ອົງການກາແດງສາລະວັນ ແລະສະພາກາແດງ ເທື່ອທຽນເຫວ້ ເຊັນບົດບັນທຶກຮ່ວມມື 2023-2027

ອົງການກາແດງສາລະວັນ ແລະສະພາກາແດງ ເທື່ອທຽນເຫວ້ ເຊັນບົດບັນທຶກຮ່ວມມື 2023-2027
ໂດຍປະຕິບັດຕາມເນື້ອໃນບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມື ໄລຍະ 3 (2023-2027) ລະຫວ່າງ ອົງການກາແດງແຂວງສາລະວັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະພາກາແດງ ແຂວງເທື່ອທຽນເຫວ້ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເພື່ອເປັນການເພີ່ມທະວີສາຍພົວພົນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ກໍຄືປະຊາຊົນສອງຊາດ ລາວ-ຫວຽດນາມ. ດັ່ງນັ້ນ, ມາໃນວັນທີ 14 ພະຈິກ ນີ້ທີ່ສະໂມສອນແຂວງສາລະວັນ ໄດ້ຈັດພິທີພົບປະແລກປ່ຽນບົດຮຽນລະຫວ່າງ ອົງການກາແດງແຂວງສາລະວັນ ແລະສະພາກາແດງແຂວງເທື່ອທຽນເຫວ້. ພ້ອມລົງນາມເຊັນບົດບັນທຶກຊ່ວຍຈຳຮ່ວມກັນ ໄລຍະ 2023-2027. ເນື້ອໃນບົດບັນທຶກໄດ້ເຫັນດີຕົກລົງເປັນເອກະພາບກັນ ຄື: 1. ແຕ່ລະປີທັງສອງຝ່າຍຈະດຳເນີນການແລກປ່ຽນຄະນະຜູ້ແທນໄປຢ້ຽມຢາມ, ເຮັດວຽກ ແລະແລກປ່ຽນບົດຮຽນວຽກງານຂອງອົງການ ຕາມຄວາມສາມາດ ແລະຄວາມຕ້ອງການຂອງແຕ່ລະທ້ອງຖິ່ນ, 2. ການຮ່ວມມືວຽກງານມະນຸດສະທໍາຂຶ້ນກັບເງື່ອນໄຂ, ຄວາມສາມາດ ແລະ ຄວາມຕ້ອງການຂອງສອງທ້ອງຖິ່ນ ເຫັນດີເປັນເອກະພາບສົມທົບກັນຈັດຕັ້ງປະຕິບັດບັນດາການເຄື່ອນໄຫວຄື: ລະດົມບໍລິຈາກເລືອດດ້ວຍຄວາມສະໝັກໃຈ, ສົມທົບກັນຈັດຕັ້ງການກວດ, ປິ່ນປົວພະຍາດ, ສະໜອງຢາປິ່ນປົວບໍ່ເສຍຄ່າ, ມອບຂອງຂວັນໃຫ້ຄອບຄົວຜູ້ດ້ອຍໂອກາດ, ຮັບມືກັບໄພພິບັດ, ຊ່ວຍເຫຼືອບັນເທົາທຸກສຸກເສີນ ການກໍ່ສ້າງທະນາຄານງົວ, ກໍ່ສ້າງກິດຈະການ, ຝຶກອົບຮົມຍົກສູງຄວາມສາມາດ ແລະການພັດທະນາຕົນ ຢ່າງມີປະສິດທິຜົນ, 3. ແຕ່ລະປີ, ສອງຝ່າຍເປັນເຈົ້າການແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບຜົນການເຄື່ອນໄຫວຂອງອົງການ ແລະ ຂະບວນການກາແດງຢູ່ແຕ່ລະທ້ອງຖິ່ນ, ຂໍ້ມູນຂ່າວສານກ່ຽວກັບບັນດາຕົວແບບ ແລະ ບົດຮຽນທີ່ດີໃນການເຄື່ອນໄຫວ ມະນຸດສະທຳ, ແບ່ງປັນຂໍ້ມູນຂ່າວສານກ່ຽວກັບແຜນນະໂຍບາຍຂອງຄະນະພັກ, ອໍານາດການປົກຄອງທ້ອງຖິ່ນກ່ຽວກັບວຽກງານມະນຸດສະທຳ ແລະ ອົງການກາແດງທ້ອງຖິ່ນ, ບົດຮຽນໃນການພັດທະນາການພົວພັນຮ່ວມມືກັບບັນດາຄູ່ຮ່ວມມື ຢູ່ທ້ອງຖິ່ນ, ພາຍໃນປະເທດ ແລະ ສາກົນ.
ບົດບັນທຶກດັ່ງກ່າວ ອົງການກາແດງແຂວງສາລະວັນ ເຊັນໂດຍ ທ່ານ ກົງສິດ ອຸ່ນຈິດ ຫົວໜ້າອົງການກາແດງແຂວງສາລະວັນແລະ ສະພາກາແດງແຂວງເທື່ອທຽນເຫວ້ ເຊັນໂດຍ ທ່ານ ນາງ ເລ ທີ ຫ້ຽນປະທານສະພາກາແດງແຂວງເທື່ອທຽນເຫວ້ ໂດຍຊອງໜ້າ ທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງແນວຄິດ ພັກ-ພະນັກງານ, ມີບັນດາທ່ານຕາງໜ້າຈາກພະແນກການ, ບັນດາຫົວໜ້າ-ຮອງຂະແໜງ ພ້ອມດ້ວຍພະນັກງານຈາກອົງການກາແດງແຂວງສາລະວັນ ແລະ ສະພາກາແດງແຂວງເທື່ອທຽນເຫວ້ເຂົ້າຮ່ວມເປັນສັກຂີພິຍານ. 
ໂອກາດນີ້, ທ່ານ ນາງ ເລ ທີ ຫ້ຽນ ປະທານສະພາກາແດງແຂວງເທື່ອທຽນເຫວ້ ພ້ອມດ້ວຍຄະນະ ກໍໄດ້ເຂົ້າພົບປະຢ້ຽມຢາມການນຳຂອງແຂວງສາລະວັນ ເພື່ອລາຍງານສະພາບ ແລະການມາເຄື່ອນໄຫວວຽກງານຢູ່ແຂວງສາລະວັນ. ຈາກນັ້ນ, ກໍໄດ້ມອບເງິນຈຳນວນ 90.000.000 ດົງ ເພື່ອສ້າງທະນາຄານງົວ ໃຫ້ແກ່ຄອບຄົວທຸກຍາກ ພ້ອມນັ້ນກໍໄດ້ຜັດປ່ຽນກັນມອບຂອງທີ່ລະນຶກ.
ຂ່າວ-ພາບ: ລັດຕະນາ ແສງສຸວັນ

ຄໍາເຫັນ

ຂ່າວສືກສາ-ກິລາ

ແຂ່ງຂັນກິລາບານເຕະມິດຕະພາບ 4 ພາກສ່ວນ ສະຫຼອງວັນຊາດ ແລະ ວັນສ້າງຕັ້ງ ມຊ ຄົບຮອບ 30 ປີ

ແຂ່ງຂັນກິລາບານເຕະມິດຕະພາບ 4 ພາກສ່ວນ ສະຫຼອງວັນຊາດ ແລະ ວັນສ້າງຕັ້ງ ມຊ ຄົບຮອບ 30 ປີ

ໜ່ວຍຊາວໜຸ່ມຮາກຖານ ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກິດຈະກຳການແຂ່ງຂັນກິລາບານເຕະຊາຍ (7 ຮັບ 1) ແບບມິດຕະພາບ 4 ພາກສ່ວນຂຶ້ນໃນວັນທີ 30 ກັນຍາ ຜ່ານມາ ທີ່ເດີ່ນບານເຕະຫຍ້າທຽມສາທິດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມມີທ່ານ ນາງ ວັນແສງ ຈຸນລະມະນີ ຫົວໜ້າຄະນະວິຊາ ຄະນະວິທະຍາສາດທຳມະຊາດ, ທ່ານ ສອນໄຊ ຊົງວິໄລ ຮອງຫົວໜ້າຄະນະວິຊາ ຄະນະວິທະຍາສາດທຳມະຊາດ, ທ່ານ ເພັງໄຊ ດີວັນໄຊ ຮອງຫົວໜ້າຄະນະວິຊາ ຄະນະວິທະຍາສາດທຳມະຊາດ, ຕາງໜ້າຄະນະບໍລິຫານງານຊາວໝຸ່ມ ມຊ, ບໍລິສັດ Sonsacksith Exploration and Mining ຈຳກັດ ແລະ ບໍລິສັດ GeoX ຈຳກັດ ພ້ອມດ້ວຍຄູ-ອາຈານ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ຈີນຍັງຄອງຄວາມເປັນເຈົ້າຫຼຽນຄຳ ເອຊຽນເກມ ຄັ້ງທີ 20

ຈີນຍັງຄອງຄວາມເປັນເຈົ້າຫຼຽນຄຳ ເອຊຽນເກມ ຄັ້ງທີ 20

ງານມະຫະກຳການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20, ໄອຈິ-ນາໂກຢ່າ ປະເທດຍີ່ປຸ່ນ, ໃນວັນທີ 2 ຕຸລານີ້, ມີການແຂ່ງຂັນຊີງຫຼຽນຄຳທັງໝົດ 51 ຫຼຽນ ປະກອບມີ: ມວຍສາກົນ 11 ຫຼຽນ, ຢູໂດ 5 ຫຼຽນ, ມວຍປໍ້າ 5 ຫຼຽນ, ເຮືອໃບ 5 ຫຼຽນ, ເທຄວັນໂດ 5 ຫຼຽນ, ຍິງທະນູ 3 ຫຼຽນ, ລົດຖີບ 4 ຫຼຽນ, ຍູຍິດສູ 23 ຫຼຽນ, ເຮືອແຄນູ 2 ຫຼຽນ, ສະຄວັດ 2 ຫຼຽນ, ເທັນນິສ 2 ຫຼຽນ, ອີສະປອດ 1 ຫຼຽນ, ຮອັກກີ່ 1 ຫຼຽນ, ເຕະບານ 1 ຫຼຽນ, ບານສົ່ງ 1 ຫຼຽນ.
ສມປຊ ຈັດປະຖົມນິເທດໃຫ້ແກ່ນັກສຶກສາໃໝ່ສົກຮຽນ 2026-2027

ສມປຊ ຈັດປະຖົມນິເທດໃຫ້ແກ່ນັກສຶກສາໃໝ່ສົກຮຽນ 2026-2027

ໃນວັນທີ 1 ຕຸລານີ້, ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ມີການປະຖົມນິເທດໃຫ້ແກ່ນັກສຶກສາໃໝ່ປະຈຳສົກຮຽນ 2026-2027. ການປະຖົມນິເທດຄັ້ງນີ້ແມ່ນມີຄວາມສຳຄັນໃນການກຽມຄວາມພ້ອມທາງດ້ານແນວຄິດການເມືອງ, ທັດສະນະຫຼັກໝັ້ນ ແລະ ລະບຽບວິໄນໃນການດໍາລົງຊີວິດຢູ່ ສມປຊ. ນັກສຶກສາທີ່ມາຮຽນແມ່ນພະນັກງານນຳພາ-ຄຸ້ມຄອງທີ່ຖືກຄັດເລືອກມາຈາກບັນດາກະຊວງ, ອົງການ ແລະ ທ້ອງຖິ່ນຕ່າງໆໃນທົ່ວປະເທດ. ການປະຖົມນິເທດໃນຄັ້ງນີ້ລວມມີ 3 ລະບົບຄື: ລະບົບປະລິນຍາໂທຮຸ່ນທີ 22 ຈຳນວນ 118 ທ່ານ ຍິງ 38 ທ່ານ, ລະບົບປະລິນຍາຕີຮຸ່ນທີ27 ຈຳນວນ 48 ທ່ານ ຍິງ 4 ທ່ານ, ລະບົບປະລິນຍາຕີຕໍ່ເນື່ອງຮຸ່ນທີ 16 ຈຳນວນ 45 ທ່ານ ຍິງ 11ທ່ານ.
ເຕະບານຊາຍຮອງຊີງຊະນະເລີດ ຍີ່ປຸ່ນ - ສ ເກົາຫຼີ

ເຕະບານຊາຍຮອງຊີງຊະນະເລີດ ຍີ່ປຸ່ນ - ສ ເກົາຫຼີ

ງານມະຫະກຳການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20, ໄອຈິ-ນາໂກຢ່າ ປະເທດຍີ່ປຸ່ນ ໄກ້ຈະຈົບລົງແລ້ວ ໂດຍຜົນການແຂ່ງຂັນເຕະບານຊາຍຮອບຮອງຊະນະເລີດ ຄູ່ລະຫວ່າງທີມຊາດ ຍີ່ປຸ່ນ ພົບກັບ ທີມຊາດອຸສະເບກິສຖານ ລົງສະໜາມ 90 ນາທີ ສະເໝີກັນ 1 – 1, ຕ້ອງຕໍ່ເວລາ 120 ນາທີ ຍັງສະເໝີກັນ 1 – 1 ຊຶ່ງຕ້ອງຕັດສິນດ້ວຍການເຕະລູກໂທດເພື່ອຫາຜູ້ຊະນະເຂົ້າໄປຊີງຊະນະເລີດ, ຜົນປະກົດວ່າ ທີມຊາດຍີ່ປຸ່ນເຈົ້າພາບຍິງໄດ້ແນ່ນອນກວ່າ 9 – 8 ປະຕູ, ເຮັດໃຫ້ທີມເຈົ້າພາບຜ່ານເຂົ້າໄປຊີງຫຼຽນຄຳ ໄປພົບກັນທີມຊາດ ສເກົາຫຼີ ທີ່ເອົາຊະນະທີມຊາດຈີນ ໃນຮອບຮອງຊະນະເລີດ 2 – 1 ປະຕູ. ສ່ວນທີມຊາດຈີນ ໄປຊີງທີ 3 ກັບ ອຸສະເບກິສຖານ ໂດຍທັງ 2 ຄູ່ຈະລົງແຂ່ງໃນວັນທີ 3 ຕຸລານີ້. ສໍາລັບຄູ່ຊີງຊະນະເລີດ ຫຼື ຊີງຫຼຽນຄຳ ຈະແຂ່ງຂັນກັນໃນເວລາ 13:00 ໂມງ ແລະ ຄູ່ຊີງທີ 3 ຫຼື ຊີງຫຼຽນທອງ ຈະແຂ່ງໃນເວລາ 17:30 ໂມງ ຂອງວັນທີ 3 ຕຸລາ 2026.
ທີມຈີນ ຍັງນໍາໜ້າເຈົ້າຫຼຽນຄຳ ໃນເອຊຽນເກມ ໄອຈິ-ນາໂກຢ່າ

ທີມຈີນ ຍັງນໍາໜ້າເຈົ້າຫຼຽນຄຳ ໃນເອຊຽນເກມ ໄອຈິ-ນາໂກຢ່າ

ການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20, ໄອຈິ-ນາໂກຢ່າ ປະເທດຍີ່ປຸ່ນ ເຂົ້າມື້ທີ 11 ຂອງການແຂ່ງຂັນ ໂດຍໃນວັນທີ 30 ກັນຍານີ້, ມີການຊີງໄຊກັນທັງໝົດ 23 ຫຼຽນຄຳ ປະກອບດ້ວຍ: ຢູໂດ 4 ຫຼຽນ, ມວຍປໍ້າ 4 ຫຼຽນ, ຍິງທະນູ 3 ຫຼຽນ, ລົດຖີບ 3 ຫຼຽນ, ກິລາທາງນໍ້າ 2 ຫຼຽນ, ເຮືອແຄນູ 2 ຫຼຽນ, ປີນໜ໊າຜາ 2 ຫຼຽນ, ອີສະປອດ 1 ຫຼຽນ, ຍິງປືນ 1 ຫຼຽນ.
ທີມຈີນ ຍັງນໍາໜ້າເຈົ້າຫຼຽນຄຳ ໃນເອຊຽນເກມ ໄອຈິ-ນາໂກຢ່າ

ທີມຈີນ ຍັງນໍາໜ້າເຈົ້າຫຼຽນຄຳ ໃນເອຊຽນເກມ ໄອຈິ-ນາໂກຢ່າ

ການແຂ່ງຂັນເອຊຽນເກມ ຄັ້ງທີ 20, ກ້າວມາເຖິງມື້ທີ 10 ຂອງການແຂ່ງຂັນ ໂດຍໃນວັນທີ 29 ກັນຍານີ້ ມີການຊີງໄຊກັນທັງໝົດ 32 ຫຼຽນຄຳ ປະກອບດ້ວຍ: ແລ່ນ ແລະ ລານ 9 ຫຼຽນ, ດອກປີກໄກ່ 5 ຫຼຽນ, ຍິງປືນ 4 ຫຼຽນ, ຍົກນໍ້າໜັກ 4 ຫຼຽນ, ກິລາທາງນໍ້າ 2 ຫຼຽນ, ຄູຣາຊ 2 ຫຼຽນ, ລົດຖີບ 2 ຫຼຽນ, ກະຕໍ້ 2 ຫຼຽນ, ອີສະປອດ 1 ຫຼຽນ ແລະ ແຮນບອນ 1 ຫຼຽນ.
ທັບນັກກິລາລາວ ສາມາດຍາດໄດ້ຫຼຽນທອງ

ທັບນັກກິລາລາວ ສາມາດຍາດໄດ້ຫຼຽນທອງ

ງານມະຫະກຳກິລາເອຊຽນເກມ ຄັ້ງທີ 20 ທີ່ໄອຈິ - ນາໂກຢ່າ ປະເທດຍີ່ປຸ່ນ ກ້າວເຂົ້າສູ່ມື້ທີ 9 ຂອງການແຂ່ງຂັນ ຊຶ່ງ ທີມຊາດຈີນ ຍັງຕອງຄວາມເປັນເຈົ້າຫຼຽນຄຳ ໂດຍໄດ້ໄປ 123 ຫຼຽນຄຳ, 51 ຫຼຽນເງິນ ແລະ 42 ຫຼຽນທອງ ລວມທັງໝົດ 216 ຫຼຽນ, ອັບດັບ 2 ປະເທດເຈົ້າພາບຍີ່ປຸ່ນ 39 ຫຼຽນຄຳ, 64 ຫຼຽນເງິນ, 60 ຫຼຽນທອງ ລວມເປັນ 163 ຫຼຽນ, ອັນດັບ 3 ສເກົາຫຼີ ມີ 21 ຫຼຽນຄຳ, 24 ຫຼຽນເງິນ ແລະ 41 ຫຼຽນທອງ ລວມເປັນ 86 ຫຼຽນ.
ຈີນ ຍັງຄອງຄວາມເປັນເຈົ້າຫຼຽນຄຳ ເອຊຽນເກມ

ຈີນ ຍັງຄອງຄວາມເປັນເຈົ້າຫຼຽນຄຳ ເອຊຽນເກມ

ການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20 ທີ່ໄອຈິ - ນາໂກຢ່າ ປະເທດຍີ່ປຸ່ນ ກ້າວເຂົ້າສູ່ມື້ທີ 6 ຊຶ່ງນັກກິລາແຕ່ລະຊາດ ໄດ້ມີຄວາມເຄື່ອນໄຫວຝຶກຊ້ອມຢ່າງຄຶກຄື້ນ ເພື່ອຍາດຊີງເອົາຫຼຽນຄຳມາຄອງໃຫ້ໄດ້. ການແຂ່ງຂັນໃນວັນທີ 25 ກັນຍານີ້, ມີການຊີງຫຼຽນຄຳທັງໝົດ 40 ຫຼຽນ ຊຶ່ງປະກອບມີ: ລອຍນໍ້າ 7 ຫຼຽນ, ຍິມນາສຕິກ 5 ຫຼຽນ, ແລ່ນ ແລະ ລານ 7 ຫຼຽນ, ເຮືອແຄນູ 4 ຫຼຽນ, ຍິງປືນ 3 ຫຼຽນ, ບານບ້ວງ 2 ຫຼຽນ, ລົດຖີບ 2 ຫຼຽນ, ຟັນດາບ 2 ຫຼຽນ, ກະຕໍ້ 2 ຫຼຽນ, ຍົກນໍ້າໜັກ 2 ຫຼຽນ ແລະ ສະເກັດບອດ 2 ຫຼຽນ ແລະ ຂີ່ມ້າ 1 ຫຼຽນ.
ເປີດຂະບວນການແຂ່ງຂັນກິລາບານເຕະຟຸດຊໍ ຕ້ອນຮັບວັນສ້າງຕັ້ງ ທຫລ ຄົບຮອບ 58 ປີ

ເປີດຂະບວນການແຂ່ງຂັນກິລາບານເຕະຟຸດຊໍ ຕ້ອນຮັບວັນສ້າງຕັ້ງ ທຫລ ຄົບຮອບ 58 ປີ

ຄະນະພັກຮາກຖານ ສາຂາທະນາຄານແຂວງອັດຕະປື ຈັດຂະບວນການແຂ່ງຂັນກິລາບານເຕະຟຸດຊໍຂຶ້ນໃນວັນທີ 23 ກັນຍາຜ່ານມາ, ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງທະນາຄານແຫ່ງ ສປປ ລາວ (ທຫລ) ຄົບຮອບ 58 ປີ (7 ຕຸລາ 1968-7 ຕຸລາ 2026) ໂດຍມີຄະນະພັກຮາກຖານ ສາຂາທະນາຄານແຂວງຈຳປາສັກ, ຫົວໜ້າທະນາຄານແຫ່ງ ສປປ ລາວ ສາຂາພາກໃຕ້, ຄະນະພັກ-ຄະນະສາຂາທະນາຄານ, ບັນດາສາຂາທະນາຄານທຸລະກິດລັດ ແລະ ເອກະຊົນ, ສະຖາບັນການເງິນ ຕະຫຼອດຮອດນັກກິລາ ແລະ ພະນັກງານເຂົ້າຮ່ວມ.
ເມືອງໝື່ນ ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ

ເມືອງໝື່ນ ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ

ວັນທີ 24 ກັນຍານີ້, ເມືອງໝື່ນ ແຂວງວຽງຈັນ ຈັດພິທີເປີດຊຸດຝຶກອົບຮົມກົດໝາຍ 45 ວັນໃຫ້ພະນັກ ງານຫຼັກແຫຼ່ງຂັ້ນເມືອງ-ບ້ານ ຊຸດທີ VII ປະຈຳປີ 2026 ຂຶ້ນທີ່ສະໂມສອນໃຫຍ່ຫ້ອງວ່າການເມືອງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ພອນສິນ ທິລະກຸນ ຮອງຫົວໜ້າພະແນກຍຸຕິທຳແຂວງ, ມີທ່ານ ຄຳຜູ ແກ້ວດວງສີ ປະທານຄະນະກຳມະການປົກຄອງເມືອງ, ມີຫົວໜ້າຫ້ອງການ, ແຂກຖືກເຊີນ ແລະ ນັກຝຶກອົບຮົມເຂົ້າຮ່ວມ.
ເພີ່ມເຕີມ