ປະທານສະພາເຈາະຈີ້ມຫຼາຍບັນຫາການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ

ປະທານສະພາເຈາະຈີ້ມຫຼາຍບັນຫາການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ

ປະທານສະພາເຈາະຈີ້ມຫຼາຍບັນຫາການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ
ທ່ານໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ມີຄໍາຖາມເຈາະຈີ້ມຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍປີ 2025 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດໂດຍສະເພາະການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ແລະ ຄາດຄະເນ 6 ເດືອນຕົ້ນປີ 2025ເພື່ອເປັນບ່ອນອີງໃຫ້ບັນດາສະມາຊິກສະພາແຫ່ງຊາດໄດ້ປະກອບຄໍາເຫັນຢ່າງມີຈຸດສຸມ, ຖືກທິດ, ສອດຄ່ອງກັບສະພາບ ແລະ ເງື່ອນໄຂເປັນຈິງຂອງປະເທດໃນປັດຈຸບັນ ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 9 ມິຖຸນານີ້ ທີ່ຫໍສະພາແຫ່ງຊາດ.

 

ທ່ານໄຊສົມພອນ ພົມວິຫານ ມີຄໍາຖາມເຈາະຈີ້ມວ່າ: 1) ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 5 ເດືອນ ແລະ ຄາດຄະເນ 6 ເດືອນຕົ້ນປີ 2025 ທີ່ລັດຖະບານ ໄດ້ລາຍງານໃນກອງປະຊຸມຄັ້ງນີ້ ໂດຍທຽບໃສ່ມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 154/ສພຊ, ລົງວັນທີ 12 ທັນວາ 2024 ບັນດາທ່ານຜູ້ແທນເຫັນວ່າສອດຄ່ອງ ແລະ ຄົບຖ້ວນ ແລ້ວບໍ? ໂດຍສະເພາະຄາດໝາຍດ້ານລາຍຮັບ, ລາຍຈ່າຍ, ດຸ່ນດ່ຽງງົບປະມານ, ການຊຳລະໜີ້ສິນ, ບັນຫາເຄັ່ງຮ້ອນ ແລະ ບັນຫາອື່ນ.

2) ການກໍານົດແຜນລາຍຮັບງົບປະມານ ປີ 2025 ຈໍານວນ 68,100 ຕື້ກີບ ເທົ່າກັບ 18.16% ຂອງ GDP ທ່ານຜູ້ແທນເຫັນວ່າເໝາະສົມ ແລະ ສອດຄ່ອງກັບຖານລາຍຮັບ ແລະ ທ່າແຮງດ້ານລາຍຮັບ ແລ້ວ ຫຼື ບໍ່? ຫຼື ເຫັນຄວນເພີ່ມອັດຕາສ່ວນລາຍຮັບ ຕໍ່ GDP ຂຶ້ນຕື່ມ? ດ້ານລາຍຈ່າຍ ຄາດຄະເນ ຈະປະຕິບັດໄດ້ 36,379 ຕື້ກີບ ຫຼື ເທົ່າກັບ 50.63% ຂອງແຜນການປີທ່ານຜູ້ແທນເຫັນວ່າສອດຄ່ອງ ຕາມແຜນລາຍຈ່າຍບຸລິມະສິດ ຂອງລັດຖະບານ ແລະ ທ້ອງຖິ່ນຂອງບັນດາທ່ານ ແລ້ວ ຫຼື ບໍ? ໂດຍສະເພາະ ການຊຳລະໜີ້ສິນໂຄງການລົງທຶນຂອງລັດ, ໄພພິບັດ, ກອງທຶນທາງ ແລະ ໜີ້ສິນອື່ນໆ.

3) ການນໍາໃຊ້ເງິນເກີນແຜນ ປີ 2024 ຕາມມະຕິ ກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 133/ສພຊ, ລົງວັນທີ 18 ພະຈິກ 2024 ທີ່ອະນຸຍາດໃຫ້ແຂວງ ນໍາໃຊ້ 50%, ຊຶ່ງທ່ານນາຍົກລັດຖະມົນຕີ ໄດ້ອອກຂໍ້ຕົກລົງຈັດຕັ້ງປະຕິບັດ ສະບັບເລກທີ 31/ນຍ, ລົງວັນທີ 17 ມີນາ 2025, ຜ່ານການຈັດຕັ້ງປະຕິບັດບັນດາທ່ານຜູ້ແທນເຫັນວ່າ ນໍາໃຊ້ໄປຕາມມະຕິ ແລະ ຂໍ້ຕົກລົງດັ່ງກ່າວ ແລ້ວ ຫຼື ບໍ່? ໂດຍສະເພາະການຊຳລະໜີ້ສິນບໍລິຫານ (ໄຟຟ້າ, ນໍ້າປະປາ, ໂທລະຄົມມະນາຄົມ), ການສົ່ງເສີມການຜະລິດເປັນສິນຄ້າ, ໂຄງການລົງທຶນບຸລິມະສິດ ແລະ ອື່ນໆ.ພ້ອມນີ້, ທ່ານຜູ້ແທນເຫັນຄວນມີມາດຕະການ ຕໍ່ຫົວໜ່ວຍງົບປະມານທີ່ນໍາໃຊ້ເງິນເກີນແຜນບໍ່ຖືກເປົ້າໝາຍ ຄືແນວໃດ?.

4) ຕໍ່ກັບການແກ້ໄຂຜົນການກວດສອບ-ກວດກາ ເຫັນວ່າລັດຖະບານ ໄດ້ເອົາໃຈໃສ່ໃນການແກ້ ໄຂ ແລະ ມີຄວາມຄືບໜ້າ ຊຶ່ງສາມາດເກັບກູ້ລາຍຮັບເຂົ້າງົບປະມານ ແຕ່ເຫັນວ່າຍັງແກ້ໄຂໄດ້ໜ້ອຍ, ບໍ່ທັນຂາດຕົວ ແລະ ບາງບັນຫາກໍບໍ່ໄດ້ຮັບການແກ້ໄຂ, ທ່ານຜູ້ແທນເຫັນວ່າຄວນມີ ວິທີການ ແລະ ມາດຕະການແນວໃດ? ເພື່ອສາມາດແກ້ໄຂຜົນການກວດສອບ-ກວດກາ ໃຫ້ ຫຼາຍຂຶ້ນກ້າວໄປເຖິງການແກ້ໄຂຢ່າງຂາດຕົວ.

ທ່ານໄຊສົມພອນ ພົມວິຫານເຈາະຈີ້ມຕື່ມວ່າ:ຕໍ່ທິດທາງແຜນການ 6 ເດືອນທ້າຍ ປີ 2025

1) ມະຕິກອງປະຊຸມສະພາແຫ່ງຊາດ ໄດ້ກຳນົດແຜນລາຍຮັບງົບປະມານ ປີ 2025 ຈໍານວນ 68,100 ຕື້ກີບ ເທົ່າກັບ 18.16% GDP, ອີງຕາມການລາຍງານຂອງລັດຖະບານຄາດຄະເນໝົດປີ 2025 ຈະເກັບລາຍຮັບໄດ້ຕາມແຜນ ຫຼື ເກີນແຜນການ ທີ່ສະພາແຫ່ງຊາດຮັບຮອງ, ບັນດາທ່ານຜູ້ແທນ ເຫັນວ່າການເກີນແຜນດັ່ງກ່າວ ແມ່ນສອດຄ່ອງຕາມຖານລາຍຮັບ ແລະ ທ່າແຮງດ້ານລາຍຮັບທັງໝົດແລ້ວບໍ່? ຫຼື ເຫັນວ່າການກໍານົດລາຍຮັບ ແມ່ນຕໍ່າກວ່າທ່າແຮງດ້ານລາຍຮັບທີ່ແທ້ຈິງ ຫຼື ແນວໃດ?.

2) ຕໍ່ທິດທາງແຜນວຽກຈຸດສຸມແຜນງົນປະມານແຫ່ງລັດ 6 ເດືອນທ້າຍ ປີ 2025 ໂດຍສະເພາະ ດ້ານ ລາຍຮັບ ເປັນຕົ້ນການຫັນເປັນທັນສະໄໝ, ການຜ່ອນຜັນພາສີ-ອາກອນ, ການເກັບ ລາຍຮັບທີ່ດິນ, ບັນທຶກການຂາຍສິນຄ້າ POS, ການອອກເລກປະຈໍາຕົວອາກອນ; ດ້ານລາຍ ຈ່າຍ, ແຫຼ່ງດຸ່ນດ່ຽງ, ບັນດາທ່ານຜູ້ແທນ ເຫັນວ່າ ຖືກຕ້ອງ, ສອດຄ່ອງ ແລະ ສາມາດຈັດຕັ້ງ ປະຕິບັດໄດ້ຄືແນວໃດ? ຈຸດສຸມທີ່ຄວນເອົາໃຈໃສ່ມີຄືແນວໃດ? ຫຼື ມີມາດຕະການເພີ່ມເຕີມ ຄືແນວໃດ?.

3) ເພື່ອຮັບປະກັນແຫຼ່ງດຸ່ນດ່ຽງງົບປະມານແຫ່ງລັດ ແລະ ການຊຳລະໜີ້ສິນພາຍໃນ ແລະ ຕ່າງປະເທດ ຕາມກຳນົດເວລາຊຳລະ, ລັດຖະບານ ໄດ້ມີແຜນການຊຳລະໄລຍະສັ້ນ, ກາງ ແລະ ໄລຍະຍາວ ຄືແນວໃດ? ແລະ ຈະຮັບປະກັນດ້ານແຫຼ່ງທຶນທີ່ແນ່ນອນ ແລະ ຍືນຍົງຄືແນວໃດ?.

4) ຕາມການລາຍງານຂອງລັດຖະບານ ເຫັນວ່າໄດ້ມີຄວາມພະຍາຍາມໃນການປະຕິຮູບລັດວິ ສາຫະກິດ ສໍາເລັດໄປແລ້ວ 10 ຫົວໜ່ວຍ ບັນດາຜູ້ແທນເຫັນວ່າ ການປະຕິຮູບລັດວິສາຫະກິດດັ່ງກ່າວ ມີປະສິດທິຜົນ ແລະ ສ້າງຜົນປະໂຫຍດໃຫ້ລັດຄືແນວໃດ?.ພ້ອມນັ້ນ, ການປະຕິ ຮູບ 4 ຫົວໜ່ວຍ ຍຸດທະສາດເຄັ່ງຮ້ອນຄື: ລັດວິສາຫະກິດໄຟຟ້າລາວ, ລັດວິສາຫະກິດນໍ້າມັນເຊື້ອໄຟລາວ, ລັດວິສາຫະກິດການບິນລາວ ແລະ ທະນາຄານນະໂຍບາຍ, ທ່ານຜູ້ແທນ ເຫັນວ່າຖືກຕ້ອງ, ສອດຄ່ອງກັບຄວາມເປັນຈິງ ແລ້ວ ຫຼື ບໍ່? ຈະສາມາດແກ້ໄຂບັນຫາຂອງລັດວິສາຫະກິດໄດ້ຢ່າງຂາດຕົວ ຫຼື ບໍ່?.

(ຂ່າວ: ວັນເພັງ)

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ