ສະຫາຍ ພົນເອກ ຄໍາໄຕ ສີພັນດອນ

ປະຫວັດຫຍໍ້ ຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ

ປະຫວັດຫຍໍ້  ຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ
ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ທີ່ບ້ານຫົວໂຂງພະໃຫຍ່, ເມືອງໂຂງ, ແຂວງສີທັນດອນ (ແຂວງຈໍາປາສັກ ໃນປັດຈຸບັນ); ເປັນບຸດ ຂອງພໍ່ນີ ນີລະໄຊ ແລະ ແມ່ ສາຍບົວ ນີລະໄຊ ໃນຄອບຄົວຊົນຊັ້ນຊາວນາກາງ, ມີອ້າຍເອື້ອຍນ້ອງຮ່ວມກັນ 6 ຄົນ.

ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ທີ່ບ້ານຫົວໂຂງພະໃຫຍ່, ເມືອງໂຂງ, ແຂວງສີທັນດອນ (ແຂວງຈໍາປາສັກ ໃນປັດຈຸບັນ); ເປັນບຸດ ຂອງພໍ່ນີ ນີລະໄຊ ແລະ ແມ່ ສາຍບົວ ນີລະໄຊ ໃນຄອບຄົວຊົນຊັ້ນຊາວນາກາງ, ມີອ້າຍເອື້ອຍນ້ອງຮ່ວມກັນ 6 ຄົນ.

ເວລາອາຍຸ 7 ປີ ໄດ້ເຂົ້າມາຢູ່ວຽງຈັນ ນໍາພໍ່ເຖົ້າມະຫາແກ້ວ ແລະ ໄດ້ເຂົ້າຮຽນຢູ່ຊັ້ນປະຖົມ, ຫຼັງຈາກນັ້ນກໍສອບເສັງເຂົ້າຮຽນມັດທະຍົມປາວີ (College PAVIE) ຊຶ່ງເປັນໂຮງຮຽນມັດທະຍົມແຫ່ງດຽວຢູ່ປະເທດລາວໃນສະໄໝນັ້ນ.

- ທ້າຍປີ 1941 ປະທານ ຄໍາໄຕ ສີພັນດອນ ໄດ້ຕັດສິນໃຈອອກຈາກໂຮງຮຽນ ແລ້ວເສັງເຂົ້າເຮັດວຽກຢູ່ຂະແໜງໄປສະນີ, ຫຼັງຈາກນັ້ນ ໄປຮຽນຕໍ່ວິຊາສະເພາະ 2 ປີ ຢູ່ໄຊງ່ອນ (ພາກໃຕ້ຫວຽດນາມ, ນະຄອນໂຮ່ຈິມິນ ໃນປັດຈຸບັນ).

- ປີ 1944 ປະທານ ຄໍາໄຕ ສີພັນດອນ ໄດ້ຮັບການແຕ່ງຕັ້ງເປັນນາຍສາຍ ແລະ ໄດ້ໄປປະຈໍາການຢູ່ແຂວງຜົ້ງສາລີ.

- ປີ 1946 ປະທານ ຄໍາໄຕ ສີພັນດອນ ໄດ້ໄປເປັນຫົວໜ້າໄປສະນີຢູ່ແຂວງຈຳປາສັກ.

- ປີ 1947 – 1948 ເປັນນາຍທະຫານ ປະຈໍາເສນາທິການເຂດໃຕ້ ຢູ່ຊາຍແດນ ລາວ-ໄທ.

- ປີ 1948 - 1950 ເປັນຜູ້ແທນລັດຖະບານລາວ ອິດສະຫຼະ ປະຈໍາເຂດໃຕ້ ແລະ ຮັບຜິດ ຊອບ ກໍ່ຕັ້ງທີ່ໝັ້ນການປະຕິວັດຢູ່ເຂດໃຕ້.

- ປີ 1950 - 1952 ເປັນກໍາມະການສູນກາງແນວລາວອິດສະຫຼະ.

- ປີ 1952 - 1955 ເປັນປະທານຄະນະກໍາມະການເຂດ, ທັງຮັບຜິດຊອບ ການທະຫານເຂດກາງ.

- ປີ 1953 ໄດ້ເຂົ້າເປັນສະມາຊິກພັກກອມມູນິດອິນດູຈີນ.

- ປີ 1955 - 1956 ເປັນເສນາທິການກອງທັບ ຝ່າຍປະເທດລາວ.

- ປີ 1957 – 1959 ເປັນກໍາມະການສູນກາງພັກ, ເປັນຫົວໜ້າຫ້ອງວ່າການສູນກາງພັກ.

- ປີ 1959 - 1960 ເປັນກໍາມະການສູນກາງພັກ, ເຮັດໜ້າທີ່ໂຄສະນາອົບຮົມ ແລະ ຮັບຜິດຊອບຢູ່ ວິທະຍຸກະຈາຍສຽງຂອງສູນກາງພັກ (ຝ່າຍປະເທດລາວ).

- ປີ 1960 – 1961 ເປັນກໍາມະການສູນກາງພັກ ຮັບຜິດຊອບວຽກງານການທະຫານ, ເປັນຜູ້ບັນຊາການສູງສຸດກອງທັບຝ່າຍປະເທດລາວ.

- ປີ 1972 ກອງປະຊຸມໃຫຍ່ ຄັ້ງທີ II ຂອງພັກ ໄດ້ຮັບເລືອກຕັ້ງເປັນກໍາມະການກົມການເມືອງສູນກາງພັກ, ເປັນຜູ້ບັນຊາການສູງສຸດ ກອງທັບປົດປ່ອຍປະຊາຊົນລາວ.

- ປີ 1975 ພາຍຫຼັງຢຶດອໍານາດການປົກຄອງໃນທົ່ວປະເທດ ໄດ້ຮັບການແຕ່ງຕັ້ງເປັນຮອງປະທານສະພາລັດຖະມົນຕີ ເປັນລັດຖະມົນຕີກະຊວງປ້ອງກັນປະເທດ, ທັງເປັນຜູ້ບັນຊາການສູງສຸດ ກອງທັບປົດ ປ່ອຍ ປະຊາຊົນລາວ.

- ປີ1982 – 1986 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ III ຂອງພັກ ໄດ້ຮັບການເລືອກຕັ້ງເປັນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ເປັນລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ເປັນຜູ້ບັນຊາການສູງສຸດ ກອງທັບປະຊາຊົນລາວ.

- ປີ 1986 – 1991 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ IV ຂອງພັກ ໄດ້ຮັບການເລືອກຕັ້ງເປັນກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ ອີກເທື່ອໃໝ່, ທັງຮັບຜິດຊອບເປັນລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ເປັນຜູ້ບັນຊາການສູງສຸດ ກອງທັບປະຊາຊົນລາວ.

- ປີ 1991 ກອງປະຊຸມໃຫຍ່ ຄັ້ງທີ V ຂອງພັກ ສະຫາຍ ໄດ້ຖືກເລືອກຕັ້ງເປັນກໍາມະການກົມການ ເມືອງສູນກາງພັກ ແລະ ເປັນຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ທັງເປັນຜູ້ບັນຊາການສູງສຸດ ກອງທັບປະຊາຊົນລາວ.

- ວັນທີ 15/8/1991 ກອງປະຊຸມເທື່ອທີ 6 ຂອງສະພາປະຊາຊົນສູງສຸດ ຊຸດທີ 2 ໄດ້ແຕ່ງຕັ້ງ ສະຫາຍເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

- ວັນທີ 24 ພະຈິກ ປີ 1992 ກອງປະຊຸມຄົບຄະນະຄັ້ງພິເສດ ຂອງຄະນະບໍລິຫານງານສູນກາງພັກ (ສະໄໝທີ V) ສະຫາຍ ໄດ້ຖືກ ເລືອກຕັ້ງ ເປັນປະທານຄະນະບໍລິຫານງານສູນກາງພັກ ແລະ ທັງເປັນນາຍົກລັດຖະມົນຕີ.

- ປີ 1996 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VI ຂອງພັກ ໄດ້ຖືກເລືອກຕັ້ງ ເປັນປະທານຄະນະບໍລິຫານງານສູນກາງພັກ.

- ປີ 1998 ໄດ້ຮັບການເລືອກຕັ້ງ ເປັນປະທານປະເທດ ແຫ່ງ ສປປ ລາວ.

- ປີ 2001-2006 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VII ຂອງພັກ ໄດ້ຖືກເລືອກຕັ້ງ ເປັນປະທານຄະນະບໍລິຫານງານສູນກາງພັກ, ທັງເປັນປະທານປະເທດ ແຫ່ງ ສປປ ລາວ.

- ປີ 2006 ຍ້ອນອາຍຸກະສຽນສູງ, ເພິ່ນຈຶ່ງສະເໜີພັກຮັບບໍານານ.

ສະຫາຍ ພົນ ເອກ ຄໍາໄຕ ສີພັນດອນ ແມ່ນນັກປະຕິວັດ ທີ່ມີການເຄື່ອນໄຫວອັນໂດດເດັ່ນ ຂອງພັກເຮົາ ຊຶ່ງຕະຫຼອດໄລຍະຜ່ານມາ ເພິ່ນໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ, ມີລັກສະນະຮອບດ້ານເຂົ້າໃນການຈັດຕັ້ງນໍາພາ ພາລະກິດປະຕິວັດຂອງພັກ ແລະ ປະຊາຊົນເຮົາ. ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ແມ່ນນັກຍຸດທະສາດທີ່ມີວິໄສທັດທາງການເມືອງ ແລະ ການທະຫານອັນກວ້າງໄກ, ສາມາດຕີລາຄາ ແລະ ຄາດຄະເນການຜັນແປຂອງສະຖານະການ ເພື່ອເປັນເຈົ້າການໃນການແກ້ໄຂ, ເພິ່ນກາຍເປັນເພື່ອນຮ່ວມຮົບ ທີ່ໃກ້ຊິດ ແລະ ສະໜິດສະໝົມທີ່ສຸດ ຂອງປະທານ ໄກສອນ ພົມວິຫານ ແລະ ຄຽງບ່າຄຽງໄຫຼ່ ກັບຜູ້ນໍາ ພັກ-ລັດຄົນອື່ນໆ ໃນການຄົ້ນຄວ້າກໍານົດແນວທາງ, ແຜນນະໂຍບາຍ ແລະ ຍຸດທະສາດ-ຍຸດທະວິທີປະຕິວັດທີ່ຖືກຕ້ອງ, ສອດຄ່ອງໃຫ້ແກ່ການປະຕິວັດລາວ ໃນແຕ່ລະໄລຍະ. ສະຫາຍ ພົນ ເອກ ຄໍາໄຕ ສີພັນດອນ ແມ່ນໜຶ່ງໃນບັນດາຜູ້ນໍາ ຂອງພັກເຮົາທີ່ກໍາຄັນທຸງແຫ່ງຄວາມສາມັກຄີເປັນເອກະພາບ ຢູ່ພາຍໃນພັກ ແລະ ໃນຖັນແຖວປະຕິວັດ ທັງເປັນສັນຍາລັກ ແຫ່ງຄວາມສາມັກຄີເປັນປຶກແຜ່ນ ຂອງທົ່ວປວງຊົນລາວທັງຊາດ; ມີຄວາມເຄົາລົບ ແລະ ປະຕິບັດຢ່າງເຂັ້ມງວດຕໍ່ບັນດາຫຼັກການແຫ່ງການຈັດຕັ້ງເຄື່ອນໄຫວຂອງພັກ; ມີຈິດໃຈເອື້ອເຟື້ອເຜື່ອແຜ່ຕໍ່ໝູ່ສະຫາຍ ແລະ ຕໍ່ມະຫາຊົນ; ເດັດດ່ຽວຕ້ານທຸກປະກົດການທີ່ຝືນກັບຫຼັກການ ແລະ ລະບຽບວິໄນ ເພື່ອປົກປ້ອງຄວາມປອດໃສຂອງພັກ ແລະ ກໍ່ສ້າງເພື່ອນສະຫາຍ ໃຫ້ມີການປະພຶດ ປະຕິບັດທີ່ເປັນແບບຢ່າງ ຈຶ່ງເຮັດໃຫ້ເພິ່ນໄດ້ຮັບຄວາມເຄົາລົບນັບຖື ແລະ ເຊື່ອໝັ້ນຈາກການຈັດຕັ້ງ ແລະ ເພື່ອນສະຫາຍຢູ່ອ້ອມຂ້າງຕະຫຼອດມາ.

ດ້ວຍຄຸນງາມຄວາມດີ ຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ, ພັກ ແລະ ລັດ ໄດ້ຍ້ອງຍໍສັນລະເສີນ ດ້ວຍຫຼຽນໄຊ, ຫຼຽນກາ ປະເພດຕ່າງໆເຊັ່ນ:

1. ຫຼຽນຄໍາແຫ່ງຊາດ ຈໍານວນ 2 ຫຼຽນ.

2. ຫຼຽນໄຊພິລະອາດຫານ ຊັ້ນ I ຈໍານວນ 1 ຫຼຽນ.

3. ຫຼຽນໄຊປະຕິວັດຊະນະເລີດຊັ້ນ I ຈໍານວນ 1 ຫຼຽນ.

4. ຫຼຽນກາຕີຕ້ານຝຣັ່ງ ຈໍານວນ 1 ຫຼຽນ.

5. ຫຼຽນກາຕີຕ້ານອາເມຣິກາ ຈໍານວນ 1 ຫຼຽນ.

6. ຫຼຽນກາລະນຶກ 70 ປີ ຂອງພັກ ຈໍານວນ 1 ຫຼຽນ.

ນອກຈາກນັ້ນ, ຍັງໄດ້ຮັບຫຼຽນດາວຄໍາ, ຫຼຽນໄຊ ແລະ ຫຼຽນກາຕ່າງໆ ຈາກປະເທດເພື່ອນມິດຈໍານວນໜຶ່ງ.

ຄໍາເຫັນ

ຂ່າວເດັ່ນ

ເລຂາທິການໃຫຍ່, ປະທານປະເທດລາວ ພົບປະກັບ ປະທານສະພາແຫ່ງຊາດ ຫວຽດນາມ

ເລຂາທິການໃຫຍ່, ປະທານປະເທດລາວ ພົບປະກັບ ປະທານສະພາແຫ່ງຊາດ ຫວຽດນາມ

ໃນໂອກາດເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສສ ຫວຽດນາມ ໃນວັນທີ 26-27 ມັງກອນ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ເຈີ່ນ ແທັງ ເມີ້ນ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໃນຕອນບ່າຍຂອງວັນທີ 26 ມັງກອນ 2026 ທີ່ ຫໍສະພາແຫ່ງຊາດ ສສຫວຽດນາມ.
ປະທານປະເທດ ລາວ ແລະ ຫວຽດນາມ ພົບປະສອງຝ່າຍ

ປະທານປະເທດ ລາວ ແລະ ຫວຽດນາມ ພົບປະສອງຝ່າຍ

ໃນວັນທີ 26 ມັງກອນ ນີ້ ທີ່ ທໍານຽບປະທານປະເທດຫວຽດນາມ,ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ, ໃນໂອກາດເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສສ ຫວຽດນາມ ໃນວັນທີ 26-27 ມັງກອນ 2026 ຊຶ່ງການມາຢ້ຽມຢາມລັດຖະກິດ ສສຫວຽດນາມ ຄັ້ງນີ້ ແມ່ນເຫດການທາງດ້ານການເມືອງ ທີ່ມີຄວາມໝາຍສໍາຄັນທາງປະຫວັດສາດ ຊຶ່ງມີຂຶ້ນທ່າມກາງບັນຍາກາດອັນສະຫງ່າລາສີ ພາຍຫຼັງທີ່ສອງພັກ ຫາກໍສໍາເລັດກອງປະຊຸມໃຫຍ່ຂອງຕົນຢ່າງສະຫງ່າງ່າມ.
ລາວ-ຫວຽດນາມ ເພີ່ມທະວີ ແລະ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ-ຫວຽດນາມ ເພີ່ມທະວີ ແລະ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງ ຕາມຄໍາເຊື້ອເຊີນຂອງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມພ້ອມດ້ວຍພັນລະຍາ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ສປປ ລາວ ໄດ້ເດີນທາງຢ້ຽມຢາມລັດຖະກິດ ສສ ຫວຽດນາມ ແຕ່ວັນທີ 26-27 ມັງກອນ 2026 ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ. ການຢ້ຽມຢາມຄັ້ງນີ້ ແມ່ນເປັນຄັ້ງທໍາອິດ ພາຍຫຼັງທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ສະໄໝທີ XII ໃນຕົ້ນເດືອນມັງກອນ 2026 ຜ່ານມາ.
ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ເດີນທາງເຖິງນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ເດີນທາງເຖິງນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ

ໃນຕອນເຊົ້າຂອງວັນທີ 26 ມັງກອນ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ສປປ ລາວ ໄດ້ເດີນທາງເຖິງນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ເພື່ອດໍາເນີນການຢ້ຽມຢາມລັດຖະກິດ ສສ ຫວຽດນາມ ແຕ່ວັນທີ 26-27 ມັງກອນ 2026
ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ປະທານ ສນຊ ຜູ້ເກົ່າ-ຜູ້ໃໝ່

ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ປະທານ ສນຊ ຜູ້ເກົ່າ-ຜູ້ໃໝ່

ພິທີມອບ-ຮັບໜ້າທີ່ລະຫວ່າງ ເລຂາຄະນະບໍລິຫານງານພັກ ປະທານສູນກາງແນວລາວສ້າງຊາດ (ສນຊ)ຜູ້ເກົ່າ ແລະ ຜູ້ໃໝ່ ຈັດຂຶ້ນໃນວັນທີ 23 ມັງກອນນີ້ ທີ່ ສນຊ ໂດຍການເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ມາດຕະການ ກົນໄກຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ X

ມາດຕະການ ກົນໄກຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ X

ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ໄດ້ສະເໜີຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ເມື່ອບໍ່ດົນມານີ້ວ່າ: ມາດຕະ ການ, ນະໂຍບາຍ ແລະ ກົນໄກຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X.
ຍົກສູງບົດບາດການນໍາພາຂອງພັກ ໃຫ້ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ

ຍົກສູງບົດບາດການນໍາພາຂອງພັກ ໃຫ້ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດໄດ້ຂຶ້ນຜ່ານຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ເມື່ອບໍ່ດົນມານີ້ວ່າ: ໃນໄລຍະ 5 ປີຕໍ່ໜ້າ (2026-2030) ພັກເຮົາຕ້ອງເພີ່ມທະວີບົດບາດ, ຍົກສູງຄວາມສາມາດນໍາພາຂອງພັກ, ກໍ່ສ້າງ, ປັບປຸງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ເປັນຕົ້ນ ເພີ່ມ​ທະ​ວີວຽກງານຄົ້ນຄວ້າທິດສະດີ, ​ສະ​ຫຼຸບ​ພຶດ​ຕິ​ກຳຂອງພັກ, ຄົ້ນຄວ້າທິດສະດີການເມືອງ, ແນວຄິດ-ທິດສະດີຂອງພັກໃຫ້ເລິກເຊິ່ງ, ສະໜອງຂໍ້ມູນໃຫ້ການປັບປຸງ ແລະ ບູລະນະແນວທາງຂອງພັກ.
ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2025

ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທິ II ປະຈຳປີ 2025 ໄດ້ປິດລົງໃນຕອນບ່າຍວັນທີ 13 ມັງກອນ ນີ້ ພາຍຫຼັງດຳເນີນມາ 2 ວັນ ທີ່ຫໍປະຊຸມແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ທ່ານ ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາທ່ານ ປະທານ-ຮອງປະທານ ຄະນະກຳມະການປົກຄອງບັນດາແຂວງ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດທຽບເທົ່າກະຊວງ, ສູນກາງແນວລາວສ້າງຊາດ, ສະພາແຫ່ງຊາດ, ອົງການຕຸລາການ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ບັນດາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ພິຈາລະນາ ຮັບຮອງເອົາບັນດາຫົວຂໍ້ສໍາຄັນ ຄື:
ສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ມະ​ຕິ​ XI ຂອງ​ພັກ ເຂົ້າໃນການນໍາພາ ພາລະກິດປະຕິວັດ

ສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ມະ​ຕິ​ XI ຂອງ​ພັກ ເຂົ້າໃນການນໍາພາ ພາລະກິດປະຕິວັດ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດໄດ້ຂຶ້ນຜ່ານຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ເມື່ອບໍ່ດົນມານີ້ວ່າ: ຜ່ານການຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງທີ XI ຂອງ​ພັກໃນໄລຍະ 5 ປີມານີ້ ກໍຄືການປະຕິບັດແນວທາງປ່ຽນແປງ ໃໝ່ ຕະຫຼອດໄລຍະ 40 ປີທີ່ຜ່ານມາ, ພວກເຮົາສາມາດຖອດຖອນບົດຮຽນແຫ່ງການປ່ຽນໃໝ່ ຊຶ່ງຕ້ອງສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ເຂົ້າໃນການນໍາພາ ພາລະກິດປະຕິວັດໃນຂັ້ນຕໍ່ໄປ.
ການຮ່ວມມືລາວ-ຫວຽດນາມ ບັນລຸໄດ້ຜົນສໍາເລັດອັນສໍາຄັນຫຼາຍດ້ານ

ການຮ່ວມມືລາວ-ຫວຽດນາມ ບັນລຸໄດ້ຜົນສໍາເລັດອັນສໍາຄັນຫຼາຍດ້ານ

ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນກ່ຽວກັບການຮ່ວມມືລະຫວ່າງສອງປະເທດຫວຽດນາມ - ລາວ ໃນສະໄໝກອງປະຊຸມໃຫຍ່ ຄັ້ງທີ XI ຂອງລາວ ແລະ ສະໄໝກອງປະຊຸມໃຫຍ່ ຄັ້ງທີ XIII ຂອງຫວຽດນາມ ວ່າ:
ເພີ່ມເຕີມ