![]() |
ເຄື່ອງທີ່ນຳມາມອບໃນຄັ້ງນີ້, ປະກອບມີ: ລົດສູບນ້ຳເຄື່ອນທີ່ 1 ຄັນ (ເພື່ອຮັບໃຊ້ລວມສຳລັບບັນດາແຂວງພາກເໜືອ), ມີແນວພັນເຂົ້າ 10 ໂຕນ, ເຂົ້າສານ 500 ກິໂລກ, ນ້ຳດື່ມ ແລະ ອາຫານແຫ້ງ, ວັກຊິນກັນພະຍາດສັດ, ຄອມພິວເຕີ ແລະ ເຄື່ອງພິມເອກະສານ ແລະ ເງິນຈຳນວນ 300 ລ້ານກີບ.
ໂອກາດດັ່ງກ່າວ, ທ່ານ ບຸນຄົງ ຫຼ້າຈຽມພອນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງການນຳ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລ້ຳຄ່າ ແລະ ທັນການ ເພື່ອນຳໃຊ້ເຂົ້າໃນການຟື້ນຟູການຜະລິດກະສິກຳ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານ ແລະ ຊ່ວຍເຫຼືອປະຊາຊົນ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ. (ຂ່າວ: ແສງອາທິດ)

ຄໍາເຫັນ