ອົງການສຸພານິມິດສາກົນ ສະຫລຸບການຈັດຕັ້ງປະຕຶບັດໂຄງການ ຢູ່ເມືອງສະໜາມໄຊ

ອົງການສຸພານິມິດສາກົນ ສະຫລຸບການຈັດຕັ້ງປະຕຶບັດໂຄງການ ຢູ່ເມືອງສະໜາມໄຊ

ອົງການສຸພານິມິດສາກົນ ສະຫລຸບການຈັດຕັ້ງປະຕຶບັດໂຄງການ ຢູ່ເມືອງສະໜາມໄຊ
ອົງການສຸພານິມິດສາກົນ ປະຈຳ ສປປ ລາວ (World Vision International) ໄດ້ຈັດກອງປະຊຸມສະຫຼຸບ ແລະ ຕີລາຄາຜົນການຈັດຕັ້ງປະຕິບັດກິດຈະກຳ ຂອງ ໂຄງການພັດທະນາເດັກກ່ອນໄວຮຽນ ແລະ ປັບປຸງຄຸນນະພາບການສຶກສາ ຢູ່ເມືອງສະໜາມໄຊ ແຂວງ ອັດຕະປື ໄລຍະ 6 ເດືອນທ້າຍປີ 2026 (ເມສາ-ກັນຍາ 2026) ແລະ ໄລຍະ 5 ປີ (1 ຕຸລາ 2022 – 30 ກັນຍາ 2026); ພ້ອມທັງມອບໃບຍ້ອງຍໍໃຫ້ອົງການ ແລະ ບຸກຄົນທີ່ມີຜົນງານດີເດັ່ນໃນໄລຍະ 5 ປີ.ກອງປະຊຸມໄດ້ຈັດຂຶ້ນໃນວັນທີ 16 ກັນຍາ 2026 ທີ່ຫ້ອງປະຊຸມໃຫຍ່ ພະແນກສຶກສາທິການ ແລະ ກິລາ ແຂວງອັດຕະປື, ໂດຍການເປັນປະທານຮ່ວມຂອງ ທ່ານ ກໍລະກັນ ສົມພັກດີ ຄະນະພັກຮາກຖານ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ແລະ ທ່ານ ຄຳສຸລິດ ຫົງສົມບັດ ຫົວໜ້າຫ້ອງການປະສານງານ ອົງການສຸພານິມິດສາກົນ ປະຈຳ ສປປ ລາວ, ຫ້ອງການປະສານງານເຂດພາກໃຕ້. ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງຄົບຖ້ວນ.
ອງການສພານມດສາກນ ສະຫລບການຈດຕງປະຕບດໂຄງການ ຢເມອງສະໜາມໄຊ - image 1
 

ທ່ານ ນາງ ພຸດດາວັນ ແກ່ນສານ ວິຊາການຂະແໜງສາມັນສຶກສາ ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ສະຫຼຸບການຈັດຕັ້ງປະຕິບັດກິດຈະກຳໄລຍະ 6 ເດືອນ (ເມສາ-ກັນຍາ 2026) ວ່າ: ໂຄງການນີ້ຈັດຕັ້ງປະຕິບັດໃນ 12 ບ້ານ (13 ໂຮງຮຽນ) ຢູ່ເມືອງສະໜາມໄຊ, ແຂວງອັດຕະປື, ມີງົບປະມານລວມທັງໝົດ 804,558 ໂດລາ (ໃນນັ້ນ ສຳລັບແຜນສົກຮຽນ 2025-2026 ແມ່ນ 119,612 ໂດລາ). ຜົນການຈັດຕັ້ງປະຕິບັດໄດ້ສຸມໃສ່ 3 ດ້ານຫຼັກ ຄື:1. ການສົ່ງເສີມການອ່ານ ແລະ ປັບປຸງຄຸນນະພາບການສຶກສາ: ໄດ້ສ້າງມຸມອ່ານ ແລະ ສະໜອງປຶ້ມອ່ານ, ປຶ້ມແບບຮຽນ ຈຳນວນ 290 ຫົວ, ອຸປະກອນການສອນ 39 ຊຸດ ໃຫ້ 13 ໂຮງຮຽນ; ມີການຝຶກອົບຮົມຄູ ແລະ ຜູ້ອຳນວຍການໂຮງຮຽນ ກ່ຽວກັບເຕັກນິກການຈັດກິດຈະກຳການອ່ານ ແລະ ການບໍລິຫານປຶ້ມ; 2. ການສຶກສາກ່ອນໄວຮຽນ: ໄດ້ປັບປຸງຫ້ອງກຽມປະຖົມ 6 ແຫ່ງ, ສະໜອງຊຸດອຸປະກອນເສີມທັກສະ 150 ຊຸດ ໃຫ້ເດັກ 150 ຄົນ, ແລະ ປະເມີນພັດທະນາການເດັກຫ້ອງກຽມປະຖົມ 132 ຄົນ (ຍິງ 69 ຄົນ) ໂດຍໃຊ້ເຄື່ອງມື IDELA ແລະ 3. ການມີສ່ວນຮ່ວມຂອງຊຸມຊົນ: ສ້າງຄວາມເຂັ້ມແຂງໃຫ້ຄະນະພັດທະນາການສຶກສາຂັ້ນບ້ານ, ຕັ້ງກຸ່ມອ່ານຊຸມຊົນ 11 ກຸ່ມ ມີອາສາສະໝັກ 22 ທ່ານ, ຈັດກິດຈະກຳອ່ານຮ່ວມອາທິດລະຄັ້ງ, ຈັດງານສະເຫຼີມສະຫຼອງການອ່ານ 5 ຊຸມຊົນ, ຝຶກອົບຮົມ ໃຫ້ ພໍ່ແມ່ 217 ຄົນ ກ່ຽວກັບການລ້ຽງລູກແບບສ້າງສັນ ແລະ ການສົ່ງເສີມການອ່ານໃນຄົວເຮືອນ. ການຈັດຕັ້ງປະຕິບັດ 3 ກິດຈະກຳຫຼັກ ສາມາດບັນລຸຕາມເປົ້າໝາຍ 100%.

ພ້ອມນີ້, ທ່ານນາງ ສົມສະນິດ ບົວໄລແສນ ຜູ້ປະສານງານໂຄງການ ປະຈຳເມືອງສະໜາມໄຊ ໄດ້ຜ່ານບົດສະຫຼຸບລາຍງານໃຫ້ຮູ້ວ່າ: ໂຄງການດັ່ງກ່າວຈັດຕັ້ງປະຕິບັດໂດຍ ອົງການສຸພານິມິດສາກົນ ປະຈຳ ສປປ ລາວ ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ, ພະແນກສຶກສາທິການ ແລະ ກິລາ ແຂວງອັດຕະປື ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງສະໜາມໄຊ. ພື້ນທີ່ດຳເນີນໂຄງການ: 12 ບ້ານ, 13 ໂຮງຮຽນ ໃນເມືອງສະ

ໜາມໄຊ; ໄລຍະ: 5 ປີ, ຈາກ 1 ຕຸລາ 2022 ຫາ 30 ກັນຍາ 2026; ງົບປະມານລວມ: 804,558 ໂດລາ; ກິດຈະກຳໂຄງການ: 579,642 ໂດລາ (72%); ບໍລິຫານໂຄງການ: 224,916 ໂດລາ (28%); ຜູ້ໃຫ້ທຶນ: ອົງການສຸພານິມິດສາກົນ. ໂຄງການແນໃສ່ເດັກກ່ອນໄວຮຽນ ແລະ ເດັກປະຖົມ ປ1–ປ3 ໃຫ້ເຂົ້າເຖິງສື່ການຮຽນ-ການສອນ, ສົ່ງເສີມການອ່ານ, ເຮັດໃຫ້ພໍ່ແມ່ ແລະ ຊຸມຊົນເຫັນຄວາມສຳຄັນຂອງການສຶກສາ ແລະ ສົ່ງລູກຫຼານເຂົ້າຮຽນຕາມເກນອາຍຸ.

ໂຄງການໄດ້ສຸມໃສ່ 3 ດ້ານຫຼັກ ຄື:1. ປັບປຸງຄຸນນະພາບການສຶກສາ ປ1–ປ3: ຈັດພິມຄູ່ມືສົ່ງເສີມການອ່ານ, ຝຶກອົບຮົມຄູ ແລະ ຜູ້ອຳນວຍການ, ສະໜອງສື່/ປຶ້ມ/ມຸມອ່ານ, ປະເມີນທັກສະການອ່ານ, ກໍ່ສ້າງ ຫຼື ສ້ອມແປງລະບົບນ້ຳ ແລະ ສຸຂະອານາໄມ, 2. ສົ່ງເສີມການສຶກສາກ່ອນໄວຮຽນ: ພິມ ແລະ ຝຶກຄູຕາມຄູ່ມື, ສະໜອງສື່ການຮຽນ-ການສອນ, 3. ເສີມຄວາມເຂັ້ມແຂງໃຫ້ຄະນະພັດທະນາການສຶກສາຂັ້ນບ້ານ (ຄພສບ): ຝຶກສົ່ງເສີມການອ່ານ, ຈັດກິດຈະກຳອ່ານໃນຊຸມຊົນ, ສະໜອງປຶ້ມ/ອຸປະກອນ, ປູກຈິດສຳນຶກກ່ຽວກັບການປົກປ້ອງເດັກ ແລະ ໄວໜຸ່ມ, ຜູ້ໄດ້ຮັບຜົນປະໂຫຍດຕົ້ນຕໍ: 12 ບ້ານ, 1,863 ຄົວເຮືອນ, ປະຊາກອນທັງໝົດ 13,822 ຄົນ (ຍິງ 6,684 ຄົນ); ເດັກ 0–18 ປີ 5,177 ຄົນ (ຍິງ 2,544 ຄົນ); ນັກຮຽນຫ້ອງກຽມ–ປ5 1,458ຄົນ (ຍິງ 943ຄົນ); ຄູ ແລະ ຜູ້ອຳນວຍການ 54 ຄົນ (ຍິງ 27 ຄົນ); ອາສາສະໝັກກຸ່ມອ່ານຊຸມຊົນ (ລວມໄລຍະ 5 ປີ) 26 ຄົນ (ຍິງ 19 ຄົນ).

ຈາກຜົນສຳເລັດ ແລະ ຜົນງານດັ່ງກ່າວ, ຄະນະກຳມະການປົກຄອງແຂວງ ໄດ້ຕົກລົງຍ້ອງຍໍບຸກຄົນທີ່ມີຜົນງານດີເດັ່ນ 3 ທ່ານ; ສ່ວນໂຄງການໄດ້ຮັບການຍ້ອງຍໍຈາກພະແນກສຶກສາທິການ ແລະ ກິລາ ແຂວງ ໂດຍທ່ານ ກໍລະກັນ ສົມພັກດີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ເປັນກຽດຂຶ້ນກ່າວມອບຢ່າງສົມກຽດ.ຂ່າວ:ໄຊຈະເລີນ-ພາບ:ພົມວິຫານ ໄຊຊະນະ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສູນເສຍອົງຄະ 392 ທີ່ຂຶ້ນກອງບັນຊາການທະຫານເເຂວງອັດຕະປື, ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026, ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄ ສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ, ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະກົມໂຄສະນາ, ຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ຕະຫຼອດຮອດພະນັກງານສູນເສຍອົງຄະ 392 ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ພ້ອມ​ຄະ​ນະໄດ້ເຄື່ອນໄຫວຢ້ຽມ​ຢາມ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາດ່ານສາ​ກົນ​ຂົວ​ມິດ​ຕະ​ພາບ 3, ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ, ໂດຍ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ວັນທີ 6 ຕຸລາ 2026ທີ່ ພະແນກສາທາລະນະສຸກແຂວງຄໍາມ່ວນໄດ້ຈັດກອງປະຊຸມ ຫາລືແລກປ່ຽນຂໍ້ມູນ ແລະ ນໍາສະເໜີວຽກງານທີ່ກ່ຽວຂ້ອງກັບຂະແໜງການປະກັນສັງຄົມ ແລະ ການໃຫ້ບໍລິການສາທາລະນະສຸກ, ໂດຍມີທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ, ພ້ອມດ້ວຍບັນດາຂະແໜງການ, ພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ທີມນັກຂ່າວ ແຂວງສາລະວັນ ຍາດໄດ້ລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ຈາກການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ

ທີມນັກຂ່າວ ແຂວງສາລະວັນ ຍາດໄດ້ລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ຈາກການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ

ທີມງານນັກຂ່າວຈາກຂະແໜງສື່ມວນຊົນ ຄະນະໂຄສະນາອົບຮົມແຂວງສາລະວັນ ລຸ້ນທີ 3 ໄດ້ຮັບລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ໃນການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ ພາຍໃຕ້ຫົວຂໍ້ "ສຽງຂອງທ່ານ ເພື່ອທຳມະຊາດ" (Your Voice for Nature) ເຊິ່ງມີບົດຂ່າວສົ່ງເຂົ້າປະກວດຈາກທົ່ວປະເທດ ຫຼາຍກວ່າ 200 ບົດ.
ເມືອງໄຊເສດຖາ ເພີ່ມທະວີມາດຕະການເຝົ້າລະວັງ ແລະ ຄວບຄຸມໄຂ້ຍຸງລາຍ

ເມືອງໄຊເສດຖາ ເພີ່ມທະວີມາດຕະການເຝົ້າລະວັງ ແລະ ຄວບຄຸມໄຂ້ຍຸງລາຍ

ເມືອງໄຊເສດຖາ ແຂວງອັດຕະປື ເພີ່ມທະວີມາດຕະການເຝົ້າລະວັງ, ປ້ອງກັນ ແລະ ຄວບຄຸມພະ ຍາດໄຂ້ຍຸງລາຍ ພາຍຫຼັງພົບວ່າ ນັບແຕ່ເດືອນມັງກອນ ຫາ ເດືອນກັນຍາ 2026 ມີຜູ້ປ່ວຍສະສົມ 138 ກໍລະນີ ແລະ ການລະບາດກວມເອົາ 20 ບ້ານທົ່ວເມືອງ ແລະ ບ້ານທີ່ເກີດຫຼາຍກວ່າໝູ່ແມ່ນ ບ້ານຊະແຄະ ກວມເອົາເຖິງ 37 ກໍລະນີ.
ຄັງເງິນແຫ່ງລັດ ປະຈຳແຂວງອັດຕະປື ມອບ-ຮັບບັດພະນັກງານ-ລັດຖະກອນ

ຄັງເງິນແຫ່ງລັດ ປະຈຳແຂວງອັດຕະປື ມອບ-ຮັບບັດພະນັກງານ-ລັດຖະກອນ

ວັນທີ 5 ຕຸລາ 2026, ທີ່ຫ້ອງປະຊຸມພະແນກການເງິນແຂວງອັດຕະປື, ໄດ້ຈັດພິທີມອບ-ຮັບບັດພະນັກງານ-ລັດຖະກອນ ໃຫ້ແກ່ຄັງເງິນແຫ່ງລັດປະຈຳແຂວງ ແລະ ຄັງເງິນແຫ່ງລັດປະຈຳເມືອງ, ໂດຍມີ ທ່ານ ນາງ ໄຍຄຳ ສີຊານົນ ຮອງຫົວໜ້າພະແນກການເງິນແຂວງ, ທ່ານ ວັນໄຊ ວັນນະວົງ ຮອງຫົວໜ້າກົມຄຸ້ມຄອງລັດຖະກອນ-ພາລາກອນ, ພ້ອມດ້ວຍຫົວໜ້າ -ຮອງຫົວໜ້າຄັງເງິນແຫ່ງລັດປະຈຳແຂວງ, ພະນັກງານ-ລັດຖະກອນ ແລະ ແຂກທີ່ຖືກເຊີນ.
ພກຕທ ແຂວງຫຼວງພະບາງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ພກຕທ ແຂວງຫຼວງພະບາງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ວັນທີ 5 ຕຸລານີ້, ພະແນກການຕ່າງປະເທດ(ພກຕທ)ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງ, ໂດຍມີ ທ່ານ ຄຳເກັ່ງ ຈັນທະວີສຸກ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ເປັນປະທານ, ພ້ອມດ້ວຍຄະນະຮັບຜິດຊອບ ແລະ ພະນັກງານຫຼັກແຫຼ່ງພາຍໃນພະແນກເຂົ້າຮ່ວມ. ໃນກອງປະຊຸມ ໄດ້ຮັບຟັງບົດສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງໃນໄລຍະຜ່ານມາ, ຊຶ່ງໄດ້ກໍານົດ ແລະ ຮັບຮອງເອົາພະນັກງານທັງໝົດ 12 ຕຳແໜ່ງ, ໂດຍຊຸກຍູ້ ແລະ ສົ່ງເສີມໃຫ້ໄປຍົກລະດັບວິຊາສະເພາະ ແລະ ຮ່ຳຮຽນທິດສະດີການເມືອງ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເປັນລະບົບ-ຕໍ່ເນື່ອງ.
ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV

ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV

ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 2 ຕຸລາ ຜ່ານຍມານີ້, ທີ່ ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ພູວົງ ບຸນຊູ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກຳມະການປົກຄອງແຂວງວຽງຈັນ, ມີບັນດາທ່ານຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການປົກຄອງເມືອງ 11 ເມືອງທົ່ວແຂວງ, ພ້ອມດ້ວຍພະແນກການກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ວສປ ປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານລະບົບ 45 ວັນ ຮຸ່ນທີ ll

ວສປ ປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານລະບົບ 45 ວັນ ຮຸ່ນທີ ll

ວິທະຍາຄານສັນຕິບານປະຊາຊົນ (ວສປ) ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານສຳລັບນາຍຕຳຫຼວດຂັ້ນ 7 ແລະ ຂັ້ນ 8 ຂອງກຳລັງປ້ອງກັນຄວາມສະຫງົບລະບົບ 45 ວັນທົ່ວປະເທດ ຮຸ່ນທີ II ໃນວັນທີ 1 ຕຸລານີ້, ໂດຍການເປັນປະທານ ແລະ ມອບໃບຢັ້ງຢືນຂອງທ່ານ ພົຈວ ບຸນຊະນະ ສິມມາລາວົງ ຫົວໜ້າອຳນວຍການວິທະຍາຄານສັນຕິບານປະຊາຊົນ, ມີຄະນະພັກ-ຄະນະອຳນວຍການ, ຄູ-ອາຈານ ແລະ ສຳມະນາກອນ ເຂົ້າຮ່ວມ.
ຈຳ​ປາ​ສັກຝຶກອົບຮົມການນຳໃຊ້ລະບົບ TaxRISເພື່ອກວດກາການແຈ້ງມອບອາກອນມູນຄ່າເພີ່ມ

ຈຳ​ປາ​ສັກຝຶກອົບຮົມການນຳໃຊ້ລະບົບ TaxRISເພື່ອກວດກາການແຈ້ງມອບອາກອນມູນຄ່າເພີ່ມ

ສະຖາບັນເສດຖະກິດ-ການເງິນພາກໃຕ້, ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການນຳໃຊ້ລະບົບ TaxRISເພື່ອຄຸ້ມຄອງ, ຕິດຕາມ ແລະ ກວດກາການແຈ້ງມອບອາກອນມູນຄ່າເພີ່ມ (ອມພ), ໃນ​ວັນ​ທີ 2 ຕຸ​ລາ​ນີ້ ທີ່ ແຂວງ​ຈຳ​ປາ​ສັກ, ໂດຍ​ການເປັນປະທານ ທ່ານ ສຸພັນ ວິລະວົງ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ, ມີ Mr. Kuge Tetsuya ຊ່ຽວຊານໂຄງການໄຈກ້າ (JICA) ປະຈຳກົມສ່ວຍສາອາກອນ, ພ້ອມດ້ວຍ ພະນັກງານສ່ວຍສາອາກອນ ປະຈຳແຂວງຈຳປາສັກ, ນະຄອນປາກເຊ, 9 ເມືອງ ແລະ ພະນັກງານສ່ວຍສາອາກອນ ປະຈຳແຂວງອັດຕະປື ພ້ອມດ້ວຍ 3 ເມືອງອ້ອມຂ້າງ (ເມືອງສາມັກຄີໄຊ, ເມືອງໄຊເສດຖາ ແລະ ເມືອງສະໜາມໄຊ) ເຂົ້າຮ່ວມ.
ເພີ່ມເຕີມ