ປະທານປະເທດເນັ້ນ 7 ບັນຫາຕໍ່ວຽກງານປ້ອງກັນຊາດ

ປະທານປະເທດເນັ້ນ 7 ບັນຫາຕໍ່ວຽກງານປ້ອງກັນຊາດ

ປະທານປະເທດເນັ້ນ 7 ບັນຫາຕໍ່ວຽກງານປ້ອງກັນຊາດ
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ປະທານຄະນະກຳມະການ ປກຊ-ປກສ ສູນກາງ ໄດ້ເນັ້ນໜັກ 7 ບັນຫາຕໍ່ວຽກງານປ້ອງກັນຊາດ ເພື່ອໃຫ້ກອງທັບເອົາໃຈໃສ່, ໃນກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນປະເທດ (ປກຊ) ທີ່ຈັດຂຶ້ນເມື່ອບໍ່ດົນຜ່ານມາ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ປກຊ, ມີແຂກຖືກເຊີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 

ປະທານປະເທດເນນ 7 ບນຫາຕວຽກງານປອງກນຊາດ - image 1
 

 

ໃນໂອກາດເຂົ້າຮ່ວມກອງປະຊຸມສະຫາຍ ທອງລຸນ ສີສຸລິດ ໄດ້ເນັ້ນໜັກ 7 ບັນຫາສຳຄັນຕໍ່ວຽກງງານປ້ອງກັນຊາດເພື່ອໃຫ້ກອງທັບເອົາໃຈໃສ່ດັ່ງນີ້: ໜຶ່ງ. ສືບຕໍ່ເສີມຂະຫຍາຍມູນເຊື້ອສ້າງກອງທັບປະຊາຊົນລາວໃຫ້ກາຍເປັນກໍາລັງ ແລະ ພາຫະນະອັນແຫຼມຄົມ ແລະ ເປັນກໍາລັງທີ່ເດັດດ່ຽວຢຶດໝັ້ນບົດບາດການນໍາພາເດັດຂາດໂດຍກົງ ແລະ ຮອບດ້ານຂອງພັກ; ບົນພື້ນຖານຄວາມເປັນຈິງທີ່ໄດ້ຢັ້ງຢືນແລ້ວວ່າ: ນັບແຕ່ມື້ສ້າງຕັ້ງຈົນເຖິງປັດຈຸບັນ, ກອງທັບເຮົາຍາມໃດກໍມີຄວາມບໍລິສຸດຕໍ່ພັກ, ຈົງຮັກພັກດີຕໍ່ປະຊາຊົນ ຕໍ່ຊາດ, ກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊດ້ວຍຄວາມເສຍ ສະຫຼະເພື່ອຄວາມເປັນເອກະລາດແຫ່ງຊາດ, ເພື່ອປົກປັກຮັກສາລະບອບໃໝ່ ດັ່ງຄໍາສັນລະເສີນຂອງປະທານ ໄກສອນ ພົມວິຫານ ທີ່ວ່າ: "ກອງທັບເຮົາແມ່ນກອງທັບວິລະຊົນ ຂອງຊາດລາວວິລະຊົນ"; ສອງ: ສຸມໃສ່ປັບປຸງອົງຄະນະພັກກະຊວງ ປກຊ ໃຫ້ປອດໃສເຂັ້ມແຂງໜັກແໜ້ນທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ, ຍົກສູງຄວາມສາມາດນໍາພາຢ່າງຮອບດ້ານ ແລະ ຄວາມສາມາດສູ້ຮົບຂອງຄະນະນະພັກທຸກຂັ້ນແຕ່ເທິງລົງລຸ່ມ, ປະເຊີນໜ້າ ແລະ ຮັບມືໃຫ້ໄດ້ທຸກສະພາວະການ ແລະ ທຸກກໍລະນີ ພ້ອມທັງເປັນແບບຢ່າງນໍາໜ້າໃນທຸກຂົງເຂດໃນສັງຄົມ.

ປະທານປະເທດເນນ 7 ບນຫາຕວຽກງານປອງກນຊາດ - image 2
 

ຄຽງຄູ່ກັນນັ້ນ, ຕ້ອງປັບປຸງກໍ່ສ້າງກໍາລັງປະກອບອາວຸດທຸກປະເພດກຳລັງຕາມທິດຫັນເປັນທັນສະໄໝ ໂດຍສຸມໃສ່ປັບປຸງກໍ່ສ້າງກໍາລັງດ້ວຍການຍົກລະດັບດ້ານວິຊາສະເພາະ ໄປຄຽງຄູ່ກັບດ້ານການເມືອງ-ແນວຄິດ, ແບບແຜນຊີ້ນໍາບັນຊາ ແລະ ດ້ານການຈັດຕັ້ງ ພ້ອມທັງເອົາໃຈໃສ່ທະນຸບຳລຸງ, ກໍ່ສ້າງຖັນແຖວພະນັກງານໜຸ່ມສືບທອດແຕ່ໜັກແໜ້ນໃຫ້ຫຼາຍຂຶ້ນ ໂດຍສະເພາະພະນັກງານຂັ້ນຍຸດທະສາດ, ຍຸດທະບັ້ນຮົບ; ສາມ: ສືບຕໍ່ປະຕິບັດຍຸດທະສາດຫັນກໍາລັງລົງສູ່ຮາກຖານ, ປັບປຸງຮາກຖານການເມືອງ ປະສານສົມທົບກັບຂະແໜງປ້ອງກັນຄວາມສະຫງົບ ແລະ ຂະແໜງການອື່ນໆ ໂດຍສຸມໃສ່ເຂດໃຈກາງທີ່ຕ້ອງເລີກຮື້ເຂດເກາະຫ້ອຍໃຫ້ໄດ້ຢ່າງຂາດຕົວ. ຄຽງຄູ່ກັບເອົາໃຈໃສ່ເຂດຫ່າງໄກສອກຫຼີກ, ເຂດພູດອຍຊົນເຜົ່າ, ເຂດຊາຍແດນ ແລະ ເຂດຍຸດທະສາດສໍາຄັນອື່ນໆ. ສິ່ງສໍາຄັນ, ກອງທັບເຮົາແມ່ນກອງທັບປະຊາ ຊົນ, ມາຈາກປະຊາຊົນ ແລະ ອີງໃສ່ປະຊາຊົນ-ຮັບໃຊ້ປະຊາຊົນ. ສະນັ້ນ, ກໍາລັງທີ່ລົງຮາກຖານຕ້ອງເຊື່ອມຊຶມມູນເຊື້ອ “ທະຫານກັບປະຊາຊົນ ຄືປາກັບນໍ້າ” ໂດຍປະຕິບັດການພົວພັນລະຫວ່າງກອງທັບ ແລະ ປະຊາຊົນແບບກາຍອິນຊີທີ່ຕັດແຍກອອກຈາກກັນບໍ່ໄດ້ ແລະ ໃຫ້ຖືການຊ່ວຍເຫຼືອປະຊາຊົນໃຫ້ມີການພັດທະນາ ເປັນໜ້າທີ່ການເມືອງຂອງກອງທັບທີ່ຕ້ອງໄດ້ເຮັດຢ່າງເປັນປະຈໍາ. ອັນນີ້ແມ່ນທາດແທ້ ແລະ ທັງເປັນມູນເຊື້ອທີ່ດີງາມຂອງກອງທັບ ຊຶ່ງໃນເງື່ອນໄຂໃໝ່ນີ້ ຕ້ອງເດັດດ່ຽວປົກປັກຮັກສາ ແລະ ເສີມຂະຫຍາຍໃຫ້ແຂງແຮງ, ມີລັກສະນະຫຼາກຫຼາຍ ແລະ ຮອບດ້ານກວ່າເກົ່າ; ສີ່: ເອົາເນື້ອໃນການສູ້ຮົບເກັ່ງ, ເຮັດວຽກຂົນຂວາຍກໍ່ສ້າງຮາກຖານການເມືອງເກັ່ງ, ເພີ່ມພູນຜະລິດຜົນເກັ່ງ ເຂົ້າສູ່ການເຄື່ອນໄຫວຕົວຈິງຂອງແຕ່ລະກົມກອງ, ພະນັກງານ-ນັກຮົບແຕ່ລະຄົນໂດຍໃຫ້ມີແຜນຈັດຕັ້ງລະອຽດ, ມີຄາດໝາຍສູ້ຊົນ, ມີເນື້ອໃນ ມີມາດຕະການປະຕິບັດ, ມີການແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງ ແລະ ເຮັດໃຫ້ເປັນມາດຕະຖານຂອງພະນັກງານ-ນັກຮົບແຕ່ລະຄົນ; ຫ້າ: ເປັນເຈົ້າການຄົ້ນຄວ້າ, ກຳແໜ້ນ, ຄາດຄະເນສະພາບການໃຫ້ຖືກຕ້ອງ, ເປັນເສນາທິການຢ່າງທັນເວລາໃຫ້ແກ່ພັກ-ລັດ ໃນການວາງແຜນນະໂຍບາຍທາງດ້ານປ້ອງກັນປະເທດ, ແກ້ໄຂກໍລະນີເກີດຂຶ້ນຢ່າງຄ່ອງແຄ້ວ, ນິ້ມນວນ, ເດັດຂາດ, ມີປະສິດທິຜົນ ແລະ ທັນການ, ບໍ່ໃຫ້ຖືກທ່າຮັບ ຫຼື ຕົກຢູ່ໃນກໍລະນີບັງເອີນ, ໃຊ້ມາດຕະການແກ້ໄຂຕ້ອງມີທັງແບບສັງລວມ, ແກ້ຕາມກໍລະນີ ແລະ ອື່ນໆ; ຫົກ: ເສີມຂະຫຍາຍທ່າແຮງທີ່ເຮົາມີເງື່ອນໄຂຕອບສະໜອງຄວາມຕ້ອງການໃນການກໍ່ສ້າງກອງທັບ ແລະ ພັດທະນາເສດຖະກິດ-ສັງຄົມຕາມຄວາມເໝາະສົມສາມາດປະກອບສ່ວນເປັນຫຼັກແຫຼ່ງຂອງພື້ນຖານເສດຖະກິດແຫ່ງຊາດໃຫ້ນັບມື້ນັບຫຼາຍຂຶ້ນ ໂດຍສະເພາະແມ່ນມູນເຊື້ອການເພີ່ມພູນຜະລິດຜົນ ແລະ ປະຢັດມັດທະຍັດເຄີຍມີປະສົບການ ແລະ ບົດຮຽນການສ້າງພະລາທິການກັບທີ່ ກໍຄືທິດ “ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ” ເປັນຕົ້ນການຜະລິດເປັນສິນຄ້າ, ການແກ້ໄຂຊີວິດການເປັນຢູ່, ການກໍ່ສ້າງປັບປຸງຄ້າຍຄູ ແລະ ອື່ນໆ; ເຈັດ: ສືບຕໍ່ປະຕິບັດແນວທາງການຕ່າງປະເທດຂອງພັກ, ຍູ້ແຮງການພົວພັນຮ່ວມມືສາກົນດ້ານ ປກຊ-ປກສ ແລະ ສ້າງສາຍສໍາພັນສູ້ຮົບແບບພິເສດກັບປະເທດເພື່ອນມິດຍຸດທະສາດ ສສ ຫວຽດນາມ, ສປ ຈີນ ແລະ ຣັດເຊຍ ໃຫ້ກາຍເປັນເສົາຄໍ້າທາງດ້ານພົວພັນຕ່າງປະເທດດ້ານການທະຫານຂອງພັກໃຫ້ມີບາດກ້າວຂະຫຍາຍຕົວໃໝ່ ປະກອບສ່ວນໃນການປົກປັກຮັກສາປະເທດຊາດ ແລະ ສ້າງບັນຍາກາດແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມືກັບປະເທດເພື່ອນມິດໃນໂລກກັບປະເທດໃກ້ຄຽງ ໂດຍສະເພາະເອົາໃຈໃສ່ບັນດາປະເທດທີ່ມີຊາຍແດນຕິດຈອດກັນ, ຕ້ອງໄດ້ສ້າງ ແລະ ພັດທະນາຄວາມສາມາດເທື່ອລະກ້າວເພື່ອໃຫ້ສາມາດເຂົ້າຮ່ວມເປັນກໍາລັງປ້ອງກັນສັນຕິພາບຂອງໂລກ ໃນຂອບຂອງອົງການສະຫະປະຊາຊາດເມື່ອມີຄວາມຮຽກຮ້ອງ.

ຄໍາເຫັນ

ຂ່າວເດັ່ນ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດແລະທົ່ວປວງຊົນລາວທັງຊາດຫາກໍສໍາເລັດການສະເຫຼີມສະຫຼອງວັນສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວຄົບຮອບ 50 ປີຢ່າງຟົດຟື້ນ ມ່ວນຊື່ນ ແລະ ສືບຕໍ່ສ້າງຂະບວນການຮອບດ້ານເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້.
ເພີ່ມເຕີມ