ເປີດກິດຈະກໍາການປຸກລະດົມຂົນຂວາຍປ້ອງກັນການຄ້າມະນຸດ

ເປີດກິດຈະກໍາການປຸກລະດົມຂົນຂວາຍປ້ອງກັນການຄ້າມະນຸດ

ເປີດກິດຈະກໍາການປຸກລະດົມຂົນຂວາຍປ້ອງກັນການຄ້າມະນຸດ
ເນື່ອງໃນໂອກາດວັນສາກົນເພື່ອຕ້ານການຄ້າມະນຸດ, ອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ (UNODC) ຮ່ວມກັບ ຫ້ອງການຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາ ສປປ ລາວ (RCO) ໄດ້ເປີດກິດຈະກໍາການປຸກລະດົມຂົນຂວາຍປ້ອງກັນການຄ້າມະນຸດ ຢູ່ ສປປ ລາວ ໃນວັນທີ 30 ກໍລະກົດ ຜ່ານມາ ທີ່ນະຄອນຫຼວງວຽງຈັນ, ຈຸດປະສົງ ເພື່ອປ້ອງກັນການຄ້າມະນຸດ ການຕົວະຍົວະຫຼອກລວງ, ດ້ວຍການຊ່ວຍໃຫ້ປະຊາຊົນຮູ້ທັນຮູບແບບການໂຄສະນາວຽກປອມ, ສາມາດຕັດສິນໃຈຢ່າງມີຂໍ້ມູນ ແລະ ຫຼຸດຜ່ອນຄວາມສ່ຽງຈາກການຖືກກົດຂີ່ຂູດຮີດ.
ເປດກດຈະກາການປກລະດມຂນຂວາຍປອງກນການຄາມະນດ - image 1
 

ພິທີເປີດກິດຈະກໍາຄັ້ງນີ້ ໄດ້ຮວບຮວມເອົາຕົວແທນຈາກລັດຖະບານ ສປປ ລາວ, ອົງການສະຫະປະຊາຊາດ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງທາງສັງຄົມ, ນັກຮຽນ-ນັກສຶກສາ, ສື່ມວນຊົນ ແລະ ຂະ ແໜງການທູດ. ງານດັ່ງກ່າວໄດ້ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຮ່ວມກັນໃນການເພີ່ມທະວີການປ້ອງກັນ, ການປົກປ້ອງຜູ້ຖືກເຄາະຮ້າຍ ແລະ ຜູ້ລອດຊີວິດ, ພ້ອມທັງເພີ່ມທະວີຄວາມຮ່ວມມືເພື່ອແກ້ໄຂບັນຫາການຄ້າມະນຸດ. ນອກຈາກນີ້, ຍັງໄດ້ຮັບຮູ້ເຖິງຄວາມເອົາໃຈໃສ່ຢ່າງຕໍ່ເນື່ອງຂອງລັດຖະບານ ໃນການຕ້ານການຄ້າມະນຸດ, ການຫຼອກລວງທາງອອນລາຍ ແລະ ອາຊະຍາກໍາທີ່ກ່ຽວຂ້ອງ ດ້ວຍການເພີ່ມທະວີການຈັດກິດຈະກໍາພາຍໃນປະເທດ ແລະ ຄວາມຮ່ວມມືໃນລະດັບພາກພື້ນ.

ການຄ້າມະນຸດເພື່ອບັງຄັບໃຫ້ກໍ່ອາຊະຍາກໍາຢູ່ສູນສະແກັມ ໄດ້ກາຍເປັນຮູບແບບການຄ້າມະນຸດທີ່ຂະຫຍາຍໂຕໄວທີ່ສຸດຮູບແບບໜຶ່ງ. ກຸ່ມອາຊະຍາກຳທີ່ມີການຈັດຕັ້ງ ໄດ້ນໍາໃຊ້ເຕັກໂນໂລຊີດິຈິຕອນ, ສື່ສັງຄົມອອນລາຍ ແລະ ໂຄສະນາຮັບສະໝັກວຽກປອມ ເພື່ອລໍ້ລວງປະຊາຊົນດ້ວຍຄໍາສັນຍາຕ່າງໆ ກ່ຽວກັບການເຮັດວຽກ. ຜູ້ເຄາະຮ້າຍຫຼາຍຄົນຖືກຄ້າມະນຸດໄປຍັງສູນສະແກັມ, ບ່ອນທີ່ພວກເຂົາຕ້ອງພົບເຈີກັບການຂົ່ມຂູ່, ຄວາມຮຸນແຮງ, ການບັງຄັບໃຊ້ແຮງງານ ແລະ ການລະເມີດສິດທິມະນຸດຢ່າງຮຸນແຮງອື່ນໆ.

ເນື່ອງຈາກວ່າ ເຍົາວະຊົນ ແລະ ໄວໜຸ່ມ ແມ່ນກຸ່ມທີ່ອາດຕົກເປັນເປົ້າໝາຍຂອງການຮັບສະໝັກວຽກຫຼອກລວງທາງອອນລາຍ, ຈຶ່ງເຮັດໃຫ້ການສ້າງຄວາມຮັບຮູ້ຕັ້ງແຕ່ຕົ້ນເປັນເຄື່ອງມືທີ່ສໍາຄັນໃນວຽກງານການປ້ອງກັນ. ໃນລະຫວ່າງພິທີເປີດ, ນັກຮຽນ-ນັກສຶກສາໄດ້ເຂົ້າຮ່ວມກິດຈະກໍາຮຽນຮູ້ແບບມີສ່ວນຮ່ວມ ຊຶ່ງນໍາພາໂດຍ UNODC, IOM, UNV ແລະ UNICEF ກ່ຽວກັບການຄ້າມະນຸດເພື່ອບັງຄັບໃຫ້ກໍ່ອາຊະຍາກໍາ, ການບັງຄັບໃຊ້ແຮງງານ ແລະ ການແຕ່ງງານແອບແຝງ/ການບັງຄັບແຕ່ງງານ.

ໃນພິທີເປີດ, ທ່ານ ບາໂຄເດຍ ເບີຄານອຝ (Mr. Bakhodir Burkhanov) ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາ ສປປ ລາວ ໄດ້ຮຽກຮ້ອງໃຫ້ມີວິທີການທີ່ຖືເອົາຜູ້ຖືກເຄາະຮ້າຍເປັນຈຸດໃຈກາງໃນການແກ້ໄຂບັນຫາການຄ້າມະນຸດເພື່ອບັງຄັບໃຫ້ກໍ່ອາຊະຍາກໍາ.

"ຜູ້ທີ່ຖືກຕົວະຍົວະ ຫຼື ຖືກບັງຄັບໃຫ້ເຂົ້າຮ່ວມໃນຂະບວນການຕົວະຍົວະຫຼອກລວງ ຕ້ອງໄດ້ຮັບຂໍ້ມູນ ແລະ ການປົກປ້ອງໃນຖານະຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ, ບໍ່ແມ່ນຖືກປະຕິບັດໃນຖານະຜູ້ກະທໍາຜິດທາງກົດໝາຍທີ່ພວກເຂົາຖືກບັງຄັບໃຫ້ເຮັດ. ພວກເຮົາສາມາດຊ່ວຍປ້ອງກັນບໍ່ໃຫ້ປະຊາຊົນຕົກເປັນຜູ້ຖືກເຄາະຮ້າຍຈາກອາຊະຍາກໍາເຫຼົ່ານີ້ໄດ້ ດ້ວຍການສ້າງຄວາມຮັບຮູ້, ການເພີ່ມທະວີການຮ່ວມມື ແລະ ການໃຫ້ຜູ້ລອດຊີວິດເປັນຈຸດໃຈກາງຂອງການຕອບຂອງພວກເຮົາ."

ທ່ານ ອາລົມລັງສີ ລາຊະວົງ ຮອງຫົວໜ້າກົມອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການຮ່ວມມືຢ່າງຕໍ່ເນື່ອງ ແລະ ຄວາມພະຍາຍາມໃນການສ້າງຄວາມຮັບຮູ້ ເພື່ອເສີມສ້າງການປ້ອງກັນ ແລະ ການປົກປ້ອງເພື່ອສະກັດກັ້ນການຄ້າມະນຸດ.

ໃນພິທີປິດ, ທ່ານ ຣີເບັກກາ ມິລເລີ (Dr. Rebecca Miller) ຫົວໜ້າແຜນງານຂັ້ນພາກພື້ນ,ແຜນງານຕ້ານການຄ້າມະນຸດ ແລະ ການລັກລອບເອົາຄົນເຂົ້າເມືອງ ອົງການ UNODC, ໄດ້ເນັ້ນໜັກວ່າ ແຄັມເປນນີ້ເປັນຈຸດເລີ່ມຕົ້ນຂອງຄວາມພະຍາຍາມຢ່າງຕໍ່ເນື່ອງ ເພື່ອເຂົ້າເຖິງຊຸມຊົນທີ່ມີຄວາມສ່ຽງຫຼາຍທີ່ສຸດ.

"ກິດຈະກໍາການປຸກລະດົມຂົນຂວາຍຄັ້ງນີ້ ບໍ່ໄດ້ພຽງແຕ່ສ້າງຄວາມຮັບຮູ້ ແຕ່ມັນໄດ້ໃຫ້ຄວາມຮູ້ກັບປະຊາຊົນ ເພື່ອຮູ້ທັນຄວາມສ່ຽງກ່ອນທີ່ການກົດຂີ່ຂູດຮີດຈະເກີດຂຶ້ນ ຜົນໄດ້ຮັບທີ່ດີແມ່ນຂຶ້ນຢູ່ກັບການຮ່ວມມືຢ່າງຕໍ່ເນື່ອງ ລະຫວ່າງ ລັດຖະບານ, ຊຸມຊົນ, ຜູ້ລອດຊີວິດ, ອົງການຈັດຕັ້ງທາງສັງຄົມ, ສື່ມວນຊົນ ແລະ ພາກເອກະຊົນ." 

(ຂໍ້ມູນຂ່າວ: UNODC, ພາບ: ແສງຈັນ)

ຄໍາເຫັນ

ຂ່າວການຮ່ວມມື

ຫົວໜ້າ ຄອສພ ຕ້ອນຮັບ ທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ຫົວໜ້າ ຄອສພ ຕ້ອນຮັບ ທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ທ່ານ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບ ຮົມສູນກາງພັກ ຮອງປະທານສະພາທິດສະດີສູນກາງພັກ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນ (Megan Jones) ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ອົສຕຣາລີ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບອໍາລາ ໃນວັນ ທີ 4 ພະຈິກນີ້ ທີ່ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ເນື່ອງໃນໂອກາດ ທ່ານທູດສຳເລັດການປະຕິບັດໜ້າທີ່ການທູດປະຈຳລາວ.
ຮອງ ລມຕ ກະຊວງການຕ່າງປະເທດ ສປປ ລາວ ແລະ ສ ຕັດຈິກິດສະຖານ ປຶກສາຫາລືສອງຝ່າຍ

ຮອງ ລມຕ ກະຊວງການຕ່າງປະເທດ ສປປ ລາວ ແລະ ສ ຕັດຈິກິດສະຖານ ປຶກສາຫາລືສອງຝ່າຍ

ໃນວັນທີ 2 ພະຈິກ ຜ່ານມາ ທີ່ ກະຊວງການຕ່າງປະເທດ, ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ອີດີເບັກ ກາລັນດາ (Idibek Kalandar) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕັດຈິກິດສະຖານ ພ້ອມດ້ວຍຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນວັນທີ 1-3 ພະຈິກ 2026 ເພື່ອປຶກສາຫາລື ກ່ຽວກັບ ການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ຕັດຈິກິດສະຖານ.
ອາເມຣິກາ ແລະ WFP ມອບເງິນ 19 ຕື້ກວ່າກີບ ຊ່ວຍປະຊາຊົນ 4 ເມືອງ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ

ອາເມຣິກາ ແລະ WFP ມອບເງິນ 19 ຕື້ກວ່າກີບ ຊ່ວຍປະຊາຊົນ 4 ເມືອງ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ

​ ວັນທີ 3 ພະຈິກນີ້ ທີ່ບ້ານດົງໝາກໄຟ ເມືອງໄຊບູລີ ແຂວງສະຫວັນນະເຂດ, ໄດ້ຈັດພິທີເປີດກິດຈະກຳການມອບເງິນສົດເພື່ອຊ່ວຍເຫຼືອຊຸມຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ໂດຍການເປັນປະທານຮ່ວມຂອງທ່ານ ທອງໃສ ໄຊຍະວົງຄໍາດີ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ, ທ່ານ ພົງໄຊສັກ ອິນທະລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ທ່ານ ນາງ ມີກເຊວ ເອົາຫຼໍ່ ອຸປະທູດສະຫະລັດ ອາເມຣິກາ ປະຈຳ ສປປ ລາວ, ທ່ານ ມາກ ອັງເດຣ ໂພຣສ ຜູ້ອຳນວຍການອົງການອາຫານໂລກ (WFP) ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນທີ່່ກຽວຂ້ອງເຂົ້າຮ່ວມ.
ສະຫາຍ ທອງສະຫວັນ ພົມວິຫານ ພົບປະກັບລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ

ສະຫາຍ ທອງສະຫວັນ ພົມວິຫານ ພົບປະກັບລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ

ໃນວັນທີ 3 ພະຈິກນີ້, ທີ່ເຮືອນຮັບແຂກລັດຖະບານຕ້ຽວ ຢູ ຖາຍ ນະຄອນຫຼວງປັກກິ່ງ ສປ ຈີນ, ສະຫາຍ ທອງສະຫວັນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຫວັງ ອີ້ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11 ໃນລະຫວ່າງວັນທີ 3-4 ພະຈິກ 2026 ທີ່ ນະຄອນຫຼວງປັກກິ່ງ ສປ ຈີນ.
ຍີ່ປຸ່ນ ຊ່ວຍສ້າງໂຮງຮຽນ ​ອະ​ນຸ​ບານແລະປະ​ຖົມຢູ່ເມືອງນາໝໍ້

ຍີ່ປຸ່ນ ຊ່ວຍສ້າງໂຮງຮຽນ ​ອະ​ນຸ​ບານແລະປະ​ຖົມຢູ່ເມືອງນາໝໍ້

ພິທີເຊັນສັນຍາໂຄງການຊ່ວຍເຫຼືອລ້າຂັ້ນຮາກຖານ (GGP) ຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເພື່ອກໍ່ສ້າງໂຮງຮຽນອະນຸບານ ແລະ ປະຖົມ ບ້ານກູລົງເມືອງນາໝໍ້ ແຂວງອຸດົມໄຊໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ແຂວງ​ອຸ​ດົມ​ໄຊ, ຮ່ວມ​ລົງ​ນາມ​ໂດຍທ່ານ ໂຄອິຊູມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງປະເທດຍີ່ປຸ່ນ ປະຈໍາ ສປປ ລາວແລະທ່ານ ວົງວັນ ສີວິໄລ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງນາໝໍ້, ໂດຍ​ມີທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງອຸດົມໄຊແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນ​ສັກ​ຂີ​ພິ​ຍານ​ນໍ​າ.
ພິທີເປີດງານມະຫາກໍາພືດສວນໂລກ ຢ່າງເປັນທາງການ

ພິທີເປີດງານມະຫາກໍາພືດສວນໂລກ ຢ່າງເປັນທາງການ

ໃນວັນທີ 2 ພະຈິກຜ່ານມາ,ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຮ່ວມງານພິທີເປີດງານມະຫາກໍາພືດສວນໂລກ ຢ່າງເປັນທາງການ ຢູ່ທີ່ພື້ນທີ່ຊຸ່ມນໍ້າໜອງແດ, ແຂວງອຸດອນທານີ ປະເທດໄທ. ຊຶ່ງມີ ທ່ານ ອານຸທິນ ຊານວິລະກູນ ນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງມະຫາດໄທ ເຂົ້າຮ່ວມເປັນປະທານໃນພິທີ.
ສະພາແຫ່ງຊາດ​ ລາວ-ຫວຽດນາມພົບປະ​ສອງຝ່າຍ

ສະພາແຫ່ງຊາດ​ ລາວ-ຫວຽດນາມພົບປະ​ສອງຝ່າຍ

ວັນທີ 3 ພະຈິກນີ້, ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ,​ສະຫາຍ ສອນໄຊ ສີພັນດອນກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດແຫ່ງ ສປປລາວ ພົບປະຢ່າງເປັນທາງການກັບສະຫາຍ ເຈິ່ນ ແທັງ ເໝິ້ນກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດຫວຽດນາມໃນໂອກາດເຄື່ອນໄຫວຢ້ຽມຢາມ ສສຫວຽດນາມ ຢ່າງເປັນທາງການ ຊຶ່ງເປັນການຢ້ຽມຢາມຕ່າງປະເທດຄັ້ງທໍາອິດ ພາຍຫຼັງໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດລາວ ຊຸດທີ X.
ສື່ມວນຊົນລາວ ພົບປະແລກປ່ຽນບົດຮຽນກັບໜັງສືພິມວິທະຍຸ - ໂທລະພາບນະຄອນຫາຍຟອງ

ສື່ມວນຊົນລາວ ພົບປະແລກປ່ຽນບົດຮຽນກັບໜັງສືພິມວິທະຍຸ - ໂທລະພາບນະຄອນຫາຍຟອງ

ໃນທ້າຍເດືອນຕຸລາຜ່ານມາ, ຄະນະນັກສໍາມະນາກອນທີ່ເຂົ້າຮ່ວມຝຶກອົບຮົບວຽກງານພະນັກງານນໍາພາ-ຄຸ້ມຄອງສື່ມວນຊົນ ສປປ ລາວ ໄດ້ໄປທັດສະນະພົບປະແລກປ່ຽນບົດຮຽນກັບໜັງສືພິມ ແລະ ວິທະຍຸ-ໂທລະພາບຫາຍຟອງ ຊຶ່ງນໍາໂດຍທ່ານນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນຄະນະໂຄສະນາອົບຮົມສູນກາງພັກ.
ຮອງປະທານປະເທດ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ຮອງປະທານປະເທດ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນ (Megan Jones) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ອົສ ຕຣາລີ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບອໍາລາ, ໃນວັນ ທີ 3 ພະຈິກນີ້, ທີ່ທຳນຽບປະທານປະເທດ,ເນື່ອງໃນໂອກາດ ທ່ານທູດສຳເລັດການປະຕິບັດໜ້າທີ່ການທູດປະຈຳລາວ.
ສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8

ສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8

ງານສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8 ຈັດຂຶ້ນໃນວັນທີ 30 ຕຸລາຜ່ານມາ, ທີ່ຫໍວັດທະນະທໍາແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ເກີ ປ່ຽວ ຮອງຫົວໜ້າອົງການຄຸ້ມຄອງວິທະຍຸ ໂທລະພາບ ແລະ ຮູບເງົາແຫ່ງຊາດຈີນ, ທ່ານ ຈ້າວ ຮາຍໂປ ອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ມີບັນດາຫົວໜ້າກົມ, ຮອງກົມ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເພີ່ມເຕີມ