ປີ 2024, ປະລິມານການຜະລິດຂອງອຸດສາຫະກຳຜະລິດເຮືອຂອງຈີນໄດ້ສຳເລັດ 55.7%, ໝາຍຄວາມວ່າ ໃນກຳປັ່ນທີ່ມອບໃຫ້ແກ່ລູກຄ້າທົ່ວໂລກໃນປີ 2024 ນັ້ນ ມີຫຼາຍກວ່າເຄິ່ງໜຶ່ງແມ່ນຜະລິດໂດຍປະເທດຈີນ; ຈີນໄດ້ຮັບໃບສັ່ງຜະລິດເຮືອທີ່ກວມເອົາ 63.1%ຂອງຕະຫຼາດທົ່ວໂລກ; ໃບສັ່ງຜະລິດເຮືອທີ່ຈີນຮັບໃໝ່ກໍມີຈຳນວນຫຼາຍສົມຄວນ, ປີ 2024 ຈີນໄດ້ຮັບໃບສັ່ງຜະລິດເຮືອໃໝ່ກວມ 74.1% ຂອງຕະຫຼາດທົ່ວໂລກ ຊຶ່ງໝາຍຄວາມວ່າ ໃນຕໍ່ໜ້ານີ້ໃນຈຳນວນເຮືອທີ່ຜະລິດໃໝ່ນັ້ນ ມີຫຼາຍກວ່າ 70% ແມ່ນຜະລິດໂດຍປະເທດຈີນ.
ຣັດເຊຍ ຍິງດາວທຽມ 52 ດວງຂຶ້ນສູ່ວົງໂຄຈອນ
ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ທັນວາ ຜ່ານມາວ່າ: Roscosmos ຊຶ່ງເປັນອົງການອາວະກາດຂອງຣັດເຊຍ ໄດ້ລາຍງານການຍິງຈະຫຼວດ Soyuz-2.1b ທີ່ບັນທຸກດາວທຽມ 52 ດວງເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້ຢ່າງສຳເລັດຜົນໃນຕອນບ່າຍວັນທີ 28 ທັນວາ ຜ່ານມາ.
ຄໍາເຫັນ