ປະກາດ ລາຍຊື່ຜູ້ລົງສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V.

ປະກາດ ລາຍຊື່ຜູ້ລົງສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V.

ປະກາດ ລາຍຊື່ຜູ້ລົງສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V.
ໃນຕອນບ່າຍ ວັນທີ 29 ມັງກອນ 2026, ທ່ານ ນາງ ລໍາພອຍ ສີອັກຄະຈັນ, ຮອງປະທານ (ຜູ້ປະຈໍາການ) ຄະນະກໍາມະການເລືອກຕັ້ງ ນະຄອນຫຼວງວຽງຈັນ, ຮອງປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຕາງໜ້າໃຫ້ຄະນະກໍາມະການເລືອກຕັ້ງ ນະຄອນຫຼວງວຽງຈັນ ປະກາດແຈ້ງການ ກ່ຽວກັບລາຍຊື່ຜູ້ລົງສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V.

ອີງຕາມ ມາດຕາ 11 ຂອງກົດໝາຍ ວ່າດ້ວຍ ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ສະບັບເລກທີ 58/ສພຊ, ລົງວັນທີ 28 ມິຖຸນາ 2024;ແຈ້ງການ ຂອງຄະນະປະຈໍາການ ຄະນະກໍາມະການເລືອກຕັ້ງລະດັບຊາດ ກ່ຽວກັບການປະກາດລາຍຊື່ຜູ້ສະໝັກຮັບເລືອກຕັ້ງເປັນ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ສະບັບເລກທີ 88/ຄປລຊ, ລົງວັນທີ 26 ມັງກອນ 2026 ແລະ ອີງຕາມປະກາດແຈ້ງການຂອງຄະນະກໍາມະການເລືອກຕັ້ງ ນະຄອນຫຼວງວຽງຈັນ, ສະບັບເລກທີ 031/ຄລ.ນວ, ລົງວັນທີ 29 ມັງກອນ 2026.

ຄະນະກໍາມະການເລືອກຕັ້ງນະຄອນຫຼວງວຽງຈັນ ປະກາດແຈ້ງລາຍຊື່ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ທັງໝົດມີຈໍານວນ63 ທ່ານ, ຍິງ 16 ທ່ານ, ເຊິ່ງໃນແຕ່ລະເຂດເລືອກຕັ້ງເມືອງ ປະກອບມີຜູ້ສະໝັກລາຍລະອຽດດັ່ງນີ້:

1. ເຂດເລືອກຕັ້ງເມືອງຈັນທະບູລີ ມີຈໍານວນຜູ້ສະໝັກ 7ທ່ານ, ຍິງ 3 ທ່ານ; ເລືອກເອົາ 5 ທ່ານ.

1) ທ່ານ ນາງ ສຸມາລີ ທໍາມະວົງ ກໍາມະການປະຈໍາພັກ ນະຄອນຫຼວງ, ເລຂາພັກເມືອງຈັນທະບູລີ.

2) ທ່ານຄໍາເປິ້ນວໍລະເດດ, ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າ ພະແນກອຸດສາຫະກໍາ ແລະການຄ້ານະຄອນຫຼວງວຽງຈັນ.

3) ທ່ານ ພັທ ວິລະພົນ ໄພບູນ, ກໍາມະການພັກປກສ, ຫົວໜ້າຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

4) ທ່ານສຸພາ ເຮືອງແກ່ນທ່ານ, ກຳມະການພັກເມືອງ, ເລຂາໜ່ວຍພັກຮາກຖານ, ຫົວໜ້າຫ້ອງການເຕັກໂນໂລຊີ ແລະ ການສື່ສານເມືອງ.

5) ທ່ານນາງ ຄໍາສີ ວົງວິໄລ, ຮອງປະທານ ສະຫະພັນແມ່ຍິງ ນະຄອນຫຼວງວຽງຈັນ.

6) ທ່ານນາງສຸກສະຫວັນວັນໂນລາດ, ປະທານກວດກາໜ່ວຍພັກ ຮອງປະທານແນວລາວສ້າງຊາດເມືອງ.

7) ທ່ານ ມີໄຊ ຈັນທະວົງສາ, ຮອງຫົວໜ້າ ຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງ.

2. ເຂດເລືອກຕັ້ງເມືອງສີສັດຕະນາກ ມີຈໍານວນຜູ້ສະໝັກ 7 ທ່ານ, ຍິງ 2 ທ່ານ; ເລືອກເອົາ 5 ທ່ານ.

1)ທ່ານ ອະໂນໄທ ຈັນທະລາສີ ກຳມະການພັກ ນະຄອນຫຼວງວຽງຈັນ, ເລຂາພັກເມືອງສີສັດຕະນາກ.

2)ທ່ານສຸລິຍະສະວີສຸກຮອງຫົວໜ້າຫ້ອງວ່າການ ສະພາປະຊາຊົນ ນະຄອນຫຼວງວຽງຈັນ.

3)ທ່ານບຸນທະວີສີແສນດີ, ເລຂາໜ່ວຍພັກຮາກຖານ, ຫົວໜ້າອົງການໄອຍະການປະຊາຊົນ ເຂດ 3ນະຄອນ

ຫຼວງວຽງຈັນ.

4)ທ່ານສິງຫາວົງພັກດີ, ກໍາມະການພັກເມືອງ, ຫົວໜ້າຫ້ອງການຍຸຕິທໍາເມືອງ.

5) ທ່ານວິຣະໄຊຄໍາ ພິລາພັນເດຊ, ປະທານບໍລິສັດ ອິຊູຊູ ລາວ.

6) ທ່ານ ນາງ ວິຍະດາ ພິມພັນ, ຮອງເລຂາ ຄະນະບໍລິຫານງານຊາວໜຸ່ມ ນະຄອນຫຼວງວຽງຈັນ.

7) ທ່ານນາງເຄືອວັນຄໍາປະດິດ, ຮອງປະທານ ສະຫະພັນແມ່ຍິງເມືອງ.

3. ເຂດເລືອກຕັ້ງເມືອງໄຊເສດຖາ ມີຈໍານວນຜູ້ສະໝັກ 7 ທ່ານ, ຍິງ 2 ທ່ານ; ເລືອກເອົາ 5 ທ່ານ.

1) ທ່ານ ປອ. ນາງ ບົວວອນ ສຸກລາແສງ ກຳມະການພັກ ນະຄອນຫຼວງ, ເລຂາພັກເມືອງໄຊເສດຖາ.

2) ທ່ານ ນາງ ພິດສະໄໝຕົ້ນສະຫວັນ ຮອງປະທານ, ຄະນະກຳມະການ ເສດຖະກິດແຜນການ ແລະ ການເງິນ ສະພາປະຊາຊົນ ນະຄອນຫຼວງວຽງຈັນ.

3) ທ່ານດຣ. ຈັນທະໄລ ໄຊຍະວົງ, ກໍາມະການພັກເມືອງ, ເລຂາໜ່ວຍພັກຮາກຖານ, ຫົວໜ້າຫ້ອງການສາທາລະນະສຸກເມືອງ.

4) ທ່ານ ຄໍາສິງ ພົມມະຈັກ, ກໍາມະການພັກເມືອງ, ຫົວໜ້າຫ້ອງການເຕັກໂນໂລຊີ ແລະ ການສື່ສານ ເມືອງ.

5) ທ່ານທົງຫົດທິລາດ, ຮອງຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ.

6) ທ່ານພັທຖາວອນດາມະນີວົງ, ຄະນະພັກຮາກຖານ, ປະທານກວດກາ, ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ເມືອງ.

7) ທ່ານ ທອງສົມໝາຍ ລັດຕະນະບຸດ, ເລຂາໜ່ວຍພັກຮາກຖານ, ຮອງຫົວໜ້າອົງການໄອຍະການປະຊາຊົນ 4.

4. ເຂດເລືອກຕັ້ງເມືອງສີໂຄດຕະບອງ ມີຈໍານວນຜູ້ສະໝັກ 7 ທ່ານ, ຍິງ 2 ທ່ານ; ເລືອກເອົາ 5 ທ່ານ.

1) ທ່ານ ອິນປອງ ທຸມມາ ກຳມະການພັກ ນະຄອນຫຼວງ, ເລຂາພັກເມືອງ ສີໂຄດຕະບອງ.

2) ທ່ານ ພວນສະຫວັດ ອອນລັດບຸນມີ, ເລຂາໜ່ວຍພັກຮາກຖານ, ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ

3) ທ່ານ ດຣ. ໄຊຍະວົງ ດວງມະນີ, ຮອງເລຂາໜ່ວຍພັກຮາກຖານ, ປະທານກວດກາ, ຮອງຫົວໜ້າພະແນກ

ສາທາລະນະສຸກນະຄອນຫຼວງວຽງຈັນ.

4) ທ່ານນາງສີສຸດາເພັງພົງສະຫວັດ, ກໍາມະການພັກເມືອງ, ເລຂາຄະນະບໍລິຫານຊາວໜຸ່ມເມືອງ.

5) ທ່ານນາງ ດາໄລວັນ ແກ້ວນະຄອນ, ຮອງເລຂາໜ່ວຍພັກຮາກຖານ, ຮອງຫົວໜ້າພະແນກການຕ່າງປະເທດ

ນະຄອນຫຼວງວຽງຈັນ.

6) ທ່ານວິໄຊ ໄຊທານີ, ກໍາມະການພັກເມືອງ, ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ.

7) ທ່ານ ເພັດສາຄອນ ສີສຸລິດ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ ການເງິນເມືອງ.

5. ເຂດເລືອກຕັ້ງເມືອງນາຊາຍທອງ ມີຈໍານວນຜູ້ສະໝັກ 7 ທ່ານ, ຍິງ 2 ທ່ານ; ເລືອກເອົາ 5 ທ່ານ.

1) ທ່ານ ສຸລິວັນ ພົມມະຫາໄຊ ກຳມະການພັກ ນະຄອນຫຼວງ, ເລຂາພັກເມືອງນາຊາຍທອງ.

2) ທ່ານ ນາງ ພູເພັດ ແກ້ວບັນດິດ, ຮອງປະທານກວດກາ ໜ່ວຍພັກຮາກຖານ,ຮອງຫົວໜ້າຫ້ອງວ່າການ ສະພາປະຊາຊົນ ນະຄອນຫຼວງວຽງຈັນ.

3) ທ່ານຈັນມາລາກຸສົນ, ຮອງເລຂາໜ່ວຍພັກຮາກຖານ, ຮອງປະທານ ສະຫະພັນກໍາມະບານ ນະຄອນຫຼວງ

ວຽງຈັນ.

4) ທ່ານຄູນໄຊມະນີວົງ, ກໍາມະການພັກເມືອງ, ເລຂາຄະນະບໍລິຫານຊາວໜຸ່ມ ປປລເມືອງ.

5) ທ່ານ ຄໍາຕັນ ແກ້ວຫາວົງ, ຄະນະພັກຮາກຖານ, ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມ ນະຄອນ

ຫຼວງວຽງຈັນ.

6)ທ່ານນາງ ຕຽງທອງ ສຸລິວົງ,ກໍາມະການພັກເມືອງ, ປະທານສະຫະພັນແມ່ຍິງເມືອງ.

7)ທ່ານພູສາຄອນ ເມືອງວົງ, ຮອງເລຂາໜ່ວຍພັກຮາກຖານ, ປະທານກວດກາ, ຮອງປະທານສານປະຊາ

ຊົນເຂດ 1.

6. ເຂດເລືອກຕັ້ງເມືອງໄຊທານີ ມີຈໍານວນຜູ້ສະໝັກ 7 ທ່ານ, ຍິງ 1 ທ່ານ; ເລືອກເອົາ 5 ທ່ານ.

1) ທ່ານ ວຽງຄໍາ ສີຫາໂຄດ ກຳມະການພັກ ນະຄອນຫຼວງ, ເລຂາພັກເມືອງໄຊທານີ.

2) ທ່ານດຣ. ບຸນທະວີເດດບັນດິດ, ເລຂາໜ່ວຍພັກ, ຫົົວໜ້າອົງການກາແດງ ນະຄອນຫຼວງວຽງຈັນ.

3) ທ່ານ ດ່າຍ ສີຫາລາດ, ຮອງເລຂາໜ່ວຍພັກຮອງຜູ້ອຳນວຍການລັດວິສະຫະກິດສະບຽງອາຫານນະຄອນ

ຫຼວງວຽງຈັນ.

4) ທ່ານຄູນມີຣາຊະພົນ, ກຳມະການພັກເມືອງ, ເລຂາໜ່ວຍພັກ, ຫົວໜ້າຫ້ອງການວັດທະນະທໍາ ແລະ ການທ່ອງທ່ຽວ ເມືອງ.

5) ທ່ານນາງ ບົວຄໍາ ປະດັບດີ, ເລຂາໜ່ວຍພັກ, ຫົວໜ້າອົງການໄອຍະການປະຊາຊົນເຂດ 2.

6) ທ່ານທ່ານ ໜູຄໍາ ພັນທະວົງ, ຄະນະພັກຮາກຖານຕາແສງຊ້າງມີໄຊ, ເລຂາພັກບ້ານຫາດກ້ຽງ, ປະທານສະພາ

ການຄ້າແລະ ອຸດສະຫະກຳ ເມືອງ.

7) ທ່ານ ພຸດທະເສນ ມິ່ງບຸບຜາ, ຮອງເລຂາໜ່ວຍພັກຮາກຖານ, ຮອງຫົວໜ້າຫ້ອງການແຮງງານ ແລະ ສະຫວັດ

ດີການສັງຄົມເມືອງ.

7. ເຂດເລືອກຕັ້ງເມືອງຫາດຊາຍຟອງ ມີຈໍານວນຜູ້ສະໝັກ 7 ທ່ານ, ຍິງ 1 ທ່ານ; ເລືອກເອົາ 5 ທ່ານ.

1) ທ່ານ ຄໍາໝູນ ຕຽງທະລາດ ກຳມະການພັກ ນະຄອນຫຼວງ, ເລຂາພັກເມືອງຫາດຊາຍຟອງ.

2) ທ່ານສິງຄໍາເຢຍລີເຮີ, ຮອງຫົວໜ້າພະແນກການເງິນ ນະຄອນຫຼວງວຽງຈັນ.

3) ທ່ານນາງສ້ອຍສຸດາອິນເມືອງໄຊ, ປະທານສະພາການຄ້າ ແລະ ອຸດສະຫະກຳ ເມືອງ.

4) ທ່ານ ສັກດາ ອາດວາລີ, ກໍາມະການໜ່ວຍພັກຮາກຖານ, ຮອງຫົົວໜ້າພະແນກຍຸຕິທຳ ນະຄອນຫຼວງວຽງຈັນ.

5) ທ່ານ ສອນປະສິດ ສຸວັນນະເມືອງ, ກໍາມະການພັກເມືອງ, ປະທານແນວລາວສ້າງຊາດເມືອງ.

6) ທ່ານດຣ. ແສງທິບ ໄຊຍະສານ, ກໍາມະການພັກເມືອງ, ຫົວໜ້າຫ້ອງການສາທາລະນະສຸກເມືອງ.

7) ທ່ານ ສາຍຍັນ ແກ້ວໜູຈັນ, ເລຂາໜ່ວຍພັກ, ຫົວໜ້າໂຄງການຊົນລະປະທານ ດົງໂພສີ,ທ່າພະ- ໜອງພົງ.

8. ເຂດເລືອກຕັ້ງເມືອງປາກງື່ມ ມີຈໍານວນຜູ້ສະໝັກ 7 ທ່ານ, ຍິງ 2 ທ່ານ; ເລືອກເອົາ 5 ທ່ານ.

1) ທ່ານ ແກ້ວປະເສີດ ໄຊປັນຍາ ກຳມະການພັກ ນະຄອນຫຼວງ, ເລຂາພັກເມືອງປາກງື່ມ.

2) ທ່ານວິລະພົງ ອິນທິລາດ, ເລຂາໜ່ວຍພັກຮາກຖານ, ຮອງຫົວໜ້າ ຄະນະຈັດຕັ້ງ ນະຄອນຫຼວງວຽງຈັນ.

3) ທ່ານ ປອ.ສົມໃຈຫວັງ ເດດອຸດົມ, ຄະນະພັກຮາກຖານ, ຮອງຫົວໜ້າ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ.

4) ທ່ານນາງຈັນທະຄານຊາມຸນຕີ, ກໍາມະການພັກເມືອງ ຮອງຫົວໜ້າຄະນະຈັດຕັ້ງເມືອງ.

5) ທ່ານນາງ ອານຸລັກ ສີລາວົງ, ກໍາມະການໜ່ວຍພັກ, ຮອງຫົວໜ້າກອງປະຕິບັດຄຳຕັດສິນຂອງສານ ນະຄອນ

ຫຼວງວຽງຈັນ.

6) ທ່ານຂັນຄໍາແສງດາວົງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ.

7) ທ່ານບຸນ ຄໍາສຸກຖາວົງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການຍຸຕິທຳເມືອງ.

9. ເຂດເລືອກຕັ້ງເມືອງສັງທອງ ມີຈໍານວນຜູ້ສະໝັກ 7 ທ່ານ, ຍິງ 1 ທ່ານ; ເລືອກເອົາ 5 ທ່ານ.

1) ທ່ານ ຄໍາສວຍອຸ່ນດາລາ ກຳມະການພັກ ນະຄອນຫຼວງ, ເລຂາພັກເມືອງສັງທອງ.

2) ທ່ານວັນນະສອນກຸມພົນ, ຮອງເລຂາໜ່ວຍພັກຮາກຖານ, ປະທານກວດກາໜ່ວຍພັກ, ຮອງປະທານຄະນະກວດກາພັກ, ອົງການກວດກາລັດ ນວ.

3) ທ່ານ ຂັນໄຊ ແສງສຸນີ, ຮອງເລຂາໜ່ວຍພັກຮາກຖານ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ

ນະຄອນຫຼວງວຽງຈັນ.

4) ທ່ານນາງເກສອນ ຂວັນພະໄຊ, ກໍາມະການພັກເມືອງ, ປະທານສະຫະພັນແມ່ຍິງເມືອງ.

5) ທ່ານພັທ ເຂັມເພັດ ຫັນທະວົງ, ຄະນະພັກກອງບັນຊາການ, ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການ

ທະຫານ ນະຄອນຫຼວງວຽງຈັນ.

6) ທ່ານຄໍາປານສີວິໄລຟອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການການເງິນເມືອງ.

7) ທ່ານ ຄອນສະຫວັນ ສິງຫາລາດ, ກໍາມະການພັກເມືອງ, ຫົວໜ້າຫ້ອງການສາທາລະສຸກເມືອງ.

ກ່ຽວກັບຄຸນລັກສະນະ ຜູ້ຮັບສະໝັກຮັບເລືອກຕັ້ງເປັນສະມາຊິກ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ Vມີດັ່ງນີ້:

ຜູ້ສະໝັກຮັບເລືອກຕັ້ງທັງໝົດມີ 63 ທ່ານ, ເພດຍິງ 16 ທ່ານ,ຜູ້ສະໝັກມາຈາກພະແນກການ, ອົງການຂັ້ນນະຄອນຫຼວງວຽງຈັນມີ 24 ທ່ານ, ເພດຍິງ 6 ທ່ານ,ຜູ້ສະໝັກຂັ້ນເມືອງມີ 39 ທ່ານ, ເພດຍິງ 10 ທ່ານ

ສະມາຊິກ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ IVສືບຕໍ່ສະໝັກ 5 ທ່ານ, ຍິງ 2 ທ່ານ ,ຜູ້ສະໝັກຈາກລັດວິສະຫະກິດ ມີ 1 ທ່ານ, ເພດຍິງ 0ທ່ານ,ວິສະຫະກິດພາກເອກະຊົນ ມີ 3 ທ່ານ, ເພດຍິງ 1 ທ່ານ

ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V, ເປັນເຫດການປະຫວັດສາດທີ່ສໍາຄັນຍິ່ງ ໃນຊີວິດການເມືອງຂອງຊາດ ແລະ ຂອງປະຊາຊົນລາວບັນດາເຜົ່າ, ຊຶ່ງດໍາເນີນໃນບັນຍາກາດທີ່ທົ່ວພັກ, ທົ່ວລັດ, ກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ສະເຫຼີມສະຫຼອງວັນປະຫວັດສາດທີ່ຍິ່ງໃຫຍ່ຂອງຊາດ,ຂອງພັກ. ພ້ອມກັນນີ້, ຂໍຮຽກຮ້ອງມາຍັງປະຊາຊົນບັນດາເຜົ່າໃນທົ່ວ ນະຄອນຫຼວງວຽງຈັນ ເປັນຕົ້ນແມ່ນຜູ້ມີສິດເລືອກຕັ້ງ ຈົ່ງພ້ອມກັນຊອກຮູ້ຮໍ່າຮຽນກ່ຽວກັບກົດໝາຍ ແລະ ລະບຽບການເລືອກຕັ້ງ, ຍົກສູງຈິດໃຈເປັນເຈົ້າຕົນເອງ, ຕັ້ງໜ້າກະກຽມ ແລະ ເຂົ້າຮ່ວມຂະບວນການເລືອກຕັ້ງຄັ້ງນີ້ ໃຫ້ເກີດເປັນໝາກຜົນຕົວຈິງ ຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້. ຂ່າວ:ສຳນານ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ລົງນາມຮ່ວມມືນໍາພາເຍົາວະຊົນ-ອະນຸຊົນ ຮຽນຮູ້ປະຫວັດສາດຈາກສະຖານທີ່ຈິງ

ລົງນາມຮ່ວມມືນໍາພາເຍົາວະຊົນ-ອະນຸຊົນ ຮຽນຮູ້ປະຫວັດສາດຈາກສະຖານທີ່ຈິງ

ເມື່ອບໍ່ດົນມານີ້ ທີ່ຫ້ອງວ່າການສູນກາງພັກ, ກົມເຍົາວະຊົນສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ແລະ ກົມພິພິທະພັນ ໄກສອນ ພົມວິຫານ ແລະ ຜູ້ນຳປະຕິວັດຂອງຫ້ອງວ່າການສູນກາງພັກ ໄດ້ຈັດພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອຮ່ວມກັນຈັດຕັ້ງທັດສະນະສຶກສາ ແລະ ກິດຈະກຳຮຽນຮູ້ປະຫວັດສາດໃຫ້ເຍົາວະຊົນ ແລະ ອະນຸຊົນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ເພັດ ພົມພິພັກ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ ແລະ ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ ພ້ອມດ້ວຍບັນດາການນຳ ແລະ ພະນັກງານຈາກສອງພາກສ່ວນ. ຮ່ວມລົງນາມໂດຍ ທ່ານ ນາງ ໃບຄູນ ສົມບັດດວງ ຫົວໜ້າກົມພິພິທະພັນ ໄກສອນ ພົມວິຫານ ແລະ ຜູ້ນໍາປະຕິວັດ ຫ້ອງວ່າການສູນກາງພັກ ແລະ ທ່ານ ນາງ ວິໄລວັນ ວົງພັກດີ ວ່າການຫົວໜ້າກົມເຍົາວະຊົນ ສຊປລ.
ທ່ານ ທອງລີ ສີສຸລິດ ຢ້ຽມຢາມໃຫ້ກຳລັງໃຈນາຍ ແລະ ພົນທະຫານ ທີ່ກອງພັນໃຫຍ່ 302

ທ່ານ ທອງລີ ສີສຸລິດ ຢ້ຽມຢາມໃຫ້ກຳລັງໃຈນາຍ ແລະ ພົນທະຫານ ທີ່ກອງພັນໃຫຍ່ 302

ວັນທີ 7 ພະຈິກ ຜ່ານມາ, ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ພ້ອມຄະນະ ໄດ້ລົງຢ້ຽມຢາມໃຫ້ກຳລັງໃຈນາຍ ແລະ ພົນທະຫານ ທີ່ກອງພັນໃຫຍ່ 302 ເມືອງຜາອຸດົມ ແຂວງບໍ່ແກ້ວ ເຂົ້າຮ່ວມໃນຄັ້ງນີ້ມີທ່ານ ອາຄົມເດດ ວົງໄຊ ກຳມະການສຳຮອງສູນກາງພັກ ປະທານສະພາບໍລິຫານ ບໍລິສັດລັດວິສາຫະກິດໄຟຟ້າລາວ, ທ່ານ ພົນຈັດຕະວາ ວົງຈັນ ພັນຈັນທະມານ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ ກະຊວງປ້ອງກັນປະເທດ, ທ່ານ ພົນຈັດຕະວາ ສຸກສະຫວັນ ດາລາສຸກ ຜູ້ບັນຊາການກອງພົນທະຫານຮາບທີ 3, ພ້ອມດ້ວຍບັນດາການນຳ, ນາຍ ແລະ ພົນທະຫານ.
ສນຊ ໄດ້ຮັບເຂົ້າສານ 200 ໂຕນ ຈາກອົງການໃຈບຸນສາກົນ ເດເຊເຣັດ

ສນຊ ໄດ້ຮັບເຂົ້າສານ 200 ໂຕນ ຈາກອົງການໃຈບຸນສາກົນ ເດເຊເຣັດ

ພິທີມອບ-ຮັບເຂົ້າສານຈຳນວນ 200 ໂຕນ ລວມມູນຄ່າ 185,616 ໂດລາ ຈາກອົງການໃຈບຸນສາກົນ ເດເຊເຣັດ (Deseret International Charities ຫຼື DIC) ເພື່ອນຳໄປຊ່ວຍເຫຼືອບັນເທົາທຸກ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນຜູ້ປະສົບໄພພິບັດນ້ຳຖ້ວມໃນ 2 ແຂວງພາກເໜືອ ຄື: ແຂວງອຸດົມໄຊ ແລະ ແຂວງຫຼວງນ້ຳທາ ຈັດຂຶ້ນໃນວັນທີ 9 ພະຈິກນີ້ ທີ່ສູນກາງແນວລາວສ້າງຊາດ (ສນຊ) ໃຫ້ກຽດກ່າວມອບໂດຍ ທ່ານ ຕຽງສັກ ອິນທະວົງ ຫົວໜ້າອົງການໃຈບຸນສາກົນ ເດເຊເຣັດ ປະຈຳ ສປປ ລາວ ແລະ ກ່າວຮັບໂດຍທ່ານ ວິຣະພົງສ໌ ພົມດວງສີ ຮອງປະທານ ສນຊ ໂດຍມີຄະນະນຳ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ຄຳມ່ວນ ເປີດຊຸດອົບຮົມ ຍົກລະດັບວຽກເກັບກຳແນວຄິດ-ຫາງສຽງສັງຄົມ

ຄຳມ່ວນ ເປີດຊຸດອົບຮົມ ຍົກລະດັບວຽກເກັບກຳແນວຄິດ-ຫາງສຽງສັງຄົມ

ແຂວງຄຳມ່ວນ ໄດ້ເປີດຊຸດຝຶກອົບຮົມວຽກງານເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ປະຈຳປີ 2026ໃນ​ວັນ​ທີ 9 ພະ​ຈິກ​ນີ້ ໂດຍການ​ເປັນ​ປະ​ທານ​ຂອງ ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ,ມີ ທ່ານ ນວນຕາ ແກ້ວນະວົງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ຄະນະກຳມະການເກັບກຳຫາງສຽງສັງຄົມຂັ້ນແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສາ​ລະ​ວັນສຳເລັດຊຸດຝຶກອົບຮົມຄວາມຮູ້ພື້ນຖານການຂຽນຂ່າວ-ບົດໃຫ້ສື່ມວນຊົນສາ​ລະ​ວັນສຳເລັດຊຸດຝຶກອົບຮົມຄວາມຮູ້ພື້ນຖານການຂຽນຂ່າວ-ບົດໃຫ້ສື່ມວນຊົນ

ສາ​ລະ​ວັນສຳເລັດຊຸດຝຶກອົບຮົມຄວາມຮູ້ພື້ນຖານການຂຽນຂ່າວ-ບົດໃຫ້ສື່ມວນຊົນສາ​ລະ​ວັນສຳເລັດຊຸດຝຶກອົບຮົມຄວາມຮູ້ພື້ນຖານການຂຽນຂ່າວ-ບົດໃຫ້ສື່ມວນຊົນ

ສື່ມວນຊົນຈາກ8 ເມືອງແລະຕາໜ່າງຂ່າວຈາກພະແນກການອ້ອມຂ້າງແຂວງສາລະວັນ ຈຳນວນ 26 ທ່ານ,ໄດ້ສຳເລັດການຝຶກອົບຮົມຄວາມຮູ້ພື້ນຖານການຂຽນຂ່າວ-ບົດ ປະຈຳປີ2026ເຊິ່ງໄດ້ມີການຮຽນຮູ້ທັງພາກທິດສະດີ ແລະ ການປະຕິບັດຕົວຈິງ, ຍົກສູງຂີດຄວາມສາມາດໃນການຜະລິດຂ່າວ, ບົດຄວາມ.
ແຂວງວຽງຈັນ ສະຫຼອງວັນຊົນລະປະທານພ້ອມເປີດການນຳໃຊ້ນ້ຳສຳລັບການຜະລິດລະດູແລ້ງ

ແຂວງວຽງຈັນ ສະຫຼອງວັນຊົນລະປະທານພ້ອມເປີດການນຳໃຊ້ນ້ຳສຳລັບການຜະລິດລະດູແລ້ງ

ແຂວງວຽງຈັນໄດ້ຈັດພິທີສະເຫຼີມສະຫຼອງວັນຊົນລະປະທານແຫ່ງຊາດ 3 ພະຈິກ ແລະ ເປີດການນຳໃຊ້ນ້ຳສຳລັບການຜະລິດລະດູແລ້ງ ສົກປີ 2026-2027 ໃນ​ວັນ​ທີ 6 ພະ​ຈິກ​ຜ່ານ​ມາທີ່ ໂຄງການຊົນລະປະທານຈັກສູບນ້ຳປາກແຈ້ງ ບ້ານປາກແຈ້ງ ເມືອງວຽງຄຳ, ໂດຍມີ ທ່ານ ສົມປະສົງ ສຸວົງຄຳຈັນ ຮອງປະທານຄະນະກຳມະການປົກຄອງແຂວງ, ທ່ານ ຄອນສະຫວັນ ສີອັກຄະສອນ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ການນຳເມືອງວຽງຄຳ, ຜູ້ຕາງໜ້າກົມຊົນລະປະທານ, ແຂກຖືກເຊີນ ພ້ອມດ້ວຍປະຊາຊົນພາຍໃນຕາແສງປາກແຈ້ງເຂົ້າຮ່ວມ.
ຄວາມດີໃຈຂອງຊາວບ້ານດົງໝາກໄຟ ທີ່ໄດ້ຮັບເງິນຊ່ວຍເຫຼືອ

ຄວາມດີໃຈຂອງຊາວບ້ານດົງໝາກໄຟ ທີ່ໄດ້ຮັບເງິນຊ່ວຍເຫຼືອ

​ແຂວງສະຫວັນນະເຂດ ກໍແມ່ນແຂວງໜຶ່ງ ຂອງ ສປປ ລາວ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກພາຍຸທີ່ເກີດຂຶ້ນ ອັນເນື່ອງມາຈາກການປ່ຽນແປງຂອງສະພາບດິນຟ້າອາກາດ, ຝົນຕົກຫຼາຍ ຊຶ່ງສົ່ງຜົນກະທົບໂດຍກົງ ຕໍ່ວິຖີຊີວິດ, ການໄປ-ການມາ, ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ຊຶ່ງເຮັດໃຫ້ມີນ້ຳຖ້ວມເນື້ອທີ່ການຜະລິດ ພ້ອມທັງທີ່ອາໄສຂອງປະຊາຊົນ, ໂດຍສະເພາະປະຊາຊົນບ້ານດົງໝາກໄຟ ເມືອງໄຊບູລິ ແຂວງສະຫວັນນະເຂດ ດີໃຈຫຼາຍ ທີ່ໄດ້ຮັບເງິນຊ່ວຍເຫຼືອ ຈາກໄພພິບັດທາງທໍາມະຊາດ.
ພິທີວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ພິທີວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ເນື່ອງໃນໂອກາດດໍາເນີນກອງປະຊຸມໃຫຍ່ ຜູ້ແທນຂອງອົງຄະນະພັກ ຫ້ອງວ່າການສູນກາງພັກ ຄັ້ງທີ VIII, ຄະນະນໍາຫ້ອງວ່າການສູນກາງພັກ (ຫສພ) ໄດ້ພ້ອມກັນເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານໄກສອນ ພົມວິຫານ ທີ່ຫໍພິພິທະພັນດັ່ງກ່າວ ໃນວັນທີ 9 ພະຈິກນີ້.
ຄໍາມ່ວນ ປະກາດການຈັດຕັ້ງພະນັກງານນໍາພາ-ຄຸ້ມຄອງ

ຄໍາມ່ວນ ປະກາດການຈັດຕັ້ງພະນັກງານນໍາພາ-ຄຸ້ມຄອງ

ພິທີປະກາດການຈັດຕັ້ງພະນັກງານນໍາພາຄຸ້ມຄອງ ຂອງແຂວງຄໍາມ່ວນໄດ້ຈັດຂຶ້ນໃນວັນທີ6 ພະຈິກ ຜ່ານມາ, ທີ່ຫໍປະຊຸມໃຫຍ່ຫຼັກ4, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານ, ມີຫົວໜ້າ, ຮອງຫົວໜ້າພະແນກກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງແລະ ຂະແໜງການຂັ້ນເມືອງເຂົ້າຮ່ວມ.
ເຈ້ຍຈ່ຽງນານຈະຢຶດໝັ້ນແນວຄິດເຕັກໂນໂລຊີ ແລະ ສີຂຽວ

ເຈ້ຍຈ່ຽງນານຈະຢຶດໝັ້ນແນວຄິດເຕັກໂນໂລຊີ ແລະ ສີຂຽວ

ເນື່ອງໃນໂອກາດສື່ມວນຊົນລາວ ແລະ ສື່ມວນຊົນອາຊຽນ ໄດ້ເຂົ້າຮ່ວມງານສັບປະດາຮ່ວມມືສື່ມວນຊົນອາຊຽນປະຈຳປີ 2026 ທີ່ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ ຈັດຂຶ້ນໃນລະຫວ່າງວັນທີ 5-11 ພະຈິກ 2026, ຄະນະສື່ມວນຊົນລາວ ແລະ ສື່ມວນຊົນອາຊຽນໄດ້ເຄື່ອນໄຫວຢ້ຽມຢາມກຸ່ມບໍລິສັດອຸດສາຫະກຳເຈ້ຍຈຽ່ງນານຈຳກັດ ສປ ຈີນ.
ເພີ່ມເຕີມ