ລວມທັງໝົດ 5,8 ລ້ານປີ.
ການສຶກສາດັ່ງກ່າວນີ້ພົບວ່າ 36% ຂອງການສູນເສຍຊີວິດທີ່ມີສຸຂະພາບດີ ຫຼື ເອີ້ນກັນວ່າ: ພາລະຂອງພະຍາດອາດຫຼີກລ່ຽງ ຫຼື ຫຼຸດລົງຍ້ອນປັດໃຈຄວາມສ່ຽງທີ່ສາມາດດັດແປງໄດ້. ໂດຍການມີນ້ຳໜັກເກີນ ລວມທັງໂຣກຕຸ້ຍ ໄດ້ກາຍມາເປັນປັດໄຈສ່ຽງອັນດັບໜຶ່ງແທນການໃຊ້ຢາສູບທີ່ມີພາລະຂອງພະຍາດຫຼຸດລົງ 41% ນັບຕັ້ງແຕ່ປີ 2003 ເນື່ອງຈາກອັດຕາການສູບຢາຫຼຸດລົງ.
ທັງນີ້, ການມີນ້ຳໜັກເກີນແມ່ນປັດໃຈສ່ຽງ ປະມານ 8.3% ຂອງພາລະພະຍາດທັງໝົດຂອງອົສຕຣາລີໃນປີ 2024, ຖັດມາແມ່ນ 7.6% ຂອງການໃຊ້ຢາສູບ ແລະ 4.8% ຂອງຄວາມສ່ຽງດ້ານໂພຊະນາການທັງໝົດ. ໂດຍການລາຍງານອີກສະບັບຈາກສະຖາບັນດັ່ງກ່າວ ເມື່ອເດືອນມິຖຸນາ 2024 ພົບວ່າ: 66% ຂອງຜູ້ໃຫຍ່ອົສຕຣາລີ ແລະ 26% ຂອງເດັກນ້ອຍ ແລະໄວໜຸ່ມ ມີນໍ້າໜັກເກີນ ຫຼື ເປັນໂຣກຕຸ້ຍໃນປີ 2022.
ໃນຂະນະດຽວກັນ, ຜົນການສຶກສາຈາກສະຖາບັນດັ່ງກ່າວ ໃນວັນທີ12 ທັນວາ ຜ່ານມາ ພົບວ່າ: ມະເຮັງຍັງແມ່ນພະຍາດທີ່ກໍ່ໃຫ້ເກີດພາລະຂອງພະຍາດຫຼາຍທີ່ສຸດໃນປີ 2024 ຊຶ່ງກວມເອົາ 16.4% ຂອງການສູນເສຍຊີວິດທີ່ມີສຸຂະພາບດີຂອງອົສຕຣາລີ. ໃນຂະນະທີ່ບັນຫາສຸຂະພາບຈິດ,ການທໍາຮ້າຍຕົນເອງ ເປັນປັດໃຈທີ່ພາໃຫ້ມີພາລະຂອງພະຍາດຫຼາຍທີ່ສຸດໃນບັນດາຊາວໜຸ່ມອົສຕຣາລີ.
ຄໍາເຫັນ