ກ່າວຄຳເຫັນໃນພິທີສະເຫຼີມສະຫຼອງ, ທ່ານ ໂຕເລີມ ໄດ້ຕີລາຄາສູງບັນດາການປະກອບສ່ວນຂອງ Petrovietnam ໃນ 50 ປີຜ່ານມາ, ໃນນັ້ນ Petrovietnam ປະກອບສ່ວນ 20 – 30% ຍອດລາຍຮັບງົບປະມານແຫ່ງລັດ, ປະກອບສ່ວນສຳຄັນເຂົ້າໃນການຮັກສາສະຖຽນລະພາບເສດຖະກິດມະຫາພາກ ແລະ ຮັບປະກັນຄວາມໝັ້ນຄົງດ້ານພະລັງງານຂອງຊາດ. ທ່ານເລຂາທິການໃຫຍ່ ຮຽກຮ້ອງ Petrovienam ຍາມໃດກໍເສີມຂະຫຍາຍບົດບາດເປັນແກນສານໃນການສ້າງຕ່ອງໂສ້ມູນຄ່າອຸດສາຫະກຳທັນສະໄໝ, ບຸກ ເບີກການຫັນປ່ຽນພະລັງງານ, ພະລັງງານໃໝ່ ແລະ ພະລັງງານທົດແທນ; ຖືວິທະຍາສາດ ແລະ ເຕັກໂນໂລຊີ, ນະວັດຕະກໍາ ແລະ ການຫັນເປັນດີຈີຕອນເປັນໄມ້ງັດບຸກທະລຸ, ພ້ອມທັງສ້າງການບໍລິຫານໃຫ້ສົມບູນແບບຕາມມາດຕະຖານສາກົນຕິດພັນກັບການພັດທະນາແບບຍືນຍົງ
ຄໍາເຫັນ