ແຜນງານໂຄງການສົ່ງເສີມການປູກ-ການລ້ຽງເຂົ້າໃນວຽກງານອາຫານທ່ຽງ

ອົງການອາຫານໂລກສະໜັບສະໜູນກຸ່ມການປູກ-ການລ້ຽງເພື່ອສະໜອງໂຄງການອາຫານທ່ຽງ

ອົງການອາຫານໂລກສະໜັບສະໜູນກຸ່ມການປູກ-ການລ້ຽງເພື່ອສະໜອງໂຄງການອາຫານທ່ຽງ
ໂດຍ: ຍຸພິນທອງ ແຜນງານໂຄງການສົ່ງເສີມການປູກ-ການລ້ຽງເຂົ້າໃນວຽກງານອາຫານທ່ຽງພາຍໃຕ້ການສະໜັບສະໜູນຂອງອົງການອາຫານໂລກໂດຍການນຳເອົາແນວພັນສັດ, ພືດແລະອຸປະກອນ, ເງິນສົດມອບໃຫ້ຄອບຄົວເປົ້າໝາຍເພື່ອເປັນການສ້າງພື້ນຖານຂອງການຜະລິດແລະໝູນໃຊ້ໃຫ້ເກີດ

ປະໂຫຍດໃນການຄ້ຳປະກັນດ້ານສະບຽງອາຫານເພື່ອຄໍ້າປະກັນສະບຽງອາຫານໃຫ້ແກ່ຄອບຄົວ ສ້າງເສດຖະກິດຄອບຄົວ ແລະ ປະກອບສ່ວນເຂົ້າໃນກິດຈະກຳອາຫານທ່ຽງໃນໂຮງຮຽນພ້ອມດຽວກັນນັ້ນເມື່ອມີການປູກ-ການລ້ຽງຫຼາຍໄດ້ຮັບຜົນຜະລິດຫຼາຍກໍກາຍເປັນສິນຄ້າທີ່ສາມາດສ້າງລາຍຮັບເຂົ້າໃນຄອບຄົວອີກດ້ວຍ.
ນາງ ໄຊສະໝອນ ໄຊຍະສິດ ອາຍຸ 31 ປີປະຊາຊົນຢູ່ບ້ານນາຊຽງດີເມືອງຮຸນ ແຂວງອຸດົມໄຊ ກໍເປັນອີກໜຶ່ງຄອບຄົວທີ່ໄດ້ຮັບທຶນຈາກໂຄງການຊ່ວຍເຫຼືອຂອງອົງການອາຫານໂລກໃນການລ້ຽງໄກ່ພັນໄຂ່ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນເມື່ອບໍ່ດົນມານີ້ວ່າ: ຕົນເອງມີຄວາມຮູ້ສຶກດີໃຈທີ່ໄດ້ຮັບທຶນການຊ່ວຍເຫຼືອການລ້ຽງໄກ່ພັນໄຂ່ເພາະເປັນຜົນດີຫຼາຍໃຫ້ແກ່ຄອບຄົວໂດຍສະເພາະແມ່ນໄດ້ນຳໃຊ້ໄຂ່ທີ່ຕົນລ້ຽງນັ້ນມາປຸງແຕ່ງອາຫານໃຫ້ລູກໆໄດ້ກິນແບບເຕັມທີ່ສ່ວນຫຼາຍອາຫານທີ່ຂາດບໍ່ໄດ້ແລະຕ້ອງມີໄວ້ໃນຄົວເຮືອນກໍຈະເປັນໄຂ່ຖ້າວ່າມີແຕ່ຊື້ໄຂ່ຈາກຕະຫຼາດກໍໄດ້ກິນແບບບາງຄາບອາດບໍ່ພຽງພໍຊຶ່ງພາຍຫຼັງໄດ້ມີໂຄງການສົ່ງເສີມການປູກ-ການລ້ຽງເຂົ້າມາໃຫ້ຄວາມຊ່ວຍເຫຼືອມອບທຶນໃຫ້ຕົນແລະຄອບຄົວແມ່ນເລືອກການລ້ຽງໄກ່ພັນໄຂ່ ຖ້າຈະເລືອກການປູກອີງໃສ່ເງື່ອນໄຂແມ່ນບໍ່ມີເນື້ອທີ່ພຽງພໍແລະໃນເວລານັ້ນກໍເຫັນວ່າໄຂ່ໄກ່ໃນທ້ອງຕະຫຼາດກໍມີຄາລາຂ້ອນຂ້າງແພງ, ປົກກະຕິໃນຄອບຄົວກໍໄດ້ປູກຜັກພໍແຕ່ໄດ້ກິນແລະກໍຕ່ຳຫູກ; ເມື່ອມີໂຄງການດັ່ງກ່າວເຂົ້າມາກໍແຮງເປັນການດີສຳລັບຕົນ. ໂຄງການໄດ້ນຳໄກ່ແມ່ພັນສາວມາມອບໃຫ້ໃນໄລຍະຕົ້ນເດືອນພະຈິກ 2024ຜ່ານມາໃນເບື້ອງຕົ້ນໂຄງການຈະໄດ້ສະໜອງອຸປະກອນສຳລັບເຮັດຄອກໄກ່ ຄົບຊຸດເປັນຕົ້ນ: ຕາໜ່າງ, ຖັງໃສ່ນ້ຳ, ສັງກະສີແລະອຸປະກອນອື່ນໆສຳລັບເຮັດຄອກໄກ່ພ້ອມໂຕໄກ່ພັນແມ່ສາວຈຳນວນ50 ໂຕ ແລະ ຫົວອາຫານຈຳນວນໜຶ່ງ.
ນາງໄຊສະໝອນໄຊຍະສິດໄດ້ໃຫ້ຮູ້ຕື່ມອີກວ່າ: ມາຮອດປັດຈຸບັນໄກ່ແມ່ນອອກໄຂ່ແລ້ວ ຫຼັງຈາກເລີ່ມເຫັນໄກ່ອອກໄຂ່ກໍຮູ້ສຶກມີຄວາມອຸ່ນໃຈຂຶ້ນເພາະວ່າຊ່ວຍຫຼຸດຜ່ອນການຊື້ໄຂ່ຈາກຕະຫຼາດເພື່ອມາປຸງແຕ່ງອາຫານໃຫ້ຄົນໃນຄອບຄົວໄດ້ກິນການປະກອບສ່ວນເຂົ້າໃນໂຄງການອາຫານທ່ຽງໃນໂຮງຮຽນແມ່ນມີຄວາມພູມໃຈຫຼາຍ ເມື່ອເຫັນລູກຫຼານໄດ້ກິນອາຫານອີ່ມ ການປຸງແຕ່ງກໍຖືກຫຼັກອະນາໄມ ກິນອາຫານທີ່ມີປະໂຫຍດ ຊຶ່ງເຮັດໃຫ້ລູກຫຼານມີສຸຂະພາບແຂງແຮງ, ມີເວລາຮຽນຫຼາຍຂຶ້ນ ບໍ່ກັບເມືອກິນເຂົ້າຢູ່ເຮືອນໃນຕອນທ່ຽງ ຫຼຸດຜ່ອນພາລະຂອງພໍ່ແມ່ໃນການແຕ່ງອາຫານທ່ຽງໃຫ້ລູກກິນໃນແຕ່ລະວັນ.ໃນຕໍ່ໜ້າຖ້າໄດ້ຜົນຜະລິດຫຼາຍເຫຼືອຈາກການປະກອບສ່ວນໃຫ້ທາງໂຮງຮຽນໃນໂຄງການອາຫານທ່ຽງຈຳນວນ 30% ແລ້ວກໍຍັງສາມາດນຳໄປຈຳໜ່າຍເພື່ອຕໍ່ຍອດໄດ້ ເມື່ອມີທຶນຮອນແລ້ວແຜນການໃນອະນາຄົດກໍຈະນຳໄກ່ແມ່ພັນໄຂ່ມາລ້ຽງເພີ່ມຂຶ້ນເລື້ອຍໆເພື່ອຄໍ້າປະກັນສະບຽງອາຫານ ແລະ ກາຍເປັນສິນຄ້າຂອງຄອບຄົວ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນ ຂອງອົງການກາແດງແຫ່ງຊາດລາວ ໃນວັນທີ 19 ພະຈິກນີ້, ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກເລຂາຄະນະພັກປະທານອົງການກາແດງແຫ່ງຊາດລາວ, ເຂົ້າຮ່ວມມີບັນດາຜູ້ແທນຈາກຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ພ້ອມດ້ວຍຄູ່ຮ່ວມງານພັດທະນາ.
ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ພິທີມອບ - ຮັບ ອຸປະກອນການສຶກສາ ຂອງຄະນະທີມງານສາຍບຸນ ຈາກ ສປ ຈີນ ໃຫ້ແກ່ໂຮງຮຽນມັດທະຍົມສົມບູນສົງ (ມ​ສ ສົງ) ແຂວງຫຼວງພະບາງ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພະ​ຈິກ​ຜ່ານ​ມາທີ່ ມ​ສ ດັ່ງ​ກ່າວ, ໂດຍມີ ສາທຸ ຈັນທະລິນ ຈີນນະທັມໂມ ຮອງປະທານ ອົງການພຸດທະສາສະໜາສັມພັນລາວ (ອພສ) ຫົວໜ້າກັມມາທິການສຶກສາສົງແຂວງ, ທ່ານ ຄຳຄ່ອງ ພົມມະປັນຍາ ປະທານກວດກາພັກ-ອົງການກວດກາລັດແຂວງ, ພ້ອມດ້ວຍ ຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ງານຕະຫຼາດນັດກາງຄືນຂອງ ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ເພື່ອສືບສານສິລະປະໝໍລຳສີພັນດອນ ພາຍໃຕ້ຄຳຂວັນ: “ມົນສະເໜ່ສີພັນດອນ ສືບສານວິຖີຊີວິດ ສ້າງສີສັນຍາມຄ່ຳຄືນ” ຕິດພັນກັບການປະກວດໝໍລຳສີພັນດອນ ໃນລະດັບໂຮງຮຽນມັດທະຍົມສົມບູນ (ມສ) ທົ່ວເມືອງໂຂງ ໄດ້​ປິດ​ລົງ​ຢ່າງຄຶກຄື້ນ ແລະ ມ່ວນຊື່ນ ໃນ​ຄ່ຳ​ຄືນ​ຂອງວັນ​ທີ 19 ພະ​ຈິກ​ຜ່ານ​ມາ ທີ່ ບ້ານ​ເມືອງ​ແສນ ຕາ​ແສງດອນ​ໂຂງ, ໂດຍມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໂຂງ, ທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ຕະຫຼອດ​ຮອດ​ປະ​ຊາ​ຊົນ​ຊາວ​ເມືອງ​ໂຂງເຂົ້າຮ່ວມຢ່າງຫຼວງຫຼາຍ.
ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

“ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ມອບເງິນ 500 ລ້ານກີບ ທີ່ໄດ້ຈາກການລະດົມທຶນຈາກສັງຄົມ ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍທ່າແຂກ ເພື່ອບູລະນະສ້ອມແປງອາຄານ ແລະ ປັບປຸງສະພາບແວດລ້ອມການຮຽນ-ການສອນ.
ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ໄດ້ຈັດກິດຈະກຳ ຮັບບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ, ໃນ​ວັນ​ທີ 20 ພະ​ຈິກ​ນີ້, ໂດຍມີ ທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມແຂວງ, ຕາງໜ້າອົງການກາແດງແຂວງ, ພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການ ພາຍໃນແຂວງ ເຂົ້າຮ່ວມ.
ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ກະຊວງການເງິນ ຮ່ວມກັບ ອົງການປົກຄອງແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ແນະນຳ ແລະ ເປີດນຳໃຊ້ລະບົບໃບເກັບເງິນເອເລັກໂຕຣນິກ (E-Tax Invoice) ແລະ ລະບົບຄຸ້ມຄອງແບບຟອມ ແລະ ເບີກຈ່າຍງົບປະມານພາກລັດແບບເອເລັກໂຕຣນິກ (D-Filing) ໃນວັນທີ 19 ພະຈິກຜ່ານ​ມາ ທີ່ແຂວງອັດ​ຕະ​ປື, ໂດຍມີ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວ ໜ້າກົມສ່ວຍ ສາອາກອນ ກະຊວງການເງິນ, ມີທ່ານ ນາງ ໄຍຄຳ ສີຊາຊົນ ຮອງຫົວໜ້າພະແນກການເງິນແຂວງອັດຕະປື, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ
ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ບໍລິສັດ ສະມໍລບີ ໄດ້ກະກຽມກໍາລັງພະນັກງານຈໍານວນ 280 ຄົນ ພ້ອມອຸປະກອນ ແລະ ພາຫະນະຮັບໃຊ້ວຽກງານອະນາໄມ, ເກັບມ້ຽນ ແລະຂົນສົ່ງຂີ້ເຫຍື້ອພາຍໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປີ 2026 ໂດຍໄດ້ຈັດກໍາລັງພະນັກງານປະຈໍາການຕະຫຼອດ 24 ຊົ່ວໂມງ ເພື່ອຮັກສາສະພາບແວດລ້ອມພາຍໃນງານບຸນໃຫ້ສະອາດງາມຕາ ແລະ ເປັນລະບຽບຮຽບຮ້ອຍ.
ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ຄະນະກຳມະການປົກຄອງຕາແສງ 38 ຕາແສງ ທົ່ວແຂວງສາລະວັນ ປະກອບມີ ປີ່ນເຕີ 38 ເຄື່ອງ, ແທັບເລັດ 38 ເຄື່ອງ ແລະ ຄອມພິວເຕີແລັບທັອບ 38 ເຄື່ອງ, ລວມທຸກລາຍການທັງໝົດ 114 ເຄື່ອງ.
ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ແຂວງ​ສາ​ລະ​ວັນໄດ້​ຈັດກອງປະຊຸມເຜີຍແຜ່ ວາລະແຫ່ງຊາດ ວ່າດ້ວຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນວັນທີ 18 ພະຈິກຜ່​ານ​ມາທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ ທັງເປັນຫົວໜ້າຄະນະຊີ້ນໍາການຈັດຕັ້ງປະຕິບັດ ວາລະແຫ່ງຊາດຂັ້ນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ 2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V ໄດ້ເປີດ​ຂຶ້ນ​ໃນວັນທີ 19 ພະຈິກ 2026 ທີ່ແຂວງໄຊ​ຍະ​ບູ​ລີ,ພາຍໃຕ້ການເປັນປະທານຂອງທ່ານເພັງນິລັນຄໍາພັນເພັງກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງໄຊຍະບູລີ,ມີທ່ານດວງຕາໄຊວຸດປະທານຄະນະກໍາມະການປົກຄອງແຂວງ, ມີບັນດາການນຳ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ່7, ສະມາຊິກສະພາປະຊາຊົນແຂວງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ