ແລະ ວາລະປຶກສາຫາລືຂັ້ນສູງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດທີ່ນະຄອນນິວຢອກສະຫະລັດ ອາເມຣິກາ.
ຂ່າວລະບຸວ່າ, ທ່ານ ໂຕເລິມ ກ່າວຄຳເຫັນໃນການພົບປະວ່າ: ສະເໜີໃຫ້ 2 ຝ່າຍຜັນຂະຫຍາຍໝາກຜົນບັນດາການຢ້ຽມຢາມ, ຂໍ້ຕົກລົງຂັ້ນສູງ ແລະ ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດໄລຍະ 2024 – 2028 ຢ່າງມີປະສິດທິຜົນ; ທ່ານເຊື່ອໝັ້ນວ່າ 2 ປະເທດຈະບັນລຸກ່ຽວກັບການນຳວົງເງິນການຄ້າ 2 ຝ່າຍຂຶ້ນເປັນ 20 ຕື້ໂດລາ/ປີ ແລະ ເພີ່ມຂຶ້ນຫຼາຍກວ່າ 30 ຕື້ໂດລາ ໃນປີ 2030.
ກ່ຽວກັບການຮ່ວມມືຢູ່ພາກພື້ນ, ທ່ານ ໂຕເລິມ ປາຖະໜາວ່າ: ອິນເດຍ ຈະສືບຕໍ່ສະໜັບສະໜູນຫຼັກໝັ້ນຫຼັກການ, ບົດບາດໃຈກາງຂອງ ອາຊຽນ, ໜູນຊ່ວຍ ອາຊຽນ ສ້າງປະຊາຄົມ, ພ້ອມກັນຮ່ວມມືເພື່ອຮັບມືກັບບັນດາສິ່ງທ້າທາຍລວມ.
ສ່ວນທ່ານ ນາເຣນດາ ໂມດີ ໃຫ້ຮູ້ວ່າ: ອິນເດຍ ຈະຊຸກຍູ້ການພົວພັນຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນກັບ ອາຊຽນ ແລະ ຫວຽດນາມ, ໂດຍສະເພາະແມ່ນໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ຫຼື ແມ່ນທ່າແຮງຂອງ 2 ຝ່າຍ ຄື: ການເຊື່ອມຕໍ່ດີຈີຕອນ, ເສດຖະກິດດີຈີຕອນ, ພື້ນຖານໂຄງລ່າງແບບຍືນຍົງ, ພະລັງງານທົດແທນ ແລະ ຄວາມໝັ້ນຄົງທາງທະເລ.
ຄໍາເຫັນ