![]() |
ຂະບວນວິວັດແຫ່ງການສ້າງຕັ້ງ ແລະ ຂະຫຍາຍຕົວຂອງສາຍພົວພັນ ລະຫວ່າງ ລາວ-ຫວຽດນາມ ເປັນສາຍພົວພັນທີ່ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ຈາກສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ສະໜິດສະໜົມ ມາເປັນສາຍພົວພັນພິເສດ ໂດຍປະທານໂຮ່ຈິມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ເປັນຜູ້ກໍ່ຕັ້ງໂດຍກົງ ແລະ ໄດ້ຮັບການເພີ່ມພູນຄູນສ້າງ ຈາກບັນດາການນຳຮຸ່ນສືບທອດ ແລະ ປະຊາຊົນສອງປະເທດມາເປັນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ໂດຍຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍນາໆປະການ;ສາຍພົວພັນດັ່ງກ່າວ, ໄດ້ກາຍເປັນສາຍພົວພັນທີ່ເປັນຕາຍ, ເປັນແບບຢ່າງ, ສັດຊື່, ບໍລິສຸດ ແລະ ຫາຍາກໃນການພົວພັນສາກົນ, ເປັນສາຍພົວພັນທີ່ມີລັກສະນະກົດເກນ,ເປັນປັດໄຈຮັບປະກັນໃຫ້ໄຊຊະນະຂອງພາລະກິດການປະຕິວັດຂອງແຕ່ລະປະເທດ,ເປັນຊັບສົມບັດລວມອັນລ້ຳຄ່າຂອງທັງສອງຊາດ ແລະ ເປັນແຫຼ່ງກໍາລັງແຮງອັນໃຫຍ່ຫຼວງ ໃຫ້ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງແຕ່ລະປະເທດພວກເຮົາ.
![]() |
ເມື່ອຫວນຄືນປະຫວັດສາດ ມີເຫດການຕ່າງໆ ທີ່ເປັນເງື່ອນໄຂໃນການສ້າງຕັ້ງ ພັກກອມມູນິດອິນດູຈີນ ໃນປີ 1930 ເພື່ອປົດປ່ອຍປະຊາຊົນ 3 ຊາດອິນດູຈີນ (ລາວ, ຫວຽດນາມ, ກໍາປູເຈຍ) ດ້ວຍນໍ້າໃຈຮັກຊາດ ແລະ ບໍ່ຍອມຈໍານົນໃຫ້ຫຼຸດພົ້ນຈາກການກົດຂີ່ຂູດຮີດຢ່າງໜັກໜ່ວງ ຈາກການຕົກເປັນຫົວເມືອງຂຶ້ນຂອງຈັກກະພັດແບບເກົ່າ. ສາຍພົວພັນລະຫວ່າງ 3 ຊາດອິນດູຈີນ ໄດ້ຄ່ອຍໆພົ້ນເດັ່ນຂຶ້ນ ເວົ້າລວມ, ເວົ້າສະເພາະ ລາວ-ຫວຽດນາມ ກໍຍິ່ງມີຈຸດພົ້ນເດັ່ນ ເປັນຕົ້ນຄື ລາວ-ຫວຽດນາມ ໄດ້ຮ່ວມຂຸມຕະຄອງດຽວກັນ ຮ່ວມສຳພັນສູ້ຮົບ ຄຽງບ່າຄຽງໄຫຼ່ກັນຕໍ່ສູ້ ທີ່ສຸດແສນຫຍຸ້ງຍາກ, ທຸລະກັນດານ, ເຕັມໄປດ້ວຍຄວາມເສຍສະຫຼະ ແລະ ດ້ວຍຄໍາສອນທີ່ອະມະຕະຂອງປະທານ ໂຮ່ຈິມິນ ທີ່ວ່າ “ການຊ່ວຍເຫຼືອເພື່ອນປຽບເໝືອນການຊ່ວຍເຫຼືອຕົນເອງ”;ປີ 1934, ຄະນະພັກແຄວ້ນລາວ ໄດ້ຮັບການສ້າງຕັ້ງຂຶ້ນ, ຂະບວນການຕໍ່ສູ້ ຂອງປະຊາຊົນລາວ ກໍໄດ້ເຕີບໃຫຍ່ຂຶ້ນ ແລະ ສາມາດຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງ; ພາຍໃຕ້ການນໍາພາຂອງພັກກອມມູນິດອິນດູຈີນ, ອົງຄະນະພັກແຄວ້ນລາວ ແລະປະຊາຊົນລາວບັນດາເຜົ່າ ຜູ້ມີນໍ້າໃຈຮັກຊາດອັນດູດດື່ມ ສາມາດຢຶດອໍານາດການປົກຄອງ ໃນວັນທີ 23 ສິງຫາ 1945 ແລະ ໄດ້ປະກາດເອກະລາດໃນວັນທີ 12 ຕຸລາ 1945. ຕໍ່ໜ້າຄວາມຮຽກຮ້ອງຕ້ອງການໃໝ່ຂອງການປະຕິວັດ, ໃນກອງປະຊຸມໃຫຍ່ ຄັ້ງທີ II ຂອງພັກກອມມູນິດອິນດູຈີນໃນປີ 1951 ໄດ້ຕົກລົງໃຫ້ສ້າງຕັ້ງພັກປະຕິວັດ ຂຶ້ນໃນແຕ່ລະປະເທດ, ພາຍຫຼັງຫ້າງຫາກະກຽມໄດ້ໄລຍະໜຶ່ງ ມາເຖິງວັນທີ 22 ມີນາ 1955 ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກທົ່ວປະເທດ ໄດ້ເປີດຂຶ້ນ, ກອງປະຊຸມໄດ້ເປັນເອກະພາບສ້າງຕັ້ງພັກລັດທິມາກຊິດ-ເລນິນນິດ, ພັກຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ຂອງຄົນລາວຂຶ້ນ ຊຶ່ງໃສ່ຊື່ວ່າ “ພັກປະຊາຊົນລາວ”. ສອງພັກ ໄດ້ສືບຕໍ່ຮັກສາ ແລະ ເສີມຂະຫຍາຍສາຍພົວພັນທີ່ເປັນມູນເຊື້ອ, ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ດ້ວຍຄວາມຈິງໃຈ ແລະ ພາຍຫຼັງສັນຍາເຊີແນວກ່ຽວກັບລາວ ໄດ້ຮັບການລົງນາມ ໃນວັນທີ 23 ກໍລະກົດ 1962,ລັດຖະບານ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ແລະ ລັດຖະບານປະສົມ ຄັ້ງທີ II ຂອງລາວ ກໍໄດ້ສ້າງຕັ້ງສາຍພົວພັນການທູດຂຶ້ນຢ່າງເປັນທາງການ ໃນວັນທີ 5 ກັນຍາ 1962; ຂະນະດຽວກັນ, ສາຍພົວພັນຂອງສອງພັກ ຍິ່ງເພີ່ມພູນຄູນສ້າງ, ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ປະຊາຊົນລາວບັນດາເຜົ່າ ສາມາດເອົາຊະນະຟາຊິດທີ່ຮຸກຮານ ແລະ ໄດ້ຮັບໄຊຊະນະໃນການຕໍ່ສູ້ຕ້ານຈັກກະພັດແບບໃໝ່, ສະຖາປະນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975 ຊຶ່ງແມ່ນເອກະລາດແຫ່ງຊາດລາວ. ເຫດການໜຶ່ງທີ່ສໍາຄັນ, ກໍແມ່ນການລົງນາມ “ສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ, ຫວຽດນາມ-ລາວ” ໃນວັນທີ 18 ກໍລະກົດ 1977 ຊຶ່ງນີ້ແມ່ນສົນທິສັນຍາພື້ນຖານນິຕິກໍາໜັກແໜ້ນ ແລະ ຍຸດທະສາດອັນຍາວນານ ໃຫ້ສາຍພົວພັນ ລະຫວ່າງ ລາວ-ຫວຽດນາມ ໃນໄລຍະໃໝ່. ນັບຈາກນັ້ນມາ, ລາວ-ຫວຽດນາມ ໄດ້ລົງນາມການຮ່ວມມືຫຼາຍສະບັບ ເພື່ອແນໃສ່ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອຂອງສອງປະເທດ ແລະ ໄດ້ມີການຍົກລະດັບເປັນ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ໃນເດືອນກຸມພາ 2019.
![]() |
ການພົວພັນຮ່ວມມືລາວ-ຫວຽດນາມ ນັບແຕ່ອະດີດຈົນຮອດປັດຈຸບັນ, ບັນດາການນໍາຂອງສອງຝ່າຍ ຕາງກໍມີຄໍາກ່າວ, ມີຄໍາກອນ ເຊີດຊູສາຍພົວພັນ ແລະ ຍົກໃຫ້ເຫັນການພັດທະນາຂອງປະເທດ ແມ່ນຕິດພັນກັບການພົວພັນຮ່ວມມືຂອງສອງຝ່າຍ. ໃນກອງປະຊຸມໃຫຍ່ ຄັ້ງທີ VI ຂອງພັກກອມມູນິດຫວຽດນາມ ໃນເດືອນທັນວາ 1986, ປະທານ ໄກສອນ ພົມວິຫານ ໄດ້ກ່າວປາໄສເນັ້ນວ່າ: “ໂດຍສັດຊື່ບໍລິສຸດ ຕໍ່ສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ແລະ ບັນດາຫຼັກການທີ່ກອງປະຊຸມສຸດຍອດສາມຊາດອິນດູຈີນວາງອອກ, ບັນດາສະຫາຍຫວຽດນາມ ໄດ້ສືບຕໍ່ຄຽງບ່າຄຽງໄຫຼ່ກັບປະຊາຊົນລາວ, ໃຫ້ການຊ່ວຍເຫຼືອປະເທດລາວໃນທຸກດ້ານ, ຊ່ວຍພວກຂ້າພະເຈົ້າປົກປັກຮັກສາໝາກຜົນຂອງການປະຕິວັດຢ່າງໝັ້ນຄົງ, ຊ່ວຍສ້າງເສດຖະກິດ, ວັດທະນະທໍາ ແລະ ຂົງເຂດອື່ນໆ. ການຊ່ວຍເຫຼືອດັ່ງກ່າວຂອງບັນດາສະຫາຍ ໄດ້ກາຍເປັນປັດໄຈສໍາຄັນຮັບປະກັນໄຊຊະນະຂອງການປະຕິວັດລາວ” ນີ້ແມ່ນການສະແດງໃຫ້ເຫັນວ່າ ການປົກປັກຮັກສາ, ສ້າງສາພັດທະນາປະເທດຊາດຂອງ ສປປ ລາວ ຍາມໃດກໍຕິດພັນກັບສາຍພົວພັນທີ່ເປັນມູນເຊື້ອ ອັນຍາວນານຂອງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ. ສະຫາຍ ທອງລຸນ ສີສຸລິດ ໄດ້ພົບປະໂອ້ລົມອະດີດທະຫານອາສາສະໝັກ, ຊ່ຽວຊານຫວຽດນາມ, ນັກສຶກສາຫວຽດນາມ ແລະ ລາວ ໃນວັນທີ 11 ກັນຍາ 2024 ທີ່ສະໂມສອນໃຫຍ່ ກະຊວງປ້ອງກັນປະເທດຫວຽດນາມ (ຮ່າໂນ້ຍ) ກໍໄດ້ກ່າວວ່າ: “ຄວາມສໍາພັນ ລະຫວ່າງ ລາວ-ຫວຽດນາມ ເປັນຄວາມສໍາພັນ “ໜຶ່ງບໍ່ມີສອງ”, “ບໍ່ຄືໃຜ ແລະ ບໍ່ມີໃຜຄື” ເພາະວ່າ: ຄວາມເປັນສະຫາຍພວກເຮົາ ແມ່ນລວມຍອດຢູ່ໃນການຮ່ວມອຸດົມການ (ອຸດົມການປະຕິວັດ, ອຸດົມການສັງຄົມນິຍົມ ແລະ ກອມມູນິດນິຍົມ); ຄວາມສາມັກຄີພິເສດ ແມ່ນລວມຍອດຢູ່ໃນການຮ່ວມສຳພັນສູ້ຮົບ, ຄວາມເສຍສະຫຼະໃຫ້ກັນ ແລະ ກັນ ໃນເວລາຈຳເປັນ ແມ່ນແຕ່ຊັບສົມບັດ, ຊີວິດເລືອດເນື້ອ ກໍເສຍສະຫຼະໃຫ້ກັນໄດ້ຢ່າງບໍ່ມີເງື່ອນໄຂໃດໆ, ນີ້ແມ່ນມີຄວາມພິເສດ ທີ່ເກີດຂຶ້ນໃນຄວາມສາມັກຄີຂອງສອງຊາດພວກເຮົາ; ຄວາມເປັນອ້າຍນ້ອງ ແມ່ນລວມຍອດຢູ່ໃນຄວາມຊ່ວຍຊູຍູ້ໜູນກັນ, ຄວາມແບ່ງປັນດ້ວຍຄວາມມີນໍ້າໃຈຕໍ່ກັນ “ເຂົ້າເມັດຫັກ ຜັກເສັ້ນໜຶ່ງ ກໍແບ່ງປັນກັນ” ດັ່ງ ສະຫາຍ ຫງວຽນຝູຈ້ອງ ເຄີຍຂະໜານນາມວ່າ “ລາວ-ຫວຽດນາມ ແມ່ນ ອ້າຍນ້ອງຮ່ວມອຸທອນດຽວກັນ”; ຄວາມເປັນເພື່ອນຂອງພວກເຮົານັ້ນແມ່ນລວມຍອດ ຢູ່ທີ່ຄິດຮ່ວມກັນ, ແບ່ງປັນຄວາມຮູ້ຢ່າງຈິງໃຈບໍລິສຸດ ເປັນຕາຍນຳກັນ, ຕິດພັນກັນ ຄືກັບໝາກຫົວໃຈໜ່ວຍດຽວ ທີ່ເປັນຫ່ວງເປັນໄຍຕໍ່ກັນຢ່າງແທ້ຈິງ, ມີສຸກມີທຸກ ກໍຢູ່ຄຽງຂ້າງກັນ”.
ໄຊຊະນະອັນສະຫງ່າລາສີ ແລະ ປະຫວັດສາດນີ້ ບໍ່ສາມາດຕັດແຍກອອກຈາກການຊ່ວຍເຫຼືອ, ການສະໜັບສະໜູນ ແລະ ການເສຍສະຫຼະອັນໃຫຍ່ຫຼວງຂອງກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງ, ຂອງການຮ່ວມສຳພັນສູ້ຮົບ ລາວ-ຫວຽດນາມ. ຕະຫຼອດໄລຍະທີ່ໄດ້ສະຖາປະນາ ສປປ ລາວ ມາເປັນເວລາ 50 ປີ, ລາວ-ຫວຽດນາມ ໄດ້ສາມັກຄີກັນຢ່າງແໜ້ນແກ່ນ, ປົກປ້ອງຊຶ່ງກັນ ແລະ ກັນ, ຊ່ວຍເຫຼືອກັນດ້ວຍຄວາມຈິງໃຈ, ຮອບດ້ານ ແລະ ຍາວນານ; ນັ້ນກໍແມ່ນປັດໄຈທີ່ຕັດສິນໄຊຊະນະຂອງພາລະກິດປົກປັກຮັກສາເອກະລາດ, ອະທິປະໄຕ ແລະ ສ້າງສາປະເທດຊາດຂອງແຕ່ລະປະເທດຂອງພວກເຮົາ ໃນຍຸກການປະຕິວັດໃໝ່ ຕາມເງື່ອນໄຂສະເພາະ ແທດຈິງ ຂອງແຕ່ລະປະເທດ. ສອງຝ່າຍຍາມໃດກໍສົມທົບກັນຢ່າງແໜ້ນແຟ້ນ ໃນການແລກປ່ຽນທິດສະດີ ແລະ ພຶດຕິກໍາ, ການກໍ່ສ້າງ ແລະ ປັບປຸງປົວແປງພັກ, ຊຸກຍູ້ການຮ່ວມມື ຜ່ານກົນໄກການຮ່ວມມືຕ່າງໆ.
![]() |
ດ້ານການເມືອງ ສືບຕໍ່ໄດ້ຮັບການປັບປຸງຮັດແໜ້ນຢ່າງໜັກແໜ້ນ, ເປັນຫຼັກແຫຼ່ງກໍານົດທິດສັງລວມ ສາຍພົວພັນສອງປະເທດ; ການນໍາຂັ້ນສູງຂອງສອງປະເທດ ໄດ້ພົບປະ ແລະ ແລກປ່ຽນກັນເປັນປະຈໍາ ສະແດງໃຫ້ເຫັນເຖິງຄວາມສະໜິດສະໜົມ ແລະ ຄວາມໄວ້ເນື້ອເຊື່ອໃຈໃນລະດັບສູງສຸດ. ສະເພາະປີ 2025 ນີ້, ການນໍາສູງສຸດຂອງລາວ ພ້ອມຄະນະຜູ້ແທນຂັ້ນສູງຂອງພັກ-ລັດກໍໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ ຄົບຮອບ 50 ປີ (30 ເມສາ 1975 – 30 ເມສາ 2025) ທີ່ນະຄອນໂຮ່ຈິມິນ ສສ ຫວຽດນາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ (19/8/1945-19/8/2025) ແລະ ວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (2/9/1945-2/9/2025). ໃນມໍ່ໆນີ້,ສະຫາຍ ໂຕ ເລິມເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ-ລັດ ແຫ່ງ ສສ ຫວຽດນາມ ກໍຈະຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ.
ດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ໄດ້ຮັບການເອົາໃຈໃສ່, ຊຸກຍູ້ ມີການຫັນປ່ຽນຢ່າງຕັ້ງໜ້າ, ນັບມື້ໄດ້ຮັບການຍົກສູງດ້ານຄຸນນະພາບ ແລະ ບັນລຸຜົນສໍາເລັດຢ່າງໜ້າເພິ່ງພໍໃຈ; ບາງໂຄງການຍຸດທະສາດ ໄດ້ຮັບການສຸມໃສ່ຈັດຕັ້ງປະຕິບັດ, ຂໍ້ຫຍຸ້ງຍາກໄດ້ຮັບການແກ້ໄຂ, ພ້ອມທັງໄດ້ສ້າງບາດກ້າວບຸກທະລຸໃນການຮ່ວມມື; ສອງຝ່າຍໄດ້ເປັນເຈົ້າການຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງກ່ຽວກັບຍຸດທະສາດການຮ່ວມມື ລາວ-ຫວຽດນາມ ໄລຍະ 2021-2030, ສັນຍາການຮ່ວມມື ລາວ-ຫວຽດນາມ ໄລຍະ 2021-2025, ບັນດາຂໍ້ຕົກລົງ ແລະ ສັນຍາຮ່ວມມື ຄັ້ງທີ 47 ຂອງ ຄະນະກຳມະການຮ່ວມ 2 ລັດຖະບານ; ໄດ້ເອົາໃຈໃສ່ໃນການຊີ້ນຳ, ກວດກາ, ຊຸກຍູ້ການແລກປ່ຽນຢ່າງທັນການ ເພື່ອແກ້ໄຂຄວາມຫຍຸ້ງຍາກ ແລະ ສິ່ງກີດກັ້ນຕ່າງໆ ເພື່ອຊອກຫາທິດທາງໃໝ່ ໃນການຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດ. ສສ ຫວຽດນາມ ຍັງສືບຕໍ່ເປັນປະເທດແຖວໜ້າ ໃນການລົງທຶນຢູ່ ສປປ ລາວ, ມາເຖິງປັດຈຸບັນ ວິສາຫະກິດຫວຽດນາມ ມາລົງທຶນຢູ່ລາວມີ 281 ໂຄງການ, ມູນຄ່າທຶນຈົດທະບຽນທັງໝົດ 8.16 ຕື້ໂດລາ, ຍອດມູນຄ່າທຶນຈັດຕັ້ງປະຕິບັດໂຄງການບັນລຸປະມານ 2.94 ຕື້ໂດລາ, ເຫັນວ່າ ການລົງທຶນຂອງຫວຽດນາມຢູ່ລາວ ແມ່ນສືບຕໍ່ມີທ່າອ່ຽງເພີ່ມຂຶ້ນ; ລວມຍອດການຄ້າສອງສົ້ນໄລຍະ 10 ເດືອນ ປີ 2025 ບັນລຸເກືອບ 2.56 ຕື້ໂດລາ, ເພີ່ມຂຶ້ນ 50.4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024 ຊຶ່ງເປັນໂຕເລກມູນຄ່າການຄ້າສູງສຸດຂອງ 2 ປະເທດໃນຮອບ 10 ປີ (2016-2025). ເມື່ອວັນທີ 20-23 ພະຈິກ 2025 ສອງຝ່າຍ ກໍໄດ້ຈັດງານວາງສະແດງສິນຄ້າ ລາວ-ຫວຽດນາມ ທີ່ນະຄອນຫຼວງວຽງຈັນ ໂດຍມີ 150 ຮ້ານວາງສະແດງ ທີ່ເຕັມໄປດ້ວຍສິນຄ້າ ແລະ ການບໍລິການທີ່ມີຄຸນນະພາບ.
ດ້ານການສຶກສາ, ສອງຝ່າຍໄດ້ສືບຕໍ່ຜັນຂະຫຍາຍອະນຸສັນຍາກ່ຽວກັບການຮ່ວມມືການສຶກສາ ລະຫວ່າງ ສອງລັດຖະບານ ໄລຍະ 2021-2027 ໃຫ້ມີປະສິດທິຜົນ; ຊຸກຍູ້ການຈັດຕັ້ງປະຕິບັດບັນດາໜ້າວຽກ, ວິທີການແກ້ໄຂ ທີ່ໄດ້ກໍານົດໄວ້ໃນໂຄງການຍົກສູງຄຸນນະພາບ ແລະ ປະສິດທິພາບການຮ່ວມມື ລາວ-ຫວຽດນາມ ໄລຍະປີ 2021-2030; ເພີ່ມທະວີການຝຶກອົບຮົມ, ບໍາລຸງສ້າງໄລຍະສັ້ນໃຫ້ພະນັກງານ, ລັດຖະກອນໃນແຕ່ລະຂັ້ນຂອງລາວ ໂດຍສະເພາະພະນັກງານນໍາພາຄຸ້ມຄອງ ໂດຍສຸມໃສ່ການສ້າງຊັບພະຍາກອນທີ່ມີຄຸນນະພາບ, ຊຸກຍູ້ການຮ່ວມມືໃນການພັດທະນາທັກສະ ແລະ ການສ້າງສີມືແຮງງານ ທັງຢູ່ສູນກາງ ແລະ ທ້ອງຖິ່ນ. ປັດຈຸບັນ, ຈຳນວນນັກສຶກສາຂອງລາວ ທີ່ຮຽນຢູ່ຫວຽດນາມ ທັງໝົດມີ 10,623 ຄົນ; ສ່ວນຈຳນວນນັກສຶກສາຫວຽດນາມ ທີ່ຮຽນຢູ່ລາວ ມີປະມານ 180 ທຶນ ລວມມີທຶນໃນແຜນ ແລະ ທຶນນອກແຜນລັດຖະບານ.
ພິເສດ, ດ້ວຍການເປີດນຳໃຊ້ທ່າເຮືອແຫ່ງທີ 3 ຂອງທ່າເຮືອສາກົນ ຫວຸງອາງ ໃນປີນີ້, ແມ່ນການສືບຕໍ່ຊ່ວຍໃຫ້ ສປປ ລາວ ຍົກສູງຂີດຄວາມສາມາດໃນຂະແໜງ ຄົມມະນາຄົມ-ຂົນສົ່ງຂອງຕົນ ໃຫ້ມີຄຸນນະພາບໃໝ່ໂດຍສະເພາະການຂົນສົ່ງສິນຄ້າຜ່ານທາງທະເລຂອງລາວ ໃຫ້ມີການເຊື່ອມໂຍງເຊື່ອມຈອດກັບພາກພື້ນ ແລະ ສາກົນ ເພື່ອແນໃສ່ຊຸກຍູ້ສົ່ງເສີມການຄ້າ-ການລົງທຶນ ກັບຕ່າງປະເທດໃຫ້ນັບມື້ຫຼາຍຂຶ້ນໃນຕໍ່ໜ້າ. ປັດຈຸບັນ, ທ່າເຮືອສາກົນລາວ-ຫວຽດ, ລວມມີທ່າທຽບເຮືອ 1, 2 ແລະ 3, ທັງນີ້ກໍເປັນການຊຸກຍູ້ຕໍ່ກັບຍຸດທະສາດໃນຂົງເຂດການຄົມມະນາຄົມ-ຂົນສົ່ງ ໄລຍະ 2026 – 2030 ຂອງສອງປະເທດ.
ຂະນະທີ່ດ້ານການຕ່າງປະເທດ, ການພົວພັນສອງຝ່າຍ ກໍມີຫຼາຍອັນພົ້ນເດັ່ນ ຊຶ່ງປີ 2024 ຫວຽດນາມ ກໍໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນການເປັນປະທານໝູນວຽນອາຊຽນ ແລະ ໄອປາ ປະກອບສ່ວນສຳຄັນຕໍ່ກັບຜົນສໍາເລັດນັ້ນຢ່າງຈົບງາມ. ນອກນີ້, ກໍໄດ້ໃຫ້ການສະໜັບສະໜຸນຊຶ່ງກັນ ແລະ ກັນ ໃນເວທີຕ່າງໆ ທັງພາກພື້ນ ແລະ ສາກົນ.
ຂ້າງເທິງນັ້ນ, ເປັນພຽງສ່ວນນ້ອຍ ທີ່ຍົກຂຶ້ນມາເພື່ອໃຫ້ເຫັນວ່າ ເອກະລາດຂອງຊາດລາວ ແລະ 50 ປີແຫ່ງການປົກປັກຮັກສາ, ສ້າງສາພັດທະນາປະເທດຊາດຂອງ ສປປ ລາວ ຍາມໃດກໍຕິດພັນກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ເປັນສາຍພົວພັນ ໜຶ່ງບໍ່ມີສອງ, ບໍ່ຄືໃຜ ແລະ ບໍ່ມີໃຜຄືຂອງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ. ເຖິງຢ່າງໃດກໍດີ, ໃນຕໍ່ໜ້ານີ້, ລາວ-ຫວຽດນາມ ກໍຍັງຢຶດໝັ້ນ ຮ່ວມກັນມຸ່ງໄປສູ່ອະນາຄົດ; ສືບຕໍ່ປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນທີ່ເປັນມໍຣະດົກອັນລໍ້າຄ່າຂອງສອງຊາດເຮົາ ທັງແມ່ນກົດເກນຄໍ້າປະກັນໃຫ້ການຄົງຕົວ ແລະ ຂະຫຍາຍຕົວຂອງການປະຕິວັດໃນຍຸກໃໝ່ຂອງ ລາວ-ຫວຽດນາມ, ເປັນແບບຢ່າງອັນໃສແຈ້ງ ແລະ ຫາຍາກໃນການພົວພັນລະຫວ່າງປະເທດ ທີ່ມີການຊ່ຍເຫຼືອກັນຢ່າງໝົດຈິດໝົດໃຈ ແລະ ສະເໝີຕົ້ນສະເໝີປາຍໃນການພົວພັນສາກົນ. ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໄດ້ຄຽງບ່າຄຽງໄຫຼ່ກັນ, ຮ່ວມກັນຖະນຸຖະໜອມ ຮ່ວມກັນສົ່ງເສີມ ສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃຫ້ມີບາດກ້າວໃໝ່, ແຕກດອກອອກຜົນສວຍສົດງົດງາມ ຍິ່ງໆຂຶ້ນ.
ໂດຍ:ສຸກສະຫວັນ ຜາດີ




ຄໍາເຫັນ