ເປີດໄຟສີຟ້າປະຕູໄຊ ສະຫຼອງວັນເດັກໂລກ

ເປີດໄຟສີຟ້າປະຕູໄຊ ສະຫຼອງວັນເດັກໂລກ
ຄະນະກຳມະການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ)ຮ່ວມກັບອົງການອຸຍນີເຊັບປະຈຳລາວ ໄດ້ຈັດພິທີເປີດໄຟສີຟ້າປະຕູໄຊ ເພື່ອສະເຫຼີມສະຫຼອງຄົບຮອບ 34 ປີ ຂອງສົນທິສັນຍາ ວ່າດ້ວຍສິດທິເດັກ ຫຼື ວັນເດັກໂລກ (20 ພະຈິກ 1989-20 ພະຈິກ 2023) ຂຶ້ນໃນຕອນຄໍ່າວັນທີ 20 ພະຈິກ ນີ້ທີ່ອານຸສາວະລີປະຕູໄຊ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດກົດປຸ່ມເປີດໄຟຂອງທ່ານ ນາງອາລີ ວົງໜໍ່ບຸນທໍາ ປະທານສູນກາງສະຫະພັນແມ່ຍິງລາວ ຮອງປະທານຜູ້ປະຈຳການ ຄຊກມດ, ທ່ານນາງ ເພຍ ເຣເບລໂລ ບຣິດໂຕ ຜູ້ຕາງໜ້າອົງການອຸຍນີເຊັບປະຈຳລາວ, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ປະທານຄະນະກຳມະການເພື່ອຄວາມກ້າວໜ້າແມ່ ແລະ ເດັກ (ຄກມດ) ນະຄອນຫຼວງວຽງຈັນ, ມີອົງການຈັດຕັ້ງສາກົນ, ຄູ-ອາຈານ, ນັກຮຽນພ້ອມດ້ວຍແຂກຖືກເຊີນ,ຊາວນະຄອນຫຼວງວຽງຈັນເຂົ້າຮ່ວມ.
ທ່ານນາງ ອາລີ ວົງໜໍ່ບຸນທໍາ ກ່າວວ່າ: ພິທີເປີດໄຟສີຟ້າທີ່ປະຕູໄຊໃນຄັ້ງນີ້ເພື່ອເປັນສັນຍາລັກເຖິງສິດທິເດັກ ຮ່ວມກັບບັນດາປະຊາຊາດໃນທົ່ວໂລກ ເພື່ອສະເຫຼີມສະຫຼອງວັນຄົບຮອບ 34 ປີຂອງສົນທິສັນຍາ ວ່າດ້ວຍສິດທິເດັກ (ວັນເດັກໂລກ) ແລະ ໂອກາດສະເຫຼີມສະຫຼອງຄົບຮອບ 50 ປີແຫ່ງການພົວພັນຮ່ວມມື ລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ອົງການອຸຍນີເຊັບປະຈຳລາວ ພາຍໃຕ້ຄໍາຂັວນທີ່ວ່າ: ການລົງທຶນໃນອະນາຄົດ ຄືການລົງທຶນໃສ່ເດັກ (Investing in Our Future means Investing in Our Children). ໃນນັ້ນ, ຍັງເປັນການປູກຈິດສໍານຶກ, ປຸກລະດົມສັງຄົມ ແລະ ທຸກຄົນເຂົ້າຮ່ວມ, ລົງທຶນໃສ່ເດັກ, ສົ່ງເສີມສິດທິເດັກ, ສ້າງຄວາມເຂັ້ມແຂງ, ສົ່ງເສີມສິດທິເດັກ ແລະ ຄວາມເປັນຢູ່ທີ່ດີສໍາລັບເດັກ. ຄຽງຄູ່ກັບກິດຈະກໍາຄັ້ງນີ້, ຄຊກມດ ຍັງມີຫຼາຍໆກິດຈະກຳ ຮ່ວມມືກັບບັນດາ ຄກມດ ກະຊວງ/ອົງການ, ແຂວງ, ຄູ່ຮ່ວມພັດທະນາ ແລະ ພາກທຸລະກິດເອກະຊົນລວມທັງຄູ-ອາຈານ ແລະ ນ້ອງໆທີ່ເປັນຕົວແທນເດັກຫຼາຍກຸ່ມຄື: ເດັກໃນຕົວເມືອງ, ເດັກຊົນນະບົດ, ເດັກຊົນເຜົ່າ ແລະ ເດັກພິການ ຊຶ່ງກິດຈະກຳທັງໝົດລວມມີ: ການປະກວດຮູບແຕ້ມຂອງເດັກ, ກອງປະຊຸມຕົວແທນເດັກ ໃນຫົວຂໍ້ທີ່ກ່ຽວຂ້ອງກັບເດັກໃນ 3 ຫົວຂໍ້ຄື: ຜົນກະທົບຕໍ່ເດັກຈາກການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດ, ການແຕ່ງດອງແຕ່ອາຍຸຍັງນ້ອຍ ແລະ ການຖືພາຂອງເດັກ, ເດັກກັບສື່ສັງຄົມອອນລາຍ. ນອກນັ້ນ, ຍັງໄດ້ຈັດກອງປະຊຸມລະດັບສູງ ເພື່ອທົວທວນການຈັດຕັ້ງປະຕິບັດວຽກສິດທິເດັກຢູ່ ສປປ ລາວ. ໃນນັ້ນ, ກອງປະຊຸມດັ່ງກ່າວໄດ້ມີການທົບທວນຄວາມໝາຍໝັ້ນຂອງລັດຖະບານ, ທ່ານຮອງເຈົ້າແຂວງທົ່ວປະເທດ, ບັນດາຄູ່ຮ່ວມພັດທະນາ, ພາກເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມ/ອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານ; ການສຳພາດທັດສະນະ ແລະ ຄວາມຄິດເຫັນຂອງການນໍາລະດັບສູງ ແລະ ຕົວແທນເດັກ.
ທ່ານ ນາງ ເພຍ ເຣເບລໂລ ບຣິດໂຕ ກ່າວວ່າ: ວັນເດັກໂລກ ເປັນສັນຍາລັກຂອງຄໍາໝັ້ນສັນຍາທົ່ວໂລກທີ່ມີຕໍ່ເດັກນ້ອຍ ແລະ ເປັນສັນຍາລັກຂອງຜົນສຳເລັດໃນການປະຕິບັດສິດທິເດັກຢ່າງແທ້ຈິງ. ພວກເຮົາສະເຫຼີມສະຫຼອງ 5 ທົດສະວັດຂອງການອຸທິດຕົນຂອງອົງການ UNICEF ຢູ່ໃນ ສປປ ລາວ ເປັນພະຍານເຖິງການຮ່ວມມືທີ່ຍືນຍົງ, ຄວາມຍືດຍຸ່ນ, ແລະ ຄວາມຫວັງ. ໃນໄລຍະ 50 ປີຜ່ານມາໄດ້ເຫັນການປ່ຽນແປງຊີວິດການເປັນຢູ່ຂອງເດັກນ້ອຍໃນ ສປປ ລາວ ເຂົາເຈົ້າມີສຸຂະພາບທີ່ດີຂຶ້ນ, ການເຂົ້າເຖິງການສຶກສາ ແລະ ການເລີ່ມຕົ້ນຊີວິດອັນດີງາມກວ່າເກົ່າ. ໃນຂະນະສະທ້ອນເຖິງຄວາມສຳຄັນຂອງການຮ່ວມມືໃນຮອບເຄິ່ງສະຕະວັດ ກັບລັດຖະບານ ສປປ ລາວ, ຮັບຮູ້ ແລະ ເຫັນໄດ້ເຖິງບົດບາດອັນສຳຄັນຂອງບັນດາຄູ່ຮ່ວມມື, ຄູ່ຮ່ວມພັດທະນາ, ບັນດາຄູ່ຮ່ວມມືຂອງສະຫະປະຊາຊາດ ສປຊ ແລະ ອື່ນໆ.
(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ວປກ ເຜີຍແຜ່ການປັບປຸງໂຄງການຫຼັກສູດ

ວປກ ເຜີຍແຜ່ການປັບປຸງໂຄງການຫຼັກສູດ

ໃນວັນທີ 2 ມິຖຸນາ ຜ່ານມາ, ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ (ວປກ) ໄດ້ຈັດກອງປະຊຸມເຜີຍແຜ່ການປັບປຸງໂຄງການຫຼັກສູດ ແລະ ເນື້ອໃນເອກະສານຝຶກອົບຮົມວຽກງານປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ໃຫ້ພະນັກງານນໍາພາ-ຄຸ້ມຄອງຊຸດທີ XXII, ໂດຍການເປັນປະທານຂອງສະຫາຍພົນຕີ ພັນແສງ ບຸນພັນ ຫົວໜ້າການທະຫານ ວປກ, ມີສະຫາຍພົນຈັດຕະວາ ສອນໄຊ ຈັນຍາລາດ ຫົວໜ້າການເມືອງ ວປກ, ມີຄະນະພັກ-ຄະນະອຳນວຍການ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສ້າງຄວາມເຂັ້ມແຂງໃຫ້ຄະນະຮັບຜິດຊອບວຽກງານໂຄສະນາຕ້ານການຄ້າມະນຸດ

ສ້າງຄວາມເຂັ້ມແຂງໃຫ້ຄະນະຮັບຜິດຊອບວຽກງານໂຄສະນາຕ້ານການຄ້າມະນຸດ

ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດກົມໃຫຍ່ຕໍາຫຼວດກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດກອງປະຊຸມທົບທວນການສ້າງຄວາມເຂັ້ມແຂງໃຫ້ຄະນະຮັບຜິດຊອບລາຍການປະຊາຮ່ວມໃຈຕ້ານໄພຄ້າມະນຸດກ່ຽວກັບການໂຄສະນາຕ້ານການຄ້າມະນຸດໃນວັນທີ 4 ມິຖຸນາ ຜ່ານມາ, ເປັນປະທານໂດຍສະຫາຍ ພັທ ວັນປະດິດຈັນທະວົງ ຮອງຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ມີຄະນະຮັບຜິດຊອບຈາກກົມສື່ມວນຊົນ ປກສ, ວິທະຍຸກະຈາຍສຽງກອງທັບປະຊາຊົນລາວ ແລະ ຄະນະຮັບຜິດຊອບຈາກລາຍການປະຊາຮ່ວມໃຈຕ້ານໄພຄ້າມະນຸດເຂົ້າຮ່ວມ.
ແກ່ນທ້າວ ສະຫຼຸບການຈັດຕັ້ງປະຕິບັດວຽກງານບໍລິການຜ່ານປະຕູດຽວ

ແກ່ນທ້າວ ສະຫຼຸບການຈັດຕັ້ງປະຕິບັດວຽກງານບໍລິການຜ່ານປະຕູດຽວ

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານບໍລິການຜ່ານປະຕູດຽວ ປະຈຳ 5 ເດືອນ ຕົ້ນປີ 2026 ໃນ​ວັນ​ທີ 4 ມິ​ຖຸ​ນາ​ນີ້ ທີ່ ເມືອງ​ແກ່ນ​ທ້າວ ໂດຍການເປັນປະທານຂອງ ທ່ານ ສົມສີ ຊາວພິລາ ຮອງປະທານຄະນະກໍາມະການປົກຄອງເມືອງ ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນຳລວມການຈັດຕັ້ງປະຕິບັດວຽກງານບໍລິການຜ່ານປະຕູດຽວຂັ້ນເມືອງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ນະ​ຄອນ​ປາກ​ເຊ ມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໝັກແໜ້ນ

ນະ​ຄອນ​ປາກ​ເຊ ມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໝັກແໜ້ນ

ພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໝັກແໜ້ນ ປະຈຳປີ 2025 ໃຫ້ 13 ໜ່ວຍພັກນຮາກຖານ ທີ່ຂຶ້ນກັບອົງຄະນະພັກນະຄອນປາກເຊ. ຈັດຂື້ນໃນວັນທີ 4 ມິຖຸນາ 2026, ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນຍະເດດ ທອງສະຫັວນ ຄະນະປະຈຳພັກແຂວງ ເລຂາຄະນະບໍລິຫານງານພັກນະຄອນປາກເຊ, ມີເລຂາໜ່ວຍພັກ ພ້ອມດ້ວຍສະມາຊິກພັກພາຍໃນ 13 ໜ່ວຍພັກ ເຂົ້າຮ່ວມ.
ອົງການໄອຍະການປະຊາຊົນ ແຂວງວຽງຈັນ- ແຂວງອຸດົມໄຊ ແລກປ່ຽນບົດຮຽນຮອບດ້ານ ຮ່ວມກັນ

ອົງການໄອຍະການປະຊາຊົນ ແຂວງວຽງຈັນ- ແຂວງອຸດົມໄຊ ແລກປ່ຽນບົດຮຽນຮອບດ້ານ ຮ່ວມກັນ

ກອງປະຊຸມແລກປ່ຽນບົດຮຽນຮອບດ້ານ ລະຫວ່າງ ອົງການໄອຍະການປະຊາຊົນ ແຂວງວຽງຈັນ ແລະ ອົງການໄອຍະການປະຊາຊົນ ແຂວງອຸດົມໄຊ ໄດ້ຈັດຂຶ້ນ ໃນວັນທີ 4 ມິຖຸນາ 2026 ຢູ່ທີ່ຫ້ອງປະຊຸມພະແນກການຕ່າງປະເທດ ແຂວງວຽງຈັນ. ໂດຍມີຄະນະນຳ, ຫົວໜ້າ,ຮອງຫົວໜ້າຂະແໜງ, ພ້ອມດ້ວຍພະນັກງານວິຊາການ ຂອງທັງສອງພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ.
ຄຳມ່ວນ ອະນຸມັດໃຫ້ ບໍລິສັດ VML ພັດທະນາຈຸດເຊັກພອຍ-ຈຸດຊົມວິວກຳແພງຍັກ

ຄຳມ່ວນ ອະນຸມັດໃຫ້ ບໍລິສັດ VML ພັດທະນາຈຸດເຊັກພອຍ-ຈຸດຊົມວິວກຳແພງຍັກ

ພິທີເຊັນສັນຍາສຳປະທານເນື້ອທີ່ດິນ 30,767 ຕາແມັດ ເພື່ອພັດທະນາໂຄງການກໍ່ສ້າງ ຈຸດເຊັກພອຍ, ຮ້ານກາເຟ, ຮ້ານອາຫານ, ຮ້ານຂາຍເຄື່ອງຝາກທີ່ລະນຶກ ແລະ ຈຸດຊົມວິວ ກຳແພງຍັກ ຢູ່ເຂດບ້ານ ໃໝ່ໂພສີ ເມືອງ ທ່າແຂກ ແຂວງ ຄໍາມ່ວນ ລະຫວ່າງ ຄະນະກຳມະການປົກຄອງແຂວງ ແລະ ບໍລິສັດ ວີເອັມແອວ (VML) ຈຳກັດຜູ້ດຽວ.
ກະຊວງ ປກສ ປາຖະກະຖາ ວັນສຳຄັນຂອງພັກ-ຂອງຊາດ

ກະຊວງ ປກສ ປາຖະກະຖາ ວັນສຳຄັນຂອງພັກ-ຂອງຊາດ

ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີປາຖະກະຖາວັນກໍາມະກອນສາກົນ ຄົບຮອບ 140 ປີ, ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 67 ປີ ແລະ ວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 66 ປີ ໃນວັນທີ 4 ມິຖຸນານີ້,
ເປີດນໍາໃຊ້ລະບົບພາສີທັນສະໄໝ

ເປີດນໍາໃຊ້ລະບົບພາສີທັນສະໄໝ

ພິທີເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ (Smart Customs) ໄດ້ຈັດຂຶ້ນໃນວັນທີ 1 ມິຖຸນາຜ່ານມາ ທີ່ດ່ານພາສີສາກົນທ່າບົກທ່ານາແລ້ງ ແລະ ຂົວມິດຕະພາບ I ໂດຍການເຂົ້າຮ່ວມຂອງທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, ມີທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີກະຊວງການເງິນ, ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ປະກາດສ້າງຕັ້ງຕາແສງພູຖ້ຳພວງ ເປັນຕາແສງທຳອິດຂອງເມືອງລະຄອນເພັງ

ປະກາດສ້າງຕັ້ງຕາແສງພູຖ້ຳພວງ ເປັນຕາແສງທຳອິດຂອງເມືອງລະຄອນເພັງ

ພິທີປະກາດສ້າງຕັ້ງຕາແສງພູຖ້ຳພວງ ເປັນຕາແສງທຳອິດຂອງເມືອງລະຄອນເພັງ ແຂວງ​ສາ​ລະ​ວັນ ໄດ້ຈັດຂື້ນໃນວັນທີ 3 ມິຖຸນາ 2026, ທີ່ຕາແສງພູຖ້ຳພວງ, ໂດຍມີ ທ່ານ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊົນແຂວງສາລະວັນ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ປກ ເຜີຍແຜ່ເອກະສານ-ປະກາດແຕ່ງຕັ້ງນາຍ ແລະ ພົນຕຳຫຼວດ

ປກ ເຜີຍແຜ່ເອກະສານ-ປະກາດແຕ່ງຕັ້ງນາຍ ແລະ ພົນຕຳຫຼວດ

ກອງບັນຊາການປ້ອງກັນສູນກາງ (ປກ) ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດພິທີເຜີຍແຜ່ເອກະສານເສີມຂະຫຍາຍທາດແທ້ ແລະ ມູນເຊື້ອຂອງກຳລັງພະລາທິການປ້ອງກັນຄວາມສະຫງົບ ຄົບຮອບ 55 ປີ (2 ພຶດສະພາ 1971-2 ພຶດສະພາ 2026) ແລະ ປະກາດແຕ່ງຕັ້ງນາຍ ແລະ ພົນຕຳຫຼວດ ໃນວັນທີ 3 ມິຖຸນາຜ່ານມາ, ເປັນປະທານໂດຍສະຫາຍ ພົຈວ ບຸນທົງ ສີດາວົງ ຫົວໜ້າກອງບັນຊາການ ປກ, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍນາຍ ແລະ ພົນຕຳຫຼວດເຂົ້າຮ່ວມ.
ເພີ່ມເຕີມ