![]() |
ທ່ານທູດ ໄດ້ໄປຢ້ຽມຢາມແຂວງສະຫວັນນະເຂດ ແລະ ຈຳປາສັກ, ພ້ອມດ້ວຍທ່ານ ສັນຕິພາບ ພົມວິຫານ, ລັດຖະມົນຕີກະຊວງການເງິນ, ກ່ອນທີ່ເພິ່ນຈະເດີນທາງຢ້ຽມຢາມແຂວງສາລະວັນ ແລະ ເຊກອງເປັນຄັ້ງທຳອິດ. ຢູ່ແຂວງສະຫວັນນະເຂດ, ທ່ານທູດ ໄດ້ໄປຢ້ຽມຢາມອະນຸສອນສະຖານທ່ານໄກສອນ ພົມວິຫານ ແລະ ຢ້ຽມຄຳນັບທ່ານ ບຸນໂຈມ ອຸບົນປະເສີດ, ເລຂາພັກແຂວງ, ເພື່ອເນັ້ນໜັກເຖິງການຮ່ວມມືດ້ານເສດຖະກິດ ແລະ ການສະໜັບສະໜູນຂອງອົດສະຕຣາລີຕໍ່ແຂວງດັ່ງກ່າວ.
ທ່ານທູດ ແລະ ທ່ານລັດຖະມົນຕີກະຊວງການເງິນ ຍັງໄດ້ໄປຢ້ຽມຢາມໂຮງຮຽນປະຖົມນາເດື່ອ ຢູເມືອງອຸທຸມພອນ ເພື່ອສະແດງໃຫ້ເຫັນເຖິງການສະໜັບສະໜູນຂອງອົດສະຕຣາລີ ໃນການປັບປຸງຄຸນນະພາບ ແລະ ການເຂົ້າເຖິງການສຶກສາໂດຍຜ່ານແຜນງານ ບີຄວາ (BEQUAL) ໂດຍຜ່ານໂຄງການ BEQUAL, ຄູອາຈານແມ່ນໄດ້ຮັບການພັດທະນາວິຊາຊີບຢ່າງຕໍ່ເນື່ອງເພື່ອເຮັດໃຫ້ການສິດສອນແບບມີສ່ວນຮ່ວມຫຼາຍຂຶ້ນ. ອີງຕາມການສຳຫຼວດກ່ຽວກັບການສຶກສາແບບມີສ່ວນຮ່ວມສະແດງໃຫ້ເຫັນວ່ານັກຮຽນທີ່ສອນໂດຍຄູອາຈານຜູ້ທີ່ສຳເລັດການຝຶກອົບຮົມປະຕິບັດຕົວຈິງ-ລວມທັງການເວົ້າພາສາລາວ ແລະ ຍຸດທະສາດແບບມີສ່ວນຮ່ວມ-ແມ່ນໄດ້ຜົນການຮຽນຮູ້ທີ່ດີຂຶ້ນ.
ຢູ່ແຂວງຈຳປາສັກ, ໄດ້ໄປຢ້ຽມຢາມຟາມບລູເບີຣີ ຊຶ່ງເປັນການລົງທຶນຂອງອົດສະຕຣາລີ.ໂຄງການດັ່ງກ່າວນີ້ສະແດງໃຫ້ເຫັນເຖິງ ຄຳໝັ້ນສັນຍາຂອງອົດສະຕຣາລີ ໃນການຫັນເປັນທັນສະໄໝຂອງຂະ
ແໜງກະສິກຳ ແລະ ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ. ກຸ່ມບໍລິສັດ Costa, ເປັນບໍລິສັດດ້ານກະສິກຳໃຫຍ່ທີ່ສຸດຂອງອົດສະຕຣາລີ, ມີແຜນທີ່ຈະລົງທຶນ 100 ລ້ານໂດລາອົດສະຕຣາລີໃນໂຄງການປູກໝາກບລູເບີຣີໃນ ສປປ ລາວ ໃນໄລຍະຫ້າປີຂ້າງໜ້າ, ຊຶ່ງຈະສ້າງວຽກເຮັດງານທຳໃຫ້ປະຊາຊົນທ້ອງຖິ່ນປະມານ 2,000 ຕຳແໜ່ງ. ການຢ້ຽມຢາມຄັ້ງນີ້ສະແດງໃຫ້ເຫັນວ່າ Costa, ໃນຖານະທຸລະກິດຊັ້ນນຳຂອງອົດສະຕຣາລີ, ໄດ້ປະກອບສ່ວນເຂົ້າໃນການພັດທະນາຊົນນະບົດ ແລະ ການແຂ່ງ ຂັນດ້ານການສົ່ງອອກໃນ ສປປ ລາວ.
![]() |
ທ່ານທູດ ແລະ ທ່ານລັດຖະມົນຕີກະຊວງການເງິນ ຍັງໄດ້ພົບປະກັບການນຳແຂວງຈຳປາສັກກ່ອນທີ່ເພິ່ນຈະໄປຢ້ຽມຢາມສາມບ້ານເພື່ອຕິດຕາມການຈັດຕັ້ງປະຕິບັດການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5. ອົດສະຕຣາລີ ໄດ້ໃຫ້ການຊ່ວຍເຫຼືອຈຳນວນ 5.45 ລ້ານໂດລາອົດສະຕຣາລີ ເພື່ອຈັດຕັ້ງປະຕິບັດໂຄງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5 ໃຫ້ມີຜົນສຳເລັດ.
ທ່ານທູດ ໄດ້ກ່າວເນັ້ນໜັກເຖິງຄວາມສຳຄັນຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ, ໂດຍກ່າວວ່າ: “ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສແມ່ນໜຶ່ງໃນເຫດການທີ່ສຳຄັນທີ່ສຸດຂອງປະເທດໜຶ່ງໆ. ມັນແມ່ນພື້ນຖານສຳລັບການສ້າງນະໂຍບາຍ, ການຈັດສັນຊັບພະຍາກອນທີ່ມີປະສິດທິພາບ, ແລະ ການວາງແຜນທີ່ອີງໃສ່ຂໍ້ມູນເປັນຫຼັກ. ອົດສະຕຣາລີມີຄວາມພູມໃຈທີ່ໄດ້ສະໜັບສະໜູນວຽກງານນີ້ພາຍໃຕ້ຂອບການຮ່ວມມືຮອບດ້ານລະຫວ່າງລາວ-ອົດສະຕຣາລີ,ຊຶ່ງສຸມໃສ່ການພັດທະນາແບບມີສ່ວນຮ່ວມ, ການ ປົກຄອງທີ່ດີ, ແລະ ການສົ່ງເສີມການສ້າງລະບົບແຫ່ງຊາດ.”
ຫຼັງຈາກນັ້ນ ຈະໄດ້ເດີນທາງໄປຢ້ຽມຢາມແຂວງເຊກອງ ແລະ ສາລະວັນເພື່ອພົບປະກັບການນຳຂອງສອງແຂວງ, ແລະ ຮັບຟັງກ່ຽວກັບໂອກາດ ແລະ ສິ່ງທ້າທາຍຕ່າງໆໃນສອງແຂວງ.
ຢູ່ແຂວງເຊກອງ, ທ່ານທູດ ຈະໄດ້ໄປຢ້ຽມຢາມສູນຄົ້ນຄວ້າຕ້ານພະຍາດມັນຕົ້ນ ຊຶ່ງໄດ້ຮັບການສະໜັບສະໜູນຈາກ ສູນຄົ້ນຄວ້າກະສິກຳສາກົນຂອງອົດສະຕຣາລີ (ACIAR)ຢູ່ເມືອງທ່າແຕງ. ນີ້ແມ່ນໃນກິດຈະກຳການສະເຫຼີມສະຫຼອງວັນຄົບຮອບ35 ປີ ຂອງສູນຄົ້ນຄວ້າກະສິກຳສາກົນຂອງອົດສະຕຣາລີ (ACIAR)ໃນ ສປປ ລາວ. ທ່ານທູດ ພົບປະກັບນັກຄົ້ນຄວ້າ, ຊາວສວນ ແລະ ຕົວແທນຈາກອຸດສາຫະກຳມັນຕົ້ນ ກ່ອນທີ່ເພີ່ນຈະເດີນທາງໄປມອບອຸປະກອນການແພດໃຫ້ແກ່ໂຮງໝໍແຂວງເຊກອງ ໂດຍຜ່ານກອງທຶນຊ່ວຍເຫຼືອລ້າຂະໜາດນ້ອຍຂອງອົດສະຕຣາລີ.
ຢູ່ແຂວງສາລະວັນ, ທ່ານທູດ ຈະໄດ້ໄປຢ້ຽມຢາມໂຄງການກຽມຄວາມພ້ອມເຂົ້າໂຮງຮຽນຂອງຊຸມຊົນເພື່ອຕິດຕາມເບິ່ງໝາກຜົນຂອງການຮ່ວມມືລະຫວ່າງອົດສະຕຣາລີກັບກະຊວງສຶກສາທິການ ແລະ ກິລາ ແລະ ອົງການ ອຸຍນີເຊັບ(UNICEF). (ຂ່າວ: ສະຖານທູດອົດສະຕຣາລີປະຈຳລາວ)


ຄໍາເຫັນ