![]() |
ຈຸດປະສົງ ເພື່ອປຶກສາຫາລື ກ່ຽວກັບວຽກງານການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ - ຣາຊະອານາຈັກໄທ. ໂອກາດດັ່ງກ່າວ ທ່ານ ຄໍາລາວັນ ຈັນທະລາວັນ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງ ຕໍ່ທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວ-ໄທ ກໍຄື ປະຊາຊົນທັງສອງປະເທດ, ທີ່ເຄີຍມີມາແລ້ວນັ້ນ ໃຫ້ນັບມື້ຂະຫຍາຍຕົວຍິ່ງໆຂຶ້ນ, ພ້ອມນີ້ຍັງໄດ້ກ່າວສະແດງຄວາມຂອບໃຈ ຕໍ່ທ່ານນາງ ຄຣອງຂະນິດ ຣັກຈະເລີນ ຊຶ່ງຍາມໃດ ລັດຖະບານໄທ ກໍໄດ້ໃຫ້ການຊ່ວຍເຫຼືອດ້ານຕ່າງໆ ແກ່ ສປປ ລາວ ໃນໄລຍະທີ່ຜ່ານມາ ທັງເປັນການເສີມສ້າງສາຍພົວພັນມິດຕະພາບ ຖານບ້ານໃກ້ເຮືອນຄຽງທີ່ດີຊຶ່ງກັນ ແລະ ກັນມາໂດຍຕະຫຼອດ.
ໂອກາດນີ້, ທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ຄໍາລາວັນ ຈັນທະລາວັນ ທີ່ໄດ້ໃຫ້ການຕ້ອນຮັບໃນຄັ້ງນີ້.
(ຂ່າວ: ແສງຈັນ)

ຄໍາເຫັນ