ພິທີນຳສະເໜີໂຄງການ “ເສັ້ນທາງມໍລະດົກວຽງຈັນ”

ເປີດໂຄງການ ເສັ້ນທາງມໍລະດົກວຽງຈັນ ສົ່ງເສີມການທ່ອງທ່ຽວ ຢູ່ ນວ

ເປີດໂຄງການ ເສັ້ນທາງມໍລະດົກວຽງຈັນ ສົ່ງເສີມການທ່ອງທ່ຽວ ຢູ່ ນວ
ພິທີນຳສະເໜີໂຄງການ “ເສັ້ນທາງມໍລະດົກວຽງຈັນ” ຂອງຫ້ອງການຜູ້ຕາງໜ້າສະຫະພາບເອີຣົບ (EU) ປະຈຳ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 18 ທັນວາ ນີ້, ໂດຍມີທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ),

ທ່ານ ນີນ ເລໂອນາກ ອຸປະທູດສະຫະພາບເອີຣົບ ປະຈຳ ລາວ, ພ້ອມດ້ວຍຜູ້ຕາງໜ້າຈາກ ສະຖານທູດຕ່າງປະເທດ ປະຈຳ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ພະຂັນໄຊ ສີຄັນໄຊ ຫົວໜ້າກົມມໍລະດົກ ກະຊວງ ຖວທ ໃຫ້ຮູ້ວ່າ: ໂຄງການ “ເສັ້ນທາງມໍລະດົກວຽງຈັນ” ເປັນກິດຈະກຳໜຶ່ງທີ່ຈັດຂຶ້ນ ເພື່ອສົ່ງເສີມການທ່ອງທ່ຽວ ຢູ່ນະຄອນຫຼວງວຽງຈັນ (ນວ) ຜ່ານການເຂົ້າເຖິງສະຖານທີ່ທ່ອງທ່ຽວ ແລະ ບັນດາອາຄານເຮືອນເກົ່າ ອັນມີຄຸນຄ່າສູງ ທີ່ເປັນເອກະລັກ ຢູ່ໃຈກາງນະຄອນຫຼວງວຽງຈັນ ທີ່ກວມເອົາລັດສະໝີ 2 ກິໂລແມັດ ໂດຍມີຈຸດໃຈກາງຈາກສວນສາທາລະນະນໍ້າພຸ (ບ້ານຊຽງຍືນ). ໂຄງການດັ່ງກ່າວ, ເປັນການສ້າງເງື່ອນໄຂໃຫ້ແກ່ນັກທ່ອງທ່ຽວ ໄດ້ມີທາງເລືອກໃນການທ່ອງທ່ຽວເພີ່ມຫຼາຍຂຶ້ນ ໂດຍສາມາດໄປທ່ຽວຊົມບັນດາອາຄານເກົ່າແກ່ ໄປຄຽງຄູ່ກັບບັນດາແຫຼ່ງທ່ອງທ່ຽວ ທາງວັດທະນະທຳ ແລະ ປະຫວັດສາດ ອື່ນໆ ທີ່ມີຢູ່ໃນນະຄອນຫຼວງວຽງຈັນ ຊຶ່ງບັນດາອາຄານເຮືອນເກົ່າແກ່ທີ່ຖືກຄັດເລືອກ ບັນຈຸເຂົ້າໃນໂຄງການນີ້ມີທັງໝົດ 69 ອາຄານ, ໃນນັ້ນ, ມີອາຄານລາວບູຮານ, ອາຄານແບບອານານິຄົມ ແລະ ອາຄານທີ່ມີທ່າແຮງ ທີ່ສາມາດນໍາໃຊ້ເຂົ້າໃນດ້ານການທ່ອງທ່ຽວ.
ໂຄງການດັ່ງກ່າວ, ແນໃສ່ເຮັດໃຫ້ສັງຄົມ ແລະ ບຸກຄົນທົ່ວໄປ ໄດ້ຮັບຮູ້, ເຂົ້າໃຈ ແລະ ເຫັນໄດ້ຄຸນຄ່າ ຄວາມໝາຍຄວາມສໍາຄັນ ຂອງອາຄານເກົ່າແກ່ທີ່ມີຢູ່ໃນໃຈກາງນະຄອນຫຼວງວຽງຈັນ ໃຫ້ຫຼາຍຂຶ້ນ ທັງເປັນການສະແດງໃຫ້ເຫັນເຖິງຄວາມງົດງາມມົນສະເໜ່ ແລະ ຈຸດພິເສດ ຂອງບັນດາອາຄານເກົ່າແກ່ ເຫຼົ່ານັ້ນ ທີ່ມີເອກະລັກ ຂອງຄວາມແຕກຕ່າງກັນຕາມແຕ່ລະຍຸກສະໄໝ ທີ່ຕິດພັນກັບປະຫວັດຄວາມເປັນມາ ແຫ່ງການຂະຫຍາຍຕົວຂອງຕົວເມືອງວຽງຈັນ ແລະ ຕິດພັນກັບແບບແຜນການດໍາລົງຊີວິດ, ຮີດຄອງປະເພນີ ຂອງຊາວນະຄອນຫຼວງວຽງຈັນ ນັບຕັ້ງແຕ່ອະດີດຈົນເຖິງປັດຈຸບັນ. ນອກນັ້ນ, ຍັງເປັນການປະກອບສວນເຂົ້າໃນການຄຸ້ມຄອງ, ອະນຸລັກ, ປົກປັກຮັກສາ ມໍລະດົກອັນຊົງຄຸນຄ່າຂອງຊາດ ໃຫ້ມີຄວາມຍືນຍົງສືບຕໍ່ໄປ.
ທ່ານ ພະຂັນໄຊ ສີຄັນໄຊ ຍັງໄດ້ສະແດງຄວາມຫວັງວ່າ ໂຄງການນີ້, ຈະເປັນຈຸດເລີ່ມຕົ້ນ ແລະ ເປັນຕົວແບບໃນການປູກຈິດສຳນຶກ ໃຫ້ແກ່ສັງຄົມ ເຫັນໄດ້ຄວາມໝາຍຄວາມສໍາຄັນ ຂອງການອະນຸລັກ, ປົກປັກຮັກສາ ແລະ ເສີມຄຸນຄ່າຂອງອາຄານເກົ່າແກ່ ທີ່ເປັນມໍລະດົກຂອງຊາດ ໃຫ້ມີຄວາມຍືນຍົງ ແລະ ປະກອບສ່ວນເຂົ້າໃນການສ້າງສາພັດທະນາທາງດ້ານເສດຖະກິດຂອງຊາດ. ພ້ອມນັ້ນ, ຍັງເປັນການ ໂຄສະນາ-ເຜີຍແຜ່ ການອະນຸລັກ-ປົກປັກຮັກສາ ແລະ ເສີມຄຸນຄ່າຂອງອາຄານເກົ່າແກ່ ທີ່ເປັນມໍລະດົກ ອັນລໍ້າຄ່າຂອງຊາດ ໃຫ້ສາມາດກາຍເປັນທາງເລືອກໃນການທ່ອງທ່ຽວ ຢູ່ນະຄອນຫຼວງວຽງຈັນ ໃຫ້ຫຼາກຫຼາຍຍິ່ງຂຶ້ນ.
ທ່ານ ນີນ ເລໂອນາກ ກໍໄດ້ສະແດງຄວາມພາກພູມໃຈ ທີ່ໄດ້ເປັນສ່ວນໜຶ່ງ ໃນການສະໜັບສະ
ໜູນ ວຽກງານການທ່ອງທ່ຽວ ກໍຄືໂຄງການ “ເສັ້ນທາງມໍລະດົກວຽງຈັນ” ຊຶ່ງຈະເຮັດໃຫ້ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຫັນເຖິງວັດທະນະທຳ ແລະ ມໍລະດົກ ທີ່ເປັນປະຫວັດສາດ ຂອງຊາດລາວ ກໍຄື ຂອງນະຄອຫຼວງວຽງຈັນ. ພ້ອມທັງ ສະແດງຄວາມຂອບໃຈ ຕໍ່ພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຮັດໃຫ້ໂຄງການດັ່ງກ່າວ, ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນຮູບປະທຳ.
ໂອກາດດຽວກັນ ຍັງໄດ້ເປີດນຳໃຊ້ເວັບໄຊwww.vientianeheritage.com ເພື່ອອຳນວຍຄວາມສະດວກໃຫ້ກັບນັກທ່ອງທ່ຽວ ໃນການເຂົ້າເຖິງແຫຼ່ງຂໍ້ມູນຕ່າງໆ ກ່ຽວກັບໂຄງການ “ເສັ້ນທາງມໍລະດົກວຽງຈັນ”ອີກດ້ວຍ.
(ຂ່າວ-ພາບ: ທະນູທອງ - ຂັນໄຊ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ວສຊ ວາງສີລາເລີກກໍ່ສ້າງຫໍພັກຄູ-ອາຈານ ແລະ​ນັກສຶກສາ

ວສຊ ວາງສີລາເລີກກໍ່ສ້າງຫໍພັກຄູ-ອາຈານ ແລະ​ນັກສຶກສາ

ພິທີວາງສີລາເລີກ ໂຄງການກໍ່ສ້າງຫໍພັກນັກຮຽນ-ນັກສຶກສາ ແລະ ຄູ-ອາຈານ ວິທະຍາໄລສິລະປະແຫ່ງຊາດ (ວສຊ) ຈັດຂຶ້ນໃນວັນທີ 25 ທັນວານີ້ ທີ່ວິທະຍາໄລດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ); ມີທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ວທ, ມີພະເຖຣານຸເຖຣະ, ຕາງໜ້າກົມ, ຫ້ອງການ, ຄະນະຮັບຜິດຊອບໂຄງການ, ບໍລິສັດ, ແຂກຖືກເຊີນ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເພີ່ມເຕີມ