ອົງການ HALO Trust ສືບຕໍ່ເກັບກູ້ ລບຕ ເພື່ອຫຼຸດຜ່ອນຄວາມສ່ຽງ ສ້າງຄວາມປອດໄພໃຫ້ປະຊາຊົນ ຢູ່ແຂວງສະຫວັນນະເຂດ

ອົງການ HALO Trust ສືບຕໍ່ເກັບກູ້ ລບຕ ເພື່ອຫຼຸດຜ່ອນຄວາມສ່ຽງ ສ້າງຄວາມປອດໄພໃຫ້ປະຊາຊົນ ຢູ່ແຂວງສະຫວັນນະເຂດ

ອົງການ HALO Trust ສືບຕໍ່ເກັບກູ້ ລບຕ ເພື່ອຫຼຸດຜ່ອນຄວາມສ່ຽງ ສ້າງຄວາມປອດໄພໃຫ້ປະຊາຊົນ ຢູ່ແຂວງສະຫວັນນະເຂດ
ອົງການຮາໂລທຣາສທ໌ (HALO Trust) ໄດ້ສືບຕໍ່ດຳເນີນພາລະກິດເກັບກູ້ ແລະ ທຳລາຍລະເບີດບໍ່ທັນແຕກ (ລບຕ) ຢູ່ແຂວງສະຫວັນນະເຂດ ເພື່ອຫຼຸດຜ່ອນຄວາມສ່ຽງ ແລະ ສ້າງຄວາມປອດໄພໃຫ້ປະຊາຊົນໃນທ້ອງຖິ່ນ.

 

ອງການ HALO Trust ສບຕເກບກ ລບຕ ເພອຫດຜອນຄວາມສຽງ ສາງຄວາມປອດໄພໃຫປະຊາຊນ ຢແຂວງສະຫວນນະເຂດ - image 1
 

 

ໂອກາດເຂົ້າຮ່ວມວາງສະແດງຜົນງານການກວດກູ້ລະເບີດລູກຫວ່ານ ທີ່ຕົກຄ້າງຢູ່ລາວ ໃນກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ຢູ່ຫໍປະຊຸມແຫ່ງຊາດ. ທ່ານ ຄຳມະນີ ບຸນເຕີມ ພະນັກງານພົວພັນອາວຸໂສຂອງອົງການ HALO Trust ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໃນວັນທີ 17 ກັນຍານີ້ວ່າ: ອົງການ HALO Trust ໄດ້ເລີ່ມຈັດຕັ້ງປະຕິບັດໂຄງການມາຕັ້ງແຕ່ປີ 2012 ຈົນເຖິງປັດຈຸບັນ ຊຶ່ງມີບົດບາດສໍາຄັນໃນການສໍາຫຼວດ, ທຳລາຍ ແລະ ເຜີຍແຜ່ຄວາມຮູ້ກ່ຽວກັບໄພອັນຕະລາຍຈາກລະເບີດຕົກຄ້າງ ເພື່ອແນໃສ່ຊ່ວຍເຫຼືອຊຸມຊົນທີ່ຍັງມີຄວາມສ່ຽງ. ໂດຍເລີ່ມປະຕິບັດງານຢູ່ ສປປ ລາວ ໂດຍສະເພາະໄດ້ສຸມໃສ່ຈັດຕັ້ງປະຕິບັດເກັບກູ້ ລບຕ ຢູ່ທົ່ວແຂວງສະຫວັນນະເຂດ ກວມເອົາ 13 ເມືອງ ແລະ 1 ນະຄອນ ຊຶ່ງໄດ້ເຄື່ອນໄຫວຕາມ 3 ກິດຈະກໍາຫຼັກຄື: ການເກັບກູ້ລະເບີດ; ການສໍາຫຼວດ ແລະ ທຳລາຍລະເບີດເຄື່ອນທີ່; ການໂຄສະນາສຶກສາຄວາມສ່ຽງໄພຈາກ ລບຕ. ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວຜ່ານມາ, ອົງການ HALO Trust ສາມາດເກັບກູ້ ແລະ ທຳລາຍລະເບີດລູກຫວ່ານໄດ້ຫຼາຍກວ່າ 90,000 ໜ່ວຍ, ໃນເນື້ອທີ່ເກັບກູ້ກວ້າງເຖິງ 64,000 ຕາແມັດ. ຢ່າງໃດກໍຕາມ, ໃນພື້ນທີ່ແຂວງສະຫວັນນະເຂດ ຍັງມີຫຼາຍເຂດທີ່ຖືກຈັດເປັນ "ພື້ນທີ່ສີແດງ" ຫຼື ເຂດຢືນຢັນຄວາມອັນຕະລາຍ ຕ້ອງໄດ້ສືບຕໍ່ໃນການເຂົ້າໄປແກ້ໄຂ. ທັງນີ້, ການປະຕິບັດງານດັ່ງກ່າວ ໂດຍໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກ 2 ປະເທດຄື: ສະຫະລັດ ອາເມຣິກາ ແລະ ລັດຖະບານປະເທດແຟັງລັງ (Finland). ນອກຈາກການເກັບກູ້, ອົງການ HALO Trust ຍັງໃຫ້ຄວາມສຳຄັນກັບການສ້າງຄວາມຕື່ນຕົວໃນຊຸມຊົນໂດຍການສົ່ງທີມງານລົງເຜີຍແຜ່ຂໍ້ມູນ-ຄວາມຮູ້ກ່ຽວກັບຮູບຮ່າງລັກສະນະຂອງວັດຖຸຕ້ອງສົງໄສ ແລະ ວິທີການດຳລົງຊີວິດໃຫ້ປອດໄພໃຫ້ປະຊາຊົນ ແລະ ນັກຮຽນຕາມໂຮງຮຽນໃນເຂດທີ່ມີຄວາມສ່ຽງ ລບຕ.

ອງການ HALO Trust ສບຕເກບກ ລບຕ ເພອຫດຜອນຄວາມສຽງ ສາງຄວາມປອດໄພໃຫປະຊາຊນ ຢແຂວງສະຫວນນະເຂດ - image 2
 

ທ່ານ ຄຳມະນີ ບຸນເຕີມ ໄດ້ເນັ້ນຢໍ້າຕື່ມວ່າ: ບັນຫາລະເບີດຕົກຄ້າງບໍ່ແມ່ນເລື່ອງໄກໂຕ, ເຖິງວ່າບາງທ່ານຈະບໍ່ໄດ້ອາໄສຢູ່ໃນເຂດທີ່ມີຄວາມສ່ຽງ ລບຕ ແຕ່ຍັງມີປະຊາຊົນອີກຈຳນວນຫຼາຍທີ່ຕ້ອງປະເຊີນກັບຄວາມສ່ຽງໃນທຸກໆມື້. ດັ່ງນັ້ນ, ຈຶ່ງຂໍຝາກເຖິງປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ໃຫ້ເພີ່ມຄວາມລະມັດລະວັງ. ຫາກພົບເຫັນລະເບີດ ຫຼື ວັດຖຸຕ້ອງສົງໄສບໍ່ຄວນແຕະຕ້ອງ ຫຼື ເຄື່ອນຍ້າຍເອງ, ແຕ່ໃຫ້ຟ້າວແຈ້ງຫາອຳນາດການປົກຄອງບ້ານ, ເມືອງ, ແຂວງ ຫຼື ໂທຫາສາຍດ່ວນ 1603 ເພື່ອໃຫ້ເຈົ້າໜ້າທີ່ຜູ້ມີຄວາມຊ່ຽວຊານເຂົ້າໄປດຳເນີນການກວດສອບ ແລະ ທຳລາຍຢ່າງປອດໄພ.

ອງການ HALO Trust ສບຕເກບກ ລບຕ ເພອຫດຜອນຄວາມສຽງ ສາງຄວາມປອດໄພໃຫປະຊາຊນ ຢແຂວງສະຫວນນະເຂດ - image 3
 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄອສພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນຄັ້ງທີ 1 ຂອງພັກສະໄໝທີ XII

ຄອສພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນຄັ້ງທີ 1 ຂອງພັກສະໄໝທີ XII

ຄະະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມມະຕິກອງ ປະຊຸມຄົບຄະນະ (ສະໄໝວິສາມັນຄັ້ງທີ 1) ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII ຂຶ້ນໃນ ວັນທີ 3 ພະຈິກນີ້, ທີ່ຫ້ອງປະຊຸມໃຫຍ່ ຄອສພ, ໂດຍການເປັນປະທານ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະ ທານສະພາທິດສະດີສູນກາງພັກ, ມີບັນດາສະຫາຍຄະນະພັກ, ເລຂາພັກຮາກຖານ, ບັນດາໜ່ວຍພັກ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ ແລະ ຮອງພະແນກເຂົ້າຮ່ວມ
ຍົກລະດັບຄວາມຮູ້ດ້ານບັນຊີວິສາຫະກິດ ໃຫ້ພະນັກງານຂະແໜງການເງິນ 8 ແຂວງພາກເໜືອ

ຍົກລະດັບຄວາມຮູ້ດ້ານບັນຊີວິສາຫະກິດ ໃຫ້ພະນັກງານຂະແໜງການເງິນ 8 ແຂວງພາກເໜືອ

ສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ຈັດພິທີເປີດຝຶກອົບຮົມວຽກງານດ້ານບັນຊີວິສາຫະກິດ ແລະ ງົບປະມານ ໃຫ້ພະນັກງານຂະແໜງການເງິນບັນດາແຂວງພາກເໜືອ ໂດຍເປັນປະທານຂອງ ທ່ານ ນາງ ວົງພະຈັນ ວົງປະດິດ ຫົວໜ້າສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ໃນວັນທີ 2 ພະຈິກຜ່ານມາ, ທີ່ສະຖາບັນດັ່ງກ່າວ, ໂດຍມີວິທະຍາກອນ, ສຳມະນາກອນ ແລະ ແຂກຮັບເຊີນເຂົ້າຮ່ວມ.
ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ວັນທີ 1 ພະຈິກຜ່ານມາ, ທີ່ແຂວງຄໍາມ່ວນ ໄດ້ຈັດພີທີເປີດສາງພາງຂອງກຸ່ມບໍລິສັດ ພະນົມພອນ ຈໍາກັດ ຢ່າງເປັນທາງການ ຫວັງຍົກລະດັບວຽກງານໂລຈິສຕິກ ແລະ ເສີມທ່າແຮງການຄ້າຂ້າມຊາຍແດນ. ໃຫ້ກຽດເຂົ້າຮ່ວມພິທີມີທ່ານ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ພ້ອມດ້ວຍການນໍາຂັ້ນສູນກາງ, ການນໍາແຂວງ, ຜູ້ບໍລິ ຫານກຸ່ມບໍລິສັດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງພົນທີ 2 ຈັດຕັ້ງພິທີເຄົາລົບທຸງຊາດ

ກອງພົນທີ 2 ຈັດຕັ້ງພິທີເຄົາລົບທຸງຊາດ

ວັນທີ 2 ພະຈິກນີ້, ກອງພົນທີ 2 ໄດ້ຈັດຕັ້ງພິທີເຄົາລົບທຸງຊາດ ປະຈຳເດືອນພະຈິກ ໂດຍການເປັນປະທານຂອງສະຫາຍ ພັນເອກ ອຸ່ນເຕົ່າ ໄຊຍະຄຸນ ຫົວໜ້າຫ້ອງເສນາທິການ ກອງພົນທີ 2, ມີຄະນະພັກ-ຄະນະບັນຊາ, ພະແນກການ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ອັດ​ຕະ​ປືສຸມ​ໃສ່​ວຽກ​ງານ​ປົກ​ຄອງແລະປັບ​ປຸງ​ການ​ຈັດ​ຕັ້ງໃຫ້​ກະ​ທັດ​ຮັດ

ອັດ​ຕະ​ປືສຸມ​ໃສ່​ວຽກ​ງານ​ປົກ​ຄອງແລະປັບ​ປຸງ​ການ​ຈັດ​ຕັ້ງໃຫ້​ກະ​ທັດ​ຮັດ

ໃນໄລຍະ 5 ປີ (2021-2025) ແຂວງອັດຕະປື ໄດ້ສຸມໃສ່ປັບປຸງກົງຈັກການຈັດຕັ້ງ, ຍົກສູງປະ ສິດທິພາບວຽກງານປົກຄອງ ແລະ ຂັບເຄື່ອນວຽກງານ 3 ສ້າງ ໂດຍສາມາດຫຼຸດຈຳນວນພະ ແນກການຂັ້ນແຂວງຈາກ 38 ເຫຼືອ 34 ພະແນກການ ແລະ ຫຼຸດໜ່ວຍງານຈາກ 432 ເຫຼືອ 345 ໜ່ວຍງານ ພ້ອມທັງສ້າງຕັ້ງສູນບໍລິການຜ່ານປະຕູດຽວ 3 ແຫ່ງ ເພື່ອເຮັດໃຫ້ການບໍລິການລັດມີຄວາມສະດວກ, ວ່ອງໄວ ແລະ ໂປ່ງໃສຂຶ້ນ.
ຈາກທົ່ງນາທີ່ມີເຂົ້າຂຽວງາມ ເຫຼືອພຽງດິນທີ່ແຫ້ງແຕກເຫີບ

ຈາກທົ່ງນາທີ່ມີເຂົ້າຂຽວງາມ ເຫຼືອພຽງດິນທີ່ແຫ້ງແຕກເຫີບ

​ ສະພາບໄພ​ພິ​ບັດນ້ຳຖ້ວມໃນປີ 2026 ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ຊີວິດການເປັນຢູ່ ແລະ ການທຳມາຫາກິນຂອງປະຊາຊົນ ໃນຫຼາຍພື້ນທີ່, ໂດຍສະເພາະແມ່ນເນື້ອທີ່ທຳການຜະລິດກະສິກຳຂອງຊາວກະສິກອນທີ່ເສຍ​ຫາຍ​ຈາກ​ໄພນ້ຳຖ້ວມ.
ສາລະວັນ ເຜີຍແຜ່ເຊື່ອມຊຶມນິຕິກຳການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ທົ່ວແຂວງ

ສາລະວັນ ເຜີຍແຜ່ເຊື່ອມຊຶມນິຕິກຳການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ທົ່ວແຂວງ

ແຂວງ ສາ​ລະ​ວັນໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມເນື້ອໃນເອກະສານທີ່ສຳຄັນ ກ່ຽວກັບວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນແຂວງ ຄຸ້ມຄອງ ທົ່ວແຂວງສາລະວັນ, ໃນ​ວັນ​ທີ 30 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງສາລະວັນ,ມີບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າຮ່ວມ.
ທ່ານ ວັນໄຊ ພອງສະຫວັນ ໂອ້ລົມພະນັກງານຫຼັກແຫຼ່ງແຂວງຄໍາມ່ວນ

ທ່ານ ວັນໄຊ ພອງສະຫວັນ ໂອ້ລົມພະນັກງານຫຼັກແຫຼ່ງແຂວງຄໍາມ່ວນ

ທ່ານ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ເຄື່ອນໄຫວເຮັດວຽກ ແລະ ໂອ້ລົມ​ພະ​ນັກ​ງານຫຼັກ​ແຫຼ່ງແຂວງ​ຄຳ​ມ່ວນໃນ​ວັນ​ທີ 2 ພະ​ຈິກ​ນີ້ໂດຍ​ມີກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາພັກເມືອງ, ຫົວໜ້າ, ຮອງຫົວໜ້າພະແນກການ-ອົງການທຽບເທົ່າອ້ອມຂ້າງແຂວງ, ພະນັກງານອາວຸດໂສບຳນານ, ພະນັກງານຫຼັກແຫຼ່ງ, ນັກທຸລະກິດ ພາຍໃນແຂວງຄຳມ່ວນເຂົ້າ​ຮ່ວມ​ຮັບ​ຟັງ.
ອັດຕະປື ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນ ສນຊ ທົ່ວປະເທດ ຄັ້ງທີ XII

ອັດຕະປື ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນ ສນຊ ທົ່ວປະເທດ ຄັ້ງທີ XII

ວັນທີ 30 ຕຸລາຜ່ານມາ, ທີ່ຫໍປະຊຸມໃຫຍ່ແຂວງອັດຕະປື ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມຜົນສຳ ເລັດມະຕິກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ (ສນຊ) ທົ່ວປະເທດ ຄັ້ງທີ XII ແລະ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດແຂວງ ຄັ້ງທີ VIII. ໃຫ້ກຽດເຜີຍແຜ່ຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ທ່ານ ນາງ ບັນທະໄລ ແກ້ວມະນີວົງ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍຄະນະພັກ, ຄະນະນຳແຂວງ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.
ມຊ ຈັດພິທີໃສ່ບາດອຸທິດບຸນໃຫ້ຜູ້ທີ່ມີຜົນງານດີເດັ່ນ ໂອກາດວັນສ້າງຕັ້ງ ຄົບຮອບ 30 ປີ

ມຊ ຈັດພິທີໃສ່ບາດອຸທິດບຸນໃຫ້ຜູ້ທີ່ມີຜົນງານດີເດັ່ນ ໂອກາດວັນສ້າງຕັ້ງ ຄົບຮອບ 30 ປີ

ວັນທີ 2 ພະຈິກນີ້, ຄະນະພັກ, ຄະນະນໍາມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີໃສ່ບາດເພື່ອອຸທິດບຸນກຸສົນໄປຫາຜູ້ທີ່ມີຜົນງານດີເດັ່ນຕໍ່ການສຶກສາ ແລະ ເຈົ້າຖິ່ນເຈົ້າຖານຜູ້ມີຄຸນງາມຄວາມດີຕໍ່ ມຊ ຕໍ່ປະເທດຊາດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ (ມຊ) ຄົບຮອບ 30 ປີ (1996-2026) ພ້ອມນັ້ນ, ຍັງໄດ້ປັ້ນຮູບຫຼໍ່ຂອງປະທານ ໄກສອນພົມວິຫານ ປະດິດສະຖານໄວ້ຢູ່ ມຊ ເພື່ອເປັນສິລິມຸງຄຸນ, ຄວາມຮົ່ມເຢັນເປັນສຸກໃຫ້ ມຊ ກໍຄືພະນັກງານ, ຄູສອນ ແລະ ນັກສຶກສາທົ່ວ ມຊ ທັງເປັນການສືບສານຮີດຄອງປະເພນີອັນດີງາມຂອງຊາດ. ດັ່ງນັ້ນ, ມຊ ຈຶ່ງໄດ້ຈັດພິທີມະຫາມຸງຄຸນ 30 ປີ ຂຶ້ນ, ເປັນກຽດເຂົ້າຮ່ວມຂອງທ່ານ ຄຳພັນ ພົມມະທັດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ, ທ່ານ ສິນທະວອນ ດາລາວົງ ຜູ້ອຳນວຍການໃຫຍ່ ມຊ, ມີບັນດາແຂກຖືກເຊີນກ່ຽວຂ້ອງ, ຄູ-ອາຈານ, ນັກສຶກສາເຂົ້າຮ່ວມ.
ເພີ່ມເຕີມ