ອຸທຸມພອນ ເປີດກອງປະຊຸມຜູ້ບໍລິຫານການສຶກສາທົ່ວເມືອງ

ອຸທຸມພອນ ເປີດກອງປະຊຸມຜູ້ບໍລິຫານການສຶກສາທົ່ວເມືອງ
ກອງປະຊຸມຜູ້ບໍລິຫານການສຶກສາທົ່ວເມືອງອຸທຸມພອນ ແຂວງສະຫວັນນະເຂດ ປະຈຳສົກຮຽນ 2022-2023 ໄດ້ຈັດຂຶ້ນໃນວັນທີ 24 ຕຸລານີ້ ທີ່ເມືອງດັ່ງກ່າວ ໂດຍມີຄະນະພັກ-ຄະນະປົກຄອງເມືອງ, ຄະນະພະແນກສຶກສາທິການ-ກິລາແຂວງ, ຫ້ອງການສຶກສາທິການ-ກິລາເມືອງ, ຜູ້ອໍານວຍການໂຮງຮຽນທົ່ວເມືອງເຂົ້າຮ່ວມ.
    ທ່ານ ສອນວິໄລ ອຸພະມີໄຊ ຮອງຫົວໜ້າຫ້ອງການສຶກສາທິການ-ກິລາເມືອງ ໄດ້ລາຍງານການຈັດຕັ້ງປະຕິບັດແຜນພັດທະນາການສຶກສາສົກປີ 2022-2023 ແລະທິດທາງແຜນການ 2023-2024 ວ່າ:ໃນໄລຍະຜ່ານມາການຈັດຕັ້ງປະຕິບັດ 15 ຄາດໝາຍຕົວຊີ້ວັດຂອງແຂວງ ແລະ ຂອງສະພາມອບໃຫ້ໃນສົກຮຽນ 2022-2023 ສາມາດບັນລຸໄດ້ 9 ຄາດໝາຍ,ສະແດງອອກອັດຕາເຂົ້າຮຽນຂອງເດັກ 5 ປີກ່ອນໄວຮຽນ ຄາດໝາຍຂອງແຂວງແມ່ນ 81,0%,ປະຕິບັດໄດ້ 88,6%,ລື່ນຄາດໝາຍ 7,6%,ອັດຕາເຂົ້າຮຽນໃໝ່ ປ.1 ທຽບໃສ່ເດັກອາຍຸ 6 ປີຄາດໝາຍແຂວງ 99,4%, ປະຕິບັດໄດ້ 112,4%,ຫຼຸດຜ່ອນອັດຕາປະລະການຮຽນຂອງນັກຮຽນ ປ.1 ຄາດໝາຍແຂວງ 6,1%,ປະຕິບັດໄດ້ 5,0%,ອັດຕາປະລະການຮຽນຊັ້ນປະຖົມຄາດໝາຍແຂວງ 5,9%,ປະຕິບັດໄດ້ 4,6%,ປະຊາກອນ ແລະ ຜູ້ປະລະການຮຽນໄດ້ບໍາລຸງຜ່ານການສຶກສານອກໂຮງຮຽນໃຫ້ໄດ້3.828 ຄົນ ແລະ ຝຶກວິຊາຊີບໃຫ້ໄດ້ 75 ຄົນຄູປະຖົມ ແລະ ມັດທະຍົມໄດ້ຮັບການອົບຮົມບໍ່ຫຼຸດ 17,1% ຂອງຄູທັງໝົດ ຄາດໝາຍແຂວງ 17,1% ປະຕິບັດລື່ນຄາດໝາຍ 24,7%, ສົ່ງເສີມນັກຮຽນຈົບມ.ປາຍ ໄດ້ຮຽນຕໍ່ມະຫາວິທະຍາໄລທັງພາກລັດ ແລະ ເອກະຊົນທັງພາຍໃນ ແລະ ຕ່າງປະເທດໃຫ້ບັນລຸ 20% ຂອງນັກຮຽນເສັງຈົບສ່ວນທີ່ເຫຼືອແມ່ນເຂົ້າສູ່ຕະຫຼາດແຮງງານ ແລະ ສາຍວິຊາຊີບບັນລຸຕາມຄາດໝາຍແຂວງ,ນັກຮຽນທີ່ຈົບ ມ.ຕົ້ນ ສາຍອາຊີວະ ແລະ ອົບຮົມວິຊາຊີບບັນລຸຕາມຄາດໝາຍ ແລະ ສົ່ງເສີມມວນຊົນທຸກເພດໄວຫັດກາຍບໍລິຫານອອກກໍາລັງກາຍຫຼິ້ນກິລາລື່ນຄາດໝາຍທີ່ແຂວງຄາດໄວ້ ແລະ 6 ຄາດໝາຍທີ່ບໍ່ທັນບັນລຸປະກອບມີ: ອັດຕາເຂົ້າຮຽນໃໝ່ລວມ ປ.5 ຫຼຸດຄາດໝາຍທີ່ແຂວງຄາດໄວ້ 7,4%, ອັດຕາເລື່ອນຂັ້ນຈົບຊັ້ນປະຖົມຫຼຸດຄາດໝາຍ2%, ອັດຕາເລື່ອນ ປ.5 ຂຶ້ນ ມ.1 ຫຼຸດຄາດໝາຍ 6,4%,ອັດຕາຄວາມສະເໝີພາບຍິງ-ຊາຍນັກຮຽນຍິງມີອັດຕາສ່ວນຫຼາຍກວ່ານັກຮຽນຊາຍ,ອັດຕາເຂົ້າຮຽນໃໝ່ ມ.4 ຫຼຸດຄາດໝາຍທີ່ແຂວງຄາດໄວ້ 16,2% ແລະ ອັດຕາປະລະມັດທະຍົມຕົ້ນປະຕິບັດໄດ້ 12,5%ລື່ນຄາດໝາຍ 1,4% (ຄາດໝາຍຂອງແຂວງແມ່ນ 11,1%) ພ້ອມທັງຜ່ານທິດທາງແຜນການຕໍ່ໜ້າ. ຈາກນັ້ນຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດຄໍາເຫັນເພື່ອເຮັດໃຫ້ວຽກງານການສຶກສາພາຍໃນເມືອງມີບາດກ້າວໃໝ່ເຕີບໃຫຍ່ຂຶ້ນໄປເລື້ອຍໆ. 
ຂ່າວ-ພາບ: ສະຫວັນນະເຂດ
   

ຄໍາເຫັນ

ຂ່າວສືກສາ-ກິລາ

ກອງປະຊຸມເຜີຍແຜ່ເຊື່ອມຊຶມທິດທາງປັບປຸງຫຼັກສູດ 6+3+3

ກອງປະຊຸມເຜີຍແຜ່ເຊື່ອມຊຶມທິດທາງປັບປຸງຫຼັກສູດ 6+3+3

ໃນວັນທີ 6 ສິງຫາ ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມເຜີຍ ແຜ່, ເຊື່ອມຊຶມທິດທາງການປັບປຸງຫຼັກສູດ 6+3+3 ແລະ ການສ້າງມະຫາວິທະຍາໄລສ້າງຄູແຫ່ງຊາດຂຶ້ນທີ່ຫ້ອງປະຊຸມໄອຊີທີ, ໃຫ້ກຽດເປັນປະທານໂດຍ ທ່ານ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ມີທ່ານປະທານກໍາມາທິການວັດທະນະທໍາ, ສັງຄົມ ແລະ ຊົນເຜົ່າສະພາແຫ່ງຊາດ; ບັນດາທ່ານຮອງປະທານຄະນະກຳມະການປົກຄອງນະຄອນຫຼວງ ແລະ ແຂວງທົ່ວປະເທດ, ຕາງໜ້າມະຫາວິທະຍາໄລແຫ່ງຊາດ, ຜູ້ອຳນວຍການມະຫາ ວິທະຍາໄລ, ບັນດາຜູ້ອຳນວຍການສະຖານການສຶກສາຄູ ແລະ ພາກສ່ວນພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຊາວໜຸ່ມອາສາສະໝັກ ສືບຕໍ່ພາລະກິດສ້າງອານາຄົດ ນໍານ້ອງຄືນສູ່ໂຮງຮຽນ

ຊາວໜຸ່ມອາສາສະໝັກ ສືບຕໍ່ພາລະກິດສ້າງອານາຄົດ ນໍານ້ອງຄືນສູ່ໂຮງຮຽນ

ວັນທີ 4 ສິງຫາ ຜ່ານມານີ້, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ພະແນກສຶກສາທິການ ແລະ ກິລາ ຮ່ວມກັບຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວແຂວງຫຼວງພະບາງ ໄດ້ຕິດຕາມ ແລະຊຸກຍູ້ການເຮັດວຽກຂອງຊາວໜຸ່ມອາສາສະໝັກຕະລຸມບອນ ທີ່ລົງສິດສອນ ໄລຍະພັກພາກຮຽນ ຢູ່ໂຮງຮຽນປະຖົມສົມບູນ 4 ແຫ່ງ ຂອງເມືອງປາກອູ, ມີ ທ່ານ ມີນາ ຈັນມະນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ທ່ານ ສົມໝາຍ ຂຸນດາວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ພ້ອມດ້ວຍເລຂາຄະນະຊາວໜຸ່ມຮາກຖານ ພະແນກສຶກສາທິການ ແລະ ກິລາ ແຂວງ, ເລຂາໜ່ວຍຊາວໜຸ່ມຮາກຖານ ໂຮງຮຽນມັດທະຍົມສົມບູນສັນຕິພາບ ພ້ອມດ້ວຍຄະນະ ເຂົ້າຮ່ວມ.
ສກຂ ວິລະບູລີ ສະຫຼຸບວຽກງານ 6 ເດືອນຕົ້ນປີ ພ້ອມປະກາດແຕ່ງຕັ້ງຜູ້ບໍລິຫານໂຮງຮຽນ

ສກຂ ວິລະບູລີ ສະຫຼຸບວຽກງານ 6 ເດືອນຕົ້ນປີ ພ້ອມປະກາດແຕ່ງຕັ້ງຜູ້ບໍລິຫານໂຮງຮຽນ

ວັນທີ 4 ສິງຫາ 2026 ຢູ່ທີ່ສະໂມສອນເມືອງວິລະບູລີ, ຫ້ອງການສຶກສາທິການ ແລະ ກິລາ ເມືອງວິລະບູລີ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານການສຶກສາ ປະຈຳ 6 ເດືອນຕົ້ນປີ ແລະ ກຳນົດທິດທາງແຜນການ 6 ເດືອນທ້າຍປີ 2026, ໂດຍການເປັນປະທານຮ່ວມຂອງ ທ່ານ ໄພມະນີ ວົງໄຊຄຳ ຄະນະປະຈຳພັກເມືອງຮອງປະທານຄະນະກຳມະການປົກຄອງເມືອງວິລະບູລີ ແລະ ທ່ານ ສີພະຈັນ ກອງທອງມາ ກຳມະການພັກເມືອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີບັນດາຄະນະຫ້ອງການ, ວິຊາການ, ຜູ້ບໍລິຫານໂຮງຮຽນ ແລະ ຄູ-ອາຈານ ຈາກໂຮງຮຽນປະຖົມ, ມັດທະຍົມຕົ້ນ ແລະ ມັດທະຍົມປາຍທົ່ວເມືອງວິລະບູລີ ເຂົ້າຮ່ວມ.
ມຊ ເນັ້ນໃສ່ 4 ປັດໄຈຫຼັກ ພັດທະນາບຸກຄະລາກອນສື່ສານມວນຊົນ ໃຫ້ເປັນມືອາຊີບ ແລະ ທັນກັບຍຸກສະໄໝ

ມຊ ເນັ້ນໃສ່ 4 ປັດໄຈຫຼັກ ພັດທະນາບຸກຄະລາກອນສື່ສານມວນຊົນ ໃຫ້ເປັນມືອາຊີບ ແລະ ທັນກັບຍຸກສະໄໝ

ມະຫາວິທະຍາໄລແຫ່ງຊາດ (ມຊ) ກໍຄືພາກວິຊາສື່ສານມວນຊົນ ຄະນະອັກສອນສາດ ມຊ ໄດ້ມີການຄົ້ນຄວ້າ ແລະ ຫັນປ່ຽນຫຼັກສູດການຮຽນ-ການສອນສະບັບໃໝ່ ໂດຍຫັນຈາກ "ທິດສະດີດັ້ງເດີມ" ໄປສູ່ "ການປະສົມປະສານທັກສະເຕັກໂນໂລຊີ ແລະ ການປະຕິບັດຕົວຈິງ" ຢ່າງຮອບດ້ານ ແນໃສ່ການພັດທະນາບຸກຄະລາກອນສື່ສານມວນຊົນ ໃຫ້ເປັນມືອາຊີບ ແລະ ທັນກັບຍຸກສະໄໝ ໂດຍເນັ້ນໃສ່ 4 ປັດໄຈຫຼັກ.
ກົມໃຫຍ່ພະລາທິການກອງທັບ ສ້າງຂະບວນການແຂ່ງຂັນກິລາຍິງປືນ

ກົມໃຫຍ່ພະລາທິການກອງທັບ ສ້າງຂະບວນການແຂ່ງຂັນກິລາຍິງປືນ

ກົມໃຫຍ່ພະລາທິການກອງທັບ ສ້າງຂະບວນການແຂ່ງຂັນກິລາຍິງປືນ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກົມໃຫຍ່ພະລາທິການກອງທັບ ຄົບຮອບ 70 ປີ (5 ສິງຫາ 1956-5 ສິງຫາ 2026) ຂຶ້ນໃນວັນທີ 3 ສິງຫາ ຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ ມີຄະນະນໍາກົມໃຫຍ່, ຄະນະພັກ-ຄະນະບັນຊາ, ຄະນະຮັບຜິດຊອບ ແລະ ນັກກິລາເຂົ້າຮ່ວມ.
ງານທ່າແຂກ ໄບລ໌ຄິງ ຊາເລນຈ໌ ຕັ້ງເປົ້າຍົກລະດັບການທ່ອງທ່ຽວ ແຂວງຄໍາມ່ວນ

ງານທ່າແຂກ ໄບລ໌ຄິງ ຊາເລນຈ໌ ຕັ້ງເປົ້າຍົກລະດັບການທ່ອງທ່ຽວ ແຂວງຄໍາມ່ວນ

ງານ ກິດຈະກຳ “ທ່າແຂກ ໄບລ໌ຄິງ ຊາເລນຈ໌” (ThaKhaek Biking Challenge) ໄດ້ ໂດຍມີນັກປັ່ນຈາກຫຼາຍແຂວງ ແລະ ຫຼາຍປະເທດເຂົ້າຮ່ວມຢ່າງຄຶກຄື້ນ ເພື່ອພິສູດຄວາມອຶດທົນ ຄວາມແຂງແຮງ ແລະ ຮ່ວມສົ່ງເສີມການທ່ອງທ່ຽວຂອງແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 2 ສິງຫາ 2026 ຢູ່ຕໍ່ໜ້າຫໍມູນເຊື້ອ 21 ມີນາ (ນໍ້າພຸ) ເມືອງທ່າແຂກ ແຂວງຄໍາມ່ວນ.
ສະໂມສອນເຄເອັມທີ ຄອງຂັນຊະນະເລີດບານເຕະລາວລີກ 2 ນວ 2026

ສະໂມສອນເຄເອັມທີ ຄອງຂັນຊະນະເລີດບານເຕະລາວລີກ 2 ນວ 2026

ພິທີປິດການແຂ່ງຂັນບານເຕະລາວລີກ 2 ນະຄອນຫຼວງວຽງຈັນ (ນວ) ປະຈໍາປີ 2026 ຈັດຂຶ້ນໃນວັນທີ 2 ສິງຫາຜ່ານມາ ທີ່ສະໜາມບານເຕະຫຍ້າທຽມລ້ານຊ້າງ ບ້ານໜອງໄຮ ເມືອງຫາດຊາຍຟອງ ນວ, ມີທ່ານນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງ ນວ ພ້ອມດ້ວຍຜູ້ໃຫ້ການສະໜັບສະໜູນ ຄະນະປະທານສະໂມສອນ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມ.
ປິດການແຂ່ງຂັນກິລາກະຕໍ້ຊີງຂັນທ່ານຮອງນາຍົກລັດຖະມົນຕີ

ປິດການແຂ່ງຂັນກິລາກະຕໍ້ຊີງຂັນທ່ານຮອງນາຍົກລັດຖະມົນຕີ

ພິທີປິດການແຂ່ງຂັນກິລາກະຕໍ້ຊີງແຊັມທົ່ວປະເທດຄັ້ງທີ I ຊີງຂັນທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດປະຈໍາປີ 2026 ໄດ້ຈັດຂຶ້ນໃນວັນທີ 2 ສິງຫານີ້ ທີ່ສູນກິລາບູໂດເຊັນເຕີ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານປະທານສະຫະພັນກິລາກະຕໍ້ແຫ່ງຊາດລາວ, ມີຮອງລັດຖະມົນຕີ, ຄູຝຶກ, ນັກກິລາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເລີ່ມແຂ່ງຂັນກິລາປິ່ງປ່ອງຊາວໜຸ່ມ-ເຍົາວະຊົນໂລກ ແລະ ຮຸ່ນທົ່ວໄປທີ່ ນວ

ເລີ່ມແຂ່ງຂັນກິລາປິ່ງປ່ອງຊາວໜຸ່ມ-ເຍົາວະຊົນໂລກ ແລະ ຮຸ່ນທົ່ວໄປທີ່ ນວ

ງານແຂ່ງຂັນກິລາປິ່ງປ່ອງຊາວໜຸ່ມ-ເຍົາວະຊົນໂລກ ແລະ ຮຸ່ນທົ່ວໄປລາຍການ "WTT Youth Contender" (ຄັ້ງທີ 4) ແລະ "WTT Feeder Series" (ຄັ້ງທີ 2) ປະຈຳປີ 2026 ທີ່ ສປປ ລາວເຮົາເປັນເຈົ້າພາບຈັດຂຶ້ນວັນທີ 30 ກໍລະກົດ ຫາ ວັນທີ 8 ສິງຫາ 2026 ທີ່ສູນການຄ້າລາວ-ໄອເຕັກ ມໍ ຊັ້ນ 7 ນະຄອນຫຼວງວຽງຈັນ (ນວ) ຊຶ່ງການແຂ່ງຂັນຈັດຂຶ້ນວັນທີ 30 ກໍລະກົດ ນີ້ ມີທ່ານ ສຳລານ ພັນຄະວົງ ປະທານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ, ທ່ານ ນາງ ບົວສີ ສີສະຫວັດ ແລະ ທ່ານ ນາງ ອໍລະໄທ ສັນຕິຄົງຄາ ຮອງປະທານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ, ທ່ານ ນາງ ຈິນດາ ພົນເຕຊາ ຄະນະບໍລິຫາງານສະຫະພັນກິລາປິ່ງປ່ອງແແຫ່ຊາງລາວ ປະທານສະຫະພັນກິລາປິ່ງປ່ອງ ນວ, ທ່ານ ນາງ ອາລິສາ ໄຊຍະກຸມມານ ຮອງປະທານສະຫະພັນກິລາປິ່ງປ່ອງ ນວ, ຜູ້ສະໜັບສະໜູນ, ຜູ້ຊົມຜູ້ເຊຍ ແລະ ນັກກິລາເຂົ້າຮ່ວມ.
ໂຮງຮຽນ ນານາຊາດ ພອນສະຫວັນ

ໂຮງຮຽນ ນານາຊາດ ພອນສະຫວັນ

ໂຮງຮຽນ ນານາຊາດ ພອນສະຫວັນ (ນານາຊາດ ເຮີໝິງ)ຕັ້ງຢູ່ໃນ ເຂດເສດຖະກິດພິເສດບຶງທາດຫຼວງ ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ (ຄອນໂດມີນຽມເລກທີ 02) ຢູ່ຫ່າງຈາກໃຈກາງເມືອງພຽງ ແຕ່ 4 ກິໂລແມັດ, ມີຄວາມສະດວກໃນການເດີນທາງ, ເປັນໂຮງຮຽນ ທີໄດ້ຮັບການອະນຸມັດ ຈາກກະຊວງສຶກສາທິການ ແລະ ກິລາ, ເປັນໂຮງຮຽນແຫ່ງທໍາອິດຂອງ ສປປ ລາວ ທີ່ນໍາໃຊ້ ລະບົບການສຶກສາທີ່ປະສົມປະສານ ລະຫວ່າງ ລະບົບຫຼັກສູດ K12 ຂອງຈີນ ແລະ ລະບົບຫຼັກສູດ VCE ຂອງອົສຕຣາລີ, ອັງກິດສົມທົບ ການຮຽນ-ການສອນ ທີ່ນໍາໃຊ້ປັນຍາປະດິດ (AI) ເພື່ອພັດທະນາການເຕີບໂຕທາງດ້ານຈິດຕະວິທະຍາຂອງນັກຮຽນ ຕາມຄວາມເໝາະສົມ ແລະ ຮອງຮັບແນວທາງການສຶກສາໃນອະນາຄົດ.
ເພີ່ມເຕີມ