![]() |
ເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີເຄື່ອງອຸປະໂພກ-ບໍລິໂພກ ທີ່ຈຳເປັນຕໍ່ການດຳລົງຊີວິດປະຈຳວັນ ເປັນຕົ້ນແມ່ນ: ເຄື່ອງນຸ່ງ, ເກີບ, ໝີ່ ແລະ ອື່ນໆ ເພື່ອແນໃສ່ຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ບັນ ເທົາຄວາມຫຍຸ້ງຍາກໃນເບື້ອງຕົ້ນໃຫ້ແກ່ປະຊາຊົນ.
![]() |
ໂອກາດດັ່ງກ່າວ, ທ່ານປະທານອົງການກາແດງແຫ່ງຊາດລາວ ໄດ້ມີຄຳເຫັນເນັ້ນໜັກວ່າ: "ການລົງພື້ນທີ່ຊ່ວຍເຫຼືອໃນຄັ້ງນີ້ ແມ່ນສະແດງໃຫ້ເຫັນເຖິງນ້ຳໃຈມະນຸດສະທຳ ແລະ ຄວາມເປັນຫ່ວງເປັນໃຍຂອງອົງການກາແດງແຫ່ງຊາດລາວ ທີ່ມີຕໍ່ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນບັນດາເຜົ່າ ທີ່ປະສົບຄວາມຫຍຸ້ງຍາກຂາດເຂີນ ເພື່ອຊ່ວຍໃຫ້ທຸກຄົນສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ມີຄຸນນະພາບຊີວິດທີ່ດີຂຶ້ນເທື່ອລະກ້າວ."
(ຂ່າວ: ອົງການກາແດງ)


ຄໍາເຫັນ