ປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ ລົງຕິດຕາມ ປະຕູປິດ-ເປີດນໍ້າ ຂົວປາກຊີມັງ

ປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ ລົງຕິດຕາມ ປະຕູປິດ-ເປີດນໍ້າ ຂົວປາກຊີມັງ

ປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ ລົງຕິດຕາມ ປະຕູປິດ-ເປີດນໍ້າ ຂົວປາກຊີມັງ
ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ ພ້ອມຄະ​ນະໄດ້ລົງພື້ນທີ່ຕິດຕາມ ປະຕູປິດ-ເປີດນໍ້າ ຂົວປາກຊີມັງ ບ້ານເລົ່າໂພຄໍາ ເມືອງທ່າແຂກ ແຂວງຄໍາມ່ວນເມື່ອ​ວັນ​ທີ 6 ກໍ​ລະ​ກົດ​ນີ້, ເພື່ອກວດກາສະພາບການລະບາຍນໍ້າ ແລະ ຕິດຕາມຄວາມສ່ຽງທີ່ອາດຈະສົ່ງຜົນກະທົບຕໍ່ປະຊາຊົນໃນເຂດດັ່ງກ່າວ.
ປະທານຄະນະກຳມະການປກຄອງແຂວງຄາມວນ ລງຕດຕາມ ປະຕປດ-ເປດນາ ຂວປາກຊມງ - image 1
 

ການລົງຕິດຕາມໃນຄັ້ງນີ້ ສະທ້ອນໃຫ້ເຫັນເຖິງຄວາມຫ່ວງໃຍ ແລະ ການເອົາໃຈໃສ່ຢ່າງໃກ້ຊິດຂອງການນໍາແຂວງຕໍ່ສະພາບການນໍ້າ ທີ່ຍັງຄົງເປັນບັນຫາ ແລະ ອຸປະສັກໃນປັດຈຸບັນ ໂດຍສະເພາະບັນຫາປະຕູປິດ-ເປີດນໍ້າ ປາກຫ້ວຍຊີມັງ ທີ່ຍັງຕິດຂັດ ແລະ ບໍ່ສາມາດນໍາໃຊ້ງານໄດ້ ຊຶ່ງໄດ້ກາຍເປັນປັດໄຈສຳຄັນທີ່ສົ່ງຜົນຕໍ່ການລະບາຍນໍ້າ.ປະກອບກັບສະພາບຝົນທີ່ຕົກໜັກຕິດຕໍ່ກັນຫຼາຍວັນ ໄດ້ເຮັດໃຫ້ນໍ້າຝົນຈາກຫຼາຍພື້ນທີ່ໄຫຼລົງສູ່ຫ້ວຍຊີມັງ ແຕ່ບໍ່ສາມາດລະບາຍອອກສູ່ແມ່ນໍ້າຂອງໄດ້ຕາມປົກກະຕິ ສົ່ງຜົນໃຫ້ລະດັບນໍ້າເພີ່ມສູງຂຶ້ນຢ່າງໄວວາ ແລະ ມີທ່າອ່ຽງເພີ່ມຂຶ້ນຕໍ່ເນື່ອງ. ເຖິງແມ່ນວ່າປັດຈຸບັນ ຍັງບໍ່ມີລາຍງານວ່າພື້ນທີ່ການຜະລິດ ຫຼື ເຮືອນຊານຂອງປະຊາຊົນໄດ້ຮັບຜົນກະທົບຮ້າຍແຮງຈາກນໍ້າຖ້ວມໃນເຂດດັ່ງກ່າວ ແຕ່ຫາກສະພາບຝົນຍັງສືບຕໍ່ຕົກ ກໍມີຄວາມສ່ຽງສູງທີ່ອາດຈະເກີດສະພາບນໍ້າຖ້ວມເປັນວົງກວ້າງ ຫາກບໍ່ມີການແກ້ໄຂບັນຫາຢ່າງທັນການ ຊຶ່ງທ່ານປະທານຄະນະກຳມະການປົກຄອງແຂວງ ກໍໄດ້ຊີ້ນໍາໃຫ້ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ສົມທົບກັບບໍລິສັດຜູ້ຮັບເໝົາກໍ່ສ້າງ ເລັ່ງຊອກຫາວິທີການແກ້ໄຂໂດຍໄວ.

ປະທານຄະນະກຳມະການປກຄອງແຂວງຄາມວນ ລງຕດຕາມ ປະຕປດ-ເປດນາ ຂວປາກຊມງ - image 2
 

ໃນໂອກາດດຽວກັນນີ້ ທ່ານປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ ຍັງໄດ້ຕິດຕາມສະພາບນໍ້າບໍລິເວນເໜືອປະຕູນໍ້າ ພ້ອມທັງກວດກາຄວາມຄືບໜ້າຂອງໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນເຂດແຄມແມ່ນໍ້າຂອງ ເພື່ອປະເມີນສະພາບພື້ນທີ່ ແລະ ຊອກຫາແນວທາງຮັບມືກັບສະຖານະການຢ່າງຮອບດ້ານ ເພື່ອຫຼຸດຜ່ອນຜົນກະທົບຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນໃຫ້ໄດ້ຫຼາຍທີ່ສຸດ.

ປະທານຄະນະກຳມະການປກຄອງແຂວງຄາມວນ ລງຕດຕາມ ປະຕປດ-ເປດນາ ຂວປາກຊມງ - image 3
 

ຂ່າວ: ກອງຄໍາ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

EU ເລັ່ງສືບສວນການໂຈມຕີທາງໄຊເບີຕໍ່ຮ້ານສັບພະສິນຄ້າໃນຫຼາຍປະເທດ

EU ເລັ່ງສືບສວນການໂຈມຕີທາງໄຊເບີຕໍ່ຮ້ານສັບພະສິນຄ້າໃນຫຼາຍປະເທດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 4 ພະຈິກ ຜ່ານມາວ່າ: ຄະນະກຳມາທິການເອີຣົບໄດ້ເປີດເຜີຍວ່າ, ການໂຈມຕີທາງໄຊເບີທີ່ສົ່ງຜົນກະທົບຕໍ່ລະບົບເຮັດຄວາມເຢັນຂອງຮ້ານສັບພະສິນຄ້າໃນຫຼາຍປະເທດສະມາຊິກສະຫະພາບເອີຣົບ (EU) ເມື່ອບໍ່ດົນມານີ້ ແມ່ນມີຄວາມກ່ຽວຂ້ອງກັນ, ພ້ອມທັງເນັ້ນຢໍ້າວ່າການສືບສວນກຳລັງດຳເນີນຢູ່ໃນລະດັບຊາດ ແຕ່ມັນຍັງໄວເກີນໄປທີ່ຈະລະບຸຕົວຜູ້ທີ່ຮັບຜິດຊອບ.
ກອງປະຊຸມວຽກງານກວດກາ ຂອງຄະນະກວດກາສູນກາງພັກຕໍ່ວຽກງານກວດກາຂອງ ຄອສພ

ກອງປະຊຸມວຽກງານກວດກາ ຂອງຄະນະກວດກາສູນກາງພັກຕໍ່ວຽກງານກວດກາຂອງ ຄອສພ

ກົມກວດກາ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມການລົງຕິດຕາມ, ຊຸກຍູ້ວຽກງານກວດກາ ຂອງຄະນະກວດກາສູນກາງພັກຕໍ່ວຽກງານກວດກາຂອງຄະນະໂຄສະນາອົບຮົມສູນກາງພັກ ຂຶ້ນໃນວັນທີ 5 ພະຈິກນີ້ ທີ່ ຄອສພ, ຈຸດປະສົງເພື່ອເປັນການຕີລາຄາຄືນກ່ຽວກັບການເຄື່ອນໄຫວວຽກງານກວດກາພັກ, ກວດກາລັດ ວຽກງານຄໍາຮ້ອງ ຄໍາສະເໜີ ໃນໄລຍະຜ່ານມາ. ໂດຍການເປັນປະທານຂອງ ທ່ານ ສາຄອນ ພົມມະລາດ ຄະນະປະຈໍາພັກ ຮອງປະທານກວດກາພັກ ຮອງຫົວໜ້າໂຄສະນາອົບຮົມສູນກາງພັກ; ທ່ານ ຊື່ນຊົມ ໄຊເກີຢາຈົງຕົວ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ມີບັນດາປະທານກວດກາ ຕາງໜ້າໜ່ວຍພັກທີ່ໄດ້ເຮັດວຽກງານກວດກາເຂົ້າຮ່ວມ.
ຫສປທ ປາຖະກະຖາວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ

ຫສປທ ປາຖະກະຖາວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ

ຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ໄດ້ຈັດຕັ້ງປາຖະກະຖາ ວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ (15/8/1991-15/8/2026) ຂຶ້ນ ໃນວັນທີ 5 ພະຈິກນີ້ ທີ່ຫ້ອງປະຊຸມ ຫສປທ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ເລຂາຄະນະພັກ ຫົວໜ້້າຫ້ອງວ່າການສຳນັກງານປະທານປະເທດ, ມີບັນດາຄະນະພັກ, ບັນດາຫົວໜ້າກົມ, ຮອງກົມ, ສະມາຊິກພັກ ແລະ ພະນັກງານເຂົ້າຮ່ວມ.
ປະກາດແຕ່ງຕັ້ງ ແລະ ເລື່ອນຊັ້ນ ໃຫ້ນາຍຕໍາຫຼວດຂັ້ນສູງ

ປະກາດແຕ່ງຕັ້ງ ແລະ ເລື່ອນຊັ້ນ ໃຫ້ນາຍຕໍາຫຼວດຂັ້ນສູງ

ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີປະກາດແຕ່ງຕັ້ງ, ເລື່ອນຊັ້ນໃຫ້ນາຍຕໍາຫຼວດຂັ້ນສູງ ໃນວັນທີ 4 ພະຈິກນີ້, ເປັນປະທານໂດຍທ່ານ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບ, ມີຮອງລັດຖະມົນຕີ, ຫົວໜ້າ-ຮອງຫົວໜ້າກົມ, ກອງບັນຊາການ, ພະນັກ ງານຫຼັກແຫຼ່ງ ແລະ ນາຍຕໍາຫຼວດ ທີ່ໄດ້ຮັບການແຕ່ງຕັ້ງ, ເລື່ອນຊັ້ນເຂົ້າຮ່ວມ.
ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ອີງຕາມຂໍ້ມູນທີ່ລັດວິສະຫາກິດກໍ່ສ້າງທາງເລກ 8 ໃຫ້ຮູ້ວ່າ: ໂຄງການປັບປຸງເສັ້ນທາງຫຼວງແຫ່ງຊາດເລກທີ 13 ໃຕ້ ມາຮອດປັດຈຸບັນ, ທາງໂຄງການຜູ້ຮັບເໝົາກໍ່ສ້າງ ກໍຄື ລັດວິສະຫະກິດກໍ່ສ້າງທາງເລກ 8 ກຳລັງຂຸ້ນຂ້ຽວລົງຢາງຂົ້ວ (ອັສຟານຊັ້ນ 1) ນັບແຕ່ກິໂລແມັດທີ 24 ຫາກິໂລແມັດທີ 28 ແລະ ອີກຈຸດໄລຍະທາງແຕ່ກິໂລແມັດທີ 28 ເມືອງໄຊທານີ ຫາກິໂລແມັດທີ 50.2 ເມືອງປາກງື່ມ ນະຄອນຫຼວງວຽງຈັນ
ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ວັນທີ 2 ພະຈິກຜ່ານມານີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ລົງຢ້ຽມຢາມ ແລະ ຕິດຕາມຊຸກຍູ້ວຽກງານຢູ່ຕາແສງຊ້າງມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຂອງ ສະຫາຍ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ ພ້ອມຄະນະນຳ ຂອງນະຄອນຫຼວງວຽງຈັນ, ເມືອງ ແລະ ຄະນະພັກ ຄະນະກຳມະການປົກຄອງຕາແສງ ຕະຫຼອດຮອດພະນັກງານ-ລັດຖະກອນ ຕາແສງຊ້າງມີໄຊ ເຂົ້າຮ່ວມ.
ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ຂອງອົງການກວດສອບແຫ່ງລັດ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ (2026-2030) ໄດ້ຈັດຂຶ້ນໃນວັນທີ 4 ຕຸລານີ້ ທີ່ອົງການກວດສອບແຫ່ງລັດ, ໂດຍການເປັນປະທານ ຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ, ມີຄະນະປະຈຳພັກ, ກຳມະການຄະນະພັກ, ຄະນະກົມ, ຄະນະນໍາອົງການກວດສອບປະຈຳພາກ ແລະ ພະນັກງານເຂົ້າຮ່ວມ.
ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ຈັດພິທີປະກາດເລື່ອນຊັ້ນຜູ້ພິພາກສາ ຈາກຜູ້ພິພາກສາຊັ້ນໜຶ່ງ ຂຶ້ນເປັນຜູ້ພິພາກ ສາຊັ້ນສອງ ໃນວັນທີ 4 ພະຈິກນີ້, ເປັນປະທານໂດຍ ທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ, ມີ ຫ້ອງການ, ກົມ, ຄະນະສານ ພ້ອມດ້ວຍສະຖາບັນ, ພະນັກງານ ແລະ ຜູ້ພິພາກສາ ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.
9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

ທ່ານ ໄພວັນ ສໍຄົງສິນ ຫົວໜ້າໜ້າຫ້ອງການ ວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເມືອງໂຂງ ແຂວງຈໍາປາສັກ ໄດ້ໃຫ້ສໍາພາດກ່ຽວກັບວຽກງານການທ່ອງທ່ຽວຢູ່ ເມືອງໂຂງ ຕໍ່ນັກຂ່າວໜັງສືພິມປະຊາຊົນ ໂອກາດທີ່ຄະນະຊ່ຽວຊານທະນາຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ ພ້ອມດ້ວຍສື່ມວນຊົນຈາກສູນກາງ ເຄື່ອນໄຫວຢ້ຽມຢາມໂຄງການດັ່ງກ່າວ ລະຫວ່າງວັນທີ 29-31 ຕຸລາ ທີ່ຜ່ານມາ ວ່າ: ເມືອງໂຂງ ເປັນເມືອງໜຶ່ງ ທີ່ມີທ່າແຮງທາງດ້ານການທ່ອງທ່ຽວ ເຫັນວ່າມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ກວ້າງຂວາງ ຊຶ່ງປັດຈຸບັນ ຄະນະນໍາແຂວງ ກໍໄດ້ເອົາໃຈໃສ່ເປັນພິເສດ ຕໍ່ການພັດທະນາ, ສົ່ງເສີມການທ່ອງທ່ຽວ ແລະ ຖືເປັນປາຍແຫຼມ ຂອງການພັດທະນາເສດຖະກິດ-ສັງຄົມຂອງແຂວງ ກໍຄືເມືອງ.
ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພີທີເປີດງານວາງສະແດງ ຜົນງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ ຂຶ້ນໃນວັນທີ 4 ພະຈິກນີ້, ທີ່ ມຊ ໂດຍໃຫ້ກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີຮອງຜູ້ອໍານວຍການ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເພີ່ມເຕີມ