ອຸ​ດົມ​ໄຊ ຝຶກອົບຮົມ ວິຊາຊີບ 4 ສາຂາ ແນໃສ່ສົ່ງເສີມການປະກອບອາຊີບອິດສະຫຼະ ໃຫ້ປະຊາຊົນ

ອຸ​ດົມ​ໄຊ ຝຶກອົບຮົມ ວິຊາຊີບ 4 ສາຂາ ແນໃສ່ສົ່ງເສີມການປະກອບອາຊີບອິດສະຫຼະ ໃຫ້ປະຊາຊົນ

ອຸ​ດົມ​ໄຊ ຝຶກອົບຮົມ ວິຊາຊີບ 4 ສາຂາ ແນໃສ່ສົ່ງເສີມການປະກອບອາຊີບອິດສະຫຼະ ໃຫ້ປະຊາຊົນ
ເປີດຊຸດຝຶກອົບຮົມວິຊາຊີບ ໃນຂະແໜງການລ້ຽງໄກ່, ປູກພືດຜັກ, ຕັດຜົມຊາຍ ແລະ ເສີມສວຍ ໃຫ້ປະ​ຊາ​ຊົນ ກຸ່ມເປົ້າໝາຍຮອບວຽນທີ 2 ຈາກ ເມືອງແບງ ແລະ ເມືອງຮຸນ ເພື່ອແນໃສ່ສົ່ງເສີມການປະກອບອາຊີບອິດສະຫຼະ ແລະ ສ້າງລາຍຮັບທີ່ໝັ້ນຄົງ ໃຫ້ແກ່ ປະຊາຊົນ ໃນທ້ອງຖິ່ນ.
ອ​ດມ​ໄຊ ຝກອບຮມ ວຊາຊບ 4 ສາຂາ ແນໃສສງເສມການປະກອບອາຊບອດສະຫະ ໃຫປະຊາຊນ - image 1
 

ພິທີເປີດຊຸດອົບຮົມດັ່ງກ່າວ ຈັດຂຶ້ນໃນວັນທີ 10 ສິງຫານີ້ ທີ່ ສູນພັດທະນາສີມືແຮງງານ ແຂວງອຸດົມໄຊ ໂດຍມີ ທ່ານ ນາງ ວັນນີ ແກ້ວໄຊຍະວົງ ຮອງຫົວໜ້າກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ຄຳໝັ້ນ ຟອງມະນີ ຜູ້ອຳນວຍການສູນພັດທະນາສີມືແຮງງານ ແຂວງອຸດົມໄຊ, ໂດຍມີບັນດາວິທະຍາກອນ, ນັກສຳມະນາກອນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ຊຸດອົບຮົມ ຄັ້ງນີ້ ຈະດຳເນີນໄປເປັນເວລາ 10 ວັນ ນັບແຕ່ວັນທີ 10 ຫາ 21 ສິງຫາ 2026 ໂດຍເນັ້ນໜັກໃສ່ການຖ່າຍທອດຄວາມຮູ້ດ້ານເຕັກນິກວິຊາການ ແລະ ການລົງເລິກປະຕິບັດຕົວຈິງ ໃນ 4 ສາຂາອາຊີບ ເພື່ອເນັ້ນໃສ່ ສ້າງສີມືແຮງງານໃນເປົ້າໝາຍໄດ້ຮັບຄວາມຮູ້ ແລະ ເຕັກນິກໃນສາຂາວິຊາ ຢ່າງຖືກຕ້ອງ ສາມາດນຳໄປປະກອບອາຊີບ ຊ່ວຍປັບປຸງຊີວິດການເປັນຢູ່ຂອງຕົນໃຫ້ດີຂື້ນເທື່ອລະກ້າວ.

ຊຸດອົບຮົມ ຈັດຂຶ້ນພາຍໃຕ້ການສະໜັບສະໜູນ ໂດຍ ໂຄງການເສີມສ້າງທັກສະທີ່ເປັນບຸລິມະສິດ ສຳລັບການເຕີບໂຕ ຂອງ ສປປ ລາວ. ຈຸດປະສົງ ຂອງໂຄງການແມ່ນເພື່ອສ້າງຄວາມຮູ້ ແລະ ຄວາມສາມາດ ໃຫ້ແກ່ ຜູ້ເຂົ້າຮ່ວມ ເພື່ອໃຫ້ສາມາດນຳເອົາບົດຮຽນໄປໝູນໃຊ້ເຂົ້າໃນການປະກອບອາຊີບດ້ວຍຕົນເອງ, ສ້າງວຽກເຮັດງານທຳ, ສ້າງລາຍຮັບທີ່ໝັ້ນຄົງ ແລະ ປະກອບສ່ວນເຂົ້າໃນການຍົກລະດັບຊີວິດການເປັນຢູ່ຂອງຕົນເອງ ແລະ ຄອບຄົວ ໃຫ້ດີຂຶ້ນ.

ຂ່າວ: ແສງອາທິດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງບັນຊາການທະຫານແຂວງບໍ່ແກ້ວ ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້

ກອງບັນຊາການທະຫານແຂວງບໍ່ແກ້ວ ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້

ວັນທີ 10 ສິງຫາ 2026 ນີ້, ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້ ໃຫ້ແກ່ຄູອາສາເຂົ້າເປັນລັດຖະກອນປ້ອງກັນຊາດ ຊຸດທີ I ປະຈຳປີ 2026, ໂດຍມີ ສະຫາຍ ພັນໂທ ຈອມມະນີ ແພງຄຳມີ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີຄະນະພັກ-ຄະນະບັນຊາ, ພະແນກການທີ່ກ່ຽວຂ້ອງ, ຄະນະອໍານວຍການໂຮງຮຽນການທະຫານທ້ອງຖິ່ນແຂວງ, ຄູ-ອາຈານ ແລະ ນັກເຝິກອົບຮົມ ເຂົ້າຮ່ວມ.
ການ​ນຳແຂວງຫຼວງນ້ຳທາ ລົງຕິດ​ຕາມ ນ້ຳຖ້ວມ ບ້ານ​ນ້ຳ​ດີ-ປ່າ​ປົວະ

ການ​ນຳແຂວງຫຼວງນ້ຳທາ ລົງຕິດ​ຕາມ ນ້ຳຖ້ວມ ບ້ານ​ນ້ຳ​ດີ-ປ່າ​ປົວະ

ຄະນະນຳຂັ້ນແຂວງ ແລະ ຂັ້ນເມືອງຫຼວງນ້ຳທາ ນຳໂດຍ ທ່ານ ອ່ອນຈັນ ຄຳພາວົງ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງຫຼວງນ້ຳທາ, ທ່ານ ວົງມະນີ ເພື່ອປະຊາ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ທ່ານ ບຸນຄົງ ພິມມະສອນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍຄະນະ ໄດ້ລົງພື້ນທີ່ຕິດຕາມສະພາບໄພນ້ຳຖ້ວມກະທັນຫັນ ຢູ່ທີ່ບ້ານນ້ຳດີ ແລະ ບ້ານປ່າປົວະ ຕາແສງທົ່ງອົ້ມ ເມືອງຫຼວງນ້ຳທາ ໃນວັນທີ 11 ສິງຫານີ້.
6 ເດືອນຕົ້ນປີ ລັດວິສາຫະກິດນໍ້າປະປາ ແຂວງສາລະວັນ ສາມາດສ້າງຜົນກໍາໄລຈາກການດໍາເນີນທຸລະກິດ ໄດ້ 600 ລ້ານກວ່າກີບ

6 ເດືອນຕົ້ນປີ ລັດວິສາຫະກິດນໍ້າປະປາ ແຂວງສາລະວັນ ສາມາດສ້າງຜົນກໍາໄລຈາກການດໍາເນີນທຸລະກິດ ໄດ້ 600 ລ້ານກວ່າກີບ

ທ່ານ ສົມສັກ ສິດທິສານ ຮອງຜູ້ອໍານວຍການລັດວິສາຫະກິດນໍ້າປະປາ ແຂວງສາລະວັນ ໄດ້ລາຍງານສະພາບການເຄື່ອນໄຫວທຸລະກິດ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ນີ້ວ່າ:
ພະແນກ ກ​ສ - ມຸນລະປາໂມກ ລົງຊຸກຍູ້ການປັກດຳເຂົ້ານາປີ

ພະແນກ ກ​ສ - ມຸນລະປາໂມກ ລົງຊຸກຍູ້ການປັກດຳເຂົ້ານາປີ

ໃນ​ວັນ​ທີ 10 ສິງ​ຫາ​ຜ່ານ​ມາ, ຄະນະນຳພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຈຳປາສັກ ຮ່ວມກັບ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງມຸນລະປາໂມກ ໄດ້ລົງພື້ນທີ່ຕິດຕາມ, ຊຸກຍູ້ຂະບວນການຜະລິດລະດູຝົນ ໂດຍສະເພາະແມ່ນການປັກດຳເຂົ້ານາປີ ປະຈຳປີ 2026 ພ້ອມທັງເຂົ້າກວດກາຈຸດຫຼໍ່ແຫຼມທີ່ມີຄວາມສ່ຽງຕໍ່ໄພນ້ຳຖ້ວມ ເພື່ອວາງແຜນເຝົ້າລະວັງ ແລະ ປ້ອງກັນຄວາມເສຍຫາຍທີ່ອາດຈະເກີດຂຶ້ນກັບຜົນຜະລິດຂອງຊາວກະສິກອນ.
ປະທຸມພອນ ຍົກລະດັບການນຳ​ໃຊ້ເຕັກໂນໂລຊີດີ​ຈີຕອນ ເຂົ້າ​ໃນ​ການ​ບໍ​ລິ​ຫານ

ປະທຸມພອນ ຍົກລະດັບການນຳ​ໃຊ້ເຕັກໂນໂລຊີດີ​ຈີຕອນ ເຂົ້າ​ໃນ​ການ​ບໍ​ລິ​ຫານ

ເພື່ອສ້າງບາດກ້າວຫັນປ່ຽນໃໝ່ໃນການບໍລິຫານ-ຄຸ້ມຄອງວຽກງານໃຫ້ມີຄວາມວ່ອງໄວ, ສະດວກ, ຖືກຕ້ອງ ແລະ ທັນສະໄໝ, ເມືອງປະທຸມພອນ ​ແຂວງ​ຈຳ​ປາ​ສັກ ໄດ້ຈັດຊຸດອົບຮົມ “ການນຳໃຊ້ເຕັກໂນໂລຊີ​ດີ​ຈີຕອນ ເພື່ອເພີ່ມປະສິດທິພາບວຽກງານຂອງການນຳ” ໃນ​ວັນ​ທີ 10 ສິງ​ຫາ​ຜ່ານ​ມາ ໂດຍ​ການເປັນປະທານຂອງ ທ່ານ ສົມຈິດ ແພງສະຫວັດ ກຳມະການພັກແຂວງ, ເລຂາພັກເມືອງ, ມີຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການອ້ອມຂ້າງ ແລະ ຄະນະກຳມະການປົກຄອງຕາແສງ ເຂົ້າຮ່ວມ.
ເລຂາພັກແຂວງສາລະວັນ ເນັ້ນການໂຄສະນາ​ຕ້ອງ​ມີຫຼາຍຮູບ-ຫຼາຍສີ

ເລຂາພັກແຂວງສາລະວັນ ເນັ້ນການໂຄສະນາ​ຕ້ອງ​ມີຫຼາຍຮູບ-ຫຼາຍສີ

ສະ​ຫາຍ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນ ແຂວງສາລະວັນ ໄດ້ພົບ​ປະ​ໂອ້​ລົມ ພະ​ນັກ​ງານ-ລັດ​ຖະ​ກອນຄະນະໂຄສະນາອົບຮົມແຂວງສາ​ລະ​ວັນ ເມື່ອ​ບໍ່​ດົນ​ມາ​ນີ້ ໂດຍມີ ສະ​ຫາຍ ມະໄລວອນ ສີປະເສີດ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ​ມີພະ​ນັກ​ງານ-ລັດ​ຖະ​ກອນ ເຂົ້າຮ່ວມຮັບ​ຟັງ.
ມອບ-ຮັບ ໃບຢັ້ງຢືນໃຫ້ພະນັກງານສຳເລັດຝຶກອົບຮົມວຽກງານຈ່າສານ ຊຸດທີ VIII

ມອບ-ຮັບ ໃບຢັ້ງຢືນໃຫ້ພະນັກງານສຳເລັດຝຶກອົບຮົມວຽກງານຈ່າສານ ຊຸດທີ VIII

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດພິທີ ມອບ-ຮັບ ໃບຢັ້ງຢືນ ໃຫ້ພະນັກງານສຳເລັດຝຶກອົບຮົມວຽກງານຈ່າສານ ຊຸດທີ VIII ຈຳນວນ 52 ທ່ານ, ຫຼັງຈາກໄດ້ດໍາເນີນການຝຶກອົບຮົມມາແຕ່ວັນທີ 13 ກໍລະກົດ ຫາ ວັນທີ 7 ສິງຫາ 2026 ຊຶ່ງໄດ້ຈັດຂຶ້ນໃນວັນທີ 7 ສິງຫາ ຜ່ານມາ ທີ່ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມສານປະຊາຊົນສູງສຸດ ນະຄອນຫຼວງວຽງຈັນ, ໃຫ້ກຽດມອບໃບຢັ້ງຢືນ ໂດຍທ່ານ ໄພວີ ສີບົວລິພາ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ.
ສື່ມວນຊົນ ມີບົດບາດສໍາຄັນໃນການສຶກສາອົບຮົມການເມືອງ-ແນວຄິດ

ສື່ມວນຊົນ ມີບົດບາດສໍາຄັນໃນການສຶກສາອົບຮົມການເມືອງ-ແນວຄິດ

ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ຄົບຮອບ 76 ປີ (13/8/1950-13/8/2026) ໃກ້ຈະມາເຖິງນີ້. ທ່ານ ສີວັນ ຫອມໄຊຍະເດດ ຮັກສາການຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 10 ສິງຫານີ້ ທີ່ສໍານັກງານໜັງສືພິມປະຊາຊົນວ່າ:
ກົມປ່າໄມ້ ແລະ ມຊ ລົງນາມຂໍ້ຕົກລົງການຮ່ວມມື ດ້ານວິຊາການ

ກົມປ່າໄມ້ ແລະ ມຊ ລົງນາມຂໍ້ຕົກລົງການຮ່ວມມື ດ້ານວິຊາການ

ກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີເຊັນ ຂໍ້ຕົກລົງ ການຮ່ວມມື ດ້ານວິຊາການ (MOA) ກ່ຽວກັບ ການສຶກສາຄົ້ນຄວ້າຊີວະນານາພັນ ໃນເຂດອຸທິຍານແຫ່ງຊາດນາກາຍ-ນໍ້າເທີນ ຢ່າງເປັນທາງການ, ໃນວັນທີ 7 ສິງຫາ ຜ່ານມາ ທີ່ມະຫາວິທະຍາໄລແຫ່ງຊາດ.
ພາກບ່າຍ ການນໍາພັກ-ລັດ ສືບຕໍ່ວາງພວງມາລາໄວ້ອາໄລ ສະຫາຍ ໄຊສົມພອນ ພົມວິຫານ

ພາກບ່າຍ ການນໍາພັກ-ລັດ ສືບຕໍ່ວາງພວງມາລາໄວ້ອາໄລ ສະຫາຍ ໄຊສົມພອນ ພົມວິຫານ

ໃນຕອນບ່າຍ ຂອງວັນທີ 10 ສິງຫານີ້ ທີ່ຫໍປະຊຸມແຫ່ງຊາດ, ການນໍາພັກ-ລັດ ແລະ ພາກສ່ວນຕ່າງໆສືບຕໍ່ວາງພວງມາລາໄວ້ອາໄລ ສະຫາຍ ໄຊສົມພອນ ພົມວິຫານ.
ເພີ່ມເຕີມ