ໂອຕຣິດ ປະເທດແຫ່ງການທ່ອງທ່ຽວທີ່ Romantic

ໂອຕຣິດ ປະເທດແຫ່ງການທ່ອງທ່ຽວທີ່ Romantic
ຮຽບຮຽງໂດຍ: ວິໄລພອນ ເພັດໄພບູນ
(ເນື່ອງໃນໂອກາດວັນຊາດໂອຕຣິດ 26 ຕຸລາ 1955 – 26 ຕຸລາ 2023)
ໂອຕຣິດ ເປັນອີກປະເທດໜື່ງທີ່ມີແຫຼ່ງທ່ອງທ່ຽວທີ່ ມີຄວາມງົດງາມຢູ່ໃນຕົວ ມີສະຖານທີ່ທ່ອງທ່ຽວໃຫ້ເລືອກໄດ້ຫຼາກຫຼາຍຮູບແບບ ທັງແບບທຳມະຊາດ ແລະ ສິ່ງກໍ່ສ້າງທີ່ຖືກອອກແບບມາດ້ວຍງານສິລະປະຫຼາກຫຼາຍສະໄໝທີ່ເຮັດໃຫ້ກາຍເປັນສະຖາປັດຕະຍະກຳທີ່ງົດງາມ ໂດຍສະເພາະປາສາດຕ່າງໆທີ່ມີຄວາມໂດດເດັ່ນ ແລະ ສວຍງາມເໝືອນກັບຮູບແຕ້ມ ແລະ ວັດທະນະທຳທີ່ຫຼາກຫຼາຍຕ່າງກໍດຶງດູດໃຫ້ນັກທ່ອງທ່ຽວເດີນທາງມາທີ່ໂອຕຣິດຕະຫຼອດເວລາ.
ໂອຕຣິດ ເປັນປະເທດທີ່ບໍ່ມີທາງອອກສູ່ທະເລໃນເອີຣົບກາງ ແລະ ມີຊາຍແດນທາງພາກເໜືອຕິດກັບເຢຍລະມັນ ແລະ ເຊັກ, ທາງພາກໃຕ້ຕິດກັບສະໂລເວນີ ແລະ ອີຕາລີ ສ່ວນທາງພາກຕາເວັນອອກຕິດກັບສະໂລວາກີ ແລະ ຮົງກາລີ , ທາງພາກຕາເວັນຕົກຕິດກັບສະວິດ ແລະ ເລັກເຕນສະແຕນ ໂດຍສະພາບພູມອາກາດຂອງໂອຕຣິດມີລັກສະນະເປັນພູ ແລະ ເນີນ ຊຶ່ງຫຼາຍຄົນເອີ້ນວ່າ ເປັນດິນແດນແຫ່ງພູຜາ ຊຶ່ງມີການໄຫຼຜ່ານຂອງແມ່ນ້ຳດານູບ ໂດຍຜ່ານລັດໂລເອີໂອຕຣິດ ແລະ ລັດອັບເປີໂອຕຣິດ ເພື່ອໄຫຼຕໍ່ໄປຍັງສາທາລະນະເຊັກ. ເນື້ອທີ່ດິນຂອງໂອຕຣິດມີ 3 ລັກສະນະຄື ພູຜາ, ທະເລສາບ ແລະ ແມ່ນ້ຳ. ດ້ວຍວັດທະນະທຳທີ່ໂດດເດັ່ນເຮັດໃຫ້ໂອຕຣິດມີສິ່ງດຶງດູດທີ່ໜ້າສົນໃຈຫຼາຍໄດ້ແກ່: ພະຣາຊະວັງເຊິນບຣຸນ (Schoenbrunn Palace) ຊຶ່ງເປັນສະຖານທີ່ທີ່ຮວບຮວມຜົນງານສິລະປະການຕົບແຕ່ງທີ່ດີ ພາຍໃນອຸທະຍານເຄີຍເປັນທີ່ຕັ້ງຂອງສວນສັດແຫ່ງທຳອິດຂອງໂລກ ແລະ ໄດ້ຮັບການແຕ່ງຕັ້ງໃຫ້ເປັນມໍລະດົກໂລກຈາກອົງການການສຶກສາ ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ (UNESCO) ຖືວ່າເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສ່ຽງທີ່ສຸດໃນນະຄອນຫຼວງວຽນນາ ເພາະພະຣາຊະວັງເປັນພະຣາຊະວັງລະດູຮ້ອນອັນຍິ່ງໃຫຍ່ຂອງຣາຊະວົງຮັບບວກ ສ້າງຂຶ້ນໂດຍພຣະປະສົງຂອງພຣະນາງ ມາເຣຍເທເຣຊ່າ ໃນທ້າຍສະຕະວັດທີ 17 ຊຶ່ງເປັນຈັກກະພັດດິນີ (Empress) ແຫ່ງຈັກກະພັດໂຣມັນ (Roman Empire) ທີ່ຕັ້ງໃຈວ່າ ຈະຕ້ອງສ້າງພຣະຣາຊະວັງແຫ່ງນີ້ໃຫ້ມີຄວາມງົດງາມ. ພະຣາຊະວັງເຊິນບຣຸນ ມີລັກສະນະເປັນຕຶກ 3 ຊັ້ນ ມີປີກ 2 ຂ້າງ ມີຄວາມງົດງາມສະອອນຕາ ຊຶ່ງທາງດ້ານນອກຂອງວັງທາດ້ວຍສີຄຳ ແລະ ດ້ານໃນມີຫ້ອງຫຼາຍເຖິງ 1.441 ຫ້ອງ ແຕ່ເປີດໃຫ້ນັກທ່ອງທ່ຽວເຂົ້າຊົມພຽງ 40 ຫ້ອງ ບໍ່ວ່າຈະເປັນ ຫ້ອງໜັງສື, ຫ້ອງນັ່ງຫຼີ້ນ, ຫ້ອງຈັດພິທີ, ຫ້ອງນອນ, ຫ້ອງກິນເຂົ້າ, ຫ້ອງຮູບຖ່າຍ ແລະ ອື່ນໆ ທຸກຫ້ອງລ້ວນແຕ່ຕົບແຕ່ງດ້ວຍວັດສະດຸທີ່ມີຄວາມປານີດ ຊຶ່ງມີທັງຫີນອ່ອນລາຍຄຳທີ່ເບິ່ງແລ້ວສວຍງາມອະລັງການຕາ ສ່ວນອ້ອມຮອບພຣະຣາຊະວັງທາງດ້ານຫຼັງປູກຕົ້ນໄມ້, ດອກໄມ້ຢ່າງສວຍງາມ ແລະ ສິ່ງດຶງດູດນັກທ່ອງທ່ຽວກໍຄືຮູບປັ້ນສິລະປະກ່ຽວກັບເທບນິຍາຍເກຣັກ ແລະ ໂຣມັນອີກຫຼາກຫຼາຍເຂົ້າມາແຊກແຊງຢູ່ຕາມຕົ້ນໄມ້ ເບິ່ງແລ້ວສ້າງຄວາມຮູ້ສຶກສະບາຍຕາ ຮູ້ສຶກຊຸ່ມເຢັນ.
ພະຣາຊະວັງຮຳບວກ ຫຼື ພະຣາຊະວັງລະດູໜາວ ຊື່ງພະຣາຊະວັງແຫ່ງນີ້ມີຫຼາຍຕຶກເພາະມີການຕໍ່ເຕີມ ແລະ ຂະຫຍາຍອອກໄປເລື້ອຍໆຈົນມີຂະໜາດໃຫຍ່ໃນປັດຈຸບັນກາຍເປັນພິພິທະພັນສະແດງສົມບັດອັນລ້ຳຄ່າຂອງຣາຊະວົງທີ່ເປີດສະແດງເຄື່ອງປະດັບຂອງຈັກກະພັດ ເຄື່ອງໃຊ້ແຕ່ງໂຕ ຊຶ່ງລວມທັງເສື້ອຜ້າ ເພັດພອຍ ແລະ ທອງຄຳອັນລ້ຳຄ່າທີ່ຫາເບິ່ງໄດ້ຍາກ. ນອກຈາກພະຣາຊະວັງຮຳບວກແລ້ວຍັງມີ ຈະຕຸຣັດສະເຕຟານ ຊຶ່ງເປັນທີ່ຕັ້ງຂອງມະຫາວິຫານເຊນສຕີເຟນຖືວ່າເປັນຈຸດສູນກາງຂອງນະຄອນຫຼວງວຽນນາ ຜູ້ຄົນຈຳນວນຫຼວງຫຼາຍມັກມາເດີນທ່ຽວທີ່ຈະຕຸຣັດແຫ່ງນີ້ ຊຶ່ງຖືເປັນສະຖານທີ່ສັກສິດ ແລະ ຖືວ່າເປັນສັນຍາລັກຂອງເມືອງວຽນອີກແຫ່ງໜຶ່ງ ແລະ ມະຫາວິຫານເຊນສຕີເຟນ ເປັນໂບສທີ່ສຳຄັນທີ່ສຸດຂອງໂອຕຣິດ ສ້າງຂຶ້ນເພື່ອອຸທິດແດ່ນັກບຸນສະເຕຟານເມື່ອປີ 1137 ໂດຍໂບດແຫ່ງນີ້ສ້າງຕາມສະຖາປັດຕະຍະກຳເອີຣົບ ພາຍໃນໂບດມີຂະໜາດໃຫຍ່ ສູງ ມີຍອດປາຍແຫຼມໆຫຼາຍຍອດ ຊຶ່ງສ່ວນທີ່ໂດດເດັ່ນທີ່ສຸດຂອງໂບດຄື ຫໍຄອຍທີ່ມີຄວາມສວຍງາມອ່ອນຊ້ອຍ ຊຶ່ງໃຊ້ເວລາກໍ່ສ້າງຫຼາຍກວ່າ 75 ປີ ນັກທ່ອງທ່ຽວທີ່ຂຶ້ນມາຢືນເທິງຫໍຄອຍແຫ່ງນີ້ສາມາດຊົມທັດສະນິຍະພາບທີ່ເມືອງວຽນຢ່າງສວຍງາມໄດ້ໂດຍອ້ອມຮອບ.
ຖະໜົນຄານເນີ ເປັນຖະໜົນການຄ້າໃຈກາງເມືອງວຽນທີ່ເຊື່ອມຕໍ່ລະຫວ່າງຖະໜົນວົງແຫວນຣິງສຕຣາເຊ່ກັບຈະຕຸຣັດສະເຕຟານ ຊຶ່ງຖືວ່າເປັນຖະໜົນຂາຍເຄື່ອງ ສາຍສຳຄັນຂອງວຽນນາເພາະມີຫ້າງຊັບພະສິນຄ້າ ແລະ ຮ້ານຄ້າຕ່າງໆຢ່າງຫຼວງຫຼາຍຕະຫຼອດສອງຂ້າງທາງ ມີສິນຄ້າໃຫ້ເລືອກຊື້ຢ່າງຫຼວງຫຼາຍທັງເສື້ອຜ້າທີ່ມີຍີ່ຫໍ້ດັງ, ເຄື່ອງແກ້ວຄຣິສຕັລເຈຍຣະໄນ ແລະ ຂອງທີ່ລະນຶກຕ່າງໆລວມທັງຮ້ານອາຫານ ຮ້ານກະແລ້ມ ແລະ ຮ້ານກາເຟແບບດັ້ງເດີມຂອງໂອຕຣິດໃຫ້ໄດ້ລອງຊິມອີກດ້ວຍ.
ສວນສາທາລະນະສະຕັດປາກເປັນສວນຂະໜາດໃຫຍ່ມີພື້ນທີ່ຫຼາຍກວ່າ 65.000 ຕາຕະລາງແມັດ ເປັນສວນສາທາລະນະປະຈຳເມືອງວຽນນາພາຍໃນສວນຮົ່ມເຢັນເຕັມໄປດ້ວຍຕົ້ນໄມ້ນ້ອຍໃຫຍ່ ແລ້ວຍັງມີຮູບປັ້ນນັກດົນຕີເອກຂອງໂລກທີ່ມີຊື່ສຽງ ຊຶ່ງອອກແບບຕາມຜູ້ຊ່ຽວຊານດ້ານສະຖາປັດຕະຍະກຳ ມີຜູ້ຄົນນິຍົມມາທ່ຽວພັກຜ່ອນ ແລະ ຍັງໃຊ້ເປັນສະຖານທີ່ອອກກຳລັງກາຍອີກດ້ວຍ. ນອກຈາກນີ້, ຍັງມີສວນສະນຸກພຣາເຕີ ທີ່ເປັນແຫຼ່ງທ່ອງທ່ຽວແບບສະໜຸກສະໜານມີເຄື່ອງຫຼິ້ນຢ່າງຫຼວງຫຼາຍ ໃຫ້ເລືອກຫຼິ້ນກັນຢ່າງສະໜຸກສະໜານເຊັ່ນ ມ້າໝຸນ ບ້ານຜີສິງ ໂຣນເລີໂຄສເຕີ ແລະ ອຶື່ນໆ. ນອກຈາກນີ້, ຍັງມີຊິງຊ້າສະຫວັນຂະໜາດໃຫຍ່ ເກົ່າແກ່ຖ້າຫາກຂຶ້ນໄປນັ່ງເທິງຊິງຊ້າສະຫວັນຈະໄດ້ຊົມທັດສະນີຍະພາບຂອງວຽນນາໄດ້ຢ່າງດີທີ່ສຸດ.

ຄໍາເຫັນ

ຂ່າວຕ່າງປະເທດ

ສ ເກົາຫຼີ ຮັກສາເປົ້າໝາຍການສົ່ງອອກໃຫ້ສູງກວ່າ 700 ຕື້ໂດລາ ໃນປີ 2026

ສ ເກົາຫຼີ ຮັກສາເປົ້າໝາຍການສົ່ງອອກໃຫ້ສູງກວ່າ 700 ຕື້ໂດລາ ໃນປີ 2026

ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ທັນວາ ຜ່ານມາວ່າ: ທ່ານ ຍໍ ຮັນກູ ລັດຖະມົນຕີກະຊວງການຄ້າ, ອຸດສາຫະກຳ ແລະ ຊັບພະຍາກອນຂອງ ສ ເກົາຫຼີ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະພະຍາຍາມທຸກວິທີທາງເພື່ອຮັກສາການສົ່ງອອກປະຈຳປີຂອງ ສ ເກົາຫຼີ ໃຫ້ສູງກວ່າ 700 ຕື້ໂດລາເປັນປີທີສອງຕິດຕໍ່ກັນໃນປີ 2026, ເຖິງວ່າຈະມີຄວາມບໍ່ແນ່ນອນດ້ານການຄ້າທົ່ວໂລກກໍຕາມ.
ທ່ານ ໂດໂນ ທຣຳ ລົງນາມໃນຄຳສັ່ງຖອນ ອາເມຣິກາ ອອກຈາກ 66 ອົງການຈັດຕັ້ງສາກົນ

ທ່ານ ໂດໂນ ທຣຳ ລົງນາມໃນຄຳສັ່ງຖອນ ອາເມຣິກາ ອອກຈາກ 66 ອົງການຈັດຕັ້ງສາກົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ມັງກອນ ຜ່ານມາວ່າ: ທຳນຽບຂາວ ຂອງສະຫະລັດ ອາເມຣິກາ ໄດ້ປະກາດໃນວັນທີ 7 ມັງກອນ ຜ່ານມາວ່າ, ທ່ານ ໂດໂນ ທຣໍາ ປະທານາທິບໍດີ ສະຫະລັດ ອາເມຣິກາ ໄດ້ລົງນາມໃນຄຳສັ່ງບໍລິຫານທີ່ຖອນສະຫະລັດ ອາເມຣິກາ ອອກຈາກການເປັນສະມາຊິກຂອງອົງການຈັດຕັ້ງສາກົນ ຈຳນວນ 66 ແຫ່ງ ໃນນີ້ລວມມີອົງການຈັດຕັ້ງທີ່ຂຶ້ນກັບສະຫະປະຊາຊາດ 31 ແຫ່ງ ແລະ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບສະຫະປະຊາຊາດ 35 ແຫ່ງ.
ປີ 2025 ຈີນມ້າງ​ຄະ​ດີ​ຫຼອກ​ລວງ ​ໄດ້​ທັງ​ໝົດ 258.000 ຄະ​ດີ

ປີ 2025 ຈີນມ້າງ​ຄະ​ດີ​ຫຼອກ​ລວງ ​ໄດ້​ທັງ​ໝົດ 258.000 ຄະ​ດີ

ຂ່າວສານຊີອາໄອລາຍງານ ຫວ່າງມໍ່ໆມານີ້ວ່າ: ກະ​ຊວງ​ປ້ອງ​ກັນ​ຄວາມ​ປະ​ຫງົບ​ຈີນ​ໄດ້ຖະ​ແຫຼງ​ໃຫ້​ຮູ້​ວ່າ​, ປີ 2025 ອົງ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ທົ່ວ​ປະ​ເທດ​ຈີນ​ໄດ້​ປາບ​ປາມ​ອາ​ຊະ​ຍາ​ກຳ​ຫຼອກ​ລວງ​ທາງ​ໂທ​ລະ​ຄົມ​ ແລະ​ ອອນ​ລາຍ​ຕາມ​ກົດ​ໝາຍ​ຢ່າງ​ເຂັ້ມ​ງວດ, ເຮັດ​ໃຫ້​ການ​ເກີດ​ອາ​ຊະ​ຍາ​ກຳ​ດັ່ງ​ກ່າວ​ຫຼຸ​ດ​ລົງ ໂດຍ​ສາ​ມາດ​ມ້າງ​ຄະ​ດີ​ທີ່​ກ່ຽວ​ຂ້ອງ​ໄດ້​ທັງ​ໝົດ 258.000 ຄະ​ດີ, ຮ່ວມ​ກັບ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຕັດ​ສາຍ​ຫຼອກ​ລວງ 3 ຕື້ 600 ລ້ານ​ເທື່ອ, ຂໍ້​ຄວາມ​ສັ້ນ 3 ຕື້ 300 ລ້ານ​ຂໍ້ຄວາມ, ຊ່ວຍ​ຢຸດ​ການ​ໂອນ​ເງິນ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ຫຼອກ​ລວງ​ໄດ້ 21 ລ້ານ 7 ແສນ 7 ພັນ​ຢວນ. ​ພາກ​ສ່ວນ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຕ່າງໆ​ຂອງ​ຈີນ​ໄດ້​ສຶກ​ສາ​ອົບ​ຮົມ ​ແລະ​ ຕັກ​ເຕືອນ​ຕໍ່​ໜ້າ​ລວມ​ທັງ​ໝົດ 6 ລ້ານ 7 ແສນ 4 ໝື່ນ 7 ພັນ​ເທື່ອ​ຄົນ.
ນາຍົກຫວຽດນາມ ເນັ້ນ ເພື່ອເຕີບໂຕ 2 ໂຕເລກ ຕ້ອງຫັນປ່ຽນໂຄງປະກອບເສດຖະກິດ ແລະ ກຳນົດຮູບແບບການເຕີບໂຕໃໝ່

ນາຍົກຫວຽດນາມ ເນັ້ນ ເພື່ອເຕີບໂຕ 2 ໂຕເລກ ຕ້ອງຫັນປ່ຽນໂຄງປະກອບເສດຖະກິດ ແລະ ກຳນົດຮູບແບບການເຕີບໂຕໃໝ່

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 8 ມັງກອນ ຜ່ານມາ, ກອງປະຊຸມສະຫຼຸບວຽກງານປີ 2025, ຜັນຂະຫຍາຍໜ້າທີ່ປີ 2026 ຂອງລັດຖະບານ ແລະ ອຳນາດການປົກຄອງທ້ອງຖິ່ນ ໄດ້ຈັດຂຶ້ນແບບທາງໄກ, ເຊື່ອມຕໍ່ຈາກສູນກາງໄປເຖິງ 34 ແຂວງ, ນະຄອນຂຶ້ນກັບສູນກາງ. ເຂົ້າຮ່ວມກອງປະຊຸມມີທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ; ທ່ານ ເລືອງເກື່ອງ ປະທານປະເທດ; ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ, ທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດ; ທ່ານ ເຈິ່ນເກິມຕູ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ພ້ອມດ້ວຍການນຳບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ.
Siemens ຮ່ວມມືກັບ Nvidia ພັດທະນາລະບົບປະຕິບັດການ AI ສຳລັບຂະແໜງອຸດສາຫະກຳ

Siemens ຮ່ວມມືກັບ Nvidia ພັດທະນາລະບົບປະຕິບັດການ AI ສຳລັບຂະແໜງອຸດສາຫະກຳ

ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ມັງກອນ ຜ່ານມາວ່າ: ບໍລິສັດ Siemens ແລະ Nvidia ໄດ້ປະກາດການຮ່ວມມືດ້ານປັນຍາປະດິດ (AI) ເພື່ອພັດທະນາວິທີແກ້ໄຂ AI ສຳລັບການນຳໃຊ້ໃນຂະແໜງອຸດສາຫະກຳ. ໂດຍມີເປົ້າໝາຍຍົກລະດັບຂະບວນການຕັ້ງແຕ່ການອອກແບບ ແລະ ການຜະລິດ ຈົນເຖິງລະບົບຕ່ອງໂສ້ການສະໜອງໂດຍຜ່ານການພັດທະນາລະບົບປະຕິບັດການອຸດສາຫະກຳທີ່ຂັບເຄື່ອນດ້ວຍ AI.
ຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ມາຢ້ຽມຢາມສີລັງກາບັນລຸລະດັບສູງສຸດໃນປີ 2025

ຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ມາຢ້ຽມຢາມສີລັງກາບັນລຸລະດັບສູງສຸດໃນປີ 2025

ຂ່າວຕ່າງປະເທດລາຍງານ ໃນວັນທີ 6 ມັງກອນ ຜ່ານມາວ່າ: ທ່ານ ວິຈິດຕາ ເຮຣາດ ລັດຖະມົນຕີກະຊວງການຕ່າງປະເທດ, ການຈ້າງງານໃນຕ່າງປະເທດ ແລະ ການທ່ອງທ່ຽວຂອງສີລັງກາ ໄດ້ເປີດເຜີຍໃນກອງປະຊຸມຂ່າວ ຫວ່າງມໍ່ໆມານີ້ວ່າ, ສີລັງກາ ມີຈຳນວນນັກທ່ອງທ່ຽວຕ່າງປະເທດເພີ່ມຂຶ້ນສູງສຸດແບບບໍ່ເຄີຍມີມາກ່ອນ ໃນປີ 2025, ໃນຂະນະທີ່ລາຍຮັບຈາກການທ່ອງທ່ຽວປະຈຳປີກໍທຳລາຍສະຖິຕິໃໝ່ເຊັ່ນດຽວກັນ, ເຖິງວ່າຈະປະເຊີນກັບອຸປະສັກຈາກພາຍຸໄຊໂຄລນ Ditwah ກໍຕາມ.
ອິນເດຍ ຊຸກຍູ້ໂຄງການພັດທະນາທັກສະດ້ານ AI ແຫ່ງຊາດ

ອິນເດຍ ຊຸກຍູ້ໂຄງການພັດທະນາທັກສະດ້ານ AI ແຫ່ງຊາດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ມັງກອນ ຜ່ານມາວ່າ: ອິນເດຍກຳລັງນຳໃຊ້ປັນຍາປະດິດ (AI) ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ກຳລັງແຮງງານຂອງຕົນ ທ່າມກາງຄວາມກັງວົນທົ່ວໂລກວ່າເຕັກໂນໂລຊີດັ່ງກ່າວອາດຈະເຂົ້າມາທົດແທນວຽກເຮັດງານທຳຈຳນວນຫຼາຍ. ໂດຍລັດຖະບານອິນເດຍໄດ້ເປີດໂຄງການພັດທະນາທັກສະດ້ານ AI ແຫ່ງຊາດຂະໜາດໃຫຍ່ ຊຶ່ງມີຈຸດປະສົງເພື່ອຝຶກອົບຮົມຊາວໜຸ່ມໃຫ້ໄດ້ 1 ລ້ານຄົນພາຍໃນ 1 ປີ.
Samsung ເຕືອນ ລາຄາສິນຄ້າໄອທີມີທ່າອ່ຽງຈະເພີ່ມຂຶ້ນ

Samsung ເຕືອນ ລາຄາສິນຄ້າໄອທີມີທ່າອ່ຽງຈະເພີ່ມຂຶ້ນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ມັງກອນ ຜ່ານມາວ່າ: ບໍລິສັດ Samsung Electronics ຊຶ່ງເປັນບໍລິສັດເອເລັກໂຕຣນິກຊັ້ນນໍາຂອງໂລກຈາກ ສ ເກົາຫຼີ ຄາດຄະເນວ່າ, ບັນຫາການຂາດແຄນຊິບໜ່ວຍຄວາມຈໍາຈະເຮັດໃຫ້ລາຄາສິນຄ້າໃນອຸດສາຫະກໍາເອເລັກໂຕຣນິກເພີ່ມສູງຂຶ້ນ ຊຶ່ງອາດຈະລວມທັງສິນຄ້າຂອງ Samsung ດ້ວຍ, ເຖິງແມ່ນວ່າ Samsung ເບິ່ງຄືວ່າມີຂໍ້ໄດ້ປຽບຫຼາຍກວ່າຄູ່ແຂ່ງຂອງຕົນ ເພາະວ່າເປັນຜູ້ຜະລິດຊິບໜ່ວຍຄວາມຈຳທີ່ໃຫຍ່ທີ່ສຸດໃນໂລກ.
ປີ 2025 ການ​ຝາກ​ເຄື່ອງ​ທາງ​ໄປ​ສະ​ນີ​ຂອງ​ຈີນ​ບັນ​ລຸ​ເຖິງ 216 ຕື້ 500 ລ້ານ​​ອັນ

ປີ 2025 ການ​ຝາກ​ເຄື່ອງ​ທາງ​ໄປ​ສະ​ນີ​ຂອງ​ຈີນ​ບັນ​ລຸ​ເຖິງ 216 ຕື້ 500 ລ້ານ​​ອັນ

ຂ່າວສານຊີອາໄອລາຍງານວ່າ: ຕາມ​ນັກ​ຂ່າວ​ໄດ້​ຮັບ​ຊາບ​ຂໍ້​ມູນ​ຈາກກອ​ງ​ປະ​ຊຸມ​ວຽກ​ງານ​​ໄປ​ສະ​ນີ​ທົ່ວ​ປະ​ເທດ​ປີ 2026 ທີ່​ກົມ​​ໄປ​ສະ​ນີ​ແຫ່ງ​ຊາດ​ຈີນ​ຈັດ​ຂຶ້ນ​ໃນ​ວັນ​ທີ 7 ມັງ​ກອນ ຜ່ານມາ​ນີ້​​ວ່າ:
ຫວຽດນາມ ສ້າງ​ພື້ນ​ຖານ​ບຸກ​ທະ​ລຸ ກ້າວ​ເຂົ້າ​ສູ່​ສັງ​ກາດ​ໃໝ່

ຫວຽດນາມ ສ້າງ​ພື້ນ​ຖານ​ບຸກ​ທະ​ລຸ ກ້າວ​ເຂົ້າ​ສູ່​ສັງ​ກາດ​ໃໝ່

ວິທະຍຸກະຈາຍສຽງຫວຽດນາມ ລາຍງານ ໃນວັນທີ 7 ມັງກອນ ຜ່ານມາວ່າ: ເນື່ອງໃນໂອກາດປີໃໝ່ 2026, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ກ່ຽວກັບ ໝາກຜົນຂອງການພັດທະນາເສດຖະກິດ-ສັງຄົມ ປີ 2025, ອາຍຸການລັດຖະບານ 2021 – 2025 ແລະ ໜ້າທີ່ ປີ 2026.
ເພີ່ມເຕີມ