ອຸດສາຫະກຳດີຈີຕອນຂອງຈີນໃນປີຜ່ານມາສ້າງລາຍຮັບ35,000 ຕື້ຢວນ

ອຸດສາຫະກຳດີຈີຕອນຂອງຈີນໃນປີຜ່ານມາສ້າງລາຍຮັບ35,000 ຕື້ຢວນ

ຂ່າວສານຊີອາໄອລາຍງານວ່າ: ແຫຼ່ງຂ່າວຈາກກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຈີນໃຫ້ຮູ້ໃນວັນທີ 17 ມີນາ ຜ່ານມາວ່າ: ອຸດສາຫະກຳດີຈີຕອນຂອງຈີນໃນປີ 2024 ໂດຍລວມໄດ້ເຄື່ອນໄຫວຢ່າງມີຄວາມໝັ້ນທ່ຽງ,

 ລາຍໄດ້ຈາກການດຳເນີນທຸລະກິດມີເຖິງ 35,000 ຕື້ຢວນ, ເພີ່ມຂຶ້ນ 5.5% ເມື່ອທຽບໃສ່ປີ 2023, ລວມຍອດຜົນກຳໄລມີເຖິງ 2,700 ຕື້ຢວນ, ເພີ່ມຂຶ້ນ 3.5% ເມື່ອທຽບໃສ່ປີ 2023.

ໃນນັ້ນ, ຕະຫຼາດຜະລິດຕະພັນເອເລັກໂຕຣນິກທີ່ນຳໃຊ້ໃນຊີວິດປະຈຳວັນໄດ້ພັດທະນາດີຂຶ້ນຢ່າງຮອບດ້ານ. ໂດຍພາຍໃຕ້ການຊຸກຍູ້ຈາກທຸລະກິດພັດທະນາຂຶ້ນມາໃໝ່ ເຊັ່ນ: ປັນຍາປະດິດ ແລະ ຄລາວຄອມພິວຕິງເປັນຕົ້ນ, ອຸດສາຫະກຳຊັອຟແວສາມາດສ້າງລາຍຮັບໄດ້ເຖິງ 13,700 ຕື້ຢວນ, ເພີ່ມຂຶ້ນ 10% ເມື່ອທຽບປີ 2023. ອຸດສາຫະກຳການສື່ສານສາມາດສ້າງລາຍຮັບໄດ້ເຖິງ 1,740 ຕື້ຢວນ, ເພີ່ມຂຶ້ນ 3.2% ເມື່ອທຽບໃສ່ປີ 2023.

ພື້ນຖານໂຄງລ່າງທາງດ້ານດີຈີຕອນໄດ້ຮັບການຍົກສູງຂຶ້ນທັງທາງດ້ານຄຸນນະພາບ ແລະ ປະລິມານ. ມາຮອດທ້າຍປີ 2024, ການໃຊ້ສາຍໃຍແກ້ວໃນທົ່ວປະເທດມີເຖິງ 72.88 ລ້ານກິໂລແມັດ, ນັບລວມແລ້ວໄດ້ສ້າງສະຖານີສົ່ງສັນຍານສື່ສານ 5G 4,251 ລ້ານແຫ່ງ, ທຸກເມືອງໄດ້ນຳໃຊ້ລະບົບອິນເຕີເນັດຂະໜາດ Gbps, ທຸກຕາແສງໄດ້ນໍາໃຊ້ລະບົບ 5G ແລະ ລະບົບ5G ສາມາດປົກຄຸມບ້ານຫຼາຍກວ່າ 90%.

ນອກນີ້, ລະບົບນິເວດອຸດສາຫະກໍາໄດ້ຮັບການປັບປຸງນັບມື້ນັບດີຂຶ້ນ, ໄດ້ສະໜອງການບໍລິການແກ່ 150 ກວ່າປະເທດ ແລະ ເຂດແຄວ້ນໃນທົ່ວໂລກ. ພະລັງຊຸກຍູ້ອຸດສາຫະກໍາໃໝ່ໄດ້ເພີ່ມທະວີຂຶ້ນເລື້ອຍໆ, ຂົງເຂດພັດທະນາຂຶ້ນມາໃໝ່ ເຊັ່ນ: ປັນຍາປະດິດ, ຫຸ່ນຍົນທີ່ເປັນຮູບຮ່າງຄືມະນຸດ ແລະອື່ນໆໄດ້ຮັກສາຄວາມດຶງດູດອ່າວສູງຕໍ່ການລົງທຶນ ແລະ ການລະດົມທຶນ, ນອກນີ້ການພັດທະນາແບບຈໍາລອງໃຫຍ່ທີ່ນໍາໃຊ້ ໃນທາງການຄ້າໄດ້ພັດທະນາໄວຂຶ້ນ.

ຄໍາເຫັນ

ຂ່າວຕ່າງປະເທດ

ຍີ່ປຸ່ນ ຕັ້ງເປົ້າໝາຍຈະປ່ອຍນ້ຳມັນສຳຮອງເພີ່ມເຕີມ

ຍີ່ປຸ່ນ ຕັ້ງເປົ້າໝາຍຈະປ່ອຍນ້ຳມັນສຳຮອງເພີ່ມເຕີມ

ຂ່າວຕ່າງປະເທດລາຍງານ ໃນວັນທີ 9 ເມສາ ຜ່ານມາວ່າ: ສື່ມວນຊົນທ້ອງຖິ່ນຂອງຍີ່ປຸ່ນອ້າງອີງແຫຼ່ງຂໍ້ມູນທີ່ກ່ຽວຂ້ອງລາຍງານວ່າ, ກະຊວງອຸດສາຫະກໍາຂອງຍີ່ປຸ່ນກໍາລັງພິຈາລະນາປ່ອຍນໍ້າມັນເພີ່ມເຕີມຈາກຄັງສໍາຮອງຂອງຕົນໃນເດືອນພຶດສະພາ ຊຶ່ງມີປະລິມານເທົ່າກັບການບໍລິໂພກພາຍໃນປະເທດ 20 ມື້, ທ່າມກາງຄວາມບໍ່ແນ່ນອນກ່ຽວກັບການຂົນສົ່ງຜ່ານຊ່ອງແຄບຮໍມຸສ.
ເຂດ​ທົດ​ລອງ​ການ​ຄ້າ​ເສ​ລີ​ຂອງ​ຈີນ​ ເພີ່ມ​ຂຶ້ນ​ເປັນ 23 ແຫ່ງ

ເຂດ​ທົດ​ລອງ​ການ​ຄ້າ​ເສ​ລີ​ຂອງ​ຈີນ​ ເພີ່ມ​ຂຶ້ນ​ເປັນ 23 ແຫ່ງ

ຂ່າວສານຊີອາໄອລາຍງານ ໃນວັນທີ 10 ເມສາ ຜ່ານມາວ່າ: ແຜນ​ລວມ​ກ່ຽວ​ກັບ​ເຂດ​ທົດ​ລອງ​ການ​ຄ້າ​ເສ​ລີ​ຈີນ(ມົງ​ໂກ​ໃນ) ທີ່​ພິມ​ແຈກ​ຢາຍໂດຍ​ຄະ​ນະ​ລັດ​ຖະ​ບານ​ຈີນຫວ່າງບໍ່​ດົນ​ມາ​ນີ້ ໄດ້​ເຜີຍ​ແຜ່​ຕໍ່​ພາຍນອກ​ໃນ​ວັນ​ທີ 9 ເມ​ສາ ຜ່ານມາ ສະ​ແດງ​ໃຫ້​ເຫັນ​ວ່າ, ມາ​ຮອດ​ປັດ​ຈຸ​ບັນ, ເຂດ​ທົດ​ລອງ​ການ​ຄ້າ​ເສ​ລີ​ຂອງ​ຈີນ​ເພີ່ມ​ຂຶ້ນ​ເປັນ 23 ແຫ່ງ.
ກຳປູເຈຍ ຮັບວັດຖຸບູຮານ 20 ອັນ ກັບຄືນປະເທດ

ກຳປູເຈຍ ຮັບວັດຖຸບູຮານ 20 ອັນ ກັບຄືນປະເທດ

ຂ່າວຕ່າງປະເທດລາຍງານໃນວັນທີ 8 ເມສາ ຜ່ານມາວ່າ: ກະຊວງວັດທະນະທຳ ແລະ ວິຈິດສິນຂອງກຳປູເຈຍ ໄດ້ເປີດເຜີຍວ່າ, ວັດຖຸໂບຮານທາງວັດທະນະທຳຂອງກຳປູເຈຍ 20 ອັນ ທີ່ຖືກລັກລອບອອກຈາກປະເທດ ຖືກສົ່ງກັບຄືນມາຈາກຄໍເລັກຊັນສ່ວນຕົວໃນອາຊີ ປະກອບມີຮູບປັ້ນຫີນຊາຍ ແລະ ທອງສຳລິດຕ່າງໆ ຊຶ່ງສ້າງຂຶ້ນໃນສະຕະວັດທີ 11 ຫາ 13, ໂດຍຈຸດເດັ່ນທີ່ສຳຄັນແມ່ນຮູບປັ້ນທີ່ງົດງາມຈາກສະໄໝບາຢົນ ຊຶ່ງເຊື່ອກັນວ່າມີຕົ້ນກຳເນີດຈາກສະຖານທີ່ປະຫວັດສາດນະຄອນທົມ.
ຫວຽດນາມ ສູ້ຊົນປະ​ຕິ​ບັດ​ເປົ້າ​ໝາຍ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ເສດ​ຖະ​ກິດ 2 ໂຕ​ເລກ

ຫວຽດນາມ ສູ້ຊົນປະ​ຕິ​ບັດ​ເປົ້າ​ໝາຍ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ເສດ​ຖະ​ກິດ 2 ໂຕ​ເລກ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໂດຍ​ສືບ​ຕໍ່​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ປະ​ຖົມ​ມະ​ລືກ, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 16, ໃນຕ​ອນ​ບ່າຍ​ວັນ​ທີ 9 ເມ​ສາ ຜ່ານມາ ຢູ່ນະຄອນຫຼວງຮ່າ​ໂນ້ຍ, ທ່ານ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ສະ​ເໜີ​ບົດ​ລ​າຍ​ງານ​ກ່ຽວ​ກັບ​ການ​ຕີ​ລາ​ຄາ​ເພີ່ມ​ເຕີມ​ໝາກ​ຜົນ​ການ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ແລະ ງົບ​ປະ​ມານ​​ແຫ່ງ​ລັດ ປີ 2025; ສະ​ພາບ​ການ​ປະ​ຕິ​ບັດແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ແລະ ງົບ​ປະ​ມານ​​ແຫ່ງ​ລັດ ປີ 2026.
ຍອດຂາຍລົດໃໝ່ໃນອັງກິດ ບັນລຸສະຖິຕິສູງສຸດໃນຮອບ 6 ປີ

ຍອດຂາຍລົດໃໝ່ໃນອັງກິດ ບັນລຸສະຖິຕິສູງສຸດໃນຮອບ 6 ປີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ເມສາ ຜ່ານມາວ່າ: ສະມາຄົມຜູ້ຜະລິດ ແລະ ຕົວແທນຈຳໜ່າຍລົດຂອງອັງກິດ (SMMT) ເປີດເຜີຍວ່າ: ຍອດຂາຍລົດໃໝ່ຂອງອັງກິດໃນເດືອນມີນາບັນລຸລະດັບສູງສຸດນັບຕັ້ງແຕ່ປີ 2019, ແຕ່ຍອດຂາຍລົດໄຟຟ້າ (EV) ຍັງຄົງຕໍ່າກວ່າເປົ້າໝາຍຂອງລັດຖະບານ.
ຊາວມາເລເຊຍ ກຽມຮັດແໜ້ນສາຍແອວ ຖ້າລາຄານໍ້າມັນສືບຕໍ່ເພີ່ມຂຶ້ນ

ຊາວມາເລເຊຍ ກຽມຮັດແໜ້ນສາຍແອວ ຖ້າລາຄານໍ້າມັນສືບຕໍ່ເພີ່ມຂຶ້ນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ເມສາ ຜ່ານມາວ່າ: ການສຳຫຼວດໂດຍ GrowthOps Asia ຊີ້ໃຫ້ເຫັນວ່າ, ຊາວມາເລເຊຍສ່ວນໃຫຍ່ມີທ່າອ່ຽງລະມັດລະວັງຫຼາຍຂຶ້ນກ່ຽວກັບການໃຊ້ຈ່າຍ ຖ້າຫາກລາຄານໍ້າມັນເຊື້ອໄຟຍັງສືບຕໍ່ເພີ່ມຂຶ້ນຍ້ອນຂໍ້ຂັດແຍ່ງໃນຕາເວັນອອກກາງ.
ໃນໄຕມາດທີ 1 ຫວຽດນາມ ຕ້ອນຮັບນັກທ່ອງທ່ຽວສາກົນ 6.76 ລ້ານເທື່ອຄົນ

ໃນໄຕມາດທີ 1 ຫວຽດນາມ ຕ້ອນຮັບນັກທ່ອງທ່ຽວສາກົນ 6.76 ລ້ານເທື່ອຄົນ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 6 ເມສາ ຜ່ານມາວ່າ: ໃນ​ສະ​ພາບ​ການ​ທ່ອງ​ທ່ຽ​ວ​ທົ່ວ​ໂລກ​ຖືກ​ຜົນ​ກະ​ທົບ​ຈາກ​ການ​ປ​ະ​ທະ​ກັນ​ດ້ານ​ພູມສາດ​ການ​ເມືອງ, ຂະ​ແໜງ​ທ່ອງ​ທ່ຽວ ຫວ​ຽດ​ນາມ ຍັງ​ມີ​ສັນ​ຍານ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ. ຕາມ​ສະ​ຖິ​ຕິ​ຂອງ​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ ຫວຽດ​ນາມໃຫ້ຮູ້ວ່າ, ໄລ່​ສະ​ເພາະ​ເດືອນມີ​ນາ 2026, ຫວຽດ​ນາມ ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ເກືອບ 2.1 ລ້ານ​ເທື່ອ​ຄົນ. 3 ເດືອນ​ຕົ້ນ​ປີ 2026, ຍອດ​ຈຳ​ນວນນັກ​ທ່ອງ​ທ່ຽວ​ມາ ຫວຽດ​ນ​ມາມ ບັນ​ລຸ 6.67 ລ້ານ​ເທື່​ອ​ຄົນ, ເພີ່ມ​ຂຶ້ນ 12.4% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025.
ອິນເດຍ ເປີດການປະມູນປຸ໋ຍຢູເຣຍ ນຳເຂົ້າ 2.5 ລ້ານໂຕນ

ອິນເດຍ ເປີດການປະມູນປຸ໋ຍຢູເຣຍ ນຳເຂົ້າ 2.5 ລ້ານໂຕນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ເມສາ ຜ່ານມາວ່າ: ເຈົ້າໜ້າທີ່ລັດຖະບານອິນເດຍໄດ້ເປີດເຜີຍການປະມູນລະດັບໂລກເພື່ອນຳເຂົ້າປຸ໋ຍຢູເຣຍ ຈຳນວນ 2.5 ລ້ານໂຕນ ທ່າມກາງບັນຫາການສະໜອງທີ່ຢຸດສະງັກເພາະສະຖານະການໃນຕາເວັນອອກກາງ. ໂດຍ ບໍລິສັດ Indian Potash Limited ຂອງລັດ ໄດ້ເປີດການປະມູນ ຊຶ່ງຈະສິ້ນສຸດໃນວັນທີ 15 ເມສານີ້.
IMF ອາດຈະຫຼຸດການຄາດຄະເນເສດຖະກິດໂລກ

IMF ອາດຈະຫຼຸດການຄາດຄະເນເສດຖະກິດໂລກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ເມສາ ຜ່ານມາວ່າ: ທ່ານນາງ ຄຣິສຕາລີນາ ຈໍເຈຍວາ ຜູ້ອຳນວຍການໃຫຍ່ຂອງກອງທຶນການເງິນສາກົນ (IMF) ໄດ້ເປີດເຜີຍວ່າ: ສົງຄາມໃນຕາເວັນອອກກາງຈະສົ່ງຜົນໃຫ້ອັດຕາເງິນເຟີ້ສູງຂຶ້ນ ແລະ ເຮັດໃຫ້ການເຕີບໂຕຂອງເສດຖະກິດໂລກຊ້າລົງ. ທ່ານກ່າວຕື່ມວ່າ: ເຖິງແມ່ນວ່າຂໍ້ຂັດແຍ່ງຈະໄດ້ຮັບການແກ້ໄຂຢ່າງວ່ອງໄວ, ແຕ່ IMF ຍັງຈະພິຈາລະນາຫຼຸດການຄາດຄະເນການເຕີບໂຕທາງເສດຖະກິດ ແລະ ຍົກລະດັບການຄາດຄະເນອັດຕາເງິນເຟີ້.
ກຳ​ປູ​ເຈຍ ປະ​ກາດ​ໃຊ້​ກົດ​ໝາຍ​ ປາບ​ປາມການຫຼອກ​ລວງ​ທາງ​ໂທ​ລະ​ຄົມ ແລະ ອິນ​ເຕີ​ເນັດ

ກຳ​ປູ​ເຈຍ ປະ​ກາດ​ໃຊ້​ກົດ​ໝາຍ​ ປາບ​ປາມການຫຼອກ​ລວງ​ທາງ​ໂທ​ລະ​ຄົມ ແລະ ອິນ​ເຕີ​ເນັດ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 6 ເມ​ສາ​ຜ່ານມານີ້, ທ່ານ ຮຸນ​ແຊນ ຮັກ​ສາ​ການ​ແທນ​ພະ​ມະ​ຫາ​ກະ​ສັດ​ແຫ່ງ​ຣາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ​ໄດ້​ລົງ​ນາມ​ໃນ​ລັດ​ຖະ​ດຳ​ລັດ ເພື່ອປະ​ກາດ​ໃຊ້ກົດ​ໝາຍ​ວ່າ​ດ້ວຍ​ການ​ຕ້ານການຫຼອກ​ລວງ​ທາງ​ໂທ​ລະ​ຄົມ ແລະ ອິນ​ເຕີ​ເນັດ ຊຶ່ງ​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ທັນ​ທີ.
ເພີ່ມເຕີມ