![]() |
ການເປີດຫ້ອງວາງສະແດງ “ເຊກອງ ເມືອງແຫ່ງສະເໜ່” ຂອງ ສປປ ລາວໃນຄັ້ງນີ້, ເພື່ອນໍາສະເໜີຈຸດເດັ່ນ, ທ່າແຮງດ້ານການທ່ອງທ່ຽວ, ສິນຄ້າ, ຜະລິດຕະພັນ, ວັດທະນະທໍາ ແລະ ວິຖີຊີວິດອັນເປັນເອກະລັກສະເພາະ ຂອງແຂວງເຊກອງ ໃຫ້ແກ່ຊາວຈີນ ແລະ ນານາຊາດໄດ້ຮູ້ຈັກກັນຫຼາຍຂຶ້ນ. ພ້ອມນີ້, ຍັງເປັນໂອກາດສໍາຄັນໃນການໂຄສະນາປະຊາສໍາພັນແຂວງເຊກອງ, ສ້າງຕະຫຼາດໃໝ່, ເຊື່ອມໂຍງການຄ້າ ແລະ ຊອກຫາໂອກາດຮ່ວມມືກັບຄູ່ຄ້າຈາກຈີນ ແລະ ອາຊຽນ.
![]() |
ພາຍໃນຫ້ອງວາງສະແດງ ໄດ້ນໍາສະເໜີສິນຄ້າ ແລະ ຜະລິດຕະພັນຈາກແຂວງເຊກອງ ພ້ອມດ້ວຍຮູບພາບແຫຼ່ງທ່ອງທ່ຽວ, ປະເພນີວັດທະນະທໍາ, ຫັດຖະກໍາ ແລະ ສິນຄ້າພື້ນເມືອງ ອັນສະທ້ອນເຖິງສະເໜ່ຂອງແຂວງ.
![]() |
ຂ່າວ: ສັນຍາ-ພາບ: ໄຊສະຫວັນ



ຄໍາເຫັນ