ປາກລາຍ ປະກາດ 19 ກົມກອງ ເປັນກົມກອງວັດທະນະທໍາ

ປາກລາຍ ປະກາດ 19 ກົມກອງ ເປັນກົມກອງວັດທະນະທໍາ
ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ຜ່ານແຜນປັບປຸງພັດທະນາການທ່ອງທ່ຽວ ຕິດພັນກັບການປະກາດ 19 ກົມກອງ ເປັນກົມກອງວັດທະນະທຳ ຂຶ້ນໃນອາທິດຜ່ານມານີ້ ທີ່ສະໂມສອນຫ້ອງວ່າການເມືອງ ພາຍໃຕ້ການເປັນປະທານຂອງທ່ານ ກອງສີ ວົງສີ ເຈົ້າເມືອງປາກລາຍ, ມີບັນດາທ່ານຫົວໜ້າ - ຮອງຫົວໜ້າຫ້ອງການ, ພະນັກງານວິຊາການຫ້ອງການທີ່ກ່ຽວຂ້ອງ ຕະຫຼອດຮອດນັກທຸລະກິດຜູ້ປະກອບການດ້ານບໍລິການ-ການທ່ອງທ່ຽວທົ່ວເມືອງເຂົ້າຮ່ວມ.
ໃນກອງປະຊຸມ, ບັນດາຜູ້ເຂົ້າຮ່ວມແມ່ນໄດ້ພ້ອມກັນຮັບຟັງ ແລະ ປະກອບຄໍາຄິດຄໍາເຫັນ, ສົນທະນາ ໃສ່ຮ່າງແຜນພັດທະນາການທ່ອງທ່ຽວຂອງເມືອງປາກລາຍ ເພື່ອປັບປຸງໃຫ້ມີຄວາມເປັນເອກະພາບ, ມີຄວາມເໝາະສົມກັບສະພາບຄວາມເປັນຈິງໃນປັດຈຸບັນ ເພື່ອນຳສະເໜີຕໍ່ຂັ້ນເທິງ. ຈາກນັ້ນ, ທ່ານ ສົມພອນ ລາດມົນຕີ ຫົວໜ້າຫ້ອງການ ຖວທ ເມືອງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂະບວນການແຂ່ງຂັນສ້າງກົົມກອງວັດທະນະທຳຢູ່ເມືອງວ່າ: ພາຍຫຼັງໄດ້ຮັບຄຳສັ່ງແນະນຳຂອງພະແນກ ຖວທ ແຂວງ ສະບັບເລກທີ 859/ຖວທ ຊຍ, ລົງວັນທີ 24 ມິຖຸນາ 2016 ວ່າດ້ວຍການສ້າງຄົນ, ຄອບຄົວ, ບ້ານ, ກົມກອງ ແລະ ເມືອງວັດທະນະທຳ. ດັ່ງນັ້ນ, ຫ້ອງການ ຖວທ ເມືອງໄດ້ຂໍທິດຊີ້ນຳ ຈາກຄະນະປະຈຳພັກເມືອງ ເພື່ອຈັດຕັ້ງປະຕິບັດການສ້າງກົມກອງວັດທະນະທຳ ຕາມຂັ້ນຕອນ 5 ບາດກ້າວ. ເມືອງປາກລາຍ ຂອງພວກເຮົາມີກົມກອງທັງໝົດ 30 ກົມກອງ (ໃນນີ້ມີ 2 ລັດວິສາຫະກິດ) ຊຶ່ງເຄື່ອນໄຫວຢູ່ພາຍໃຕ້ການຊີ້ນຳ-ນໍາພາໂດຍກົງຂອງອົງຄະນະພັກເມືອງ; ມີລັດຖະກອນທັງໝົດ 1.612 ຄົນ ຍິງ 812 ຄົນ. ບັນດາຫ້ອງການທີ່ສາມາດປະຕິບັດໄດ້ຕາມມາດຖານເງື່ອນໄຂຂອງການສ້າງຄົນ ແລະ ກົມກອງວັດທະນະທຳ ມີ 19 ຫ້ອງການ, ຍັງຄ້າງ 9 ຫ້ອງການ ແລະ 2 ລັດວິສະຫະກິດ.
ຕອນທ້າຍກອງປະຊຸມ, ທ່ານ ກອງສີ ວົງສີ ໄດ້ເປັນກຽດມອບໃບຢັ້ງຢືນ ແລະ ເປີດປ້າຍກົມກອງວັດທະນະທຳຢ່າງເປັນທາງການ.
(ຂ່າວ-ພາບ: ທອງສະຫວັດ ໄຊຍະລາດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫະພັນກຳມະບານເຂດປົກຄອງຕົນເອງເຜົ່າຈ້ວງ ແລກປ່ຽນບົດຮຽນກັບ ສະຫະພັນກຳມະບານແຂວງວຽງຈັນ.

ສະຫະພັນກຳມະບານເຂດປົກຄອງຕົນເອງເຜົ່າຈ້ວງ ແລກປ່ຽນບົດຮຽນກັບ ສະຫະພັນກຳມະບານແຂວງວຽງຈັນ.

ໃນວັນທີ 4 ພະຈິກຜ່ານມານີ້, ສະຫາຍ ເວ ຢົງຊານ ຮອງປະທານສະຫະພັນກຳມະບານເຂດປົກຄອງຕົນເອງເຜົ່າຈ້ວງ ແຂວງກວາງຊີ ສປ ຈີນ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ພົບປະແລກປ່ຽນບົດຮຽນ ກັບ ສະຫະພັນກຳມະບານແຂວງວຽງຈັນ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກ ສະຫາຍ ວໍຣະສອນ ສີອັກຄະສອນ ກຳມະການພັກແຂວງ ປະທານສະຫະພັນກຳມະບານແຂວງວຽງຈັນ ພ້ອມດ້ວຍຄະນະ, ພິທີໄດ້ມີຂຶ້ນຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການແຂວງວຽງຈັນ.
ສາລາພັກເຢັນນໍ້າບຸ້ຍ ບ້ານໜອງແປນ ເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ໜ້າໄປສໍາພັດ

ສາລາພັກເຢັນນໍ້າບຸ້ຍ ບ້ານໜອງແປນ ເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ໜ້າໄປສໍາພັດ

ເມືອງອຸທຸມພອນ ແຂວງສະຫວັນນະເຂດ ກໍາລັງສືບຕໍ່ພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ພາຍໃນເມືອງຊຶ່ງມີຫຼາຍຈຸດທີ່ໜ້າສົນໃຈ ເຂດທາງເລກ 10 ໂດຍສະເພາະແຫຼ່ງທ່ອງທ່ຽວທາງທໍາມະຊາດ ແລະ ວັດທະນະທໍາ ທີ່ຕິດພັນກັບເຫດການທາງປະຫວັດສາດ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ຈະຈັດຂຶ້ນໃນວັນທີ 10 ພະຈິກນີ້

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ຈະຈັດຂຶ້ນໃນວັນທີ 10 ພະຈິກນີ້

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ຈະຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 10-21 ພະຈິກ 2025 ນີ້, ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ ນະຄອນຫລວງວຽງຈັນ, ຊຶ່ງຈະໃຊ້ເວລາດໍາເນີນກອງປະຊຸມທັງໝົດ 10 ວັນ (ບໍ່ລວມເອົາວັນພັກທາງລັດຖະການ).
ຊາວພຸດຮ່ວມແຫ່ຜາສາດເຜິ້ງ ງານບຸນພະທາດຫຼວງວຽງຈັນ

ຊາວພຸດຮ່ວມແຫ່ຜາສາດເຜິ້ງ ງານບຸນພະທາດຫຼວງວຽງຈັນ

ພຸດທະສາສະນິກະຊົນລາວ ບັນດາເຜົ່າ ຮ່ວມແຫ່ຜາສາດເຜິ້ງງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025, ໃນວັນທີ 4 ພະຈິກກົງກັບມື້ຂຶ້ນ 14 ຄໍ່າ ເດືອນ 12 ລາວ. ພີທີແຫ່ຜາສາດເຜິ້ງໄດ້ເຕົ້າທີ່ວັດໜອງບອນ ແລ້ວແຫ່ເຂົ້າ ອ້ອມກົມມະລຽນທາດຫຼວງ 3 ຮອບ ເພື່ອເປັນການບູຊາ, ຄຸນພະພູມ, ພະທຳ ແລະ ພະສົງ ໂດຍມີຂະບວນຂອງພະສົງ ອອກໜ້າ ແລະ ຂະບວນຂອງການນໍາພັກ-ລັດ ນຳໂດຍ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ວັດທະນະທໍາ ແລະ ການທ່ອງທ່ຽວ , ພ້ອມດ້ວຍພັນລະຍາການນຳ ພ້ອມດ້ວຍຂະບວນຂອງມວນຊົນ ບັນດາເມືອງອ້ອມຂ້າງເຂົ້າຮ່ວມແຫ່ຢ່າງຄຶກຄື້ນ.
ສຳມະນາວິທະຍາສາດລະດັບຊາດ ມູນເຊື້ອວັນສະຖາປະນາ  ສປປ ລາວ ແລະ ວັນເກີດ ປະທານ ໄກສອນ ພົວວິຫານ

ສຳມະນາວິທະຍາສາດລະດັບຊາດ ມູນເຊື້ອວັນສະຖາປະນາ ສປປ ລາວ ແລະ ວັນເກີດ ປະທານ ໄກສອນ ພົວວິຫານ

ກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ມູນເຊື້ອວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2/12/1975-2/12/2025) ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13/12/1920-13/12/2025) ໄດ້ຈັດຂຶ້ນທີ່ຫ້ອງວ່າການສູນກາງພັກ ໂດຍການເປັນປະທານຂອງ ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນ ຜູ້ປະຈໍາການຄະນະຮັບຜິດຊອບຊີ້ນໍາລະດັບຊາດເພື່ອສະເຫຼີມສະຫຼອງ 3 ວັນປະຫວັດສາດ ຫົວໜ້າອະນຸກໍາມະການເນື້ອໃນສະເຫຼີມສະຫຼອງ 3 ວັນປະຫວັດສາດຂັ້ນສູນກາງ; ມີ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ມີບັນດາສະຫາຍການນໍາ, ອະດີດການນໍາພັກ-ລັດ ພ້ອມດ້ວຍບັນດາສະຫາຍການນໍາຈາກກະຊວງ, ອົງການ36 ພາກສ່ວນ ແລະ ແຂວງວຽງຈັນ, ແຂວງບໍລິຄໍາໄຊ, ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທນບ ຮ່ວມສົ່ງເສີມທຸລະກິດກະສິກໍາລາວສູ່ຕະຫຼາດໂລກ

ທນບ ຮ່ວມສົ່ງເສີມທຸລະກິດກະສິກໍາລາວສູ່ຕະຫຼາດໂລກ

ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ຮ່ວມກັບ ສະມາຄົມທຸລະກິດກະສິກໍາລາວ (LABA) ໄດ້ຈັດສໍາມະນາພິເສດ “ການສົ່ງເສີມທຸລະກິດກະສິກໍາລາວ” ທີ່ນະຄອນຫຼວງວຽງຈັນ ໃນເມື່ອບໍ່ດົນມານີ້, ເພື່ອສ້າງຄວາມເປັນໜຶ່ງດຽວ ໃຫ້ທຸກພາກສ່ວນຮ່ວມກັນຫັນກະສິກໍາໃຫ້ກາຍເປັນສິນຄ້າ ທີ່ມີມາດຕະຖານສູງ ສາມາດແຂ່ງຂັນໄດ້ໃນຕະຫຼາດພາຍໃນ ແລະ ສາກົນ; ສ້າງການເຊື່ອມຕໍ່ລະຫວ່າງຕ໋ອງໂສ້ການຜະລິດ ແລະ ຕະຫຼາດເພື່ອຫາວິທີແກ້ໄຂບັນຫາຄົງຄ້າງ, ຍົກລະດັບຄຸນນະພາບການຜະລິດ, ການເຂົ້າເຖິງແຫຼ່ງທຶນ ແລະ ລະບົບການຈັດສົ່ງ ທີ່ມີປະສິດທິພາບ ໃຫ້ສິນຄ້າກະສິກໍາລາວ ສູ່ຕະຫຼາດໂລກ.
ຝຶກອົບຮົມສ້າງຄວາມຮັບຮູ້ພາລະບົດບາດຂອງສະພາແຫ່ງຊາດ ແລະສະພາປະຊາຊົນຂັ້ນແຂວງ

ຝຶກອົບຮົມສ້າງຄວາມຮັບຮູ້ພາລະບົດບາດຂອງສະພາແຫ່ງຊາດ ແລະສະພາປະຊາຊົນຂັ້ນແຂວງ

ເພື່ອຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ພາລະບົດບາດຂອງສະພາແຫ່ງຊາດ (ສພຊ), ສະພາປະຊາຊົນຂັ້ນແຂວງ (ສພຂ) ແລະ ວຽກງານໂຄງປະກອບກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງ ສພຂ ແລະ ວຽກງານກະກຽມດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໄດ້ຈັດຂຶ້ນໃນວັນທີ 3 ພະຈິກຜ່ານມາ ທີ່ສະພາປະຊາຊົນແຂວງສະຫວັນນະເຂດ ໂດຍການເປັນປະທານຂອງທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ, ເຂົ້າຮ່ວມມີທ່ານ ບຸນໂຈມ ອຸບົນປະເສີດ ແຂວງເຈົ້າແຂວງສະຫວັນນະເຂດ, ມີຄະນະປະຈໍາ ສພຂ, ຫົວໜ້າ-ຮອງຫົວໜ້າພະແນກການ ແລະ ອົງການລັດທຽບເທົ່າ ແລະ ປະທານຄະນະກຳມະການປົກຄອງເມືອງ 14 ເມືອງ, 1 ນະຄອນ ເຂົ້າຮ່ວມ.
ບິກຊີຊຸບເປີເຊັນເຕີລາວ ຈຳກັດ ສັດທາຫຼັກບຸນກະຖິນ ທີ່ວັດປ່ານາຄູນນ້ອຍ

ບິກຊີຊຸບເປີເຊັນເຕີລາວ ຈຳກັດ ສັດທາຫຼັກບຸນກະຖິນ ທີ່ວັດປ່ານາຄູນນ້ອຍ

ບໍລິສັດ ບິກຊີຊຸບເປີເຊັນເຕີລາວ ຈຳກັດ ໄດ້ເປັນເຈົ້າພາບເຈົ້າສັດທາຫຼັກບຸນກະຖິນ ທີ່ວັດປ່ານາຄູນນ້ອຍ ບ້ານນາຄູນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ (ນວ) ເພື່ອລະດົມທຶນມາສ້າງສາພັດທະນາວັດດັ່ງກ່າວ. ບຸນດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 1 ພະຈິກຜ່ານມາ ໂດຍມີພະເຖລາ ນຸເຖລະ ຈາກວັດແຫ່ງຕ່າງໆພາຍໃນ ນວ, ມີທ່ານ ບຸນຊູ ພະວິເສດ ປະທານຄະນະກຳມະການປົກຄອງເມືອງນາຊາຍທອງ, ມີອອກຕົນຍາດໂຍມຈາກບ້ານຕ່າງໆພາຍໃນ ນວ, ບ້ານອ້ອມຂ້າງເຂົ້າຮ່ວມ.
ສະເຫຼີມສະຫຼອງວັນສ້າງຕັ້ງບໍລິສັດຕະຫຼາດແລກປ່ຽນເງິນຕາຕ່າງປະເທດ  ຄົບຮອບ 1 ປີ

ສະເຫຼີມສະຫຼອງວັນສ້າງຕັ້ງບໍລິສັດຕະຫຼາດແລກປ່ຽນເງິນຕາຕ່າງປະເທດ ຄົບຮອບ 1 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງບໍລິສັດຕະຫຼາດແລກປ່ຽນເງິນຕາຕ່າງປະເທດຄົບຮອບ 1 ປີໄດ້ຈັດຂຶ້ນໃນວັນທີ 30 ຕຸລາຜ່ານມານີ້, ຢູ່ທີ່ຕະຫຼາດຫຼັກຊັບລາວ, ໂດຍການເຂົ້າຮ່ວມຂອງ ທ່ານ ສີສະຫວາດ ດວງສະຫວັນ ຜູ້ອໍານວຍການຕະຫຼາດແລກປ່ຽນເງິນຕາຕ່າງປະເທດລາວ ຈໍາກັດ, ມີຮອງປະທານບໍລິສັດ, ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ແຈ່ວປາບໍ້າກຸ້ງຕ້ອງລອງ ໄດ້ຮັບຄວາມນິຍົມໃນງານບຸນພະທາດຫຼວງ

ແຈ່ວປາບໍ້າກຸ້ງຕ້ອງລອງ ໄດ້ຮັບຄວາມນິຍົມໃນງານບຸນພະທາດຫຼວງ

ແຈ່ວປາບໍ້າກຸ້ງຕ້ອງລອງເອກະລັກສະເພາະຂອງເມືອງຊໍາເໜືອ ແຂວງຫົວພັນໄດ້ຮັບຄວາມນິຍົມຊົມຊອບຈາກປະຊາຊົນທັງພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼາຍ ຊຶ່ງເປັນສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ (ໂອດັອບ) ຂອງຄົນລາວແທ້.
ເພີ່ມເຕີມ