ເປີດບໍລິການແລ່ນທົດລອງລົດເມດ່ວນ BRT

ເປີດບໍລິການແລ່ນທົດລອງລົດເມດ່ວນ BRT

ເປີດບໍລິການແລ່ນທົດລອງລົດເມດ່ວນ BRT
ໃນຕອນເຊົ້າວັນທີ 10 ມີນາ ນີ້ ທີ່ນະຄອນຫຼວງວຽງຈັນ ໄດ້ຈັດພິທີເປີດໃຫ້ບໍລິການແລ່ນທົດລອງລົດເມດ່ວນ BRT ຢ່າງເປັນທາງການ, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ອຳໄພວັນ ແກ້ວປະດິດ ຮອງຫົວໜ້າກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ມີທ່ານ ຄຳສະຫວັນ ໂຄດໄຊ ຫົວໜ້າຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ (ນວ), ທ່ານ ພັນໂທ ສັງຄົມ ພົມມະລາດ ຫົວໜ້າພະແນກຕຳຫຼວດຈະລາຈອນ ນວ.
ເປດບລການແລນທດລອງລດເມດວນ BRT - image 1
 

ທ່ານ ຄໍາພັນ ວັນທະນາ ຫົວໜ້າໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນວ ກ່າວວ່າ: ໂດຍໄດ້ຮັບການມອບໝາຍຈາກກົມຂົນສົ່ງກະຊວງ ຍທຂ ຮັບຜິດຊອບພິທີເປີດບໍລິການແລ່ນທົດລອງລົດເມດ່ວນ BRT ໃນຄັ້ງນີ້, ລະບົບລົດເມດ່ວນ BRT ຢູ່ ນວ ໄດ້ຮັບການອອກແບບລະດັບສາກົນ ມີຈຸດປະສົງຍົກລະດັບຄຸນນະພາບລະບົບຂົນສົ່ງສາທາລະນະ ແນໃສ່ແກ້ໄຂບັນຫາການສັນຈອນແອອັດ, ອຸບັດເຫດຕາມທ້ອງຖະໜົນ ທັງເປັນການສົ່ງເສີມສະພາບແວດລ້ອມຕົວເມືອງຢູ່ ນວ. ສະນັ້ນ, ໃນປີ 2014 ລັດຖະບານຈຶ່ງໄດ້ຮັບຮອງເອົາໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນວ ໂດຍໄດ້ຮັບທຶນກູ້ຢືມ ແລະ ຊ່ວຍເຫຼືອ ຈາກອົງການຈັດຕັ້ງສາກົນ ເພື່ອຈັດຕັ້ງປະຕິບັດໂຄງການ ການກໍ່ສ້າງພື້ນຖານໂຄງລ່າງສໍາລັບລົດເມດ່ວນ BRT, ການສະໜອງພາຫະນະອຸປະ ກອນ ລວມທັງລະບົບຄວບຄຸມບັນຊາ, ການແລ່ນລົດເມດ່ວນ BRT ໄດ້ເລີ່ມໃນຕົ້ນປີ 2024 ປັດຈຸບັນແມ່ນສຳເລັດ 100%. ເພື່ອຮັບປະກັນການບໍລິການເຕັມຮູບແບບໃນມໍ່ໆນີ້ ການນໍາ ນວ ແລະ ກະຊວງ ຍທຂ ຈຶ່ງເປັນເອກະພາບສູງ ເປີດບໍລິການແລ່ນທົດລອງລົດເມດ່ວນ BRT (ໂດຍບໍ່ເກັບເງິນ) ເປັນເວລາ 2 ເດືອນ (ວັນທີ 10 ມີນາ 2026 ຫາ ວັນທີ 9 ພຶດສະພາ 2026).

ເປດບລການແລນທດລອງລດເມດວນ BRT - image 2
 

1. ເວລາການໃຫ້ບໍລິການ: ວັນຈັນ-ວັນອາທິດ ເລີ່ມແຕ່ 6:00 ໂມງ ຫາ 22:00 ໂມງ ໃນຊົ່ວໂມງຮີບດ່ວນ ໃນເຊົ້າເວລາ 6:00ໂມງ - 9:00 ໂມງ, ຕອນແລງ ເວລາ 16:00ໂມງ - 18:00 ໂມງ ຄວາມຖີ່ຂອງຖ້ຽວລົດຈະຢຸດຮັບ-ສົ່ງຜູ້ໂດຍສານຢູ່ແຕ່ລະສະຖານີ ແມ່ນລະຫວ່າງ 6-7 ນາທີ ແລະ ໃນຊົ່ວໂມງປົກກະຕິ ຄວາມຖີ່ຂອງຖ້ຽວລົດ ຈະຢຸດຮັບ-ສົ່ງຜູ້ໂດຍສານ ຢູ່ແຕ່ລະສະຖານີແມ່ນ 10-15 ນາທີ ຜູ້ໃຫ້ບໍລິການໂດຍລັດວິສາຫະກິດລົດເມ ນວ ແລະ ບໍລິສັດ ເພັດອາລຸນ ຂົນສົ່ງສິນຄ້າ-ໂດຍສານ ທັງພາຍໃນ ແລະ ຕ່າງປະເທດ ຈຳກັດ; 2. ສາຍທາງ ແລະ ຈຸດສະຖານີ: ເລີ່ມຈາກສະຖານີດົງໂດກ (ໜ້າມະຫາວິທະຍາໄລແຫ່ງຊາດ (ມຊ) ຫາ ສະຖານີຕະຫຼາດເຊົ້າ ແລ່ນເຂົ້າ-ອອກຕົວເມືອງ ຊຶ່ງຈະຜ່ານທັງໝົດ 19 ສະຖານີ ຄື: ດົງໂດກ ມຊ > ເຮືອນພັກຊີເກມ > ຊ້າງຄູ້ > ສະພັງເມິກ > ທາງ 450 ປີ > ທະນາຄານສົ່ງເສີມກະສິກຳ > ທະນາຄານພົງສະຫວັນ > ພະຂາວ > ວິວມໍ > ໂຮງຮຽນ SOS > ຫໍພິພິຕະພັນໄກສອນ ພົມວິຫານ > ສູນ ICTC > ໂພນພະເນົາ > ໂພນເຄັງ > ຫໍພິພິທະພັນປ້ອງກັນຄວາມສະຫງົບ >ໂພນສະອາດ > ປະຕູໄຊ > ທາດຝຸ່ນ > ຕະຫຼາດເຊົ້າແລ່ນເຂົ້າມາ ແລະ ກໍແລ່ນວຽນກັບຄືນ. ກ່ຽວກັບຂໍ້ຫ້າມ ແລະ ຂໍ້ຍົກເວັ້ນ ການນໍາໃຊ້ເລນສະເພາະລົດເມ BRT

ເປດບລການແລນທດລອງລດເມດວນ BRT - image 3
 

- ໃນໄລຍະເວລາລົດເມດ່ວນ BRT ໃຫ້ບໍລິການ ຫ້າມຜູ້ຂັບຂີ່ຍານພາຫະນະປະເພດອື່ນໆ ຂັບຂີ່ເຂົ້າໃນເລນສະເພາະຂອງລົດເມດ່ວນ BRT ຜູ້ທີ່ລະເມີດ ຈະຖືຶກຕັກເຕືອນ ແລະ ປັບໃໝຕາມລະບຽບການ.

ຂໍ້ຍົກເວັ້ນສຳລັບຍານພາຫະນະທີ່ສາມາດເຂົ້າແລ່ນ ຫຼື ນໍາໃຊ້ເລນສະເພາະລົດເມດ່ວນ BRT ປະກອບມີ: ລົດສຸກເສີນໂຮງໝໍ (Ambulance) ລົດກູ້ໄພ, ລົດດັບເພີງ ແລະ ລົດຂະບວນທາງລັດຖະການ ທີ່ມີລົດຕໍາຫຼວດຈະລາຈອນນໍາທາງ ແລະ ລົດຂະບວນທາງການອື່ນໆ ທີ່ໄດ້ຖືກຮັບຮອງຢ່າງເປັນທາງການຂອງອົງການປົກຄອງ ນວ ໄດ້ຮັບຮອງເປັນແຕ່ລະກໍລະນີສະເພາະໃນໄລຍະເວລາທີ່ແນ່ນອນ ອະນຸຍາດໃຫ້ຜູ້ຂັບຂີ່ພາຫະນະປະເພດອື່ນໆ ທີ່ຈຳເປັນນຳໃຊ້ເລນລົດເມດ່ວນ BRT ໃນໄລຍະເວລາ 22:01-5:59 ໂມງ ຕ້ອງໃຫ້ຮັບປະກັນຄວາມປອດໄພ ຖ້າເກີດອຸບັດເຫດໃນຂອບເຂດສະຫງວນຂອງສະຖານີ BRT ເຮັດໃຫ້ຊັບສິນຂອງລັດເສຍຫາຍ, ຜູ້ກ່ຽວຈະຖືກປັບໄໝ 10% ຂອງມູນຄ່າທີ່ເສຍຫາຍ ແລະ ຮັບຜິດຊອບໃຊ້ແທນຕາມມູນຄ່າເປ່ເພເສຍຫາຍຕົວຈິງ.

ເປດບລການແລນທດລອງລດເມດວນ BRT - image 4
 

ດັ່ງນັ້ນ, ເຊີນຊວນມາຍັງທຸກພາກສ່ວນໃນສັງຄົມ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ນັກທຸ ລະກິດ, ນັກຮຽນ, ນັກສຶກສາ ແລະ ປະຊາຊົນບັນດາເຜົ່າ, ພົນລະເມືອງລາວ, ຕ່າງດ້າວ ຜູ້ມາເຄື່ອນໄຫວດຳລົງຊີວິດຢູ່ ນວ ຫັນມານໍາໃຊ້ລົດຂົນສົ່ງສາທາລະນະໃນການເດີນທາງໃຫ້ຫຼາຍຂຶ້ນ ແລະ ເອົາໃຈໃສ່ເປັນພິເສດຕໍ່ບັນດາທິດທາງການສັນຈອນທີ່ໄດ້ຮັບຮອງຄືນໃໝ່ຈຳນວນໜຶ່ງຢູ່ໃນເຂດໃຈກາງຕົວເມືອງ ນວ.

ຂ່າວ: ວຽງຈັນໃໝ່

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫສປທ ປາຖະກະຖາວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ

ຫສປທ ປາຖະກະຖາວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ

ຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ໄດ້ຈັດຕັ້ງປາຖະກະຖາ ວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ (15/8/1991-15/8/2026) ຂຶ້ນ ໃນວັນທີ 5 ພະຈິກນີ້ ທີ່ຫ້ອງປະຊຸມ ຫສປທ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ເລຂາຄະນະພັກ ຫົວໜ້້າຫ້ອງວ່າການສຳນັກງານປະທານປະເທດ, ມີບັນດາຄະນະພັກ, ບັນດາຫົວໜ້າກົມ, ຮອງກົມ, ສະມາຊິກພັກ ແລະ ພະນັກງານເຂົ້າຮ່ວມ.
ປະກາດແຕ່ງຕັ້ງ ແລະ ເລື່ອນຊັ້ນ ໃຫ້ນາຍຕໍາຫຼວດຂັ້ນສູງ

ປະກາດແຕ່ງຕັ້ງ ແລະ ເລື່ອນຊັ້ນ ໃຫ້ນາຍຕໍາຫຼວດຂັ້ນສູງ

ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີປະກາດແຕ່ງຕັ້ງ, ເລື່ອນຊັ້ນໃຫ້ນາຍຕໍາຫຼວດຂັ້ນສູງ ໃນວັນທີ 4 ພະຈິກນີ້, ເປັນປະທານໂດຍທ່ານ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບ, ມີຮອງລັດຖະມົນຕີ, ຫົວໜ້າ-ຮອງຫົວໜ້າກົມ, ກອງບັນຊາການ, ພະນັກ ງານຫຼັກແຫຼ່ງ ແລະ ນາຍຕໍາຫຼວດ ທີ່ໄດ້ຮັບການແຕ່ງຕັ້ງ, ເລື່ອນຊັ້ນເຂົ້າຮ່ວມ.
ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ອີງຕາມຂໍ້ມູນທີ່ລັດວິສະຫາກິດກໍ່ສ້າງທາງເລກ 8 ໃຫ້ຮູ້ວ່າ: ໂຄງການປັບປຸງເສັ້ນທາງຫຼວງແຫ່ງຊາດເລກທີ 13 ໃຕ້ ມາຮອດປັດຈຸບັນ, ທາງໂຄງການຜູ້ຮັບເໝົາກໍ່ສ້າງ ກໍຄື ລັດວິສະຫະກິດກໍ່ສ້າງທາງເລກ 8 ກຳລັງຂຸ້ນຂ້ຽວລົງຢາງຂົ້ວ (ອັສຟານຊັ້ນ 1) ນັບແຕ່ກິໂລແມັດທີ 24 ຫາກິໂລແມັດທີ 28 ແລະ ອີກຈຸດໄລຍະທາງແຕ່ກິໂລແມັດທີ 28 ເມືອງໄຊທານີ ຫາກິໂລແມັດທີ 50.2 ເມືອງປາກງື່ມ ນະຄອນຫຼວງວຽງຈັນ
ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ວັນທີ 2 ພະຈິກຜ່ານມານີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ລົງຢ້ຽມຢາມ ແລະ ຕິດຕາມຊຸກຍູ້ວຽກງານຢູ່ຕາແສງຊ້າງມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຂອງ ສະຫາຍ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ ພ້ອມຄະນະນຳ ຂອງນະຄອນຫຼວງວຽງຈັນ, ເມືອງ ແລະ ຄະນະພັກ ຄະນະກຳມະການປົກຄອງຕາແສງ ຕະຫຼອດຮອດພະນັກງານ-ລັດຖະກອນ ຕາແສງຊ້າງມີໄຊ ເຂົ້າຮ່ວມ.
ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ຂອງອົງການກວດສອບແຫ່ງລັດ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ (2026-2030) ໄດ້ຈັດຂຶ້ນໃນວັນທີ 4 ຕຸລານີ້ ທີ່ອົງການກວດສອບແຫ່ງລັດ, ໂດຍການເປັນປະທານ ຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ, ມີຄະນະປະຈຳພັກ, ກຳມະການຄະນະພັກ, ຄະນະກົມ, ຄະນະນໍາອົງການກວດສອບປະຈຳພາກ ແລະ ພະນັກງານເຂົ້າຮ່ວມ.
ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ຈັດພິທີປະກາດເລື່ອນຊັ້ນຜູ້ພິພາກສາ ຈາກຜູ້ພິພາກສາຊັ້ນໜຶ່ງ ຂຶ້ນເປັນຜູ້ພິພາກ ສາຊັ້ນສອງ ໃນວັນທີ 4 ພະຈິກນີ້, ເປັນປະທານໂດຍ ທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ, ມີ ຫ້ອງການ, ກົມ, ຄະນະສານ ພ້ອມດ້ວຍສະຖາບັນ, ພະນັກງານ ແລະ ຜູ້ພິພາກສາ ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.
9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

ທ່ານ ໄພວັນ ສໍຄົງສິນ ຫົວໜ້າໜ້າຫ້ອງການ ວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເມືອງໂຂງ ແຂວງຈໍາປາສັກ ໄດ້ໃຫ້ສໍາພາດກ່ຽວກັບວຽກງານການທ່ອງທ່ຽວຢູ່ ເມືອງໂຂງ ຕໍ່ນັກຂ່າວໜັງສືພິມປະຊາຊົນ ໂອກາດທີ່ຄະນະຊ່ຽວຊານທະນາຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ ພ້ອມດ້ວຍສື່ມວນຊົນຈາກສູນກາງ ເຄື່ອນໄຫວຢ້ຽມຢາມໂຄງການດັ່ງກ່າວ ລະຫວ່າງວັນທີ 29-31 ຕຸລາ ທີ່ຜ່ານມາ ວ່າ: ເມືອງໂຂງ ເປັນເມືອງໜຶ່ງ ທີ່ມີທ່າແຮງທາງດ້ານການທ່ອງທ່ຽວ ເຫັນວ່າມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ກວ້າງຂວາງ ຊຶ່ງປັດຈຸບັນ ຄະນະນໍາແຂວງ ກໍໄດ້ເອົາໃຈໃສ່ເປັນພິເສດ ຕໍ່ການພັດທະນາ, ສົ່ງເສີມການທ່ອງທ່ຽວ ແລະ ຖືເປັນປາຍແຫຼມ ຂອງການພັດທະນາເສດຖະກິດ-ສັງຄົມຂອງແຂວງ ກໍຄືເມືອງ.
ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພີທີເປີດງານວາງສະແດງ ຜົນງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ ຂຶ້ນໃນວັນທີ 4 ພະຈິກນີ້, ທີ່ ມຊ ໂດຍໃຫ້ກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີຮອງຜູ້ອໍານວຍການ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການ ຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025) ພ້ອມວາງທິດທາງ 5 ປີຕໍ່ໜ້າ (2026-2030) ຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ພະແນກ ສກຂ, ເຂົ້າຮ່ວມຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີທ່ານ ອຸດົມສິນ ສີຊານົນ ກຳມະການພັກແຂວງ ຫົວໜ້າພະແນກ ສກຂ, ມີຄະນະຮັບຜິດຊອບ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ກອງປະຊຸມທາບທາມຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ ຈັດຂຶ້ນໃນວັນທີ 3 ພະຈິກຜ່ານມານີ້, ທີ່ຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ. ເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ, ທ່ານ ນາງ ດວງໄພວອນ ສີບຸບຜາ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ