ປະຊາຊົນບ້ານນາສອບ ພົບເຫັນພະພຸດທະຮູບເກືອບ 20 ອົງ

ປະຊາຊົນບ້ານນາສອບ ພົບເຫັນພະພຸດທະຮູບເກືອບ 20 ອົງ
ຕາມການລາຍງານຂອງນາຍບ້ານນາສອບ ເມືອງໄຊບູລີ ແຂວງສະຫວັນນະເຂດໄດ້ໃຫ້ຮູ້ວ່າ: ໃນວັນທີ 14 ພຶດສະພາຜ່ານມາ ມີປະຊາຊົນບ້ານນາສອບຊື່ທ້າວ ແຫຼ້ ອາຍຸ 30 ປີ ແລະ ນາງ ກົງ ອາຍຸ 28 ປີ ທັງ 2 ເປັນຄູ່ຜົວເມຍໄດ້ເອົາລົດໄຖ ໄປໄຖສວນຂອງຕົນຢູ່ບ້ານນາສອບເພື່ອກະກຽມປູກມັນຕົ້ນ ຊຶ່ງປີນີ້ປູກເປັນປີທີ 3 ແລ້ວ ເວລາໄຖດິນໄດ້ພົບເຫັນໄຫຈໍານວນ 1 ໜ່ວຍ ( ໄຫດິນເຜົາ ) ແລ້ວຕົນເອງສ່ອງເບິ່ງໄຫດັ່ງກ່າວມີພະພຸດທະຮູບຈໍານວນ 19 ອົງພ້ອມແຊ່ງ 1 ຄູ່. ສ່ວນພະພຸດທະຮູບມີອົງນ້ອຍ-ໃຫຍ່ແຕກຕ່າງກັນ, ລັກສະນະສີຂອງອົງພະມີສີເຫຼືອງ 2 ອົງ, ສີເງິນ 17 ອົງ. ຈາກນັ້ນຄູ່ຜົວເມຍກໍໄດ້ແຈ້ງຕໍ່ອໍານາດການປົກຄອງບ້ານນໍາເອົາວັດຖຸດັ່ງກ່າວມາໄວ້ທີ່ວັດບ້ານນາສອບເພື່ອຮັກສາໄວ້ ແລະ ນໍາສະເໜີໃຫ້ຂັ້ນເທິງຮັບຮູ້.
     ຕໍ່ມາໃນວັນທີ 15 ພຶດສະພາຜ່ານມາ, ທ່ານ ສຸລິວົງ ສີວໍລະວົງ ຮອງເຈົ້າເມືອງໄຊບູລີ ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ ພ້ອມດ້ວຍທ່ານ ສີດໍາ ຄໍາທະຈັນ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ເມືອງໄດ້ສົມທົບກັບອໍານາດການປົກຄອງບ້ານລົງຕິດຕາມກວດກາຕົວຈິງເຫັນວ່າມີຂໍ້ມູນ ຄວາມຈິງທຸກປະການ. ດັ່ງນັ້ນ, ທາງຫ້ອງການ ຖວທ ເມືອງຈຶ່ງໄດ້ເຮັດບົດລາຍງານຫາການນໍາເມືອງ ແລະ ພະແນກ ຖວທ ແຂວງເພື່ອຮັບຊາບ ແລະ ຂໍທິດຊີ້ນໍາໃນການຈັດຕັ້ງປະຕິບັດຂັ້ນຕໍ່ໄປ.
ຂ່າວ: ເມືອງໄຊບູລີ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຮອງປະທານສູນກາງ ອພສ ພົບປະການນຳແຂວງຊຽງຂວາງ

ຮອງປະທານສູນກາງ ອພສ ພົບປະການນຳແຂວງຊຽງຂວາງ

ພະອາຈານໃຫຍ່ ວັນຄຳ ວົງສາສຸລິນ ຮອງປະທານສູນກາງ ອົງການພຸດທະສາສະໜາສຳພັນລາວ (ອພສ) ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ ທ່ານ ເພັດສະໝອນ ດາວົງສອນ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍຄະນະ ໃນວັນທີ 6 ພຶດສະພານີ້ ທີ່ຫ້ອງວ່າການແຂວງຊຽງຂວາງ, ຊຶ່ງພະອາຈານໃຫຍ່ ວັນຄຳ ວົງສາສຸລິນ ໄດ້ລາຍງານການມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງ ເພື່ອເຜີຍແຜ່ ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX ຂອງສູນກາງ ອົງການພຸດທະສາສະໜາສຳພັນລາວ, ເພື່ອໃຫ້ອົງການພຸດທະສາສະໜາສຳພັນລາວ ແຂວງຊຽງຂວາງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ຮັບຮູ້ ແລະຈັດຕັ້ງປະຕິບັດ.
ສາລະວັນ ຫວນຄືນມູນເຊື້ອວັນກຳມະກອນສາກົນ ຄົບຮອບ 140 ປີ

ສາລະວັນ ຫວນຄືນມູນເຊື້ອວັນກຳມະກອນສາກົນ ຄົບຮອບ 140 ປີ

ສະຫະພັນກໍາມະການແຂວງສາລະວັນ ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນກໍາມະກອນ ສາກົນ ຄົບຮອບ 140 ປີ (1 ພຶດສະພາ 1886-1 ພຶດສະພາ 2026), ຕິດພັນກັບການບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມ, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ທ່ານ ບົວສີ ຄ່ຽມມະນີຂັນໄຊ ອະດີດຮອງເລຂາພັກແຂວງ, ມີບັນດາຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກ, ອົງການທຽບເທົ່າອ້ອມຂ້າງແຂວງ ເຂົ້າຮ່ວມ.
ພະແນກການເງິນ ແຂວງອຸດົມໄຊ ຍົກລະດັບວຽກງານການເງິນ ກ້າວສູ່ດີຈີຕອນ

ພະແນກການເງິນ ແຂວງອຸດົມໄຊ ຍົກລະດັບວຽກງານການເງິນ ກ້າວສູ່ດີຈີຕອນ

ວັນທີ 5 ພຶດສະພານີ້ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ,ພະແນກການເງິນແຂວງ ໄດ້ເປີດຊຸດຝຶກອົບຮົມການນຳໃຊ້ລະບົບຄຸ້ມຄອງຂໍ້ມູນຂ່າວສານການເງິນພາກລັດ (LIFMIS) ແລະ ລະບົບ Smart Cash ໂດຍການເປັນປະທານຂອງທ່ານ ບຸນໃສ ພົມມະວົງ ຮອງຫົວໜ້າພະແນກ ການເງິນແຂວງອຸດົມໄຊ, ມີຫົວໜ້າຄັງເງິນແຫ່ງຊາດ ປະຈຳແຂວງ, ມີຫົວໜ້າຮອງຫົວໜ້າພະແນກການ, ອົງການ ສອງກອງບັນຊາການ ອ້ອມຂ້າງແຂວງເຂົ້າຮ່ວມ.
ພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງຄໍາມ່ວນ ໄດ້ອຸປະກອນປ້ອງກັນພະຍາດສັດໃຫຍ່

ພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງຄໍາມ່ວນ ໄດ້ອຸປະກອນປ້ອງກັນພະຍາດສັດໃຫຍ່

ໃນວັນທີ 5 ພຶດສະພານີ້, ທ່ານ ສີສະຫວາດ ຫອມດາລາ ຜູ້ປະສານງານ ແລະ ຫົວໜ້າສາຂາ ບໍລິສັດລັດ ລວມສູນຜະລິດຕະພັນ ສິນຄ້າກະສິກໍາລາວ ແລະ ຂົນສົ່ງສາກົນ ຈໍາກັດ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວວຽກງານຢູ່ແຂວງຄໍາມ່ວນ. ໃນໂອກາດນີ້, ໄດ້ເຮັດວຽກຮ່ວມກັບພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງໂດຍການຕ້ອນຮັບຂອງທ່ານ ນາງ ດາລຸນນີ ໄຊຍະບຸດ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ, ມີບັນດາພະນັກງານວິຊາການທີ່ກ່ຽວຂ້ອງຂອງທັງສອງພາກສ່ວນເຂົ້າຮ່ວມ .
ການຈັດຕັ້ງປະຕິບັດແຜນພັດທະນາ 5 ປີ 2026-2030 ຕໍ່ກອງປະຊຸມວຽກງານ ຍທຂ ທົ່ວປະເທດ

ການຈັດຕັ້ງປະຕິບັດແຜນພັດທະນາ 5 ປີ 2026-2030 ຕໍ່ກອງປະຊຸມວຽກງານ ຍທຂ ທົ່ວປະເທດ

ທ່ານ ລິດຕາ ຂັດທິຍະ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ(ຍທຂ) ໄດ້ລາຍງານໃຫ້ຮູ້ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາ 5 ປີ (2026-2030) ຕໍ່ກອງປະຊຸມວຽກງານ ຍທຂ ທົ່ວປະເທດວ່າ:
ກອງປະຊຸມຠຄັ້ງປະຖົມມະລືກ ສະພາຜູ້ພິພາກສາສານປະຊາຊົນສູງສຸດ

ກອງປະຊຸມຠຄັ້ງປະຖົມມະລືກ ສະພາຜູ້ພິພາກສາສານປະຊາຊົນສູງສຸດ

ກອງປະຊຸມຄັ້ງປະຖົມມະລືກ ຠສະພາຜູ້ພິພາກສາສານປະຊາຊົນສູງສຸດ ໄດ້ຈັດຂຶ້ນໃນວັນທີ 5 ພຶດສະພາ ນີ້ ທີ່ສານປະຊາຊົນສູງສຸດ, ພາຍໃຕ້ການເປັນປະທານຂອງທ່ານ ໄພວີ ສີບົວລິພາ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ຊຶ່ງມີຮອງປະທານ ແລະ ສະມາຊິກສະພາຜູ້ພິພາກສາເຂົ້າຮ່ວມ.
ກອງປະຊຸມໂຍທາທິການ ແລະ ຂົນສົ່ງທົ່ວປະເທດ

ກອງປະຊຸມໂຍທາທິການ ແລະ ຂົນສົ່ງທົ່ວປະເທດ

ກອງປະຊຸມວຽກງານໂຍທາທິການ ແລະ ຂົນສົ່ງ (ຍທຂ) ທົ່ວປະເທດ ປະຈຳປີ 2025-2026 ແລະ ຜັນຂະຫຍາຍແຜນພັດທະນາຂະແໜງ ຍທຂ ໄລຍະ 5 ປີ (2026-2030) ໄດ້ຈັດຂຶ້ນໃນວັນທີ 5 ພຶດສະພາ ນີ້ ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທາ ແລະ ກ່າວເປີດກອງປະຊຸມ ໂດຍທ່ານ ຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ຊຶ່ງມີຮອງລັດຖະມົນຕີ ຮອງປະທານອົງການກວດກາແຫ່ງລັດ ຮອງປະທານອົງການກວດສອບແຫ່ງລັດ, ທ່ານຄະນະປົກຄອງນະຄອນຫຼວງວຽງຈັນ-ແຂວງ ແລະ ຜູ້ອໍານວຍການລັດວິສາຫະກິດ, ວິສາຫະກິດເອກະຊົນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຄຕພ ປະກາດການຈັດຕັ້ງ ແລະ ແຕ່ງຕັ້ງຕໍາແໜ່ງບໍລິຫານ

ຄຕພ ປະກາດການຈັດຕັ້ງ ແລະ ແຕ່ງຕັ້ງຕໍາແໜ່ງບໍລິຫານ

ໃນວັນທີ 5 ພຶດສະພາ ນີ້, ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດພິທີປະກາດການປັບປຸງກົງຈັກການຈັດຕັ້ງ ແລະ ຕໍາແໜ່ງບໍລິຫານຂັ້ນຫົວໜ້າກົມ. ໂດຍການເປັນປະທານຂອງສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ເລຂາຄະນະພັກ ຫົວໜ້າ ຄຕພ, ມີບັນດາສະຫາຍຄະນະນໍາ ຄຕພ, ຜູ້ຕາງໜ້າຈາກກະຊວງການຕ່າງປະເທດແລະ ພະນັກງານ ຄຕພ ເຂົ້າຮ່ວມ.
ສນຊ ມີຫຼາຍຄາດໝາຍສູ້ຊົນໃນຕໍ່ໜ້າ

ສນຊ ມີຫຼາຍຄາດໝາຍສູ້ຊົນໃນຕໍ່ໜ້າ

ສະຫາຍ ລາວປາວຊົງ ນະວົງໄຊ ກຳມະການສູນກາງພັກ ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ (ສນຊ) ໄດ້ຂຶ້ນສະເໜີແຜນພັດທະນາອົງການແນວລາວສ້າງຊາດ 5 ປີ (2026-2030) ຕໍ່ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ທີ່ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫໍປະຊຸມແຫ່ງຊາດ.
ບໍລິສັດສັດ ວັງຕັດມາຍນິງກຣຸບ ຈຳກັດ ມອບຄອມພິວເຕີ ໃຫ້ອົງການປົກຄອງແຂວງເຊກອງ

ບໍລິສັດສັດ ວັງຕັດມາຍນິງກຣຸບ ຈຳກັດ ມອບຄອມພິວເຕີ ໃຫ້ອົງການປົກຄອງແຂວງເຊກອງ

ບໍລິສັດ ວັງຕັດມາຍນິງກຣຸບ ຈຳກັດ ໄດ້ນໍາເອົາຄອມຟິວເຕີ້ ແລະ ປິນເຕີ້ ຈໍານວນ 16 ຊຸດ ລວມມູນຄ່າ 208 ລ້ານກີບ ມອບໃຫ້ອົງການປົກຄອງແຂວງເຊກອງ ເພື່ອນໍາໄປມອບຕໍ່ໃຫ້ 16 ຕາແສງໃນທົ່ວແຂວງ ນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານຕ່າງໆ ຂອງຕົນ.
ເພີ່ມເຕີມ