ເມືອງສີງປາຖະກະຖາວັນສ້າງຕັ້ງກອງເຍົາວະຊົນທັນວາ ຄົບຮອບ 70 ປີ

ເມືອງສີງປາຖະກະຖາວັນສ້າງຕັ້ງກອງເຍົາວະຊົນທັນວາ ຄົບຮອບ 70 ປີ

ເມືອງສີງປາຖະກະຖາວັນສ້າງຕັ້ງກອງເຍົາວະຊົນທັນວາ ຄົບຮອບ 70 ປີ
ເມື່ອບໍ່ດົນມານີ້, ຄະນະບໍລິຫານງານຊາວໜຸ່ມ ແລະ ອົງການຈັດຕັ້ງມະຫາຊົນເມືອງສິງ ແຂວງຫຼວງນໍ້າທາ ໄດ້ວາງກະຕ່າດອກໄມ້ຢູ່ອານຸສອນສະຖານປະທານໄກ່ສອນພົມວິຫານໃນໂອກາດວັນສ້າງຕັ້ງເຍົາວະຊົນທັນວາ ໄດ້ໝູນວຽນຄົບຮອບ 70 ປີ (14 ເມສາ 1955 - 14 ເມສາ 2025) ພ້ອມນີ້ຍັງໄດ້ຈັດພິທີປະຖະກະຖາວັນດັ່ງກ່າວຂຶ້ນຢູ່ສະໂມສອນຂອງເມືອງ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ໜານມອນ ແກ້ວສິງໄຊ ກຳມະການພັກແຂວງ ເລຂາພັກເມືອງ ປະທານ ປກຊ-ປກສຂັ້ນເມືອງ. ໂອກາດດັ່ງກ່າວ, ຜູ້ເຂົ້າຮ່ວມທຸກພາກສ່ວນໄດ້ຮັບຊົມການສະແດງຂອງນ້ອງໆເຍົາວະຊົນ ດ້ວຍບັນຍາກາດຟົດຟື້ນແລະມ່ວນຊື່ນ. ຈາກນັ້ນ, ນ້ອງໆເຍົາວະຊົນທັນວາ ໄດ້ຂຶ້ນມັດແພແດງໃຫ້ກັບການນຳຂອງເມືອງຕື່ມອີກ
ເມອງສງປາຖະກະຖາວນສາງຕງກອງເຍາວະຊນທນວາ ຄບຮອບ 70 ປ - image 1
 

ໃນພິທີ, ທ່ານ ກຽດແກ້ວ ປີນແສນອີນ ກໍາມະການພັກເມືອງ ຄະນະບໍລິຫານງານຊາວໜຸມ່ແຂວງ ເລຂາຄະນະບໍລິຫານຊາວໜຸ່ມເມືອງສີງໄດ້ເລົ່າຄືນມູນເຊື້ອມູນເຊື້ອແຫ່ງການກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກອງເຍົາວະຊົນທັນວານັບແຕ່ຊຸມປີ 1930 ຂອງສະຕະວັດນີ້ເປັນຕົ້ນມາ, ຊາວໜຸ່ມຮຸ່ນທຳອິດຂອງລາວເຮົາໄດ້ດຳເນີນການຂົນຂວາຍມະຫາຊົນທາງລັບ, ເປັນຜູ້ນຳໜ້າຢູ່ໃນຂະບວນການຕໍ່ສູ້ປະຕິວັດຂອງທຸກຊັ້ນຄົນທີ່ຮັກຊາດຕ້ານແອກປົກຄອງຂອງພວກລ່າເມືອງຂຶ້ນຝຣັ່ງ ແລະ ພວກຟາຊິດຍີ່ປຸ່ນ, ໂດຍບໍ່ຢ້ານກົວຕໍ່ການບີບບັງຄັບ ແລະ ການປາບປາມອັນປ່າເຖື່ອນໃດໆຂອງສັດຕູ ໃນເດືອນ ສິງຫາ 1945, ເມື່ອໂອກາດດີມາເຖິງຊາວໜຸ່ມໄດ້ເປັນກຳລັງປະຈັນບານໃນການລຸກຮື້ຂຶ້ນພ້ອມກັນ ຂອງປວງຊົນທັງຊາດ, ຢຶດອຳນາດຈາກພວກຟາຊິຍີ່ປຸ່ນ ແລະ ໄດ້ປະກາດປະເທດລາວເປັນເອກະລາດແລະ ພັກປະຊາຊົນລາວ ໄດ້ຕົກລົງປ່ຽນຊື່ຈາກ ກອງທະຫານນ້ອຍ 48 ມາເປັນ: ກອງເຍົາວະຊົນ 12 ຕຸລາ ໃນວັນທີ 2 ທັນວາ 1955 ແລະມາເຖິງວັນທີ 25 ພຶດສະພາ 1960 ເພື່ອປັບປຸງການຈັດຕັ້ງ ໃສ່ຊື່ວ່າ:“ກອງເຍົາວະຊົນນໍາໜ້າລາວຮັກຊາດ. ຮອດເດືອນເມສາ 1983 ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດຄັ້ງທີ I ໄດ້ໄຂຂຶ້ນຢ່າງເປັນທາງການ. ກອງປະຊຸມຄັ້ງນີ້, ໄດ້ຮັບຮອງເອົາວັນທີ 2 ທັນວາ 1955 ເປັນວັນສ້າງຕັ້ງກອງເຍົາວະຊົນຢ່າງເປັນທາງການ ແລະ ໄດ້ປ່ຽນຊື່ຈາກ ກອງເຍົາວະຊົນນໍາໜ້າລາວຮັກຊາດ ມາເປັນກອງເຍົາວະຊົນ 2 ທັນວາ ແລະ ວັນທີ 23-25 ມິຖຸນາ 2006 ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດຄັ້ງທີ V ໄດ້ໄຂຂຶ້ນຢ່າງເປັນທາງການ, ກອງປະຊຸມຍັງໄດ້ຮັບຮອງເອົາກາໝາຍເຍົາວະຊົນຮູບແບບໃໝ່ ແລະ ປ່ຽນຊື່ການຈັດຕັ້ງກອງເຍົາວະຊົນ ຈາກກອງເຍົາວະຊົນ 2 ທັນວາ ມາເປັນ ກອງເຍົາວະຊົນທັນວາ ຈົນເຖິງປັດຈຸບັນ, ພ້ອມທັງເຮັດພາລະກິດ ສຶກສາອົບຮົມນ້ອງນ້ອຍຕາມຄຳສອນ 6 ຮັກ 3 ຊັງ ແລະ ຂໍ້ແຂ່ງຂັນ 3 ດີ 4 ຮູ້ ຢູ່ບັນດາໂຮງຮຽນທັງພາກລັດ ແລະ ເອກະຊົນ ເພື່ອສ້າງໃຫ້ເຍົາວະຊົນ - ອະນຸຊົນ ເຕີບໃຫຍ່ຂະຫຍາຍຕົວຮອບດ້ານຕາມແນວທາງນະໂຍບາຍຂອງພັກ-ລັດ. ແນ່ໃສ່ການພັດທະນາເດັກໃຫ້ກາຍເປັນຊັບພະຍາກອນມະນຸດທີ່ມີຄຸນນະພາບ, ມີຄວາມຮັບຜິດຊອບສູງ, ມີຄວາມຮູ້, ຄວາມສາມາດ ເພື່ອເຮັດໜ້າທີ່ຜູ້ສືບທອດປະຕິບັດສອງໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ເມອງສງປາຖະກະຖາວນສາງຕງກອງເຍາວະຊນທນວາ ຄບຮອບ 70 ປ - image 2
 

(ຂ່າວ: ອັກສອນ)

ຄໍາເຫັນ

ຂ່າວສືກສາ-ກິລາ

ຈີນ ຍັງຄອງຄວາມເປັນເຈົ້າຫຼຽນຄຳ ເອຊຽນເກມ

ຈີນ ຍັງຄອງຄວາມເປັນເຈົ້າຫຼຽນຄຳ ເອຊຽນເກມ

ການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20 ທີ່ໄອຈິ - ນາໂກຢ່າ ປະເທດຍີ່ປຸ່ນ ກ້າວເຂົ້າສູ່ມື້ທີ 6 ຊຶ່ງນັກກິລາແຕ່ລະຊາດ ໄດ້ມີຄວາມເຄື່ອນໄຫວຝຶກຊ້ອມຢ່າງຄຶກຄື້ນ ເພື່ອຍາດຊີງເອົາຫຼຽນຄຳມາຄອງໃຫ້ໄດ້. ການແຂ່ງຂັນໃນວັນທີ 25 ກັນຍານີ້, ມີການຊີງຫຼຽນຄຳທັງໝົດ 40 ຫຼຽນ ຊຶ່ງປະກອບມີ: ລອຍນໍ້າ 7 ຫຼຽນ, ຍິມນາສຕິກ 5 ຫຼຽນ, ແລ່ນ ແລະ ລານ 7 ຫຼຽນ, ເຮືອແຄນູ 4 ຫຼຽນ, ຍິງປືນ 3 ຫຼຽນ, ບານບ້ວງ 2 ຫຼຽນ, ລົດຖີບ 2 ຫຼຽນ, ຟັນດາບ 2 ຫຼຽນ, ກະຕໍ້ 2 ຫຼຽນ, ຍົກນໍ້າໜັກ 2 ຫຼຽນ ແລະ ສະເກັດບອດ 2 ຫຼຽນ ແລະ ຂີ່ມ້າ 1 ຫຼຽນ.
ເປີດຂະບວນການແຂ່ງຂັນກິລາບານເຕະຟຸດຊໍ ຕ້ອນຮັບວັນສ້າງຕັ້ງ ທຫລ ຄົບຮອບ 58 ປີ

ເປີດຂະບວນການແຂ່ງຂັນກິລາບານເຕະຟຸດຊໍ ຕ້ອນຮັບວັນສ້າງຕັ້ງ ທຫລ ຄົບຮອບ 58 ປີ

ຄະນະພັກຮາກຖານ ສາຂາທະນາຄານແຂວງອັດຕະປື ຈັດຂະບວນການແຂ່ງຂັນກິລາບານເຕະຟຸດຊໍຂຶ້ນໃນວັນທີ 23 ກັນຍາຜ່ານມາ, ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງທະນາຄານແຫ່ງ ສປປ ລາວ (ທຫລ) ຄົບຮອບ 58 ປີ (7 ຕຸລາ 1968-7 ຕຸລາ 2026) ໂດຍມີຄະນະພັກຮາກຖານ ສາຂາທະນາຄານແຂວງຈຳປາສັກ, ຫົວໜ້າທະນາຄານແຫ່ງ ສປປ ລາວ ສາຂາພາກໃຕ້, ຄະນະພັກ-ຄະນະສາຂາທະນາຄານ, ບັນດາສາຂາທະນາຄານທຸລະກິດລັດ ແລະ ເອກະຊົນ, ສະຖາບັນການເງິນ ຕະຫຼອດຮອດນັກກິລາ ແລະ ພະນັກງານເຂົ້າຮ່ວມ.
ເມືອງໝື່ນ ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ

ເມືອງໝື່ນ ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ

ວັນທີ 24 ກັນຍານີ້, ເມືອງໝື່ນ ແຂວງວຽງຈັນ ຈັດພິທີເປີດຊຸດຝຶກອົບຮົມກົດໝາຍ 45 ວັນໃຫ້ພະນັກ ງານຫຼັກແຫຼ່ງຂັ້ນເມືອງ-ບ້ານ ຊຸດທີ VII ປະຈຳປີ 2026 ຂຶ້ນທີ່ສະໂມສອນໃຫຍ່ຫ້ອງວ່າການເມືອງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ພອນສິນ ທິລະກຸນ ຮອງຫົວໜ້າພະແນກຍຸຕິທຳແຂວງ, ມີທ່ານ ຄຳຜູ ແກ້ວດວງສີ ປະທານຄະນະກຳມະການປົກຄອງເມືອງ, ມີຫົວໜ້າຫ້ອງການ, ແຂກຖືກເຊີນ ແລະ ນັກຝຶກອົບຮົມເຂົ້າຮ່ວມ.
ສສກ ຍົກລະດັບວຽກງານໂຄສະນາເພດສຶກສາຜ່ານສື່ມວນຊົນ

ສສກ ຍົກລະດັບວຽກງານໂຄສະນາເພດສຶກສາຜ່ານສື່ມວນຊົນ

ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມຝຶກອົບຮົມວຽກງານໂຄສະນາເພດສຶກສາຜ່ານທາງໂທລະພາບ-ວິທະຍຸ ແລະ ສື່ຕ່າງໆ ສຳລັບແຂວງເປົ້າໝາຍຄື: ແຂວງຜົ້ງສາລີ ແລະ ແຂວງບໍລິຄຳໄຊ ພາຍໃຕ້ການສະໜັບສະໜູນຈາກອົງການ UNFPA ເພື່ອສົ່ງເສີມໃຫ້ຊາວໜຸ່ມ-ໄວໜຸ່ມ ຮັບຮູ້ເຂົ້າໃຈວິທີປ້ອງກັນຕົນເອງກ່ຽວກັບເພດສຶກສາໃຫ້ຫຼາຍຂຶ້ນ.
ສວສ ກວດຜ່ານເນື້ອໃນຫຼັກສູດ ສຳລັບຊັ້ນມັດທະຍົມສຶກສາ

ສວສ ກວດຜ່ານເນື້ອໃນຫຼັກສູດ ສຳລັບຊັ້ນມັດທະຍົມສຶກສາ

ວັນທີ 23 ກັນຍາຜ່ານມາ, ທີ່ວິທະຍາໄລຄູບ້ານເກີນ ແຂວງວຽງຈັນ ໄດ້ຈັດກອງປະຊຸມກວດຜ່ານເນື້ອໃນຫຼັກສູດ ມາດຕະຖານຄວາມສຳເລັດ ແລະ ຜົນໄດ້ຮັບຂອງການຮຽນ ສຳລັບຊັ້ນມັດທະຍົມສຶກສາ ເປັນປະທານໂດຍທ່ານ ວົງເພັດ ອຸດົມລິດ ຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ (ສສກ), ມີບັນດາຫົວໜ້າກົມ-ຮອງກົມ, ຄະນະສະຖາບັນຜູ້ອາວຸໂສ ຄູ-ອາຈານ ພ້ອມດ້ວຍນັກວິຊາການເຂົ້າຮ່ວມ.
ໂຮງຮຽນການທະຫານທ້ອງຖິ່ນແຂວງຊຽງຂວາງ ເປີດຮຽນກໍ່ສ້າງນາຍສິບທະຫານຮາບ

ໂຮງຮຽນການທະຫານທ້ອງຖິ່ນແຂວງຊຽງຂວາງ ເປີດຮຽນກໍ່ສ້າງນາຍສິບທະຫານຮາບ

ວັນທີ 23 ກັນຍາຜ່ານມາ, ໂຮງຮຽນການທະຫານທ້ອງຖິ່ນແຂວງຊຽງຂວາງ ໄດ້ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ລະບົບ 1 ປີ ຊຸດທີ VI ປະຈຳສົກຮຽນ 2026-2027 ໂດຍການເປັນປະທານຂອງສະຫາຍ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານຄະນະກຳມະການ ປກຊ-ປກສ ແຂວງຊຽງຂວາງ, ມີສະຫາຍ ພົນຈັດຕະວາ ພູເງິນ ພົມເມືອງ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໂຮງຮຽນ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ຣີ ຊ໋ອງກືມ ຄ້ວາຫຼຽນຄຳ ກິລາຍົກນໍ້າໜັກລຸ້ນ 49 ກິໂລ

ຣີ ຊ໋ອງກືມ ຄ້ວາຫຼຽນຄຳ ກິລາຍົກນໍ້າໜັກລຸ້ນ 49 ກິໂລ

ການແຂ່ງຂັນຍົກນໍ້າໜັກລຸ້ນ 49 ກິໂລເພດຍິງ ໃນຮອບຊີງຊະນະເລີດ ຣີ ຊ໋ອງກືມ ນັກກິລາຈາກ ສປປ ເກົາຫຼີ ສາມາດສ້າງສະຖິຕິໂລກ ດ້ວຍຄະແນນລວມ 215 ກິໂລ ຄ້ວາຫຼຽນຄຳມາຄອງໃຫ້ກັບທີມຊາດ. ການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20 ທີ່ໄອຈິ - ນາໂກຢ່າ ປະເທດຍີ່ປຸ່ນ ກ້າວເຂົ້າສູ່ມື້ທີ 5 ໃນການຊີງຄວາມຍິ່ງໃຫຍ່ຂອງບັນດາທັບນັກກິລາຈາກປະເທດສະມາຊິກ 45 ປະເທດ ໃນພາກພື້ນອາຊີ ເພື່ອຍາດຊີງເອົາຫຼຽນຄຳ. ການແຂ່ງຂັນໃນວັນທີ 24 ກັນຍານີ້ ມີການຊີງຫຼຽນຄຳທັງໝົດ 56 ຫຼຽນ ຊຶ່ງປະກອບມີ: ເຮືອພາຍ 7 ຫຼຽນ, ກິລາທາງນໍ້າ 8 ຫຼຽນ, ວູຊູ 7 ຫຼຽນ, ຍິມນາສຕິກ 5 ຫຼຽນ, ແລ່ນ ແລະ ລານ 5 ຫຼຽນ, ເຮືອແຄນູ 4 ຫຼຽນ, ຍິງປືນ 3 ຫຼຽນ, ດອກປີກໄກ່ 2 ຫຼຽນ, ລົດຖີບ 2 ຫຼຽນ, ຟັນດາບ 2 ຫຼຽນ, ປິ່ງປ໋ອງ 2 ຫຼຽນ, ຍົກນໍ້າໜັກ 2 ຫຼຽນ ແລະ ອີສປອດ 2 ຫຼຽນ.
ບານສົ່ງຍິງ ທີມຊາດຈີນ ປ້ອງກັນແຊັມສະໄໝທີ 3 ຕິດຕໍ່ກັນ

ບານສົ່ງຍິງ ທີມຊາດຈີນ ປ້ອງກັນແຊັມສະໄໝທີ 3 ຕິດຕໍ່ກັນ

ຜົນການແຂ່ງຂັນບານສົ່ງຍິງ ຮອບຊີງຊະນະເລີດ ຫຼື ຊີງຫຼຽນຄຳ ໃນງານມະຫະກຳກິລາເອຊຽນເກມ ຄັ້ງທີ 20 ທີ່ໄອຈິ - ນາໂກຢ່າ ປະເທດຍີ່ປຸ່ນ ເປັນການພົບກັນ ລະຫວ່າງ ທີມຊາດຍີ່ປຸ່ນເຈົ້າພາບລົງສະໜາມ ພົບກັບ ທີມຊາດຈີນ. ຜົນການແຂ່ງຂັນ ທີມຊາດຈີນ ເອົາຊະນະໄປໄດ້ 3 – 0 ເຊັດ ດ້ວຍຄະແນນ 25-19, 25-20 ແລະ 25-23 ສົ່ງຜົນໃຫ້ຈີນ ຄ້ວາຫຼຽນຄຳມາຄອງເປັນສະໄໝທີ 3 ຕິດຕໍ່ກັນ ແລະ ເປັນສະໄໝທີ 10 ໃນເອຊຽນເກມ. ສ່ວນທີມຊາດຍີ່ປຸ່ນໄດ້ຫຼຽນເງິນ ເປັນຄັ້ງທີ 5, ຫຼຽນທອງທີມຊາດໄທ ທີ່ເອົາຊະນະ ທີມຊາດ ສ ເກົາຫຼີ 3-0 ເຊັດ.
ການນຳ ສກຂ ເຊກອງ ຕິດຕາມສະພາບໂຮງຮຽນປະຖົມໂທນນ້ອຍ ເພື່ອກຽມພ້ອມດ້ານການຮຽນ-ການສອນ

ການນຳ ສກຂ ເຊກອງ ຕິດຕາມສະພາບໂຮງຮຽນປະຖົມໂທນນ້ອຍ ເພື່ອກຽມພ້ອມດ້ານການຮຽນ-ການສອນ

ການນຳພະແນກສຶກສາທິການ ແລະ ກິລາແຂວງເຊກອງ (ສກຂ) ນຳໂດຍທ່ານ ຄຳໄພ ສິມມາວັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຄະນະ ໄດ້ລົງພື້ນທີ່ຕິດຕາມ ແລະ ກວດກາສະພາບຕົວຈິງຂອງອາຄານຮຽນໃນວັນທີ 18 ກັນຍາຜ່ານມາ, ທີ່ໂຮງຮຽນປະຖົມໂທນນ້ອຍ ເພື່ອສືບຕໍ່ປັບປຸງອາຄານຮຽນທີ່ເກົ່າແກ່ຊຸດໂຊມ ໃຫ້ສາມາດດຳເນີນການຮຽນ-ການສອນໄດ້ຕາມປົກກະຕິ ໂດຍມີຜູ້ບໍລິຫານການສຶກສາຂັ້ນແຂວງ, ຂັ້ນເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທີມຊາດຈີນ ນໍາໜ້າໃນການຄອງຫຼຽນຄຳເອຊຽນເກມ

ທີມຊາດຈີນ ນໍາໜ້າໃນການຄອງຫຼຽນຄຳເອຊຽນເກມ

ງານມະຫະກຳກິລາເອຊຽນເກມ ຄັ້ງທີ 20 ທີ່ໄອຈິ - ນາໂກຢ່າ ປະເທດຍີ່ປຸ່ນ ກ້າວເຂົ້າສູ່ມື້ທີ 3 ຂອງການແຂ່ງຂັນ ຊຶ່ງໃນວັນທີ 22 ກັນຍານີິ້, ມີຊີງໄຊກັນ 25 ຫຼຽນຄຳ ໃນ 10 ປະເພດກິລາຄື: ລອຍນໍ້າ 6 ຫຼຽນ, ສິລະປະການຕໍ່ສູ້ 6 ຫຼຽນ, ຄາຣາເຕ້ 4 ຫຼຽນ, ຟັນດາບ 2 ຫຼຽນ, ວູຊູ 2 ຫຼຽນ, ຄຣິກເກັດ 1 ຫຼຽນ, ລົດຖີບ 1 ຫຼຽນ, ຍິມນາສຕິກ 1 ຫຼຽນ, ບານສົ່ງຍິງ 1 ຫຼຽນ ແລະ ຍິງປືນ 1 ຫຼຽນ.
ເພີ່ມເຕີມ