ຂໍ້ມູນລ້າສຸດຂອງກົມອະນາໄມ ແລະ ການເຍິ່ງແຍງດູແລຜູ້ອາຍຸສູງ ຂອງລັດຖະບານກອົສຕຣາລີ ເປີດເຜີຍວ່າ: ມີຄົນເຈັບພະຍາດໄຂ້ຫວັດໃຫຍ່ທີ່ຢຶນຢັນແລ້ວ 72,360 ຄົນ ໃນອົສຕຣາລີນັບຕັ້ງແຕ່ຕົ້ນປີ 2025 ຊຶ່ງມີ 2,184 ຄົນນັບຕັ້ງແຕ່ຕົ້ນເດືອນພຶດສະພາ. ໂດຍໃນຈໍານວນປະຊາກອນດັ່ງກ່າວ ມີຊາວອົສຕຣາລີ ອາຍຸ 0-4 ແລະ 5-9 ປີ ເປັນກຸ່ມທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດ, ໂດຍຄິດເປັນ 22.7% ຂອງຈຳນວນຄົນເຈັບທັງໝົດ.
ຂ່າວລະບຸວ່າ: ໃນໄລຍະທ້າຍເດືອນພຶດສະພາ ປີ 2024 ອົສຕຣາລີ ມີລາຍງານຄົນເຈັບພະຍາດໄຂ້ຫວັດໃຫຍ່ຈຳນວນ 73,639 ຄົນ, ໂດຍອົສຕຣາລີມີລາຍງານຄົນເຈັບໄຂ້ຫວັດໃຫຍ່ສູງແບບບໍ່ເຄີຍມີມາກ່ອນ ຢູ່ທີ່ 365,580 ຄົນ ແລະ ເສຍຊີວິດຫຼາຍກວ່າ 1,000 ຄົນ.
ຈຳນວນຄົນເຈັບທີ່ເພີ່ມຂຶ້ນໃນໄລຍະໃກ້ເຂົ້າລະດູໜາວຂອງອົສຕຣາລີ ເຮັດໃຫ້ອົງການທາງການແພດຕ້ອງອອກມາປະກາດເຕືອນໃຫ້ປະຊາຊົນຮີບໄປສັກວັກຊິນ.
ຄໍາເຫັນ