ໃນວັນທີ 2ຕຸລາ ນີ້ ທີ່ຫ້ອງປະຊຸມອົງການກວດສອບປະຈຳພາກກາງ(ນະຄອນຫຼວງວຽງຈັນ) ໄດ້ມີພິທີເປີດຊຸດຝຶກອົບຮົມໃຫ້ ພະນັກງານ-ລັດຖະກອນ ທີ່ສອບເສັງຜ່ານເຂົ້າຝຶກອົບຮົມເພື່ອກະກຽມເປັນນັກກວດສອບຂັ້ນI ຊຸດທີ4 ຂອງອົງການກວດສອບແຫ່ງລັດ ແລະ ອົງການກວດສອບປະຈຳພາກ ປະຈໍາປີ 2023ມີຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດ ຈໍານວນ 37 ທ່ານ ຍິງ 13 ທ່ານ,ໂດຍໄດ້ຮັບການສະໜັບສະໜູນງົບປະມານ ຈາກອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໃນການຝຶກອົບຮົບ,ຝຶກອົບຮົບໃນ 2 ກຸ່ມວິຊາຄື:ກຸ່ມຄວາມຮູ້ກ່ຽວກັບຂະແໜງການ ແລະ ກຸ່ມວິຊາສະເພາະ,ມາດຕະຖານ ແລະ ການຄວບຄຸມຄຸນນະພາບການກວດສອບຊຶ່ງການຝຶກອົບຮົມຈະໄດ້ດຳເນີນເປັນເວລາ 38 ວັນ.
ທ່ານ ເຄນ ລໍວັນໄຊ ຮອງປະທານອົງການກວດສອບແຫ່ງລັດກ່າວວ່າ: ການຝຶກອົບຮົມຄັ້ງນີ້ແມ່ນມີຄວາມສຳຄັນຫຼາຍ,ປະຕິບັດຕາມວິໄສທັດຮອດປີ 2023 ແລະ ຍຸດທະສາດພັດທະນາວຽກງານກວດສອບແຫ່ງລັດ ຮອດປີ 2025ທີອົງການກວດສອບແຫ່ງລັດໄດ້ວາງໄວ້ແລະ ພ້ອມນີ້ກໍ່ແມ່ນຈັດຕັ້ງປະຕິບບັດຕາມແຜນພັດທະນາວຽກງານການກວດສອບແຫ່ງລັດ, ແຜນເຄື່ອນໄຫວວຽກງານ ປີ 2023 ຂອງອົງການກວດສອບແຫ່ງລັດ ເພື່ອແນໃສ່ສ້າງ ແລະ ພັດທະນາພະນັກງານ-ລັດຖະກອນ ແລະ ນັກກວດສອບໃຫ້ມີຄວາມຮູ້ຄວາມສາມາດດ້ານວິຊາສະເພາະ, ເປັນມືອາຊີບ ແລະ ໃຫ້ວຽກງານກວດສອບແຫ່ງລັດ ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນ
ສະນັ້ນ, ຈຶ່ງຮຽກຮ້ອງພະນັກງານ-ລັດຖະກອນທີ່ເຂົ້າຝຶກອົບຮົມໃຫ້ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນແລະ ແລກປ່ຽນບົດຮຽນໃຫ້ມີຄວາມເຂົ້າໃຈ ສາມາດນຳໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ແທດເໝາະກັບວຽກງານວິຊາສະເພາະຂອງຕົນ ໃຫ້ໄດ້ຮັບຜົນດີ ແລະ ສາມາດນຳໄປໃຊ້ພັດທະນາວຽກງານກວດສອບແຫ່ງລັດໃຫ້ມີຄວາມເຂັມແຂງຂຶ້ນຕື່ມ.
ຂ່າວ: ອົງການກວດສອບ,ພາບ:ພັດ ລໍວັນໄຊ

ຄໍາເຫັນ