![]() |
ໃນພິທີ, ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ,ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ,ປະທານສະພາທິດສະດີສູນກາງພັກ ໄດ້ກ່າວວ່າ:ໃນທ່າມກາງບັນຍາກາດທີ່ທົ່ວພັກ,ລັດ ແລະປະຊາຊົນລາວບັນດາເຜົ່າ ມີຄວາມເບີກບານມ່ວນຊື່ນ,ເອກອ້າງທະນົງໃຈພ້ອມກັນສ້າງຂະບວນການຢ່າງຟົດຟື້ນ ທີ່ເຕັມໄປດ້ວຍເນື້ອໃນຄວາມໝາຍສໍາຄັນຢ່າງເລິກເຊິ່ງ ໃນການສະເຫຼີມສະຫຼອງສາມວັນປະຫວັດສາດຂອງພັກຂອງຊາດ: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ,ໂດຍປະຕິບັດຕາມການຊີ້ນໍາຂອງກົມການເມືອງສູນກາງພັກ ແລະຄະນະຊີ້ນໍາລະດັບຊາດເພື່ອສະເຫຼີມສະຫຼອງສາມວັນປະຫວັດສາດຂອງພັກຂອງຊາດດັ່ງກ່າວ,ຄະນະຮັບຜິດຊອບກະກຽມວາງສະແດງຮູບພາບສະເຫຼີມສະຫຼອງສາມວັນປະຫວັດສາດໃນປີ 2025 ໄດ້ຈັດງານວາງສະແດງຮູບພາບພາຍໃຕ້ຫົວຂໍ້: “ຜົນສໍາເລັດການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕິດພັນກັບຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໄກສອນ ພົມວິຫານ”.
![]() |
ທ່ານກ່າວຕື່ມວ່າ: 50 ປີ ຜ່ານມາປະເທດຊາດຂອງພວກເຮົາໄດ້ຜ່ານຜ່າເສັ້ນທາງແຫ່ງການພັດທະນາ ທີ່ເຕັມໄປດ້ວຍຜົນສໍາເລັດອັນໃຫຍ່ຫຼວງໃນແຕ່ລະໄລຍະພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ນໍາໜ້າ ແລະ ລຸ້ນສືບທອດແຕ່ລະສະໄໝຈົນເຖິງປະຈຸບັນ ໂດຍສະເພາະແນວທາງການປ່ຽນແປງໃໝ່ ຊຶ່ງເຮັດໃຫ້ປະເທດຊາດພວກເຮົາໄດ້ບັນລຸຜົນສໍາເລັດ ທີ່ໜ້າພາກພູມໃຈໃນຫຼາຍຂົງເຂດ,ສະນັ້ນ, ງານວາງສະແດງດັ່ງດ່າວ,ສະແດງໃຫ້ເຫັນໝາກຜົນ,ເຫດການອັນສໍາຄັນ, ໂດດເດັ່ນ, ເລິກເຊິ່ງ ແລະ ປະທັບໃຈທີ່ສຸດທີ່ສະທ້ອນໃຫ້ເຫັນວິວັດທະນາການແຫ່ງການກໍາເນີດເກີດຂຶ້ນທີ່ສະແດງເຖິງຜົນສໍາເລັດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕິດພັນກັບຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໄກສອນ ພົມວິຫານ,ເນື້ອໃນການຈັດວາງສະແດງປະກອບມີ II ພາກໃຫຍ່ ຄື: ພາກທີ I ຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໄກສອນ ພົມວິຫານ 1920-1992,ພາກທີII,ຜົນສໍາເລັດການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕິດພັນກັບຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໄກສອນ ພົມວິຫານ 1975-2025,ລວມມີຮູບພາບ, ເອກະສານ ແລະ ວັດຖຸພັນ ທັງໝົດຈໍານວນ 334 ສິ້ນ.
![]() |
ງານວາງສະແດງດັ່ງກ່າວ,ຍັງເປັນການປະກອບສ່ວນອັນສໍາຄັນອັນໜຶ່ງເຂົ້າໃນການສຶກສາອົບຮົມມູນເຊື້ອອັນສະຫງ່າງາມຂອງພັກ-ຂອງຊາດ ກໍຄືສຶກສາຮໍ່າຮຽນເອົາແບບຢ່າງອັນດີເດັ່ນ,ຄຸນສົມບັດສິນທໍາປະຕິວັດອັນໃສແຈ້ງຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ເຄົາລົບຮັກ ຂອງປວງຊົນລາວທັງຊາດເປັນຜູ້ນໍາໜ້າພາທາງ ແລະ ຄວາມເສຍສະຫລະທັງເຫື່ອແຮງ, ຈິດໃຈ ແລະ ສະຕິປັນຍາ ພ້ອມທັງຊີວິດອິນຊີອັນລໍ້າຄ່າ ຂອງບັນດາສະຫາຍພະນັກງານສະມາຊິກພັກ ໃນແຕ່ລະໄລຍະຂອງການປະຕິວັດເພື່ອເຊີດຊູຄັນທຸງຊະນະເລີດຂອງພັກ, ເພື່ອຄວາມຈະເລີນວັດທະນາຂອງປະເທດຊາດອັນແສນຮັກ, ເພື່ອຄວາມຢູ່ເຢັນເປັນສຸກຂອງປະຊາຊົນ. ພ້ອມນີ້ ກໍເພື່ອເຮັດໃຫ້ຄົນຮຸ່ນຫຼັງ, ໂດຍສະເພາະຮຸ່ນໜຸ່ມ ໃຫ້ຢຶດໝັ້ນອຸດົມການຂອງພັກ, ສືບທອດມູນເຊື້ອຂອງນັກປະຕິວັດຮຸ່ນອາວຸໂສ, ເດັດດ່ຽວພາປະເທດຊາດກ້າວຂຶ້ນຢ່າງໜັກແໜ້ນ.
ໃນໂອກາດອັນທີ່ມີຄວາມໝາຍສໍາຄັນ, ສະຫາຍ ທອງລຸນ ສີສຸລິດໄດ້ຕັດແຖບຜ້າເປີດງານວາງສະແດງຮູບພາບພາຍໃຕ້ຫົວຂໍ້: “ຜົນສໍາເລັດການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕິດພັນກັບຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໄກສອນ ພົມວິຫານ” ຢ່າງເປັນທາງການ ແລະ ໄດ້ຊົມງານວາງສະແດງຮູບພາບ,(ຂ່າວ-ພາບ: ສຳນານ)



ຄໍາເຫັນ