![]() |
ທ່ານ ຈູ ຫງ໋ອກ ອານ ໄດ້ກ່າວຄຳອວຍພອນອັນປະເສີດມາຍັງການນຳແຂວງ ແລະ ປະຊາຊົນບັນດາເຜົ່າຊາວ ແຂວງຊຽງຂວາງ ຈົ່ງມີຄວາມຜາສຸກ, ມີພາລາໄມສົມບູນ ປະສົບຜົນສຳເລັດໃນການພັດທະນາ ເສດຖະກິດ-ສັງຄົມຂອງຄອບຄົວ ກໍຄືຂອງແຂວງ ມີຄວາມຈະເລີນກ້າວໜ້າຍິ່ງໆຂື້ນ. ໂອກາດນີ້, ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ ໄດ້ກ່າວສະແດງຄວາມຂອບໃຈຕໍ່ຄຳອວຍພອນ ຂອບໃຈຕໍ່ການຊ່ວຍເຫຼືອແຂວງຊຽງຂວາງຕະຫຼອດມາ, ອວຍພອນໃຫ້ສາຍພົວພັນລາວ-ຫວຽດນາມ ຈົ່ງໝັ້ນຄົງທະນົງແກ່ນຊົ່ວກາລະນານ ເພີ່ມທະວີການຮ່ວມມືຮອບດ້ານ,ຫັດແໜ້ນຄວາມສາມັກຄີ ສາຍພົວພັນພິເສດ ລາວ-ຫວຽດນາມ ໂດຍສະເພາະແມ່ນກອງບັນຊາການທະຫານເຂດ4 ສສ ຫວຽດນາມ ແລະ ແຂວງຊຽງຂວາງ ຈົ່ງຂຽວສົດງົດງາມຂຶ້ນເລື້ອຍໆ.
![]() |
(ຂ່າວ: ບຸນມີ ແສງທຸມມີ)


ຄໍາເຫັນ