![]() |
ໃນພິທີ, ຕາງໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 83, 84, 85 ແລະ 86/ຄປຈ.ຄມ ລົງວັນທີ 2 ກໍລະກົດ 2026 ວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານດ່ານສາກົນນາເພົ້າ ແລະ ຄະນະໜ່ວຍພັກບໍລິຫານ, ໜ່ວຍພັກ ຕມ ແລະ ໜ່ວຍພັກພາສີ ທີ່ຂຶ້ນກັບຄະນະພັກດ່ານ.
ຄະນະພັກຮາກຖານດ່ານສາກົນນາເພົ້າ ປະກອບມີ 4 ສະຫາຍ ໂດຍມີ: ສະຫາຍ ບຸນຄຳ ໄຊຍະແສງຫົວໜ້າຄະນະຄຸ້ມຄອງດ່ານສາກົນນາເພົ້າ ເປັນເລຂາຄະນະພັກຮາກຖານ; ສະຫາຍ ສຸພັດ ສຸແສງໄທ ຫົວໜ້າດ່ານສາກົນນາເພົ້າ ເປັນຮອງເລຂາ ແລະ ເປັນປະທານກວດກາ; ສະຫາຍ ບົວສອນ ເຮືອງວິສອນ ຫົວໜ້າຫ້ອງການ(ບໍລິຫານ ແລະ ພົວພັນຊາຍແດນກົງສູນ) ເປັນກໍາມະການ.
ສ່ວນຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກດ່ານປະກອບມີຄື: ສະຫາຍ ພັທ ແພງພະໄທ ສອນສໍາເລັດ ເປັນເລຂາໜ່ວຍພັກ ຕມ; ສະຫາຍ ພັທ ສົມພອນ ເພັດຈະເລີນ ເປັນຮອງເລຂາ ແລະ ປະທານກວດກາ; ສະຫາຍ ບົວສອນ ເຮືອງວິສອນ ເປັນເລຂາໜ່ວຍພັກບໍລິຫານ; ສະຫາຍ ນາງ ກິນນະລີ ທຳມະວົງ ເປັນຮອງເລຂາໜ່ວຍພັກພາສີ ແລະ ສະຫາຍ ສີສົມພອນ ພວງສຸວັນ ເປັນກຳມະການ.
ນອກຈາກນີ້, ພິທີຍັງໄດ້ຜ່ານຂໍ້ຕົກລົງແຕ່ງຕັ້ງຫົວໜ້າ-ຮອງຫົວໜ້າຂະແໜງກັກກັນດ່ານນາເພົ້າ ໂດຍແຕ່ງຕັ້ງ ທ່ານ ອ່ອນຕາ ດວງສຸພັນ ເປັນຫົວໜ້າຂະແໜງກັກກັນ ແລະ ທ່ານ ບຸນສະຫວັນ ກອງມະນີ ເປັນຮອງຫົວໜ້າຂະແໜງກັກກັນ. ໃຫ້ກຽດມອບມະຕິຕົກລົງດັ່ງກ່າວໃຫ້ແກ່ຄະນະພັກ ແລະ ບຸກຄະລາກອນທີ່ໄດ້ຮັບການແຕ່ງຕັ້ງ ໂດຍ ທ່ານ ສາຍຄໍາ ພະໄຊສິດທິເດດ.ຂ່າວ : ມະນີວັນ

ຄໍາເຫັນ