ພາຍຫຼັງສະຫາຍ ຄູນ ສັກບົວວົງ ໄດ້ຜ່ານບົດສະຫຼຸບການນຳພາ-ຊີ້ນຳຂອງຄະນະພັກຮາກຖານ ມຂ ໃນໄລຍະຜ່ານມາ.
![]() |
ຈາກນັ້ນຕາງໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງສະຫວັນນະເຂດ ສະບັບເລກທີ 623/ຄປພຂ, ລົງວັນທີ 7 ມິຖຸນາ 2024 ຊຶ່ງໄດ້ບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ ມຂ ຈຳນວນ 4 ສະຫາຍ, ຍິງ 2 ສະຫາຍຄື: ແຕ່ງຕັ້ງສະຫາຍ ບຸນທົງ ແສງວິໄລຄຳ ເປັນຮອງເລຂາຄະນະພັກຮາກຖານ, ແຕ່ງຕັ້ງສະຫາຍນາງ ເພັດສະໝອນ ຂັດຕິຍະວົງ ເປັນກຳມະການຄະນະພັກຮາກຖານ ທັງເປັນປະທານກວດກາພັກ, ແຕ່ງຕັ້ງສະຫາຍນາງ ທອງປານ ລາດຊະວົງ ເປັນກຳມະການຄະນະພັກຮາກຖານ ແລະ ແຕ່ງຕັ້ງສະຫາຍ ໄຊຍະພອນ ພິມມະສອນ ເປັນກຳມະການຄະນະພັກຮາກຖານ ໃຫ້ກຽດມອບມະຕິຕົກລົງໂດຍສະຫາຍ ບົວສອນ ມະຫາວົງ. ຂ່າວ: ສະຫວັນນະເຂດ
ຄໍາເຫັນ