ກອງທຶນສັດປ່າສາກົນແຫ່ງເຄັນຢາ (WWF-Kenya)

ປະຊາກອນສັດປ່າ ຂອງອາຟຣິກາຫຼຸດລົງ 76%

ປະຊາກອນສັດປ່າ ຂອງອາຟຣິກາຫຼຸດລົງ 76%
ຂ່າວຕ່າງປະເທດລາຍງານ ໃນວັນທີ 13 ຕຸລາ ຜ່ານມາ, ກອງທຶນສັດປ່າສາກົນແຫ່ງເຄັນຢາ (WWF-Kenya) ເປີດເຜີຍວ່າ:

ຈໍານວນປະຊາກອນສາຍພັນສັດປ່າທີ່ມີຄວາມໂດດເດັ່ນຂອງອາຟຣິກາໄດ້ແກ່: ສັດລ້ຽງລູກດ້ວຍນົມ, ສັດເລືອຄານ, ປາ, ສັດເຄິ່ງບົກເຄິ່ງນ້ຳ ແລະ ນົກ ຫຼຸດລົງ 76% ໃນໄລະ 50 ກວ່າປີທີ່ຜ່ານມາ.

ບົດລາຍງານສິ່ງມີຊີວິດໂລກ ປີ 2024 ຂອງກອງທຶນ WWF-Kenya ລະບຸວ່າ: ຈໍານວນປະຊາກອນສັດປ່າໃນອາຟຣິກາທີ່ຫຼຸດລົງໃນໄລຍະປີ 1970-2020 ມີສາເຫດຫຼັກຈາກການສູນເສຍ ແລະ ການເຊື່ອມໂຊມຂອງແຫຼ່ງບ່ອນຢູ່ອາໄສ, ການສະແຫວງຫາຜົນປະໂຫຍດເກີນຄວນ, ການປ່ຽນແປງຂອງສະພາບດິນຟ້າອາກາດ, ມົນລະພິດ ແລະ ພະຍາດ.

ທ່າອ່ຽງດັ່ງກ່າວຕອກຢ້ຳຄວາມຈຳເປັນອັນຮີບດ່ວນຂອງການປະຕິບັດງານທີ່ເລັ່ງສ້າງການປ່ຽນແປງ ເພື່ອຄຸ້ມຄອງລະບົບນິເວດທາງທຳມະຊາດຂອງອາຟຣິກາ ແລະ ການດຳລົງຊີວິດທີ່ອາໄສສັດປ່າ.

ບົດລາຍງານສະບັບນີ້, ຍັງເປີດເຜີຍທ່າອ່ຽງຄວາມຫຼາກຫຼາຍທາງຊີວະພາບທົ່ວໂລກ ແລະ ສຸຂະ ພາບຂອງໂລກທີ່ອ້າງອີງເຖິງວິທະຍາສາດທີ່ຄອບຄຸມຮອບດ້ານໃນພາບລວມ, ໂດຍລະບົບນິເວດນ້ຳຈືດຊຸດໂຊມຫຼາຍທີ່ສຸດເຖິງ 85%, ຕາມມາດ້ວຍລະບົບນິເວດເທິງບົກຊຸດໂຊມລົງ 69% ແລະ ລະບົບນິເວດທາງທະເລຊຸດໂຊມລົງ 56%.

ການຫຼຸດລົງຢ່າງໄວວາຂອງຈຳນວນປະຊາກອນສັດປ່າ ບົ່ງບອກເຖິງຄວາມສ່ຽງສູນພັນທີ່ອາດສັ່ນຄອນສະຖຽນລະພາບຂອງລະບົບນິເວດຕ່າງໆ ແລະ ຂັດຂວາງຊຸມຊົນໃນອາຟຣິກາຈາກແຫຼ່ງທຳມາຫາກິນຫຼັກ. ຖ້າຫາກວ່າກຸ່ມປະເທດອາຟຣິກກາບັນລຸເປົ້າໝາຍດ້ານທຳມະຊາດ, ສະພາບດິນຟ້າອາກາດ ແລະ ການພັດທະນາທີ່ຍືນຍົງ ຈະສາມາດປີ້ນກັບການຫຼຸດລົງຂອງຈຳນວນປະຊາກອນສັດປ່າໄດ້ດີຍິ່ງຂຶ້ນ.

ບົດລາຍງານເນັ້ນໜັກວ່າ: ການຮັກສາສະຖຽນລະພາບຂອງຈຳນວນປະຊາກອນສັດປ່າໃນອາຟຣິກາ ຕ້ອງອາໄສການປ່ຽນແປງຮູບແບບການຜະລິດ ແລະ ການບໍລິໂພກ, ນອກເໜືອຈາກການລົງທຶນດ້ານການອະນຸລັກທີ່ນຳໂດຍຊຸມຊົນ, ຄະນະລັດຖະບານ, ອຸດສາຫະກຳ ແລະ ຫຸ້ນສ່ວນຂອງທະວິພາຄີຂອງອາຟຣິກາຄວນຂະຫຍາຍການຄຸ້ມຄອງລະບົບນິເວດເທິງບົກ ແລະ ທາງທະເລ ເພື່ອຊ່ວຍໃຫ້ສາຍພັນສັດປ່າທີ່ມີຄວາມໂດດເດັ່ນຈະເລີນເຕີບໂຕ.

ທ່ານ ໂມຮາເໝັດ ອາເວີ ຫົວໜ້າກອງທຶນ WWF-Kenya ກ່າວວ່າ: ການຟື້ນຟູທຳມະຊາດ, ການເພີ່ມຄວາມເຂັ້ມງວດຂອງການແກ້ໄຂວິດການສະພາບດິນຟ້າອາກາດ ແລະ ການໃຊ້ຄວາມຫຼາກຫຼາຍທາງຊີວະພາບຢ່າງຍືນຍົງ ຈະເປັນກຸນແຈສຳຄັນໃນການຫຼຸດການສູນເສຍສັດປ່າຂອງອາຟຣິກາ, ໂດຍແນວທາງແບບທາງສັງຄົມ ເນັ້ນລະດົມຊັບພະຍາກອນ ແລະ ພະລັງຂອງຊຸມຊົນ ຈະຊ່ວຍຫຼີກລ່ຽງການສູນເສຍ ຫຼື ການສູນພັນຂອງສາຍພັນສັດປ່າຫາຍາກ.

ທ່ານ ແຈັກສັນ ຄິປລາແກດ ຫົວໜ້າໂຄງການອະນຸລັກປະຈຳກອງທຶນ WWF-Kenya ກ່າວວ່າ: ສາຍພັນສັດປ່າທີ່ມີຄວາມໂດດເດັ່ນເຊັ່ນ: ສິງໂຕອາຟຣິກກາ, ຊ້າງອາຟຣິກາ ແລະ ແຮດດຳ ຕົກຢູ່ພາຍໃຕ້ໄພຄຸກຄາມ, ສ່ວນມາດຕະການອະນຸທີ່ເຂັ້ມງວດຈະຊ່ວຍຮັກສາສະຖຽນລະພາບຂອງຈຳນວນປະຊາກອນສັດປ່າ.

ຄໍາເຫັນ

ຂ່າວຕ່າງປະເທດ

EU ປັບໃໝ Apple, Meta ລະເມີດກົດໝາຍຕ້ານການຜູກຂາດ

EU ປັບໃໝ Apple, Meta ລະເມີດກົດໝາຍຕ້ານການຜູກຂາດ

ຂ່າວຕ່າງປະເທດລາຍງານໃນວັນທີ 24 ເມສາ ນີ້ວ່າ: ສະຫະພາບເອີຣົບ (EU) ປັບໃໝ Apple ແລະ Meta ລວມກັນ 700 ລ້ານເອີໂຣ ໃນການບັງຄັບໃຊ້ກົດໝາຍວ່າດ້ວຍການແຂ່ງຂັນທາງການຄ້າກັບທຸລະກິດດີຈີຕອນແພລັດຟອມ.
ເກີດແຜ່ນດິນ​ໄຫວ​ໃນ​ຕວັກກີມີຜູ້ບາດເຈັບ 151 ຄົນ

ເກີດແຜ່ນດິນ​ໄຫວ​ໃນ​ຕວັກກີມີຜູ້ບາດເຈັບ 151 ຄົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 24 ເມສາ ນີ້ວ່າ: ແຜ່ນດິນໄຫວທີ່ມີຄວາມແຮງ 6.2 ຣິກເຕີ ໄດ້ເກີດຂຶ້ນຢູ່ນອກຊາຍຝັ່ງຂອງນະຄອນອິສຕັນບູປະເທດຕວັກກີ, ເຮັດໃຫ້ປະຊາຊົນແຕກຕື່ນໜີອອກຈາກຕຶກອາຄານ ແລະ ມີຜູ້ບາດເຈັບ 151 ຄົນ,
IMF ຫຼຸດການຄາດຄະເນການເຕີບໂຕທົ່ວໂລກ

IMF ຫຼຸດການຄາດຄະເນການເຕີບໂຕທົ່ວໂລກ

ວິທະຍຸກະຈາຍສຽງຫວຽດນາມລາຍງານຫວ່າງມໍ່ໆມານີ້ວ່າ: ໃນບົດລາຍງານການຄາດຄະເນເສດຖະກິດໂລກ (WEO) ທີ່ປະກາດເມື່ອບໍ່ດົນມານີ້, ກອງທຶນເງິນຕາສາກົນ (IMF) ຄາດຄະເນວ່າ, ການເຕີບໂຕ GDP ທົ່ວໂລກບັນລຸລະດັບ 2.8% ໃນປີ 2025,
ອັດຕາເງິນເຟີ້ຂອງສິງກະໂປ ຫຼຸດລົງຕໍ່າສຸດໃນຮອບ 4 ປີ

ອັດຕາເງິນເຟີ້ຂອງສິງກະໂປ ຫຼຸດລົງຕໍ່າສຸດໃນຮອບ 4 ປີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 23 ເມສາ ຜ່ານມາ; ຫ້ອງການ​ສະຖິຕິ​ແຫ່ງ​ຊາດຂອງສິງກະໂປ ເປີດເຜີຍ​ວ່າ: ອັດຕາ​ເງິນ​ເຟີ້​ຂອງ​ສິງກະ​ໂປ​ໄດ້​ຫຼຸດ​ລົງ​ໃນ​ເດືອນ​ມີນາ. ຕົກ​ຢູ່​ໃນ​ລະ​ດັບ​ຕ່ຳ​ສຸດ​ນັບ​ແຕ່​ເດືອນ​ມີ​ນາ 2021 ​ເນື່ອງ​ມາ​ຈາກ​ລາ​ຄາສາທາລະນູປະໂພກ,​​ລວມ​ທັງ​ສິນ​ຄ້າ​ແລະ​ການ​ບໍ​ລິ​ການ​ໃນຄົວ​ເຮືອນ ຫຼຸດລົງ.
ຍີ່ປຸ່ນ ນຳເຂົ້າເຂົ້າຈາກ ສ ເກົາຫຼີ ຄັ້ງທຳອິດໃນຮອບ 26 ປີ

ຍີ່ປຸ່ນ ນຳເຂົ້າເຂົ້າຈາກ ສ ເກົາຫຼີ ຄັ້ງທຳອິດໃນຮອບ 26 ປີ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້; ເຈົ້າໜ້າທີ່ ສ ເກົາຫຼີ ເປີດເຜີຍວ່າ: ຍີ່ປຸ່ນ ໄດ້ນໍາເຂົ້າເຂົ້າຈາກ ສເກົາຫຼີ ເປັນຄັ້ງທຳອິດ ນັບຕັ້ງແຕ່ປີ 1999 ທ່າມກາງວິກິດການລາຄາເຂົ້າພາຍໃນປະເທດ ທີ່ເພີ່ມສູງຂຶ້ນ. ສົ່ງ​ຜົນ​ໃຫ້​ເກີດຄວາມ​ຕ້ອງ​ການ​ສິນຄ້າ​ຈາກ​ຕ່າງ​ປະ​ເທດ​ເຖິງ​ແມ່ນ​ວ່າ​ຈະ​ປະ​ເຊີນ​ໜ້າ​ກັບ​ພາ​ສີ​ນໍາ​ເຂົ້າ​ສູງ​ກໍຕາມ.
ມູນ​ຄ່າ​ຂາ​ເຂົ້າ​-ຂ​າ​ອອກ​ລະ​ຫວ່າງ​ນະ​ຄ​ອນ​ຊຽງ​ໄຮ້​ກັບ​ປະ​ເທດສະ​ມາ​ຊິກ​ອາ​ຊຽນ​​ເພີ່ມ​ຂຶ້ນ 71%

ມູນ​ຄ່າ​ຂາ​ເຂົ້າ​-ຂ​າ​ອອກ​ລະ​ຫວ່າງ​ນະ​ຄ​ອນ​ຊຽງ​ໄຮ້​ກັບ​ປະ​ເທດສະ​ມາ​ຊິກ​ອາ​ຊຽນ​​ເພີ່ມ​ຂຶ້ນ 71%

ຂ່າວສານຊີອາໄອລາຍງານ ໃນວັນທີ 23 ເມສາ ຜ່ານມາວ່າ: ດ່ານພາ​ສີ​ຊຽງ​ໄຮ້​​ຈີນເປີດ​ເຜີຍ​ໃຫ້​ຮູ້​ວ່າ ໃນ​ໄຕ​ມາດ​ທີ​ໜຶ່ງ​ປີ​ນີ້, ​ມູນ​ຄ່າ​ຂາ​ເຂົ້າ-​ຂາ​ອອກ​ລະ​ຫວ່າງ​ນະ​ຄອນ​ຊຽງ​ໄຮ້​ກັບ​ປະ​ເທດ​​ສະ​ມາ​ຊິກອາ​ຊຽນ​ບັນ​ລຸ​ເຖິງ 143.52 ຕື້ຢວນ, ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍເພີ່​ມ​ຂຶ້ນ 7.1%.
ຫວຽດນາມ ຈັດກອງປະຊຸມສຳມະນາສາກົນ “50 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ”

ຫວຽດນາມ ຈັດກອງປະຊຸມສຳມະນາສາກົນ “50 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ”

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຕອນເຊົ້າວັນທີ 23 ເມສາ ຜ່ານມາຢູ່ນະຄອນຫຼວງຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດກອງປະຊຸມສຳມະນາສາກົນດ້ວຍຫົວຂໍ້ “50 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ: ບົດບາດສ້າງສັນຂອງການທູດໃນປະຫວັດສາດ
ອິນໂດເນເຊຍເກີນດຸນການຄ້າ 4.33 ຕື້ໂດລາ ໃນເດືອນມີນາ

ອິນໂດເນເຊຍເກີນດຸນການຄ້າ 4.33 ຕື້ໂດລາ ໃນເດືອນມີນາ

ຂ່າວຕ່າງປະເທດລາຍງານ ຫວ່າງບໍ່ດົນມານີ້; ຫ້ອງການງານ​ສະຖິຕິ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ລາຍ​ງານ​​ວ່າ: ອິນ​ໂດ​ເນ​ເຊຍ​ມີ​ການ​ເກີນ​ດຸນ​ການ​ຄ້າ​ໃນ​ເດືອນ​ມີນາຢູ່ທີ່ 4.33 ຕື້ໂດລາ ຊຶ່ງເປັນມູນຄ່າສູງສຸດໃນຮອບ 4 ເດືອນຫຼືນັບຕັ້ງແຕ່ເດືອນພະຈິກ 2024 ແລະສູງກວ່າທີ່ນັກວິເຄາະຄາດຄະເນໄວ້ປະມານ 2.64 ຕື້ໂດລາ.
ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີສເກົາຫຼີ​​ຊຸດ​ທີ 21 ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 3 ມິ​ຖຸ​ນາ​ນີ້

ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີສເກົາຫຼີ​​ຊຸດ​ທີ 21 ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 3 ມິ​ຖຸ​ນາ​ນີ້

ຂ່າວສານຊີອາໄອລາຍງານ ໃນວັນທີ 21 ເມສາ ຜ່ານມາວ່າ: ວັນ​ທີ 3 ມິ​ຖຸ​ນາ ຈະມາເຖິງນີ້, ສເກົາຫຼີ​ຈະ​ຈັດ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຊຸດ​ທີ 21. ສະ​ຖາ​ບັນ​ຄົ້ນ​ຄວ້າ​ຫາງ​ສຽງ​ສັງ​ຄົມ​ສເກົາຫຼີ​ໄດ້​ສຳຫຼວດ​ຄວາມ​ຄິດ​ເຫັນ​ປະ​ຊາ​ຊົນ​​
ຍີ່ປຸ່ນ ຮັກສາການປະເມີນເສດຖະກິດ

ຍີ່ປຸ່ນ ຮັກສາການປະເມີນເສດຖະກິດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 22 ເມສາ ຜ່ານມາວ່າ: ກະ​ຊວງ​ການ​ເງິນ​ຂອງ​ຍີ່​ປຸ່ນຮັກສາການປະເມີນ​ເສດ​ຖະ​ກິດ​ໂດຍ​ລວມ​ຂອງ​ປະ​ເທດ​ບໍ່​ມີ​ການ​ປ່ຽນ​ແປງ​ຈາກການປະເມີນກ່ອນໜ້ານີ້, ໂດຍລະບຸວ່າ: ​ເສດ​ຖະ​ກິດຂອງປະເທດກຳລັງ​ຟື້ນ​ຕົວ​ປານ​ກາງເຖິງວ່າປະເຊີນໜ້າກັບຄວາມອ່ອນແອກໍຕາມ.
ເພີ່ມເຕີມ