![]() |
ໃນພິທີໄດ້ຜ່ານຂໍ້ຕົກລົງອະນຸມັດໃຫ້ທ່ານ ພັນເອກ ວັນໄຊ ສິລິປັນຍາ ພັກການເພື່ອກຽມຮັບບຳນານ ແລະ ແຕ່ງຕັ້ງທ່ານ ພັນເອກ ສິດ ພົມມະຂັນ ເປັນຫົວໜ້າຫ້ອງການ ຄະນະກຳມະການ ປກຊ-ປກສ ນວ ພ້ອມກັນນີ້ໄດ້ປະກາດແຕ່ງຕັ້ງຄະນະກຳມະການ ປກຊ-ປກສ ນວ ຊຸດໃໝ່ ໂດຍແຕ່ງຕັ້ງທ່ານ ອາດສະພັງທອງ ສີພັນດອນ ເປັນປະທານ ແລະ ແຕ່ງຕັ້ງບັນດາຮອງປະທານ ຜູ້ປະຈຳການ ແລະ ກຳມະການ 8 ທ່ານ ຕາມໂຄງປະກອບທີ່ກຳນົດ.
![]() |
ໂອກາດນີ້, ທ່ານ ພົນໂທ ສາຍໃຈ ກົມມະສິດ ໄດ້ເນັ້ນໃຫ້ຄະນະທີ່ຖືກແຕ່ງຕັ້ງ ສຸມໃສ່ປະຕິບັດໜ້າທີ່ຢ່າງເຂັ້ມງວດ ປະສານງານຢ່າງໃກ້ຊິດ ສະກັດກັ້ນການກະທຳຜິດກົດໝາຍ ແລະ ຮັກສາຄວາມສະຫງົບປອດໄພໃຫ້ມີປະສິດທິພາບ.
ແຫຼ່ງຂ່າວ: ວຽງຈັນໃໝ່


ຄໍາເຫັນ