ປະຕິບັດແຜນການປີ 2025 ສຸມໃສ່ການຜະລິດເພື່ອຄວາມໝັ້ນຄົງດ້ານສະບຽງອາຫານ

ປະຕິບັດແຜນການປີ 2025 ສຸມໃສ່ການຜະລິດເພື່ອຄວາມໝັ້ນຄົງດ້ານສະບຽງອາຫານ

ປະຕິບັດແຜນການປີ 2025 ສຸມໃສ່ການຜະລິດເພື່ອຄວາມໝັ້ນຄົງດ້ານສະບຽງອາຫານ
ໂດຍ: ສ.ບຸດປະຊາ ການຜະລິດ ເພື່ອຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ ແມ່ນແຜນງານທີໜຶ່ງຂອງກະຊວງກະສິກຳ ແລະ ປ່າໄມ້ ຊຶ່ງໃນປີ 2025 ນີ້ ກະຊວງດັ່ງກ່າວ ໂດຍສະເພາະກົມປູກຝັງ ກໍໄດ້ເອົາໃຈໃສ່ໃນການຊຸກຍູ້ ໃຫ້ສຸມໃສ່ການຜະລິດ ເພື່ອຄວາມໝັ້ນຄົງດ້ານສະບຽງອາຫານ ຊຶ່ງກໍໄດ້ວາງຄາດໝາຍສູ້ຊົນໃນການຜະລິດເຂົ້າລວມທົ່ວປະເທດ, ຜະລິດພືດສະບຽງອາຫານ, ການລ້ຽງສັດ ແລະ ການປະມົງ.

 

 

ເພື່ອໃຫ້ສາມາດຮັບປະກັນໄດ້ ການບໍລິໂພກພາຍໃນ ແລະ ເປັນສິນຄ້າ ສົ່ງອອກຈໍານວນໜຶ່ງ, ຕ້ອງສູ້ຊົນຜະລິດເຂົ້າ ເປືອກລວມ ໃຫ້ໄດ້ 3,843,530 ລ້ານໂຕນ;ໃນນັ້ນ, ສູ້ຊົນເກັບກ່ຽວເຂົ້ານາປີ ໃຫ້ໄດ້ 3,237,800 ໂຕນ, ເຂົ້ານາແຊງ 425,130 ໂຕນ ແລະ ເຂົ້າໄຮ່ 180,600 ໂຕນ ໂດຍສຸມໃສ່ 10 ແຂວງເປົ້າໝາຍຂອງໂຄງການຄໍ້າປະກັນສະບຽງອາຫານຫຼາຍແຫ່ງ, ໂດຍສະເພາະແມ່ນ ແຂວງຄໍາມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ແຂວງຈໍາປາສັກ ແມ່ນເລັ່ງໃສ່ຜະລິດ ເພື່ອສະໜອງໃຫ້ບັນດາແຂວງພາກກາງ ແລະ ພາກໃຕ້ ແລະ ເປັນສິນຄ້າສົ່ງອອກ; ສໍາລັບ ແຂວງໄຊຍະບູລີ, ຫຼວງນໍ້າທາ ແລະ ແຂວງບໍ່ແກ້ວ ແມ່ນເລັ່ງໃສ່ ຜະລິດເຂົ້າ ເພື່ອສະໜອງໃຫ້ບັນດາແຂວງພາກເໜືອ; ສໍາລັບ ນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ແຂວງບໍລິຄໍາໄຊ ແມ່ນເລັ່ງໃສ່ຜະລິດ ເພື່ອສະໜອງໃຫ້ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງພາກເໜືອຈໍານວນໜຶ່ງ ລວມທັງເພື່ອເປັນສິນຄ້າສົ່ງອອກ.

ການຜະລິດພືດສະບຽງອາຫານ ແມ່ນສູ້ຊົນຜະລິດໃຫ້ໄດ້ທັງໝົດ 290,900 ເຮັກຕາ, ຜົນຜະລິດ 2,598,770 ໂຕນ; ໃນນັ້ນ, ສາລີຫວານ ໃຫ້ໄດ້ 30,620 ເຮັກຕາ ຜົນຜະລິດ 177,090 ໂຕນ, ເຜືອກມັນ 19,460 ເຮັກຕາ ຜົນຜະລິດ 265,030 ໂຕນ,ພືດຜັກ ໃຫ້ໄດ້ 179,830 ເຮັກຕາ ຜົນຜະລິດ 1,535,200 ໂຕນ ແລະ ໝາກໄມ້ 60,990 ເຮັກຕາຜົນຜະລິດ 621,450 ໂຕນ ໂດຍສຸມໃສ່ ບັນດາແຂວງ ທີ່ມີທ່າແຮງທາງດ້ານການຜະລິດ ແລະ ການເຂົ້າເຖິງຕະຫຼາດ ໃນການຈໍາໜ່າຍຜົນຜະລິດ.

ສຳລັບການລ້ຽງສັດ ແລະ ປະມົງ ແມ່ນໃຫ້ສືບຕໍ່ເອົາໃຈໃສ່ຊຸກຍູ້ສົ່ງເສີມ ການລ້ຽງສັດ ແລະ ການປະມົງ ເພື່ອແນໃສ່ການສະໜອງຊີ້ນ, ໄຂ່ ແລະ ປາ ໃຫ້ພຽງພໍຢ່າງໜັກແໜ້ນ ໃນຂອບເຂດທົ່ວປະເທດ;ໃນນັ້ນ, ຈະຕ້ອງສົ່ງເສີມເຮັດໃຫ້ລະດັບການຂະຫຍາຍພັນຂອງຝູງສັດ ຢູ່ໃນລະດັບ 3.5% ຕໍ່ປີ (ຄວາຍ 1%, ງົວ 3%, ໝູ4%, ແກະ/ແບ້ 5% ແລະ ສັດປີກ 5%) ແລະ ການປະມົງ ຂະຫຍາຍຕົວ 4.3%.ເພື່ອຮັບປະກັນການສະໜອງອາຫານ ແລະ ໂພຊະນາການ ໃຫ້ພຽງພໍກັບຄວາມຕ້ອງການບໍລິໂພກພາຍໃນ ຢ່າງໜັກແໜ້ນ ຈະຕ້ອງສູ້ຊົນຊຸກຍູ້ການຜະລິດຊີ້ນ, ໄຂ່ ແລະ ປາ ໃຫ້ໄດ້ 577,000 ໂຕນ; ໃນນັ້ນ, ການຜະລິດຊີ້ນໃຫ້ໄດ້ໃນລະດັບ 284,600 ໂຕນ, ໄຂ່ 55,400 ໂຕນ ແລະ ປາ 237,000 ໂຕນ ເພື່ອຄໍ້າປະກັນເຮັດໃຫ້ອັດຕາການບໍລິໂພກຊີ້ນ, ໄຂ່ ແລະ ປາ ໂດຍສະເລ່ຍ ໃຫ້ໄດ້ 73 ກິໂລກຣາມ/ຄົນ/ປີ.

ບັນດາໂຕເລກຄາດໝາຍສູ້ຊົນຂ້າງເທິງນັ້ນ, ໄດ້ຖືກກຳນົດໃນແຜນການປີ 2025 ຂອງກະຊວງກະສິກຳ ແລະ ປ່າໄມ້ ຊຶ່ງພາກສ່ວນກ່ຽວຂ້ອງ ກຳລັງຈັດຕັ້ງປະຕິບັດ ສຸມໃສ່ການຜະລິດເພື່ອຄວາມໝັ້ນຄົງດ້ານສະບຽງອາຫານ; ເພື່ອໃຫ້ບັນລຸ ກໍມີຫຼາຍໜ້າວຽກທີ່ຕ້ອງໄດ້ສືບຕໍ່ ເປັນຕົ້ນແມ່ນການສືບຕໍ່ຄົ້ນຄວ້າກຳນົດນະໂຍບາຍ ກະຕຸກຊຸກຍູ້ການຜະລິດ ເຊັ່ນນະໂຍບາຍຕໍ່ຜູ້ປະກອບການທີ່ຜະລິດປັດໄຈການຜະລິດຝຸ່ນ, ປຸ໋ຍ, ອາຫານສັດ; ນະໂຍບາຍຕໍ່ຜູ້ນໍາໃຊ້ເຕັກໂນໂລຊີຂັ້ນສູງ, ນະວັດຕະກຳ ເຂົ້າໃນການຜະລິດສະບຽງອາຫານ ທີ່ມີຄຸນນະພາບສູງ; ພ້ອມທັງຜັນຂະຫຍາຍນະໂຍບາຍແຫ່ງຊາດ ວ່າດ້ວຍການປູກພືດ ແລະ ນະໂຍບາຍແຫ່ງຊາດ ວ່າດ້ວຍການລ້ຽງສັດ ແລະ ສັດນໍ້າ.

(ພາບປະກອບໂຫຼດຈາກອອນລາຍ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

​ ວັນທີ 23 ຕຸລານີ້ ທີ່ຫ້ອງປະຊຸມພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ (LAFES) ຢ່າງເປັນທາງການ ແລະ ໄດ້ຮັບການຮັບຮອງ ແລະ ຕົກລົງເຫັນດີຈາກຄະນະຈັດຕັ້ງສູນກາງພັກ. ກອງປະຊຸມຄັ້ງປະຫວັດສາດນີ້ ໄດ້ຮັບກຽດເຂົ້າຮ່ວມຈາກບັນດາແຂກຜູ້ມີກຽດ, ຄະນະຂົນຂວາຍສ້າງຕັ້ງສະມາຄົມ ແລະ ບັນດາສະມາຊິກ LAFES ດ້ວຍບັນຍາກາດອັນອົບອຸ່ນ.
ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ສະພາແຫ່ງຊາດ ຊຸດທີ X ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ພົຈວ ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການ ປກຊ-ປກສ, ສະຫາຍ ພົທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ເປັນກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ມີຄະນະກຳມະການ, ສັງກັດກຳມາທິການ ປກຊ-ປກສ, ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ວັນທີ 23 ຕຸລານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ ໄດ້ຕ້ອນຮັບທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ພ້ອມຄະນະ ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ.
ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ​ຈໍາປາສັກ​ຮ່ວມກັບ​ ພະແນກແຜນການ, ກົມແຜນການ ແລະ​ ການຮ່ວມມື​ ກະຊວງກະສິກໍາ ແລະ​ ສິ່ງແວດລ້ອມ​ ໄດ້ຈັດກອງປະຊຸມເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X (2026​ - 2030). ກອງປະຊຸມ​ຈັດຂຶ້ນໃນວັນທີ 22​ ຕຸລາ 2026​ ຢູ່ສະຖາບັນຄົ້ນຄວ້າກະສິກໍາ​ ຈໍາປາສັກ​ ບ້ານໂພນງາມ​ ນະຄອນປາກເຊ​ ແຂວງ​ຈຳ​ປາ​ສັກໂດຍການເປັນປະທານຂອງ​ ທ່ານ​ ຄໍາ​ ນິລາວົງ​ ກໍາມະການພັກແຂວງ​ ຫົວໜ້າ​ພະແນກກະສິກໍາ​ ແລະ​ ສິ່ງແວດລ້ອມແຂວງ,​ ມີທ່ານ ກິນົງ ແກ້ວປະເສີດ ຫົວໜ້າພະແນກແຜນການ,​ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ​ ສິ່ງແວດລ້ອມ​ ພ້ອມດ້ວຍ​ຄະນະ,​ ມີການນໍາ​ຫ້ອງການກະສິກໍາ​ ແລະ​ ສິ່ງແວດລ້ອມ​ 9​ ເມືອງ,​ 1​ ນະຄອນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.​
ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ມອບແນວພັນພືດ, ແນວພັນສັດ ແລະ ອຸປະກອນການຜະລິດ ທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການຄຸ້ມຄອງປ່າໄມ້ແບບພູມມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ ​ຂອງ​ປະ​ຊາ​ຊົນພາກເໜືອໃຫ້ປະຊາຊົນບ້ານຫ້ວຍຕໍ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາ, ມອບໂດຍທ່ານ ກອງທ່ຽນ ໄຊຍະພອນຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ພ້ອມດ້ວຍຄະນະຮັບຜິດຊອບໂຄງການປະຈຳເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.
ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ (ອ​ຄ) ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື ຈັດຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ຂອງ ສປປ ລາວ ໃຫ້​ພະ​ນັກ​ງານ, ຂະ​ແໜງ​ການ​ກ່ຽວ​ຂ້ອງ​ຂອງ​ແຂວງ​ອັດ​ຕະ​ປືໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ພະແນກ ອ​ຄ ແຂວງ,​ ໂດຍມີທ່ານ ກິແກ້ວ ວໍລະວົງສາ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ອູ່ທອງ ສິດທິຍະວົງ ຮອງພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື,​ ມີຕາງໜ້າຈາກຂະແໜງການຂອງແຂວງ,​ ເມືອງເຂົ້າຮ່ວມ.
ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ​ ຮ່ວມກັບ​ ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ​ ແລະ​ ການຄ້າ​ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າລາວ.
ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຜົນການເຄື່ອນໄຫວວຽກ​ງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025),ພ້ອມວາງທິດທາງແຜນການ 5 ປີ (2026-2030), ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ຫໍປະຊຸມໃຫຍ່ແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີສະຫາຍ ຄອນສະຫວ່າງ ພິມມະສອນ ຄະນະປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍຄະນະພັກ, ຄະນະນຳຂັ້ນແຂວງ, ຂັ້ນເມືອງ ແລະ ແຂກຖືກເຊີນເຂົ້າ​ຮ່ວມ.
ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ທ່ານ ອາລຸນ ບຸນວິໄລຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ, ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາ​, ໂດຍມີທ່ານ ວຽງໄຊ ຄຳພະຈັນ ປະທານຄະນະກຳມະການປົກຄອງເມືອງງາ,ມີຄະນະນຳຫ້ອງການ ອຄ ເມືອງ, ຄະນະກຳມະການປົກຄອງຕາແສງນາຄົກ, ຕາງໜ້າສະພາອຸດສາຫະກຳ ແລະ ການຄ້າ ແຂວງ-ເມືອງ, ຕາງໜ້າ 10 ຂະແໜງການພາຍໃນພະແນກ ອຄ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນງົບປະມານຈຳນວນ 200 ລ້ານກີບ ເພື່ອອຸປະຖຳການກະກຽມ ຈັດງານບຸນຊ່ວງເຮືອ ປະຈຳປີ 2026 ຢູ່ແຂວງອັດຕະປື ສືບສານປະເພນີອັນດີງາມຂອງຊາດ ແລະ ສົ່ງເສີມຄວາມສາມັກຄີຂອງປະຊາຊົນ.
ເພີ່ມເຕີມ