງຕ້ອງການໂດຍພາວະວິໄສ, ແມ່ນການຄັດເລືອກຍຸດທະສາດ ແລະ ບຸລິມະສິດແຖວໜ້າຂອງ ຫວຽດນາມ.
OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກ ຜ່ານມາວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ແລະ ພັນທະມິດ ຫຼື ເອີ້ນລວມກັນວ່າ OPEC+ ໄດ້ຕົກລົງທີ່ຈະເພີ່ມກຳລັງການຜະລິດນ້ຳມັນຂຶ້ນເປັນ137,000 ບາເຣວຕໍ່ມື້ໃນເດືອນທັນວານີ້.ຫຼັງຈາກປະເທດສະມາຊິກເຊັ່ນ: ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ສະຫະລັດອາຣັບເອມິເຣດ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ ປະຊຸມອອນລາຍເພື່ອທົບທວນສະພາບຕະຫຼາດໂລກ ແລະ ທ່າອ່ຽງເສດຖະກິດ.
ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ລີເຈມຽນ ປະທານາທິບໍດີ ສ ເກົາຫຼີຊຶ່ງເປັນປະທານກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32 ທີ່ເມືອງ Gyeongju ປະເທດ ສ ເກົາຫຼີໄດ້ຮຽກຮ້ອງໃຫ້ເພີ່ມການຮ່ວມມື ແລະ ຄວາມສາມັກຄີໃນພາກພື້ນອາຊີປາຊີຟິກ ເພື່ອເອົາຊະນະສິ່ງທ້າທາຍໃໝ່ໆ ໃນຂະນະທີ່ໂລກກຳລັງເຂົ້າສູ່ຈຸດປ່ຽນທີ່ສຳຄັນ.
ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີວ່າ: ກະຊວງພະລັງງານ ແລະ ຊັບພະຍາກອນບໍ່ແຮ່ຂອງອິນໂດເນເຊຍໄດ້ປະກາດເປົ້າໝາຍໃນການເພີ່ມກຳລັງການຜະລິດພະລັງງານໄຟຟ້າຈາກພະລັງງານໝູນວຽນ 42.6 ກິໂລວັດໃນໄລຍະທົດສະວັດຕໍ່ໄປ ຊຶ່ງເປັນສ່ວນໜຶ່ງຂອງຍຸດທະສາດເພື່ອເລັ່ງການຫັນປ່ຽນຈາກເຊື້ອໄຟຟອດຊິວໄປສູ່ລະບົບພະລັງງານທີ່ມີກາກບອນຕ່ຳ.
ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຂ່າວສານຊີອາໄອລາຍງານໃນທ້າຍອາທິດຜ່ານມາວ່າ: ທ່ານ ໂກ່ວເຈ່ຍຄຸນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ໂດຍມີນັກຂ່າວຖາມກ່ຽວກັບກອງປະຊຸມພາຄີສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດອົງການສະຫະປະຊາຊາດຄັ້ງທີ 30 ຫຼື COP30 ທີ່ຈັດຂຶ້ນຢູ່ນະຄອນເບເລິມ ປະເທດບ​ຣາ​ຊິນ.
ເພີ່ມເຕີມ