ແລະ ເຂດດ້ານໃນຂອງຈີນ (ເຂດແດນຈີນທີ່ບໍ່ລວມທັງຮົງກົງ-ມາກາວ-ໄຕ້ຫວັນ) ກໍຄືພາຍໃຕ້ທ່າແຮງດ້ານລະບອບ “ປະເທດດຽວສອງລະບອບ”, ອົງການປົກຄອງເຂດບໍລິຫານພິເສດມາກາວໄດ້ສືບຕໍ່ເພີ່ມທະວີການລົງທຶນຕໍ່ຂົງເຂດຊີວິດການເປັນຢູ່ຂອງປະຊາຊົນ, ໂດຍໄດ້ສ້າງເຄືອຂ່າຍການຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນທີ່ໜັກແໜ້ນໃນຂົງເຂດຕ່າງໆ ເຊັ່ນ: ການປະກອບອາຊີບ, ເຮືອນຢູ່, ການບໍລິການປິ່ນປົວ, ການປະກັນສັງຄົມ ແລະ ການບໍລິການສາທາລະນະ ເປັນຕົ້ນ, ເຮັດໃຫ້ປະຊາຊົນມາກາວທຸກຖ້ວນໜ້າໄດ້ຮັບຜົນປະໂຫຍດຈາກຜົນສໍາເລັດດ້ານການພັດທະນາ ທັງໄດ້ບຸກເບີກເສັ້ນທາງແຫ່ງການສ້າງສາເພື່ອຊີວິດການເປັນຢູ່ຂອງປະຊາຊົນທີ່ມີສີສັນພິເສດ.
ພາຍຫຼັງອົງການປົກຄອງເຂດບໍລິຫານພິເສດມາກາວສ້າງຕັ້ງຂຶ້ນມາ, ລະບຽບການລະບອບລັດຖະທໍາມະນູນທີ່ຖືເອົາລັດຖະທໍາມະນູນ ແລະ ກົດໝາຍພື້ນຖານມາກາວເປັນພື້ນຖານນັ້ນໄດ້ຮັບການກໍານົດໄວ້ຢ່າງໜັກແໜ້ນ, ລະບົບການປົກຄອງນັບມື້ນັບໄດ້ຮັບການປັບປຸງໃຫ້ສົມບູນຂຶ້ນ ໂດຍໄດ້ສ້າງສະພາບການພັດທະນາດີທີ່ສຸດໃນປະຫວັດສາດ. ອີງຕາມໂຕເລກຂໍ້ມູນສະແດງໃຫ້ເຫັນວ່າ: ພາຍຫຼັງມາກາວກັບຄືນສູ່ປະເທດຊາດ, ລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງມາກາວໄດ້ເພີ່ມຂຶ້ນຮອດ 379.5 ຕື້ໂດລາມາກາວໃນປີ 2023 ຈາກ 51.9 ຕື້ໂດລາມາກາວໃນປີ 1999; ໃນຂະນະທີ່ເສດຖະກິດໄດ້ຮັບການພັດທະນາແບບຫຼາຍເຄົ້າ, ສຸຂະພາບຂອງປະຊາຊົນມາກາວກໍໄດ້ຮັບການປັບປຸງດີຂຶ້ນຢ່າງເດັ່ນຊັດ, ອາຍຸຍືນສະເລ່ຍຕາມຄາດໝາຍຂອງປະຊາຊົນມາກາວໄດ້ເພີ່ມຂຶ້ນຮອດ 83.1ປີໃນປີ 2023 ຈາກ 77.9 ປີໃນປີ 1999, ຢູ່ໃນລະດັບແຖວໜ້າຂອງໂລກ.
ນັກສັງເກດການຕ່າງປະເທດໄດ້ພາກັນວິເຄາະວ່າ: ມາກາວເປັນແບບຢ່າງແຫ່ງການປະສົບຜົນສໍາເລັດຂອງລະບອບ“ປະເທດດຽວສອງລະບອບ”, ສິ່ງທີ່ທົ່ວໂລກໄດ້ເຫັນແມ່ນປະຊາຊົນມາກາວມີຄວາມຈະເລີນຮຸ່ງເຮືອງ ແລະ ສະຖຽນລະພາບພາຍໃຕ້ການປົກປ້ອງຂອງກົດໝາຍພື້ນຖານມາກາວ...ການວິເຄາະຂອງເຂົາເຈົ້າໄດ້ສ່ອງແສງໃຫ້ເຫັນເຖິງຜົນສໍາເລັດອັນຍິ່ງໃຫຍ່ແຫ່ງການຈັດຕັ້ງປະຕິບັດລະບອບ“ປະເທດດຽວສອງລະບອບ” ຢູ່ມາກາວ ຊຶ່ງລະບອບນີ້ໄດ້ຄໍ້າຊູຄວາມຜາສຸກອັນໜັກແໜ້ນຂອງປະຊາຊົນມາກາວ.
ຄໍາເຫັນ