ປະເມີນຜົນການຈັດຕັ້ງປະຕິບັດກົດໝາຍຂົງເຂດປ້ອງກັນຊາດ 2 ສະບັບ

ປະເມີນຜົນການຈັດຕັ້ງປະຕິບັດກົດໝາຍຂົງເຂດປ້ອງກັນຊາດ 2 ສະບັບ
ທ່ານ ພົນໂທ ທອງລອຍ ສີລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຂຶ້ນລາຍງານ ກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດ ກົດໝາຍຂົງເຂດປ້ອງກັນຊາດຈຳນວນ 2 ສະບັບຄື: ກົດໝາຍວ່າດ້ວຍການປ້ອງກັນຊາດ, ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ  6 ພະຈິກນີ້, ໂດຍການເປັນປະທານຂອງທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ.
ທ່ານ ພົນໂທ ທອງລອຍ ສີລິວົງ ລາຍງານວ່າ: ພາຍຫຼັງທີ່ກົດໝາຍວ່າດ້ວຍການປ້ອງກັນຊາດ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ ໃນປີ 2015 ກະຊວງປ້ອງກັນປະເທດ ກໍໄດ້ຈັດພິມປຶ້ມກົດໝາຍເພື່ອແຈກຢາຍໃຫ້ບັນດາກົມກອງ ແລະ ບຸກຄົນຈໍານວນໜຶ່ງ. ພ້ອມນັ້ນ, ກໍໄດ້ມີການເຄື່ອນໄຫວລົງໂຄສະນາເຜີຍແຜ່ກົດໝາຍໃຫ້ນາຍ ແລະ ພົນທະຫານ ຢູ່ບັນດາກົມກອງກໍາລັງຫຼວງ-ກໍາລັງທ້ອງຖິ່ນ ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ກົດໝາຍດັ່ງກ່າວໄດ້ 47 ກົມກອງ, ມີຈໍານວນພົນເຂົ້າຮ່ວມ 7.900 ກວ່າທ່ານ ຍິງ 1.147ທ່ານ. ໃນກົດໝາຍດັ່ງກ່າວ ມາດຕາທີ່ກໍານົດໃຫ້ຜັນຂະຫຍາຍອອກເປັນນິຕິກໍາໃຕ້ກົດໝາຍມີທັງໝົດ 6 ມາດຕາຄື: ມາດຕາ 14, 15, 30, 33, 36 ແລະ ມາດຕາ 61 ໄດ້ຜັນຂະຫຍາຍສໍາເລັດທັງ
ໝົດ ຊຶ່ງມີນິຕິກໍາໃຕ້ກົດໝາຍ 8 ສະບັບ. ກົດໝາຍວ່າດ້ວຍການປ້ອງກັນຊາດ ເປັນເຄື່ອງມືອັນສໍາຄັນໃນການຄຸ້ມຄອງ, ການເຄື່ອນໄຫວ, ຕິດຕາມ ກວດກາ ວຽກງານປ້ອງກັນຊາດ ເຮັດໃຫ້ວຽກງານດັ່ງກ່າວເປັນຄວາມຮັບຜິດຊອບຂອງທົ່ວປວງຊົນລາວ ແນໃສ່ຮັບປະກັນໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ມີຄວາມໝັ້ນຄົງ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ. ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ເປັນບ່ອນອີງພື້ນຖານໃຫ້ແກ່ການຊີ້ນໍາ-ບັນຊາ, ການປະຕິບັດໜ້າທີ່ຂອງກໍາລັງປ້ອງກັນຊາດ ເຮັດໃຫ້ວຽກງານປ້ອງກັນຊາດ ເປັນຄວາມຮັບຜິດຊອບຂອງທົ່ວປວງຊົນລາວ ແລະ ການເຄືຶ່ອນໄຫວເຮັດໜ້າທີ່ວຽກງານປ້ອງກັນຊາດທົ່ວປວງຊົນຮອບດ້ານ ໂດຍແມ່ນກໍາລັງປະກອບອາວຸດປະຊາຊົນເປັນຫຼັກແຫຼ່ງ. ພ້ອມດຽວກັນນີ້ ກົດໝາຍສະບັບດັ່ງກ່າວ ຍັງເປັນພື້ນຖານໃຫ້ແກ່ວຽກງານການສຶກສາອົບຮົມວຽກງານປ້ອງກັນຊາດໃຫ້ແກ່ແຕ່ລະເປົ້າໝາຍ ສະແດງອອກໃນໄລຍະຜ່ານມາ ໄດ້ຈັດຕັ້ງການຮຽນ-ການສອນວຽກງານປ້ອງກັນຊາດໃຫ້ແກ່ການນໍາພັກ-ລັດ ເປົ້າໝາຍ 1, 2, 3 ແລະ ນັກຮຽນນັກສຶກສາຢູ່ຕາມສະຖາບັນການສຶກສາທັງພາກລັດ ແລະ ເອກະຊົນຈໍານວນໜຶ່ງ. 
       ສໍາລັບກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ສະບັບທໍາອິດ ຖືກຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ V ສະບັບເລກທີ 07/ສພຊ, ລົງວັນທີ 22 ຕຸລາ 2004  ຊຶ່ງປະກອບມີ 7 ໝວດ, 33 ມາດຕາ. ຕໍ່ມາໄດ້ຮັບການປັບປຸງ 1 ຄັ້ງ ໃນປີ 2018 ແລະ ນໍາໃຊ້ຈົນເຖິງປັດຈຸບັນ. ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ໄດ້ເປັນບ່ອນອີງສໍາຄັນໃຫ້ແກ່ກະຊວງປ້ອງກັນປະເທດໃນການຄຸ້ມຄອງ ແລະ ກວດກາ ການເຄື່ອນໄຫວວຽກງານຂອງນາຍທະຫານໂດຍກົງຢ່າງຮອບດ້ານ ແລະ ໄດ້ເຮັດໃຫ້ນາຍທະຫານມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີແບບແຜນທັນສະໄໝ, ເຮັດສໍາເລັດໜ້າທີ່ອັນມີກຽດ ເຮັດໃຫ້ກອງທັບປະຊາຊົນລາວມີຄວາມເຂັ້ມແຂງ ແລະ ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆມາ. ໃນນັ້ນ, ໄດ້ມີການແບ່ງຂັ້ນຄຸ້ມຄອງ, ແບ່ງຄວາມຮັບຜິດຊອບ ແລະ ປະສານສົມທົບແໜ້ນແຟ້ນກົມກຽວ ລະຫວ່າງກໍາລັງຫຼວງ ແລະ ກໍາລັງທ້ອງຖິ່ນ; ໄດ້ກໍານົດການນໍາພາ, ບັນຊາ ແລະ ການກໍ່ສ້າງນາຍທະຫານ, ລະບົບຂັ້ນ, ຊັ້ນ, ການປະຕິບັດນະໂຍບາຍ, ມາດຕະການ, ອົງການຄຸ້ມຄອງ ແລະ ອົງການກວດກາ ນາຍທະຫານກອງທັບປະຊາຊົນລາວ.
    ທ່ານ ພົນໂທ ທອງລອຍ ສີລິວົງ ກ່າວຕື່ມວ່າ: ສຳລັບບົດຮຽນທີ່ຖອດຖອນໄດ້ມີດັັ່ງນີ້: 1)    ເພີ່ມທະວີບົດບາດການນໍາພາຂອງຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນໃນການຈັດຕັ້ງປະຕິບັດກົດໝາຍ; 2)ເອົາໃຈໃສ່ໂຄສະນາເຜີຍແຜ່ກົດໝາຍໃນຂົງເຂດວຽກງານປ້ອງກັນຊາດ ໃຫ້ພະນັກງານ-ນັກຮົບ, ພະນັກງານ-ລັດຖະກອນ, ນັກຮຽນ-ນັກສຶກສາ ຕະຫຼອດຮອດປະຊາຊົນບັນດາເຜົ່າ ໃຫ້ມີຄວາມຮັບຮູ້, ເຂົ້າໃຈຕໍ່ເນື້ອໃນກົດໝາຍ ແລະ ວຽກງານປ້ອງກັນຊາດ ເຮັດໃຫ້ວຽກງານດັ່ງກ່າວເປັນຄວາມຮັບຜິດຊອບຂອງທົ່ວປວງຊົນ; 3) ຍົກສູງການສຶກສາອົບຮົມວຽກງານປ້ອງກັນຊາດ ໃຫ້ສອດຄ່ອງແຕ່ລະເປົ້າໝາຍ ແລະ ຖືເອົາວຽກງານປ້ອງກັນຊາດທົ່ວປວງຊົນເປັນວຽກງານຍຸດທະສາດໜຶ່ງສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ ແລະ ກໍານົດເປັນຫຼັກສູດການຮຽນ-ການສອນ ຢູ່ສະຖາບັນການສຶກສາຂັ້ນຕ່າງໆນັບແຕ່ຊັ້ນມັດທະຍົມຕອນປາຍຂຶ້ນໄປ; 4)ປະເມີນການຈັດຕັ້ງປະຕິບັດກົດໝາຍເປັນແຕ່ລະໄລຍະເພື່ອໃຫ້ເຫັນບັນຫາທີ່ບໍ່ສອດຄ່ອງ ແລະ ມີຄວາມຫຍຸ້ງຍາກໃນກາານຈັດຕັ້ງປະຕິບັດ; 5) ຕ້ອງເພີ່ມທະວີຄວາມສັກສິດໃນການຈັດຕັ້ງປະຕິບັດກົດໝາຍ. ພ້ອມນັ້ນ, ຍັງໄດ້ສະເໜີປັບປຸງກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວຕາມແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2021-2025) ຊຶ່ງຈະນໍາເຂົ້າຜ່ານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX (ຕົ້ນປີ 2025); ສະເໜີນໍາເອົາກົດໝາຍວ່າດ້ວຍການປ້ອງກັນຊາດເຂົ້າແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2026-2030).
      (ຂ່າວ: ວັນເພັງ, ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ